ສປປລາວ ຍັງຈະເປັນ ປະເທດ ດ້ອຍພັທນາ ປີ 2020

ສິດນີ
2018.04.02
F-VT-Sikhay ຖນົນສີໄຄ ນະຄອນຫຼວງວຽງຈັນ
RFA/LX

ອົງການສະຫະປະຊາຊາດ ປະຈຳລາວ ໄດ້ປະກາດໃນມື້ວັນທີ 16 ມິນາ 2018 ຜ່ານມາວ່າ ສປປລາວ ອາດຖືກຖອນ ອອກຈາກບັນຊີ ຣາຍຊື່ ປະເທດດ້ອຍພັທນາ ໄດ້ໃນປີ 2024 ຖ້າຫາກວ່າສາມາດຜ່ານ 2 ໃນ 3 ມາຕຖານການວັດແທກ ຫຼືດັຊນີ ໃນເງື່ອນໄຂທີ່ສຳຄັນ ທີ່ສະຫະປະຊາຊາດວາງໄວ້.

ດັຊນີທີ່ວ່ານັ້ນ ຄືຣາຍໄດ້ສະເລັ່ຍຕໍ່ຫົວຄົນ ຊຶ່ງມາຕຖານຂັ້ນຕ່ຳແມ່ນ 1,230 ໂດລາ ສະຫະຣັຖ ຕໍ່ປີ, ຄວາມກ້າວໜ້າ ທາງດ້ານເສຖກິດ ແລະການພັທນາມະນຸດ, ດັ່ງອັດຕຣາການເສັຽຊີວິດ ຂອງແມ່ແລະເດັກ ການເຂົ້າໂຮງຮຽນ ແລະອື່ນໆ. ດັ່ງເຈົ້າ​ໜ້າ​ທີ່ ສະຫະປະຊາຊາດ ປະຈຳລາວ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 29 ມິນາ ວ່າ: ເປັນເທື່ອທຳອິດທີ່ສປປລາວ ຜ່ານດັຊນີ ຂໍ້ກຳນົດເປົ້າໝາຍ ການອອກຖານະ ເປັນປະເທດດ້ອຍພັທນາ ໄດ້ 2 ດັຊນີ ໃນຈຳນວນ 3 ດັຊນີ. ແຕ່​ກໍພຽງ​ພໍ ທີ່​ຈະ​ເອົາລາຍ​ຊື່ ສ​ປ​ປ​ລາວ​ເຂົ້າ​ໃນ​ການ​ພິ​ຈາ​ຣະ​ຜ່ານ​ໃນ​ປີ 2021.

ຍານາງຍັງບອກອີກວ່າ 3 ປີຜ່ານມາຣັຖບາລລາວ ປະຕິບັດໄດ້ດີຂຶ້ນເລື້ອຍໆ ຣະຫວ່າງປີ 2015 ຫາປີ 2018 ສປປລາວ ສາມາດຜ່ານໄດ້ 2 ດັຊນີ ​ຖ້າ​ລາວ​ສາ​ມາດ​ຢັບ​ຢັ້ງ​ມາ​ຕ​ຖານ​ສອງ​ດັ​ສ​ນີດັ່ງ​ກ່າວ ບໍ່​ໃຫ້​ລຸດ​ລົງ ພາຍ​ໃນ​ປີ 2021 ​ໃນ​ການ​ທົບ​ທວນ​ເທື່ອ​ຫ​ນ້າ, ​ລາວ​ຈະ​ສາ​ມາດ​ຜ່ານ​ໄດ້​ແລະ​ກໍ​ຈະ​ປະ​ກາດ​ເປັນ​ທາງ​ການ​ໃນ​ປີ 2024.

ເຈົ້າຫນ້າທີ່ ສະຫະປະຊາຊາດ ທ່ານນີ້ເວົ້າຕື່ມວ່າ ສອງດັຊນີ ຫລື index ທີ່ ສປປລາວ ສາມາດຜ່ານໄດ້ນັ້ນກໍແມ່ນ HUMAN RESOURCES INDEX  ດັ່ງການເສັຽຊີວິດ ຂອງແມ່ແລະເດັກນ້ອຍ ການເຂົ້າໂຮງຮຽນແລະອື່ນໆແລະ GROSS NATIONAL INCOME PER CAPITA INDEX ດັ່ງຣາຍໄດ້ຮວມຍອດ ຕໍ່ຫົວຄົນຕໍ່ປີ, ແຕ່ສຳລັບ ECONOMIC ASSET INDEX ດັ່ງຄວາມ ຫມັ້ນຄົງ ທາງດ້ານເສຖກິດ ການຜລິດ ແລະການສົ່ງອອກຕ່າງໆ ຍັງບໍ່ສາມາດປະຕິບັດໄດ້.

