ປັດຈຸບັນ ຄົນລາວຫລາຍຄົນ ເສັຍຫາຍຍ້ອນໄດ້ຝາກເງິນລົງທຶນ ຜ່ານທາງແອບພລິເຄຊັນ ນໍາທຸຣະກິຈເຄື່ອຂ່າຍ 2 ບໍຣິສັດ ທີ່ມີຊື່ວ່າ JN Rich Group ແລະ Third Credit ຢູ່ປະເທດໄທຍ, ແຕ່ແລ້ວບໍ່ໄດ້ເງິນຄືນ ທັງເງິນລົງທຶນ ແລະເງິນຄ່າຜົລຕອບແທນ, ອີງຕາມຂໍ້ມູນຈາກເຟສບຸກຄ໌ເພຈ Survive-ສາຍໄໝຕ້ອງລອດ.
ຄົນລາວຜູ້ນຶ່ງ ທີ່ເຄີຍປະສົບກັບບັນຫາ ທີ່ວ່ານີ້ເວົ້າວ່າ ມີຄົນລາວ ແລະຄົນໄທຍຫລາຍຄົນ ຖືກຕົວະ, ບໍ່ສາມາດ ເຂົ້າແອບພລິເຄຊັນນັ້ນໄດ້ອີກ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 28 ທັນວານີ້ວ່າ:
" ຂ້ອຍກະໄປລົງຫັ້ນແຫລະ ແຕ່ວ່າມັນກະເສັຽໄປ ບາດນີ້ເພິ່ນກະວ່າວັນທີ 1 ເພິ່ນວ່າຊິເປີດຄືນ ລໍຖ້າຟັງຢູ່ວ່າຍ້າຍຂໍ້ມູນຫຍັງບໍ່ ເພິ່ນແຈ້ງມາແຕ່ວ່າມັນກະຊິຖອນເງິນບໍ່ໄດ້ແຫລະ ກະຫລາຍຫັ້ນແຫລະ ຄົນໄທຍຄົນລາວທີ່ວ່າໄປລົງທຶນ. "
ຄົນລາວນາງນຶ່ງ ເວົ້າວ່າ ກ່ອນໜ້ານີ້ ນາງກໍເຄີຍເຫັນນາຍໜ້າຊັກຊວນ ໃຫ້ຄົນລາວໄປລົງທຶນນໍາທຸຣະກິຈເຄືອຂ່າຍທີ່ວ່ານັ້ນ ແຕ່ນາງບໍ່ສົນໃຈ ຍ້ອນເຫັນວ່າໃຫ້ເປີເຊັນຫລາຍເກີນເຫດ, ໄລຍະທີ່ຜ່ານມາກໍມີຂ່າວຕົວະເອົາເງິນຄົນຢູ່ເລື້ອຍໆ.
" ທີ່ວ່າເອົາເປີເຊັນອີ່ຫຍັງຫັ້ນ ເກີດຫລາຍປີທີ່ຜ່ານມາແລ້ວ ແລ້ວກະຫລາຍບໍຣິສັດ ຄວາມໝາຍວ່າເຂົາຈະຫາເງິນຕາມຄວາມໂລບ ຂອງຄົນເດ໋ ເປີເຊັນມັນກະເກີນເຫດ ຕົວຢ່າງ 30%, 40% ເກີນເຫດກະຕ້ອງສຶກສາ ຂໍ້ມູນກ່ອນ ກ່ອນຊິເຮັດຫຍັງຫັ້ນນ່າສໍາລັບເຮົາ. "
ນັກວິຊາການດ້ານການເງິນ ແລະການລົງທຶນທ່ານນຶ່ງເວົ້າວ່າ ນອກຈາກທຸຣະກິຈເຄືອຂ່າຍຂອງ 2 ບໍຣິສັດດັ່ງກ່າວນັ້ນແລ້ວ ໃນໄລຍະທີ່ຜ່ານມາກໍມີຫລາຍບໍຣິສັດ ແບບດຽວກັນນັ້ນຕົວະໃຫ້ຄົນລາວຝາກເງິນລົງທຶນນໍາ ແລ້ວປິດບໍຣິສັດຫລົບໜີໄປ ຊຶ່ງທ່ານກໍພະຍາຍາມເຮັດໃຫ້ຄົນ ມີສະຕິຕໍ່ກັບເຣື່ອງທີ່ວ່ານີ້ ຜ່ານສື່ສັງຄົມອອນລາຍ ຍ້ອນເຫັນວ່າ ໄລຍະນີ້ບັນຫາດັ່ງກ່າວເຣີ່ມຣະບາດອີກແລ້ວ.
