ມີການໂຄສະນາ ຮັບຈ້າງໂອນເງິນ ຜ່ານບັນຊີມ້າ ຈໍານວນຫຼາຍ ຜ່ານສື່ສັງຄົມອອນລາຍ ແບບບໍ່ຢ້ານ ຕໍ່ກົດໝາຍ
2025.02.14
ໃນໄລຍະທ້າຍປີ 2024 ມາຈົນຮອດປັດຈຸບັນ ມີຄົນລາວ ຈໍານວນໜຶ່ງ ໄດ້ປະກາດຮັບຈ້າງ ເປີດບັນຊີ ຫຼື ບັນຊີມ້າ ແລະ ຮັບໂອນເງິນ ຜ່ານບັນຊີມ້າ ເພີ່ມຂຶ້ນເລື້ອຍໆ ເພື່ອຮອງຮັບລູກຄ້າ ທີ່ຕ້ອງການໂອນເງິນ ທີ່ໄດ້ຮັບ ຈາກການຫຼິ້ນເກມ ຫຼື ພະນັນອອນລາຍ, ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ ນີ້ ວ່າ:
“ບັນຊີມ້າ ກໍຄືບັນຊີໄທຫັ້ນແຫຼະ ຮັບເປັນເງິນໄທມາແລ້ວ ສົມມຸດວ່າ ເຮົາຢາກໄດ້ເງິນ ເປັນເງິນໃດຊີ້ນ່າ ເວລາໂອນມາປຸ໊ບ ເຈົ້າຢາກໄດ້ເປັນເງິນບາດບໍ ຫຼືວ່າ ຢາກໄດ້ເປັນເງິນກີບ ລະຂ້ອຍຈະເອົາໄປເຄຍໃຫ້ ຈະໄດ້ໂອນແລ້ວລະ ລະຊິໂອນບາດ ເຂົ້າບັນຊີມ້າ... ແມ່ນທະນາຄານ ຈະນໍາເສັ້ນເງິນບໍ່ໄດ້ ກໍແນວນີ້ແຫຼະ ສ່ວນຫຼາຍ ເຂົາຈະຫຼິ້ນເກມແນ່....”
ທ່ານກ່າວຕື່ມວ່າ ປັດຈຸບັນ ມີຜູ້ຫຼິ້ນເກມ ແລະ ພະນັນອອນລາຍ ມັກໃຊ້ບັນຊີມ້າ ທີ່ອອກໃຫ້ ໂດຍສະຖາບັນການເງິນ ຢູ່ໄທ, ລາວ ແລະ ຈີນ. ແຕ່ປັດຈຸບັນ ບັນຊີມ້າຂອງຈີນ ແມ່ນບໍ່ຄ່ອຍມີການນໍາໃຊ້ແລ້ວ ຍ້ອນຖືກເຈົ້າໜ້າທີ່ຈີນ ຕິດຕາມ ແລະ ດໍາເນີນຄະດີ ຂະນະທີ່ ບັນຊີມ້າໄທ ແລະ ລາວ ຍັງມີການເປີດຮັບບໍລິການ, ໂອນເງິນຢ່າງແຜ່ຫຼາຍ ຜ່ານຊ່ອງທາງອອນລາຍ ໂດຍສະເພາະ ເຟສບຸກ ກຸ່ມເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.
ໃນໄລຍະທ້າຍປີ 2024 ທ່ານ ພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວວ່າ ໃນຮອບປີຜ່ານມາ ໄດ້ດໍາເນີການ ມ້າງແກ້ງຄອລເຊັນເຕີ້ ຫຼື ກຸ່ມສໍ້ໂກງຊັບທາງໂທລະຄົມ ໄດ້ 9 ຄັ້ງ, 267 ຫົວໜ່ວຍ ແລະ ໃນປີ 2025 ນີ້ ຕັ້ງເປົ້າໝາຍວ່າ ຈະຫັນປ່ຽນ ໃຫ້ມີກາສິໂນອອນລາຍ ຫຼື ເກມອອນລາຍແທນ.
