ຜູ້ເສັຽຫາຍຈາກອາຊຽນເຟສ ໃຫ້ແຈ້ງ ປກສ

ສິດນີ
2017.08.09
Share on WhatsApp
Share on WhatsApp
F-asianface.png ປະຊາຊົນ ທີ່ເຂົ້າມາບໍຣິສັດ ເອຊຽນເຟດສ ເພື່ອຖອນເງິນຝາກລົງທຶນ
RFA/SO

ເຈົ້າຫນ້າທີ່ຕຳຣວດ ຫນ່ວຍສະເພາະກິດ ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ໃຫ້ສະມາຊິກບໍຣິສັດ ອາຊຽນເຟສ ທົ່ວປະເທດ ເຂົ້າມາແຈ້ງ ຄວາມເສັຽຫາຍ ຕໍ່ຫ້ອງການ ປກສ ຢູ່ນະຄອນຫລວງວຽງຈັນ ຫລື ຜູ້ຢູ່ຕ່າງແຂວງ ກໍໃຫ້ໄປແຈ້ງ ຢູ່ຫ້ອງການ ປກສ ແຂວງ ໃຜມັນ. ດັ່ງ ເຈົ້າຫນ້າທີ່ ປກສ ທ່ານນື່ງກ່າວວ່າ:

"ເອີ ເພີ່ນສອບສວນນັ້ນມັນໄດ້ຫມົດແລ້ວ ເພີ່ນຢາກໃຫ້ຜູ້ເສັຽຫາຍ ຜູ້ໃດເສັຽຫາຍ ເງິນຫຼາຍທໍ່ໃດ ໃຫ້ເຂົ້າມາແຈ້ງ ຢາກຮູ້ວ່າຜູ້ໃດເສັຽຫາຍ ປານໃດ ແຕ່ລະຄົນນະເພາະວ່າ ເຮົາກໍບໍ່ຮູ້ເດວ່າ ສອບສວນແລ້ວ ເກັບກູ້ເງິນມາໄດ້ ເຮົາຊີ່ສົ່ງຄືນໃຫ້ຜູ້ໃດ ກໍບໍ່ຮູ້ ຄັນຜູ້ເສັຽຫາຍ ບໍ່ມາຫາ ຂຽນຄຳຮ້ອງມາຫາ ເຂົ້າມາເລີຍ ແລ້ວໃສ່ ຈຳນວນເງິນ ບໍ່ໄດ້ມີ ກຳນົດດອກ ກໍມີຈຳນວນນຶ່ງ ເຂົ້າມາແລ້ວ ດຽວນີ້ກໍມີ ປະມານສີບປາຍ ນີ້ແຫລະ".

ທ່ານກ່າວຕື່ມວ່າ ເຈົ້າຫນ້າທີ່ຕຳຣວດ ຫນ່ວຍສະເພາະກິດໄດ້ສືບສວນ ການດຳເນິນງານຂອງບໍຣິສັດ ອາຊຽນເຟສ ແລະ ທ້າວ ຮຸດ ສຸວັນ ຜູ້ທີ່ເປັນ ເຈົ້າຂອງມາເປັນ ເວລາ 5 ເດືອນ ແລະພົບວ່າ ມີເງິນສະມາຊິກ ເສັຽຫາຍເຖີງ 14 ລ້ານໂດລາ ວ່າງຕົ້ນປີນີ້ ບໍຣິສັດດັ່ງກ່າວ ກໍ ໄດ້ໃຊ້ເງິນຄືນໃຫ້ ກັບສະມາຊິກແດ່ແລ້ວ ແລະສັນຍາ ວ່າຈະຈ່າຍເງິນ ໃຫ້ສະມາຊິກ ຄືນຫມົດ ໃນວັນທີ 27 ມີນາ ຜ່ານມາ ແຕ່ມາຮອດ ປັດຈຸບັນ ສະມາຊິກ ກໍຍັງບໍ່ທັນໄດ້ ຮັບເງິນເທື່ອ.

ຫລັງຈາກການປະກາດດັ່ງກ່າວ ຜູ້ເສັຽຫາຍຫລາຍຄົນ ກໍບອກວ່າຈະໄປ ແຈ້ງການ ຕໍ່ທາງການ ແຕ່ຍັງບໍ່ແນ່ວ່າ ຈະໄດ້ເງິນຄືນຫລືບໍ່. ດັ່ງ ສະມາຊີກ ຄົນນຶ່ງເວົ້າວ່າ:

"ສ່ຽງເນາະ ໂອກາດຄັ້ງນີ້ ຄັ້ງດຽວຖ້າຫມົດໂອກາດ ຄັ້ງນີ້ ເຮົາກໍບໍ່ມີສີດ ສິໄດ້ເງິນແລ້ວ ເພິ່ນໃຫ້ການແຈ້ງການ ແບບນັ້ນ ກໍຕ້ອງໄດ້ ເຮັດຕາມ ຄຳສັ່ງອອກມາແລ້ວ ກໍຕ້ອງເຮັດ ຕາມຂະເຈົ້າ ຜົລສຸດທ້າຍມາ ຖ້າຂະເຈົ້າເຮັດ ບໍ່ໄດ້ແລ້ວ ເຮົາກໍເວົ້າບໍ່ໄດ້".

ບໍຣິສັດ ອາຊຽນເຟສໄດ້ດຳເນີນທຸຣະກິດ ລູກໂສ້ ແລະເຄີຍສ້າງຄວາມເສັຽຫາຍ ໃນປະເທດ ກຳພູຊາ ມາແລ້ວ ເປັນຈຳນວນເງິນ 10 ລ້ານໂດລາ ໃນປີ 2015 ທາງການ ກຳພູຊາ ໄດ້ຫ້າມບໍ່ໃຫ້ ບໍຣິສັດນີ້ ດຳເນີນທຸຣະກິດ ໃນກຳພູຊາ ຮ່ວມທັງຫ້າມ ທ້າວ ຮຸດ ສຸວັນ ເຂົ້າປະເທດ.ກະຊວງອຸດສາຫະກັມ ແລະການຄ້າ ສປປລາວ ກໍໄດ້ຍຶດ ທະບຽນ ໃບອະນຸຍາດ ຂອງ ບໍຣິສັດ ອາຊຽນເຟສ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.