ຣັຖບານລາວຈະປະມູນໄມ້ ຍຶດໄດ້

ໄມຊູລີ
2016.11.29
F-Logs ຣົດໄມ້ຊາວວຽດນາມ ບໍ່ສາມາດແກ່ໄປ ດ່ານນໍ້າພາວ ແຂວງບໍຣິຄຳໄຊໄດ້ ເລີຍເອົາໄປຝາກໄວ້ ກັບໂຮງເລື່ອຍໂຊກໄຊ ບ້ານທົ່ງໃຫ່ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ພາບຖ່າຍ 6/6/2016 ເວລາ 4:45 ໂມງແລງ
Citizen Journalist

ແຂວງຄຳມ່ວນ ແລະ ແຂວງບໍຣິຄຳໄຊ ກຳລັງກວດກາ ໄມ້ ທີ່ຍຶດໄດ້ ເພືຶ່ອ ເປີດປະມູນຂາຍ ໃນມໍ່ໆນີ້. ຕາມຄຳສັ່ງ ຂອງ ຣັຖບາລລາວ ທີ່ໃຫ້ທຸກແຂວງ ໃນ ທົ່ວປະເທສ ປະມູນຂາຍໄມ້ ທີ່ຍຶດໄດ້ ເພື່ອ ນຳຣາຍໄດ້ ເຂົ້າຣັຖ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຄຳມ່ວນ ຜູ້ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 28 ພຶສຈິກາ ນີ້:

"ດຽວນີ້ຍັງບໍ່ໄດ້ ປະເມີນຂາຍ ກຽມຄວາມພ້ອມຢູ່ ແຕ່ວ່າມີຫຼາຍ ລາຍການ ປະເພດໄມ້ ຫຼາຍໆ ກໍລັງເຮັດ ແຈ້ງການ ຖ້າວ່າຢາກ ເຂົ້າຮ່ວມ ປະມູນ ພວກເຮົາ ຈະຂາຍຂອງ ໃຫ້ ປະມານ ຕົ້ນໆກາງເດືອນ ນີ້ແຫຼະ ປະມານ ບໍ່ເກີນວັນທີ 10 ກຳລັງ ກະກຽມ ຄວາມພ້ອມ ຢູ່ບໍ່ເກີນນີ້ ດອກ ບໍ່ເກີນວັນທີ 10 ເດືອນ ໜ້າ".

ທ່ານກ່າວຕໍ່ໄປວ່າ ທີ່ຜ່ານມາ ໄມ້ທີ່ຍຶດໄດ້ ຢູ່ແຂວງຄຳມ່ວນ ມີຫຼາຍຊນິດ ມີທັງໄມ້ເນື້ອແຂງ ແລະໄມ້ປະສົມ. ໄມ້ ຈຳນວນນຶ່ງ ທີ່ ຈະເປີດ ໃຫ້ປະມູນ ແມ່ນໄມ້ຍາງ. ສ່ວນໄມ້ ຊນິດອື່ນນັ້ນ ຕອນນີ້ ຍັງເປີດເຜີຍ ບໍ່ທັນໄດ້ ວ່າຈະມີການ ເປີດໃຫ້ ປະມູນ ໄດ້ ເມື່ອໃດ ຍ້ອນວ່າຍັງ ກຳລັງກວດກາ ເພື່ອແຈ້ງໃຫ້ ທາງສູນກາງ ຊາບ. ສຳລັບ ຢູ່ແຂວງ ບໍຣິຄຳໄຊ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍເວົ້າວ່າ ທາງແຂວງ ຈະເປີດໃຫ້ ມີການ ປະມູນໄມ້ ເຊັ່ນກັນ ຊຶ່ງ ອາຈແມ່ນອີກ 2 ເດືອນ ຍ້ອນໄມ້ນັ້ນ ຍັງມີ ບັນຫາ ທີ່ກ່ຽວຂ້ອງ ກັບ ຄະດີ ຢູ່:

"ປະມານອີກຈັກ ເດືອນ 2 ເດືອນ ພຸ້ນລະ ຈະມີການເປີດ ການປະມູນ ເພາະວ່າດຽວນີ້ ໄມ້ ທີ່ມີຢູ່ໃນ ແຂວງ ບໍຣິຄຳໄຊ ກໍມີໄມ້ ເນື້ອແຂງ ໄມ້ຫວງຫ້າມ ປະມູນ ໄມ້ນະ ສ່ວນຫຼາຍ ຈະເປັນປະເພດ ໄມ້ ຫວງຫ້າມ ໄມ້ໂລ່ງເລ່ງ ນະ ທາງ ເພິ່ນວ່າ ຍັງລໍຖ້າ ການ ສະສາງ ຄະດີ ຍັງບໍ່ສຳເລັດ ເທື່ອຫັ້ນນະ ໄມ້ ທີ່ທາງຣັຖ ໄດ້ຍຶດ ບຸກຄົນ ທີ່ເຂົ້າໄປ ບໍ່ຖືກຕ້ອງ ຕາມຣະບຽບ ກົດໝາຍນະ".

ກ່ຽວກັບເຣຶ່ອງ ການປະມູນ ຂາຍໄມ້ ທີ່ວ່ານັ້ນ ປະຊາຊົນລາວ ຈໍານວນນຶ່ງ ມີຄໍາເຫັນ ຜ່ານທາງ Facebook Tholakhong ວ່າ: ຢາກໃຫ້ ທາງການນໍາ ໄປສ້າງ ບ້ານເຮືອນ ໃຫ້ ປະຊາຊົນ ຜູ້ທຸກຍາກ ຫລື ສ້າງໂຮງຮຽນ “ໄມ້ເມືອງລາວ ຫຼວງຫຼາຍ ພາຍມາກ ຄັນ ບໍຣິຫານ ຈັດການດີໆ ໂຮງຮຽນ ທົ່ວປະເທດ ກໍຈະໄດ້ ຫລັງຈົບໆງາມໆ ທົ່ວປະເທດ, ອັນນີ້ສົ່ງໄມ້ ທ່ອນ ອອກຂາຍ, ສົ່ງໄມ້ຕັບ ອອກຂາຍ, ບາດບ້ານໂຕເອງ, ປະເທດ ໂຕເອງ ປະຊາຊົນ ທຸກ ສິຕາຍ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.