ກ່ຽວກັບເລື່ອງນີ້ ການຫຼີ້ນເກມ ຫຼື ພະນັນອອນລາຍ ແບບຜິດກົດໝາຍ ແລະ ນໍາໄປສູ່ ການໂອນເງິນ ຜ່ານບັນຊີມ້າ ພັດມີເພີ່ມຂຶ້ນ, ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ອີກທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:
“ກໍເຫັນເຂົາຮັບຫຼາຍຢູ່ໃດ໋ ເຫັນເຂົາຮັບບັນຊີມ້າ ເຫັນເຂົາຮັບໂອນເງິນຫັ້ນແຫຼະ ເພາະວ່າມັນຍັງມີຄົນລາວ ອີກກຸ່ມໜຶ່ງ ທີ່ວ່າກ້າເຮັດຫັ້ນນ່າ ໂກງເອົາເງິນຄົນອື່ນມາ ແລ້ວກໍແບບວ່າ ບໍ່ມີບັນຊີເອົາອອກຫັ້ນນ່າ ທີ່ວ່າເຮັດຢູ່ໃນບໍລິສັດ ໜ້າຈະໂອນໄທ ໜ້າຈະສາມຫຼ່ຽມຄໍາ ໂອນເຂົ້າໄປໄທ ຄົນໄທໄປເອົາເງິນ ກັບບ້ານ.”
ທ່ານກ່າວຕື່ມວ່າ ຜ່ານມາ ການໂອນເງິນຜ່ານບັນຊີມ້າ ໄປຍັງເຈົ້າຂອງບັນຊີມ້ານັ້ນ ລູກຄ້າທີ່ຕ້ອງການໂອນເງິນ ຈະນັດໝາຍກັນ ກັບເຈົ້າຂອງບັນຊີມ້້າ ເພື່ອໂອນເງິນຕໍ່ໜ້າ ຫຼືຈະເລືອກໂອນເງິນ ຜ່ານຄົນຮູ້ຈັກ ເພື່ອປ້ອງກັນ ບໍ່ໃຫ້ມີການສໍ້ໂກງເງິນເກີດຂຶ້ນ, ແຕ່ຢ່າງໃດກໍມຕາມ ພັດຍັງມີການໂກງເງິນ ເກີດຂຶ້ນຢູ່ເລື້ອຍໆ ໂດຍສະເພາະ ຜູ້ທີ່ຕິດຕໍ່ກັນ ຜ່ານລະບົບອອນລາຍ ເຮັດໃຫ້ເກີດບັນຫາ ອາດຊະຍາກໍາຫຼາກຫຼາຍຮູບແບບ ເປັນຕົ້ນ ການປຸ້ນຈີ້ ແລະຂ້າ ຕາມມາ.
ສໍາລັບການຮັບໂອນເງິນ ຜ່ານບັນຊີມ້າ ທີ່ອອກໂດຍ ສະຖາບັນການເງິນ ຢູ່ໄທນັ້ນ ຜູ້ເປີດຮັບໂອນເງິນ ຈະໄດ້ຄ່າຈ້າງ ປະມານ 7-16% ຂອງຈໍານວນເງິນ ທີ່ລູກຄ້າຕ້ອງການໂອນ ໃນແຕ່ລະເທື່ອ. ທັງນີ້ ຖ້າຫາກຍອດການໂອນເງິນຫຼາຍ ກໍຈະມີຄ່າຮັບຈ້າງ ໃນການໂອນຫຼຸດລົງ, ດັ່ງຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ ກ່າວວ່າ:
“ອັນນີ້ ເຮົາເອົາເປີເຊັນ ນໍາເຂົາເຈົ້າ ຫຼັກໝື່ນ (10.000 ບາດ) ແລ້ວເຮົາເອົາເທົ່ານັ້ນຫັ້ນນ່າ 16% ນ່າ ບັນຊີໄທ ຫັ້ນນ່າເຈົ້າ ທາງລາວ ຈະນິຍົມ ທະນາຄານໂຕໃດ ກຸງສີແດ່, ກະສິກອນ ແມ່ນຫຍັງຫັ້ນແຫຼະ ເປີເຊັນໂຕນີ້ ຂ້ອຍເອົານໍາເຂົາເຈົ້າເດ້ ອີງຕາມຍອດ ສຸມມຸດວ່າ ຍອດຫຼັກໝື່ນ ຫຼັກໝື່ອນຫັ້ນເນາະ ແລ້ວເຂົາຈະເອົາ 16% ແຕ່ຖ້າວ່າ ຫຼັກແສນ ຫຼັກແສນແລ້ວ ເຂົາຈະເອົາຢູ່ 13-14%. (ບັນຊີມ້າ) ລາວ ເຮົາບໍ່ມີ ມີແຕ່ (ບັນຊີມ້າ) ໄທ.”