" ອັນນີ້ກະມີຫລາຍຢູ່ຫັ້ນນ່າ ຊ່ວງນີ້ກະເຣີ່ມຣະບາດ ເຮົາກະພະຍາຍາມລົງຄວາມຮູ້ໂຕນີ້ ແຕ່ວ່າກະຄືວ່າຫັ້ນແຫລະ ຄັນຄົນມີຄວາມໂລບກະຄືຊິລົງໄປ ເຮົາພະຍາຍາມໃຫ້ຄວາມຮູ້ ຂະເຈົ້າຫັ້ນແຫລະວ່າ ການລົງທຶນມີຄວາມສ່ຽງ ບໍ່ມີຜົນຕອບແທນທີ່ແນ່ນອນ. "
ປັດຈຸບັນ ເຄື່ອຂ່າຍເຟສບຸກເພຈ Survive-ສາຍໄໝຕ້ອງລອດ ພະຍາຍາມຮິບໂຮມຂໍ້ມູນ ຈາກຜູ້ເສັຍຫາຍ ຊຶ່ງຂະນະນີ້ມີບໍ່ຕໍ່າກວ່າ 10,000 ຄົນແລ້ວ ເພື່ອນໍາໄປແຈ້ງຄວາມ ຕໍ່ພາກສ່ວນທີ່ກ່ຽວຂ້ອງໃນປະເທດໄທຍ.
ດັ່ງທີ່ທ່ານ ເອກພົບ ເຫລືອງປຣະເສີດ ຜູ້ກໍ່ຕັ້ງເຟສບຸກຄ໌ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ທັນວານີ້ວ່າ:
“ຜູ້ເສັຍຫາຍມີຮອດຫລັກໝື່ນແລ້ວ ໄປຕວົະຮອດຝັ່ງລາວພຸ້ນ ເຮັດໃຫ້ຊາວລາວຕົກເປັນຜູ້ເສັຍຫາຍນໍາດ້ວຍ ຊຶ່ງທາງພວກເຮົາ ກໍາລັງຮິບໂຮມຂໍ້ມູນຢູ່ ແຕ່ເຖິງຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີການອາຍັດເງິນ ຂອງບໍຣິສັດດັ່ງກ່າວໄວ້ກ່ອນ ເພື່ອວ່າພາຍຫລັງຈາກການຜ່ານການຕໍ່ສູ້ ຄະດີໃນຊັ້ນສານແລ້ວ ກໍຈະມີເງິນສໍາລັບຄືນ ໃຫ້ແກ່ຜູ້ເສັຍຫາຍ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຫລາຍພາກສ່ວນໃນລາວ ແຕ່ບໍ່ມີພາກສ່ວນໃດຮູ້ແບບ ເປັນທາງການ ແລະບໍ່ໄດ້ແຈ້ງເຕືອນໃຫ້ຄົນຮູ້.
ແຕ່ເຖິງຢ່າງໃດກໍຕາມ ນັກກົດໝາຍລາວທ່ານນຶ່ງກໍເວົ້າວ່າ ຜູ້ທີ່ຮູ້ວ່າ ຕົນຕົກເປັນຜູ້ເສັຍຫາຍ ຈາກທຸຣະກິຈເຄືອຂ່າຍດັ່ງກ່າວ ສາມາດນໍາເອົາຫລັກຖານ ການໂອນເງິນນັ້ນໄປແຈ້ງຄວາມ ຕໍ່ຫ້ອງການຕໍາຣວດປ້ອງກັນຄວາມສງົບ ເພື່ອໃຫ້ເພິ່ນຮິບໂຮມຂໍ້ມູນ ແລ້ວສົ່ງໄປໃຫ້ເຈົ້າໜ້າທີ່ ຕໍາຣວດໄທຍ.
