ທາງຣົຖໄຟ ລາວ-ຈີນ ບໍ່ສາມາດ ສ້າງລາຍຮັບ ມາໃຊ້ໜີ້ໄດ້

ອຸ່ນແກ້ວ
2022.09.23
Share on WhatsApp
Share on WhatsApp
ທາງຣົຖໄຟ ລາວ-ຈີນ ບໍ່ສາມາດ ສ້າງລາຍຮັບ ມາໃຊ້ໜີ້ໄດ້ ຣົຖໄຟລາວ-ຈີນ ກຳລັງຈອດຮັບ-ສົ່ງຜູ້ໂດຍສານ ທີ່ສະຖານີ ຫຼວງພຣະບາງ, ວັນທີ 31 ເດືອນສິງ ປີ 2022.
RFA

ປະ​ເທດລາວ ໄດ້ລົງທຶນໃສ່​​ໂຄງການ ທາງຣົໄຟລາວ-ຈີນ ໃນອັດຣາສ່ວນ 30% ຂອງມູນຄ່າໂຄການທັງໝົດ ປະມານ 6 ຕື້ ໂດລ້າຣ໌ສະຫະຣັຖ ໃນນະທີ່ ຈີນ ຖືກຮຸ້ນ​ 70% ຕາມສັດສ່ວນ.

ເງິນ​ທີ່ຣັບານລາວ ເອົາມາລົງທຶນ ໃສ່ໂຄງການທາງຣົໄຟ ລາວ-ຈີນ ໃນອັດຣາສ່ວນ 30%, ສ່ວນຫຼາຍເປັນເງິນກູ້ຢືມ ຈາກຈີນ ຊຶ່ງຄິດເປັນມູນຄ່າປະມານ 1.5 ຕື້ໂດລ້າຣ໌ ບວກໃສ່ກັບເງິນ ງົປະມານຈຳປີຂອງຣັບານລາວ 250 ລ້ານໂດລ້າຣ໌.

ໜີ້​ສິນ​ 1.5 ຕື້ ໂດລ້າຣ໌ ທີ່ຣັບານລາວ ກູ້ຢືມມາສ້າງທາງຣົໄຟ ລາວ-ຈີນ ດັ່ງກ່າວນັ້ນ ຣັບານບໍ່ສາມາດ ທີ່ຈະໃຊ້ແທນໄດ້ ຍ້ອນວ່າ ໂຄງການຣົໄຟ ລາວ-ຈີນ ບໍ່ສາມາດທີ່ສ້າງຜົກຳໄລໂດຍຕຣົງ ເພື່ອມາໃຊ້ໜີ້ໄດ້

ເຈົ້າ​ໜ້າທີ່ ທ່າງການລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ບໍ່ໄດ້ລະ ຕາມກຳນົດທີ່ເວົ້ານີ້ ບໍ່ໄດ້ລະ. ເອີ! ​ປີນີ້ເດີ ຊິໃຊ້ວ່າ ຕື້ໂດລ້າຣ໌ ນີ້ ຊິໃຊ້ໂອຍາກໆ ໄດ້ເຄິ່ງນຶ່ງກໍຍັງບຸນລະ.”

ໃນ​ສາຍຕາ ຂອງນັກວິຊາການ ຕ່າງປະເທດແລ້ວ, ມັນເປັນໄປໄດ້ຍາກ ທີ່ໂຄງການທາງຣົໄຟ ຈະສ້າງຜົກຳໄລມາ ໃຊ້ໜີ້ແທນຄືນໄດ້.

ດຣ.​ Keith Barney ນັກປະຖະກາຖາ ອາວຸໂສ ຈາກມະຫາວິທຍາໄລ ແຫ່ງຊາຕ ອອສເຕຣເລັຍ ຜູ້ທີ່ຕິດຕາມເຣື່ອງ ສະພາບການໃນລາວ ມາຫຼາຍປີ ໄດ້​ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ບໍ່ມີຄວາມໂປ່ງໄສ ຢູ່ໃນບໍຣິສັດ ຮ່ວມທຶນຣົໄຟ ລາວ-ຈີນ ມາເຖິງປັດຈຸບັນ ສະນັ້ນ ຈຶ່ງເວົ້າໄດ້ຍາກ ວ່າ ບໍຣິສັດ ດັ່ງກ່າວຈະເອົາຜົກໍໄລມາຈາກໃສ.”

