ສະຖານະການ ເສຖກິຈລາວ ເຂົ້າໃກ້ພາວະວິກິດ: ມາຟັງ ນຳກັນ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.09.24
ສະຖານະການ ເສຖກິຈລາວ ເຂົ້າໃກ້ພາວະວິກິດ: ມາຟັງ ນຳກັນ ຮ້ານແລກປ່ຽນເງິນຕຣາ ຢູ່ຕລາດແຫ່ງນຶ່ງ ທີ່ແຂວງຊຽງຂວາງ, ວັນທີ 29 ສິງຫາ 2022.
Photo: RFA

ປັດຈຸບັນ ລາວມີຄວາມສ່ຽງຜິດສຳຣະໜີ້ ຍ້ອນທຶນສຳຮອງ ລະຫວ່າງ ປະເທດຢູ່ໃນ ລະດັບຕໍ່າ. ຜ່ານມາອັຕຣາແລກປ່ຽນ ຍັງຄົງຖີບໂຕຂຶ້ນສູງ ເຖິງແມ່ນວ່າ ຣັຖບານລາວ ຈະອອກ ຫຼາຍມາຕການ ເພື່ອຄວບຄຸມ ແຕ່ສະຖານະການ ເສຖກິຈລາວ ຍັງຢູ່ໃນຂີດອັນຕະຣາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບທຸກທ່ານ ເຂົ້າສູ່ຣາຍການ “ມາຟັງນຳກັນ”, ສຳລັບ ສັປດານີ້ ມາເວົ້າເຖິງ ບັນເສຖກິຈ ຂອງລາວ ຍັງຢູ່ໃນ ຂີດອັນຕະຣາຍ ໃນຫົວຂໍ້ ສະຖານະເສຖກິຈລາວເຂົ້າໃກ້ ພາວະວິກິດ, ເຊີ່ງດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ທ່ານຜູ້ຟັງ ກ່ຽວກັບ ຫົວຂໍ້ເຣື່ອງ ດັ່ງກ່າວນີ້ ຖ້າຫາກວ່າ ທ່່ານມີຄວາມຄຶດຄວາມເຫັນແນວໃດ ກະຣຸນາຊ່ອຍອອກຄວາມເຫັນ ກັບພວກເຮົາດ້ວຍ. ຫລືວ່າ ທ່ານຕ້ອງການ ເຂົ້າຮ່ວມກັບ ຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານລົງໃສ່ຊ່ອງຄອມເມັ້ນ ແລ້ວທິມງານ ຈະໂທຫາ ເພື່ອສັມພາດມາອອກຣາຍການ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ບັນຫາເສຖກິຈ ຂອງລາວ ເຂົ້າສູ່ການທົດຖອຍ ຫຼື ຣັຖບານລາວ ເອີ້ນວ່າພາວະຫຍຸ້ງຍາກ ທາງດ້ານເສຖກິຈນັ້ນ. ຕາມສື່ສາກົລ ໄດ້ຣາຍງານ ໄດ້ມີໃຈຄວາມພໍສຣຸບ ໄດ້ວ່າ ສະຖານະການ ເສຖກິຈ ຂອງລາວ ຍັງຢູ່ໃນຂີດອັນຕະຣາຍ. ໂດຍສະເພາະ ໃນປີນີ້ ຖືວ່າ ສັນຍານອັນຕະຣາຍດັ່ງກ່າວ ມັນໄດ້ກໍ່ໂຕຂຶ້ນ ໃຫ້ເຫັນຢ່າງແຈ່ມແຈ້ງ ເຊັ່ນ ຄ່າຄອງຊີບສູງ ລາຍໄດ້ຕໍ່າ ເວົ້າງ່າຍ ໆ ກໍຄືວ່າ ລາຄາເຄື່ອງອຸປໂພກ ແລະ ບໍຣິໂພກ ຂຶ້ນຫຼາຍເທົ່າໂຕ. ນອກຈາກນີ້ ປະເທດລາວ ຍັງມີໜີ້ສິນທີ່ຕ້ອງໄດ້ສຳຣະ ເຊີ່ງໃນນັ້ນ ເງິນສຳຮອງ ລະຫວ່າງ ປະເທດກໍຫຼຸດໜ້ອຍລົງ ເຊິ່ງມັນເປັນ ບັນຫາທ້າທາຍ ຕໍ່ກັບຣັຖບານລາວ ຊຸດນີ້ຫຼາຍ ໃນການແກ້ໄຂ ໃຫ້ຜ່ານວິກິດນີ້ ໃຫ້ໄດ້.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.