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ລະດັບສູງ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທີ່ເຮັດວຽກ ກ່ຽວກັບການປາບປາມ ແກ້ງຄອລເຊັນເຕີ້ ແລະ ການຕ້ານການຄ້າມະນຸດ ທີ່ບໍ່ປະສົງອອກຊື່ ແລະ ສຽງ ລະບຸວ່າ ຂະນະນີ້ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນຮັບຮູ້ ກ່ຽວກັບເລື່ອງບັນຊີມ້າເທື່ອ ແລະ ຈະສັ່ງການໃຫ້ເຈົ້າໜ້າທີ່ ວິຊາສະເພາະ ດໍາເນີນການກວດສອບ ພ້ອມຈະແຈ້ງຂ່າວສານ ໃຫ້ຮັບຮູ້ໃນໄລຍະຕໍ່ໜ້າ.
ກ່ຽວກັບເລື່ອງທີ່ວ່ານີ້ ໃນວັນທີ 31 ມັງກອນ 2025 ທະນາຄານແຫ່ງປະເທດໄທ ກໍານົດໃຫ້ທຸກສະຖາບັນການເງິນ ໂຈະການເຮັດທຸລະກໍາ ຫຼື ໂອນເງິນ ເຂົາບັນຊີຕ້ອງສົງໄສ ທີ່ອາດເປັນບັນຊີມ້າ ແຕ່ມາຮອດປັດຈຸບັນ ຍັງພົບການໂອນເງິນ ຜ່ານບັນຊີມ້າ ທີ່ອອກໂດຍ ສະຖາບັນການເງິນ ຢູ່ໄທ.
ໃນວັນທີ 12 ກຸມພາ 2025 ເຈົ້າໜ້າທີ່ຕໍາຫຼວດໄທ ບຸກຈັບເຄື່ອຂ່າຍ ຫວຍລາວອອນລາຍ ຈໍານວນ 4 ຄົນ ເຊິ່ງເປັນຜູ້ຮັບປະໂຫຍດ ຈາກຄົນກົດເງິນ ແລະບັນຊີມ້າ ພ້ອມຂອງກາງ ເປັນຕົ້ນ ຄອມພິວເຕີ້, ປຶ້ມບັນຊີທະນາຄານ, ບັດກົດເງິນສົດ ຫຼື ATM ທີ່ຄາດວ່າ ຈະໃຊ້ໃນການກະທໍາຄວາມຜິດ.
ໃນເບື້ອງຕົ້ນ ໄດ້ແຈ້ງຂໍ້ຫາ ໃນຄວາມຜິດຮ່ວມກັນ ຈັດໃຫ້ມີການຫຼິ້ນການພະນັນອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ ແລະ ຮ່ວມກັນ ກະທໍາຄວາມຜິດ ຖານຟອກເງິນ.
ບັນຊີມ້າ ຖືກໃຊ້ເປັນເຄື່ອງມື ໃນການຟອກເງິນ ຂອງກຸ່ມອາດຊະຍາກໍາ, ຂະບວນການຄ້າມະນຸດ, ເຄື່ອຂ່າຍຢາເສບຕິດ ແລະ ອາດຊະຍາກໍາຂ້າມຊາດ, ເປັນບັນຊີ ທີ່ມີໄວ້ ເພື່ອປິດບັງ ເສັ້ນທາງການເງິນ ຂອງກຸ່ມມິດສາຊີບ ດ້ວຍການໃຊ້ຊື່ບຸກຄົນອື່ນແທນ ຫຼື ນໍາບັນຊີ ໄປໃຊ້ເຮັດທຸລະກໍາ ເພື່ອກະທໍາຄວາມຜິດສະເພາະ, ອີງຕາມການລາຍງານ ຂອງກອງບັນຊາການຕໍາຫຼວດ ສືບສວນ-ສອບສວນ ອາດຊະຍາກໍາ ທາງເຕັກໂນໂລຊີ ຂອງໄທ.
ຂະນະທີ່ ທະນາຄານ ໃນການຄຸ້ມຄອງ ຂອງລັດຖະບານລາວ ກໍເຄີຍອອກແຈ້ງເຕືອນ ວ່າ ການຮັບຈ້າງ ຫຼື ຍິນຍອມ ໃຫ້ບຸກຄົນອື່ນ ເອົາບັນຊີທະນາຄານ, ບັດ ATM ແລະ ແອັບທະນາຄານ ໄປນໍາໃຊ້ ໃນການກະທໍາຜິດ ກົດໝາຍຂອງລາວ ທ່ານອາດຕົກເປັນ ຜູ້ສົມຮູ້ຮ່ວມຄິດ, ຜູ້ໃຫ້ການສະໜັບສະໜູນ ແລະ ຜູ້ຟອກເງິນ.