" ໂອນເງິນຈະເປັນການຊື້ສິນຄ້າ ຫລືວ່າສິ່ງໃດນຶ່ງທີ່ວ່າຜູ້ກ່ຽວ ມີຫລັກຖານໃນການໂອນເງິນ ຕ້ອງໄດ້ປະສານກັບເຈົ້າໜ້າທີ່ ຜູ້ກ່ຽວຂ້ອງເຮັດໜັງສື ສເນີເນາະ ຜ່ານທາງລາວແລ້ວໄປຊອກ ການຮ່ວມມືນໍາເຈົ້າໜ້າທີ່ທີ່ຢູ່ຝັ່ງໄທຍ ກ່ຽວກັບເຣື່ອງການພົວພັນລະຫວ່າງ ລາວ-ໄທຍ ມັນມີສົນທິສັນຍາ ການຮ່ວມມືທາງອາຍາ ແລະທາງແພ່ງ. "
ທຸຣະກິຈເຄືອຂ່າຍຂອງບໍຣິສັດ JN Rich Group ແລະບໍຣິສັດ Third Credit ຢູ່ປະເທດໄທຍ ໂຄສະນາ ຫາຜູ້ຮ່ວມຝາກເງິນລົງທຶນ ທາງສື່ສັງຄົມອອນລາຍນ໌ ປະເພດຕ່າງໆ ໂດຍເວົ້າວ່າຈະໄດ້ເງິນຄ່າຜົລຕອບແທນດີ, ຝາກຫລາຍກໍຍິ່ງຈະໄດ້ຮັບຜົລຕອບແທນຫລາຍ.
ມີຣາຍງານວ່າ 2 ບໍຣິສັດດັ່ງກ່າວ ທີ່ມີສໍານັກງານໃຫຍ່ ຢູ່ປະເທດໄທຍ ຊຶ່ງໄດ້ປິດໄປແລ້ວ ແລະພວກບໍຣິຫານຂອງ 2 ບໍຣິສັດນີ້ກໍໄດ້ຫລົບໜີໄປ. ພວກທີ່ເສັຍຫາຍ ບໍ່ສາມາດເຂົ້າໄປເບິ່ງຂໍ້ມູນ ໃນແອບພລິເຄຊັນນັ້ນໄດ້, ແຕ່ກໍມີການຮວມຕົວກັນ ທາງສື່ສັງຄົມອອນລາຍນ໌ ເພື່ອປຶກສາຫາລືກັນ ກ່ຽວກັບການແຈ້ງຄວາມ ດໍາເນີນຄະດີກັບບໍຣິສັດນັ້ນ.
ເມື່ອກ່ອນໜ້ານີ້ ກໍເຄີຍມີຄົນລາວຫລາຍຄົນ ໄດ້ຕົກເປັນເຫຍື່ອ ຂອງທຸຣະກິຈເຄື່ອຂ່າຍຕ່າງໆມາແລ້ວ ເປັນຕົ້ນບໍຣິສັດ HSBC Wealth ເມື່ອປີ 2021 ແລະບໍຣິສັດ Shopping online by Fingo ເມື່ອປີ 2020 ຊຶ່ງມີຄົນລາວ ທີ່ເປັນຜູ້ເສັຍຫາຍບໍ່ຕໍ່າກວ່າ 1 ແສນຄົນ. ແຕ່ຈົນມາເຖິງປັດຈຸບັນ ຄະດີນັ້ນກໍບໍ່ມີຄວາມຄືບໜ້າແຕ່ຢ່າງໃດ.