ຂໍ້ຂັດແຍ່ງທີ່ດິນ ຢູ່ອັດຕະປື ຍ້ອນເຈົ້າໜ້າທີ່ ຂາຍດິນໃຫ້ຈີນ

ອຸ່ນແກ້ວ
2023.06.01
ຂໍ້ຂັດແຍ່ງທີ່ດິນ ຢູ່ອັດຕະປື ຍ້ອນເຈົ້າໜ້າທີ່ ຂາຍດິນໃຫ້ຈີນ ເຈົ້າຫນ້າທີ່ເມືອງ ແລະ ບ້ານ ຂາຍດິນ ຢູ່ບ້ານຫນອງຫີນ ເມືອງສນາມໄຊ ແຂວງອັດຕະປື ປີ 2022 ທີ່ຜ່ານມາ.
ນັກຂ່າວ ພົລເມືອງ

ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສນາມໄຊ ແຂວງອັດຕະປື ໃນກາງເດືອນພຶສພາ 2023 ທີ່ຜ່ານມາ ທີ່ປະກົດເປັນຂ່າວ ຢູ່ໃນສື່ສັງຄົມອອນລາຍນ໌ ຢ່າງແຜ່ຫຼາຍ. ສາເຫດຫຼັກແມ່ນເກີດຈາກ ເຈົ້າໜ້າທີ່ທ້ອງຖິ່ນ ອະນຸມັດຂາຍດິນ ໃຫ້ນັກລົງທຶນຈີນ ເພື່ອປູກກ້ວຍ ແລະ ປູກຖົ່ວລຽນ, ແຕ່ການຂາຍທີ່ດິນ ໃຫ້ນັກລົງທຶນຈິີນນັ້ນ ບາງບ່ອນໄປກວມເອົາທີ່ດິນ ທໍາມາຫາກິນ ຂອງປະຊາຊົນ.

ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ມິຖຸນາ ວ່າ “ມູນຄ່າຊື້ທີ່ດິນເຮັກຕ້າຣ໌ ນຶ່ງ 8 ລ້ານກີບ. ດິນທັງໝົດແມ່ນ ປະມານ 800 ເຮັກຕ້າຣ໌ ສະເພາະຢູ່ບ້ານໜອງຫີນ ລວມມູນຄ່າດິນທັງໝົດ ປະມານ 6 ຕື້ປາຍ ກີິບ. ຕອນທຸຣະກິຈມອບເງິນໃຫ້ເຈົ້າໜ້າທີ່ບ້ານ ແລະ ເມືອງ ກໍມີການຖ່າຍຮູບໄວ້ ເປັນຫຼັກຖານ, ການຈ່າຍເງິນ ຈະຈ່າຍເປັນແຕ່ລະງວດໄປ ແຕ່ຈະບໍ່ຈ່າຍໜົດບາດດຽວ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ: “ສ່ວນວ່າ ບ້ານໄຊດອນໂຂງ ເຈົ້າໜ້າທີ່ ກໍຂາຍດິນໃຫ້ບໍຣິສັດຈິີນ ເຮັກຕ້າຣ໌ ລະ 6 ລ້ານ ກີບ ມີປະມານ 600​ ເຮັກຕ້າຣ໌, ແຕ່ວ່າ ບຸກເບີກດິນໄດ້ພຽງແຕ່ 200 ເຮັກຕ້າຣ໌.”

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ທ່ານດຽວກັນນີ້, ເຈົ້າໜ້າທີ່ ມີສ່ວນໃນການຂາຍດິນ ບາງຄົນກໍໄດ້ເງິນ 80 ລ້ານ, ບາງຄົນກໍໄດ້ເງິນ 100 ລ້ານກີບ ໃນປີທີ່ຜ່ານມາ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ກ່າວຕື່ມອີກວ່່າ: “ສິ່ງທີ່ເກີດຂຶ້ນກໍຄື ນັກລົງທຶນຈີນ ທີ່ຈ່າຍເງິນໄປແລ້ວ ກໍຕ້ອງການທີ່ດິນ ສ່ວນວ່າ ຜູ້ທີ່ເຊັນຂາຍດິນໄປ ກໍເອົາເງິນໄປກິນໝົດແລ້ວ ສະນັ້ນ ມັນຈຶ່ງເກີດຂໍ້ຂັດແຍ່ງກັບຊາວບ້ານ.”