ຣັ​ບານລາວ ແລະ ຈີນ ໄດ້ສ້າງຕັ້ງ ບໍຣິສັດ ຮ່ວມທຶນຣົໄຟລາວ-ຈີນ ໂດຍມີມູນຄ່າປະມານ 1 ຕື້ໂດລ້າຣ໌ ປາຍ ໃນ​ນັ້ນປະເທດລາວ ໄດ້ຢືມເງິນ 480 ລ້ານໂດລ້າຣ໌ ມາຮ່ວມທຶນໃນບໍຣິສັດດັ່ງກ່າວ ໂດຍມີໄລຍະເວພັກໜີ້ 5 ປີ. 

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ຍັງກ່າວຕື່ມວ່າ:

ມີ​​ລິຕະພັນທາງເສກິຈ ທີ່ກວ້າງຂວາງ ຈາກໂຄງການຣົດັ່ງກ່າວ ໃນຮູບແບບການນັບນູນກິກັມທາງເສກິຈ ແລະ ການເຕີບໂຕທາງເສກິຈ ທີ່ກວ້າງຂວາງ ເຊິ່ງມັນບໍ່ໃຫ້ຜົລກຳໄລຫຍັງໂດຍກົງໃຫ້ແກ່ ບໍຣິສັດຮ່ວທຶນຣົໄຟ ລາວ-ຈີນ, ແຕ່ ມັນພຽງສາມາດຊ່ວຍ ຣັບາລາວ ຜ່ານການເກັບພາສີ ແລະ ລາຍຮັບເທົ່ານັ້ນ.”

ສະ​ພາບການຣະບາດ ຂອງໂຄວິດ-19 ແລະ ບັນຫາສົງຄາມ ກາຍເປັນປັດໄຈ ທີ່ເຮັດໃຫ້ລາວ ບໍ່ສາມາດໃຊ້ໜີ້ໄດ້ຕາມກຳນົດເວລາ

ນັກ​ທຸຣະກິຈ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຕາມເບິ່ງນີ້ ກະຄືຊິບໍ່ເປັນໄປຕາມແຜນ ບໍ່ເປັນຕາມແຜນ ເພາະວ່າ ພິດໂຄວິດລະຍັງບໍ່ແລ້ວ ແລະ ພິດສົງຄາມ ກໍ່ມັນຊິບໍ່ເປັນໄປຕາມແຜນ ເພາະສະນັ້ນ ຄົນສ່ວນໃຫຍ່ທົ່ວໂລກ ຕ້ອງເຊບໂຕເອງ ນັ້ນກະຄືເງິນຫາຍາກ ທົ່ວໂລກເກີດສະພາວະເງິນເຟີ, ເງິນຝືດ.”

ສະ​ນັ້ນ ຍັງບໍ່ທັນມີການປະເມີນຜົໄດ້ຮັບທາງເສກິຈຂອງທາງຣົໄຟ. ມີຂ່າວທາງບວກກ່ຽວກັບຄວາມຕ້ອງການໃຊ້ບໍຣິການທາງຣົໄຟ ແຕ່ນັກວິຊາການເຫັນວ່າ ຕ້ອງລໍຖ້າຂໍ້ມູນ ອອກມາເພີ່ມເຕີມ ກ່ອນທີ່ຈະມາດປະເມີນຜົໄດ້ຮັບ ຢ່າງເຕັມທີ່.    

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ກ່າວວ່າ:

ເຖິງຢ່າງໃດກໍຕາມ, ພວກເຮົາສາມາດເຫັນໄດ້ວ່າ ປະເທດລາວຕົກຢູ່ໃນສະພາບຄວາມຫຍຸ້ງຍາກທາງການເງິນ ຈາກບັນຫາໜີ້ສິນໃນຫຼາຍປີຜ່ານມາ. ຄືດັ່ງ​​ທີ່ທ່ານຮູ້ ປະເທດລາວ ຈະຕ້ອງໃຊ້ໜີ້ ມູນຄ່າປະມານ 1 ຕື້ ໂດລ້າຣ໌ ຕໍ່ປີ ບັບແຕ່ນີ້ ຈົນຮອດປີ 2025.”

ແຕ່ ​ເດືອນມິຖຸນາ ຫາເດືອນ ສິງຫາ, ທະນາຄານແຫ່ງ ສປປ ລາວ ໄດ້ອອກພັທະບັດ ຢູ່ລາດພາຍໃນ ມູນຄ່າ 4,000 ຕື້ກີບ, ປະມານ 260 ລ້ານໂດລ້າຣ໌ ຈາກມູນຄ່າທີ່ຣັຕັ້ງເປົ້າໄວ້ 5,000 ຕື້ກີບໂດຍ ໃຫ້ດອກເບັ້ຽ 20% ​ຕໍ່ປີ ໃນເວລາດຽວກັນ ອັດຣາເງິນເຟີ ໃນເດືອນສິງຫາ ສູງເຖິງ 30%, ແລະ ອັດຣາແລກປ່ຽກີບ ກັບເງິນໂດລ້າຣ໌ ໃນຫຼາຍອາທິດຜ່ານມາ ຢູ່ທີ່ປະມານ 16,000 ກີບ ຕໍ່ໂດລ້າຣ໌ ອີງຕາມຂໍ້ມູນ ຈາກທາງການລາວ.  