ໃນວັນທີ 16 ພຶສພາ 2023, ທາງການແຂວງອັດຕະປື ໄດ້ມີແຈ້ງການໃຫ້ບໍຣິສັດ ສິຊີນ ພັດທະນາ ກະສິກັມ ຈໍາກັດ ຜູ້ດຽວ ແລະ ບໍຣິສັດກອງແກ້ວ ພັດທະນາ ກະສິກັມ ຈໍາກັດ ຜູ້ດຽວ ໂຈະການດໍາເນີນການບຸກເບີກທີ່ດິນ ເປັນການຊົ່ວຄາວ ເພື່ອໃຫ້ແກ້ໄຂບັນຫາໃຫ້ສງົບ ແລະ ໃຫ້ສໍາເຣັດ.

ອີງຕາມແຈ້ງການດັ່ງກ່າວ, ທັງສອງບໍຣິສັດ [ດັ່ງກ່າວເປັນຂອງຄົນຈີນ] ຕ້ອງຈ່າຍຄ່າຊົດເຊີຍໃຫ້ແກ່ຄອບຄົວ ທີ່ໄດ້ຮັບຜົລກະທົບ ຕາມລະບຽບການ ແລະ ຕາມການເໝາະສົມ ໃຫ້ສໍາເຣັດ.

ແຕ່ອີງຕາມແຈ້ງການ ຂອງທາງການແຂວງອັດຕະປື ໄດ້ລະບຸວ່າ ທັງສອງບໍຣິສັດ ທີ່ເປັນຂອງຄົນຈີນນັ້ນ ໄດ້ຮັບສັມປະທານ ທີ່ດິນຢູ່ໃນເຂດບ້ານໜອງຫີນ ແລະ ບ້ານໄຊດອນໂຂງ, ແຕ່ ຊາວບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານດຽວກັນນີ້ ໄດ້ຢືນຢັນວ່າ ເຈົ້າໜ້າທີ່ບ້ານ ແລະ ເມືອງສນາມໄຊ ໄດ້ເຊັນຂາຍດິນໃຫ້ສອງບໍຣິສັດດັ່ງກ່າວ.

ການຂາຍດິນ ຢູ່ບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສນາມໄຊ ແຂວງອັດຕະປື ໃຫ້ນັກລົງທຶນຈີນ ເກີດຂຶ້ນມາບໍ່ພໍເທົ່າໃດປີ ຫຼັງຈາກເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ.

ເຣື່ອງທີ່ເກີດຂຶ້ນ ມັນໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ປະຊາຊົນຫຼາຍຄົນ ທີ່ເຫັນເຫດການດັ່ງກ່າວ ທີ່ຣັຖບານອະນຸຍາດໃຫ້ ບໍຣິສັດຈີນ ເຂົ້າມາບຸກເບີກທີ່ດິນ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ.

ປະຊາຊົນ ຢູ່ແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຂ້ອຍລະບໍ່ພໍໃຈແຮງອີ່ຫຼີ ບັນພະບຸລຸດເຂົາເຈົ້າຊອກຢູ່ຫາກິນ ເຮັດໄຮ່ໄຖນາ ເຮັດຮົ້ວເຮັດສວນກິນ ຢູ່ມາເຮັດເຂື່ອນແລ້ວ ເຂື່ອນແຕກມາໃສ່ເຂົາ ເຂົາຕາຍດັບຕາຍສູນໝົດ ບ້ານເຮືອນແຕກ ບ້ານເຮືອນແຕກສະຫຼະພະພຸງໝົດ ບາດສຸດທ້າຍມາວ່າເປັນແນວໃດລະ ຫາກໍ່ຫວິດວິກິດ ໂຕນັ້ນມາ ເຂົາມາປູກມັນ ຊ້ອງລາບຊາບ ບາດສຸດທ້າຍມາ ເອົາຈີນມາ ມາດຸດຂອງເຂົາ ມາເຮັດຂອງເຂົາ.”

ປະຊາຊົນຢູ່ເຂດເມືອງສນາມໄຊ ໄດ້ຮັບຜົລກະທົບ ຈາກເຫດການເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ແຕກ ແລະ ຕໍ່ມາ ເຂົາເຈົ້າຍັງຖືກຍາດແຍ່ງທີ່ດິນນໍາອີກ.

ປະຊາຊົນ ທ່ານນີ້ ກ່າວຕື່ອີກວ່າ: .

“ມັນເກີນໄປໂພດ ຢ່າເຮັດໃສ່ເຂົາແມ້ ເຂົາບອບຊໍ້າມາ ມັນບໍ່ແມ່ນທໍາມະດາ ປະເທດລາວ ຣັຖບານເຮັດເຂື່ອນແຕກໃສ່ເຂົາຕາຍ ສຸດທ້າຍເຂົາມາເຮັດມາຫາ ມາກິນ ກະຍັງມານໍາລັງຄວານເຂົາ.​”

ອີງຕາມຂໍ້ມູນ ຈາກແຈ້ງການຂອງແຂວງອັດຕະປື, ຢູ່ບ້ານໜອງຫີນ ມີຜູ້ທີ່ໄດ້ຮັບຜົລກະທົບ ທັງໝົດ 85 ຄອບຄົວ. ໃນນັ້ນ ບໍຣິສັດ ໄດ້ຈ່າຍຄ່າຊົດເຊີຍໄປແລ້ວ 13 ຄອບຄົວ ມູນຄ່າປະມານ 100 ປາຍ ລ້ານກີບ ສ່ວນວ່າ ອີກ 72 ຄອບຄົວ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ.​ ສ່ວນວ່າ ແຈ້ງການຍັງໄດ້ລະບຸອີກວ່າ ຢູ່ບ້ານໄຊດອນໂຂງ ປະຊາຊົນສ່ວນຫຼາຍ ແມ່ນເຫັນດີໃຫ້ບໍຣິສັດສັມປະທານ ຕາມການຕົກລົງຂອງພັກຣັຖ, ສ່ວນປະຊາຊົນອີກຈໍານວນນຶ່ງ ແມ່ນໃຫ້ຄົ້ນຄວ້າຄ່າຊົດເຊີຍ, ເນື້ອທີ່ດິນທໍາການຜລິດ.​

ເຖິງຢ່າງໃດກໍຕາມ, ແຈ້ງການດັ່ງກ່າວ ລະບຸພຽງແຕ່ວ່າ ເປັນການສັມປະທານທີ່ດິນ ແຕ່ບໍ່ໄດ້ລົງລາຍລະອຽດວ່າ ໃຫ້ສໍາປະທານຈັກປີ ແລະ ມີກໍານົດເວລາເທົ່າໃດ, ເຊິ່ງແຕກຕ່າງຈາກຂໍ້ມູນຈາກຊາວບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ຢືນຢັນວ່າ ບໍຣິສັດຈີນທັງສອງບໍຣິສັດ ນັ້ນ ໄດ້ເຂົ້າມາຊື້ທີ່ດິນນໍາເຈົ້າໜ້າທີ່ທ້ອງຖິ່ນ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ: “ເຈົ້າໜ້າທີ່ບ້ານ ແລະ ເຈົ້າໜ້າທີ່ເມືອງສນາມໄຊ ບໍ່ຍອມອອກເອກະສານໃຫ້ ຊາວບ້ານ ເຮັດໃບຕາດິນຖາວອນ ຍ້ອນວ່າ ຮັກສາທີ່ດິນເອົາໄວ້ຂາຍໃຫ້ນັກລົງທຶນຈີນ.”  

ປະຊາຊົນ ຢູ່ແຂວງພາກໃຕ້ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ: “ປັດຈຸບັນ ມີນັກລົງທຶນຈີນ ເຂົ້າມາເລາະຊື້ທີ່ດິນ ຢູ່ແຂວງພາກໃຕ້ຂອງລາວ ລວມທັງແຂວງອັດຕະປື ໂດຍນັກລົງທຶນ ຈະໃສ່ຊື່ຄົນລາວເປັນເຈົ້າຂອງ.”

ນອກຈາກນີ້, ທາງການແຂວງອັດຕະປື ມີຄໍາສັ່ງໃຫ້ປະຊາຊົນ ຜູ້ທີ່ເອົາວີດີໂອ ຂໍ້ຂັດແຍ່ງທີ່ດິນລົງເຜີຍແຜ່ທາງສື່ສັງຄົມ ອອນລາຍນ໌ ອອກມາແກ້ຂ່າວ.

ປະຊາຊົນ ບ້ານໄຊດອນໂຂງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ: ເຈົ້າໜ້າທີ່ບ້ານ ແລະ ເຈົ້າໜ້າທີ່ເມືອງ ມາບອກໃຫ້ປະຊາຊົນອອກມາແກ້ຂ່າວ ເພາະວ່າ ມັນສ້າງຄວາມເສັຽຫາຍ ໃຫ້ເຈົ້າໜ້າທີ່ ໂດຍເຈົ້າໜ້າທີ່ບໍ່ຢາກໃຫ້ປະຊາຊົນເຮັດຫຍັງ ເພາະວ່າ ດິນບໍຣິສັດ ໄດ້ສັມປະທານນໍາຣັຖບານແລ້ວ.

ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ: ເຈົ້າໜ້າທີ່ບໍ່ຢາກໃຫ້ປະຊາຊົນໂພສຄລິບ ລົງເຜີຍແຜ່ ຖ້າມີຫຍັງໃຫ້ໄປແຈ້ງຄວາມເອົາຢູ່ເມືອງ ໂພສຕ໌ ແນວນັ້ນ ມັນເສັຽຫາຍຫຼາຍ ເຈົ້າໜ້າທີ່ວ່າຈັ່ງຊີ້.

ຫວນຄືນວັນເກີດເຫດ ວັນທີ 14 ພຶສພາ ຢູ່ທີ່ບ້ານໜອງຫີນ ປະຊາຊົນມີການຂັດແຍ່ງກັບ ບໍຣິສັດຈີນ ໂດຍປະຊາຊົນ ກ່າວວ່າ ຄົນຈີນເຂົ້າມາຂົ່ມຂູ່ປະຊາຊົນ.

ປະຊາຊົນນາງນຶ່ງ ໄດ້ກ່າວຢູ່ໃນຄລິິບວີດີໂອ ວ່າ:

“ຈີນມາຂົ່ມຂູ່ພໍ່ແມ່ປະຊາຊົນ ຖືກເຫຼັກຖືຂາງມາຂົ່ມຂູ່ ຊິມາຂົ່ມຂູ່ພໍ່ແມ່ປະຊາຊົນ ຕີພໍ່ແມ່ປະຊາຊົນ ຈັກເອົາປືນເອົາຫຍັງຈີ້ພໍ່ແມ່ປະຊາຊົນ.”

ສ່ວນວ່າ ຢູ່ເຂດບ້ານໄຊດອນໂຂງ ກໍເກີດມີບັນຫາຄ້າຍຄືກັນ ໃນວັນທີ 13 ພຶສພາ, ປະຊາຊົນ ກໍມີການຂັດຂວາງ ບໍ່ໃຫ້ບໍຣິສັດຈີນ ບຸກລຸກທີ່ດິນຂອງເຂົາເຈົ້າ.

IMG-4537.jpg
ເຈົ້າຫນ້າທີ່ເມືອງ ແລະ ບ້ານ ຂາຍດິນ ຢູ່ບ້ານຫນອງຫີນ ເມືອງສນາມໄຊ ແຂວງອັດຕະປື ປີ 2022 ທີ່ຜ່ານມາ.

ປະຊາຊົນ ບ້ານໄຊດອນໂຂງ ໄດ້ກ່າວ ຢູ່ໃນຄລິບວີດີໂອ ວ່າ:

ພວກເຈົ້າຊິໃຫ້ແຕ່ເຝົ້າສວນ ວຽກຫຍັງກະບໍ່ເຮັດເບາະ ເຝົ້າແຕ່ດິນຢ້ານ ແຕ່ພວກເຈົ້າຊິດຸດເບາະ ພວກເຈົ້າບໍ່ເຫັນໃຈຄົນລາວນໍາກັນເບາະ ສອງເທື່ອລະ ບໍ່ແມ່ນຊິເທື່ອດຽວ.

ເມື່ອວັນທີ 18 ພຶສພານີ້ ທ່ານ ສຸລິຈັນ ພອນແກ້ວ, ຫົວໜ້າຫ້ອງວ່າການ ປົກຄອງແຂວງອັດຕະປື ໄດ້ໃຫ້ສຳພາດ ໜັງສືພິມ ລາວພັທນາ ວ່າ ສໍາລັບທີ່ດິນບ່ອນທີ່ເກີດເຫດນັ້ນ ແມ່ນເຂດປ່າປ້ອງກັນ ທີ່ຊາວບ້ານເຂົ້າໄປບຸກລຸກ ເພື່ອປູກມັນ ຕົ້ນ, ເປັນຊາວບ້ານຈາກເມືອງປາກຊ່ອງ ແຂວງຈໍາປາສັກ. ທີ່ຜ່ານມາ ອໍານາດການປົກຄອງບ້ານ ເຄີຍຫ້າມມາແລ້ວຫຼາຍເທື່ອ.