ເມື່ອບໍ່​ດົນມານີ້ ນັກວິຈານໃຫ້ຂໍ້ຄິດເຫັນວ່າ ປະເທດຈີນຈະບໍ່ປ່ອຍໃຫ້ປະເທດລາວ ປະສົບບັນຫາການຜິດນັດການຈ່າຍໜີ້, ແລະ ການຈ່າຍໜີ້ໃຫ້ຈີນຈະຖືກເລື່ອນອອກໄປ.  

ຕໍ່​ບັນຫາດັ່ງກ່າວ, ດຣ.​ Keith Barney ນັກປະຖະກາຖາອາວຸໂສ ໃຫ້ຄຳເຫັນວ່າ:

ນີ້ອາເປັນຄວາມຈິງ ແຕ່ວ່າ ບໍ່ແມ່ນຈະເປັນການເລື່ອນຊຳລະໜີ້ສິນກັບເຈົ້າໜີ້ທັງໝົດ. ນີ້ ຈະອາຊ່ວຍແບ່ງເປົາບັນຫາ ທາງດ້ານເສກິຈ ແລະ ການເງິນໃຫ້ແກ່ລາວ.”  

ທີ່ຜ່ານມາ, ຣັບານລາວ ໄດ້ການຂາຍຮຸ້ນ 90 ເປີເຊັນບໍຣິສັດສາຍສົ່ງໄຟຟ້າ ທີ່ເປັນຂອງ ບໍຣິສັດ ຣັຖວິສາຫະກິໄຟຟ້າລາວ ໃຫ້ບໍຣິສັດຈີນ, ມີການຂາຍ ຮຸ້ນທະນາຄານພັນາລາວ 70% ໃຫ້​ບໍຣິສັດຈະເລີນເຊກອງ, ຂາຍຮຸ້ນຂອງບໍຣິສັດ ຜລິຕ-​ໄຟຟ້າ​​ລາວ ມະຫາຊົນ 25% ໃຫ້ ບໍ​ຣິສັດ ພົງຊັບທະວີ, ແລະ ຫັນປ່ຽນເຂື່ອນນ້ຳງື່ມ 3 ທີ່ເປັນຂອງ ບໍຣິສັດຣັຖວິສາຫະກິຈ ໄຟຟ້າລາວ ໄປເປັນຂອງເອກຊົນ ນັກລົງທຶນໄທ, ປັດຈຸບັນ ກໍມີຣາຍງານວ່າ ເຂື່ອນໄຟຟ້ານ້ຳງື່ມ 4 ໃກ້ຈະສ້າງສຳເຣັດແລ້ວ ແລະ ຈະໂອນໃຫ້ເປັນຂອງເອຊົນ ອີງຕາມຂໍ້ມູນຈາກ ດຣ.​ Keith Barney.      

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ກ່າວຕື່ມວ່າ:

ເງິນກີບອ່ອນຄ່າ, ເງິນໂດລ້າຣ໌ແຂງຄ່າ, ແລະ ອັດຣາດອກເບັ້ຽໃນທົ່ວໂລກສູງຂຶ້ນ ນັ້ນຍັງຄົງຈະສືບຕໍ່ກົດດັນສະພາບໜີ້ສິນ ຂອງປະເທດລາວ. ໃນຂະນະທີ່ ບັນຫາໂຄວິດຫາກໍ່ຜ່ານໄປ ແລະ ການກັບມາຂອງນັກທ່ອງທ່ຽວ ຈະຊ່ວຍໄດ້ຫຼາຍ ໃນການຟື້ນຟູເສກິ, ແຕ່ຂ້າພະເຈົ້າບໍ່ແນ່ໃຈວ່າ ປະເທດລາວຈະສາມາດ ແກ້ໄຂບັນຫາ ທາງດ້ານການເງິນ ໂດຍບໍ່ມີ ການນັບສນູນ ຫັນປ່ຽນຮູບແບບການໃຊ້ໜີ້.”

ເຈົ້າ​ໜ້າທີ່ ທາງການລາວ ໄດ້ເອົາບໍ່ແຮ່ ຄ້ຳປະກັນ ໃນການຢືມເງິນ ມາເຮັດໂຄງການ ທາງຣົໄຟລາວ-ຈີນ.