ທ່ານ ສຸລິຈັນ ພອນແກ້ວ, ຫົວໜ້າຫ້ອງວ່າການ ປົກຄອງແຂວງອັດຕະປື ຍັງກ່າວຕື່ມອີກວ່າ: ແຕ່ຊາວບ້ານ ຍັງບຸກເບີກພື້ນທີ່ ປູກມັນຕົ້ນຢູ່ເລື້ອຍໆ ແລະທີ່ຜ່ານມາ ຄອບຄົວຊາວບ້ານ ດັ່ງກ່າວ ໄດ້ຮັບຄ່າຊົດເຊີຍ ຈາກທັງ 2 ບໍຣິສັດນັ້ນແລ້ວ. ສ່ວນເຣື່ອງທີ່ວ່າ ບໍຣິສັດ ບຸກເບີກພື້ນທີ່ ເກີນຂອບເຂດ ທີ່ໄດ້ສັມປະທານ ຫຼື ບໍ່ນັ້ນ ແມ່ນຍັງຢູ່ໃນຂັ້ນຕອນ ຂອງການກວດສອບຄືນຢູ່.

ນັກວິຊາການ ດ້ານການກະເສດຜູ້ນຶ່ງ ທີ່ເຄີຍໄດ້ໄປສົ່ງເສີມ ຊາວບ້ານປູກມັນຕົ້ນ ຢູ່ເຂດນັ້ນ ເວົ້າວ່າ ດີແທ້ ແມ່ນຢາກໃຫ້ທາງການ ແຂວງອັດຕະປື ສັ່ງໃຫ້ໂຈະຖາວອນ (ຍົກເລີກ), ບໍ່ໃຫ້ 2 ບໍຣິສັດດັ່ງກ່າວ ໄປລົງທຶນ ປູກກ້ວຍຫອມ ແລະໝາກຖົ່ວລຽນ ຢູ່ໃນເຂດນັ້ນ ເພື່ອບໍ່ໃຫ້ໄປຍາດພື້ນທີ່ ປູກມັນຕົ້ນຂອງຊາວບ້ານ ເນື່ອງຈາກຊາວບ້ານຢູ່ 2 ບ້ານທີ່ວ່ານັ້ນ ສ່ວນໃຫຍ່ປູກມັນຕົ້ນ ຂາຍເປັນຫຼັກ, ພໍມີລາຍໄດ້ເຂົ້າຄອບຄົວ.

ນັກກົດໝາຍລາວທ່ານນຶ່ງ ກ່າວເຖິງກໍຣະນີ ທີ່ບໍຣິສັດຈີນ ທໍາຮ້າຍຮ່າງກາຍ ຊາວບ້ານນັ້ນວ່າ ເປັນເຣື່ອງຜິດກົດໝາຍ ແນ່ນອນ, ຜູ້ເສັຍຫາຍ ສາມາດແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດໄດ້ ແລະເມື່ອກວດສອບພົບວ່າ ຄົນຈີນຜູ້ນັ້ນ ມີຄວາມຜິດແທ້ ສາມາດສົ່ງຕົວກັບຄືນ ໄປປະເທດຈີນໄດ້ ຕາມບົດບັນທຶກຄວາມເຂົ້າໃຈ ກັນລະຫວ່າງ 2 ປະເທດນີ້.

ຄັນກໍຣະນີມັນເປັນ ຄວາມຈິງ ມັນກະຜິດຫັ້ນແຫຼະ ໃຜກໍບໍ່ມີສິດທິໄປທໍາຮ້າຍຮ່າງກາຍ ຂອງໃຜດອກ ຕາມກົດໝາຍ ຂອງລາວຫັ້ນນ່າ. ທຸກຄົນ ມັນກະຢູ່ພາຍໃຕ້ກົດໝາຍ ທັງໝົດຫັ້ນແຫຼະເນາະ. ຄັນເຂົາເຮັດຜິດແມ່ນໄທເຮົາ ກະມີ MOU ກະຕ້ອງໄດ້ສົ່ງກັບໂລດ.

ເຖິງຢ່າງໃດກໍຕາມ ບັນຫາທີ່ເກີດຂຶ້ນ ກໍຄື ມີການເຊັນຂາຍດິນໃຫ້ບໍຣິສັດຈີນ ເພື່ອປູກຖົ່ວລຽນ ແລະ ປູກ້ວຍ ໃນຂະນະທີ່ກົດໝາຍວ່າດ້ວຍທີ່ດິນ ຂອງລາວ ຍັງບໍ່ອະນຸຍາດໃຫ້ນັກລົງທຶນ ຕ່່າງປະເທດ ລວມທັງຈີນ ເຂົ້າມາຊື້ທີ່ດິນຢູ່ປະເທດລາວໄດ້, ແຕ່ ກົດໝາຍພຽງລະອະນຸຍາດໃຫ້ນັກລົງທຶນ ຕ່າງປະເທດ ສາມາດເຊົ່າໄດ້ສັມປະທານທີ່ດິນ ຢູ່ປະເທດລາວໄດ້ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.