ທ່ານ ສົມ​ສະຫວາດ ເລັ່ງສະຫວັດ ອະດີຮອງນາຍົກຣັຣີ ຂອງລາວ ເຄີຍກ່າວຢູ່ໃນກອງປະຊຸມສະພາແຫ່ງຊາຕ ກ່ອນທີ່ຈະເຣີ່ມໂຄງການ ທາງຣົໄຟ ລາວ-ຈີນວ່າ:

ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດ ຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບຈາກມັນ ພວກເຮົາຈະບໍ່ມີບັນຫາໃນການໃຊ້ໜີ້ຄືນພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.​

ແຕ່​ຣັບານລາວ ກໍປະຕິເສດເຣື່ອງທີ່ລາວຕົກເປັນໜີ້ຈີນ ໃນໂຄງການທາງຣົໄຟ ລາວ-ຈີນ.

ທ່ານ ພັນ​ຄຳ ວິພາວັນ ນາຍົກຣັມົນຣີ ກ່າວ ໃນເດືອນທັນວາ 2021 ຕອນນຶ່ງວ່າ:

ຂັ້ນມີຜູ້ມາໂຈມຕີ ເວົ້າລະວ່າ ລາວເຮົາເປັນໜີ້ສິນຂອງຈີນຫຼາຍ ຍ້ອນທາງຣົໄຟ ມັນບໍ່ແມ່ນ ຜູ້ທີ່ຕິດໜີ້ລະແມ່ນ ບໍຣິສັດ ທາງຣົໄຟ ລາວ-ຈີນ ກະໝາຍຄວາມວ່າ ແມ່ນບໍຣິສັດ ເປັນຜູ່ຕິດໜີ້ ບໍຣິສັດ ຈະເປັນຜູ້ຫາເງິນມາເພື່ອໃຊ້ໜີ້ ໂດຍການອູ້ມຊູ ຍູ້ໜູນຂອງຣັບານ ລາວ-ຈີນ.” 

ແຕ່ປະ​ຊາຊົນ ບາງຄົນກໍມີຊີວິຕ ການເປັນຢູ່ ປ່ຽນແປງໄປ ຫຼັງຈາກທີ່ເຂົາເຈົ້າ ເສັຽທີ່ດິນໃຫ້ໂຄງ ການທາງຣົໄຟ ລາວ-ຈີນ.

ບາງ​ຄົນ ຈາກທີ່ເຄີຍເຮັດນາໄດ້ເຂົ້າກິນ ປີລະ ​90 ເປົ໋າປ່ານ ຄິດເປັນມູນຄ່າ ເກືອບ 30 ລ້ານ ກີບ ຕໍ່ປີ, ແຕ່ຫຼັງຈາກເສັຽທີ່ດິນໄປແລ້ວ ເຂົາເຈົ້າກໍບໍ່ສາມາດຫາລາຍໄດ້ຫຍັງໄດ້ເລີຍ.

ຊາວ​ນະຄອນຫລວງວຽງຈັນ ທ່ານນຶ່ງທີ່ເສັຽດິນ ໃຫ້ທາງຣົໄຟ ລາວ-ຈີນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ແຕ່ກີ້ດິນເຮົາກະລ້ຽງປູ ລ້ຽງປາ ເຮັດໄຮ່ເຮັດນາກິນ ດຳໄຮ່ດຳນາກິນ ຄືວ່າເຮັດນາສອງຣະດູ ນາປີ ນາແຊງຈັ່ງຊີ້ນ່າ. ນາປີ ນາແຊງ ເຮົາໄດ້ຂາຍເຂົ້າຂາຍນ້ຳ ເສກິຈ ພໍພຽງເຮົາກະມີພໍຢູ່ ພໍກິນເນາະ. ນາແຊງເຮົາກະເຮັດ ນາປີ ເຮົາກະເຮັດ ດິນດຳນ້ຳຊຸ່ມ ດິນທີ່ວ່າ ໂຕເຮົາຖືກໂຄງການຫັ້ນນ່າ ນາປີເຮົາກະໄດ້ 50 ເປົ໋າປ່ານ ນາແຊງເຮົາກະໄດ້ຢູ່ 40 ເປົ໋າປ່ານ ເຮົາກະໄດ້ພໍຢູ່ພໍກິນ ເຮົາບໍ່ໄດ້ເຮັດນາກິນ ເຮົາກະໄປຊື້ເຂົ້າກະໂລມາກິນດຽວນີ້.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.