ແຕ່ຕ້ອງໄດ້ເບິ່ງກັນອີກຕໍ່ໄປວ່າ  ສປປລາວ ຈະຮັກສາມາຕຖານນັ້ນໄວ້ໄດ້ຫລືບໍ່ ພາຍໃນ 3 ປີຂ້າງຫນ້າ ຄືແຕ່ປີ 2018 ຫາປີ 2021 ຖ້າເຮັດໄດ້ ສະຫະປະຊາຊາດ ກໍຈະຖອນລາວ ອອກຈາກກຸ່ມປະເທສ ດ້ອຍພັທນາໃນປີ 2024. ຍານາງ ກ່າວເພີ້ມວ່າ; ຖ້າວ່າພາຍໃນປີ 2021 ສປປລາວ ຖືກຄນະກັມມະການ ພົບວ່າສາມາດຜ່ານ 3 ດັຊນີ ການວັດແທກຂໍ້ກຳນົດ, ສປປລາວ ຈະສາມາດຫລຸດພົ້ນ ຈາກ ຖານະການເປັນ ປະເທດດ້ອຍພັທນາໄດ້ ໃນປີ 2024.

ແຕ່ເຖິງຢ່າງໃດກໍຕາມ ກຸ່ມນັກວິເຄາະເວົ້າວ່າ ເປັນການຍາກທີ່ ສປປລາວ ຈະຫລຸດພົ້ນຈາກຖານະການເປັນ ປະເທດດ້ອຍພັທນາ ໄດ້ໃນປີ 2020 ແລະ 2024 ຍ້ອນວ່າ ຍັງມີຄົນທຸກຍາກຫລາຍ ຢູ່ໃນລາວ ແລະບັນຫາອື່ນໆ ເປັນຕົ້ນ ການເຂົ້າໂຮງຮຽນ ຣາຍໄດ້ຕໍ່ຫົວຄົນ ແລະ ການເສັຽຊີວີດຂ ອງແມ່ຍີງແລະເດັກນ້ອຍ ໃນຍາມຖືພາ ແລະໃນຍາມອອກລູກ ຍັງສູງຢູ່ແລະລາຍໄດ້ຕໍ່ຫົວຄົນ ຍັງຕ່ຳຢູ່, ດັ່ງເຈົ້າຫນ້າທີ່ ພັທນາຊົນນະບົດ ນາງນຶ່ງເວົ້າວ່າ:

"ບາງຄົນເດືອນນຶ່ງບໍ່ໄດ້ຮອດພັນກີບແມ່ນບໍ... ຄິດວ່າເປັນໄປໄດ້ຍາກ ເພາະເວລາເຮົາລົງໄປເຂດທ້ອງຖິ່ນ ຄວາມເຂົ້າໃຈ ຂອງປະຊາຊົນ ມີຄວາມຕ້ອງການອັນນີ້ ແຕ່ຕ້ອງໄດ້ເອື່ອຍອີງໃສ່ວ່າ ຕ້ອງມີທຶນເຂົ້າໄປຊ່ອຍເຫລືອ ຕລອດເຮືອນຊານ ບ້ານຊ່ອງ ປະຊາຊົນຫລາຍໆເຂດ ຍັງເປັນມຸງຫຍ້າຄາ ເຮົາຈະເວົ້າວ່າຫລຸດພົ້ນໄດ້ແນວໃດ ທັ້ງທີ່ຊີວິດຄວາມເປັນຢູ່ ຂະເຈົ້າຍັງບໍ່ດີຂຶ້ນເທື່ອ."

ການທີ່ຈະຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ສປປລາວຕ້ອງໄດ້ຜ່ານ 18 ເງື່ອນໄຂຫລືເປົ້າຫມາຍ ຂອງອົງການ ສະຫະປະຊາຊາດ ຊຶ່ງເງື່ອນໄຂ ຫລືເປົ້າຫມານດັ່ງກ່າວ ຖືກວັດແທກດ້ວຍດັຊນີ ດັ່ງທີ່ກ່າວມາຂ້າງເທິງນັ້ນ.

ເປົ້າຫມາຍສະຫັດສວັດ ແມ່ນຂໍ້ກຳນົດ ຂອງສະຫະປະຊາຊາດ ໃຫ້ປະເທດດ້ອຍພັທນາປະຕິບັດ ທີ່ຮ່ວມດ້ວຍ ສປປລາວ ເພື່ອແກ້ໄຂບັນຫາ ຄວາມທຸກຍາກ ໃນໃນປະເທດຂອງຕົນ ໃນການຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ ໃນໂຄງການ ພັທນາທີ່ຍືນຍົງ ສະຫະປະຊາຊາດ.

ສຳລັບເປົ້າຫມາຍສະຫັດສວັດ ສະຫະປະຊາຊາດຣະຫວ່າງ ປີ 2015-2030 ທີ່ເອິ້ນວ່າ ເປົ້າຫມາຍໃຫມ່ ນັ້ນມີ 17 ເປົ້າຫມາຍ ແຕ່ ສປປລາວ ມີ 18 ຕື່ມອີກນຶ່ງເປົ້າຫມາຍ ແມ່ນການເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນລາວ. ໃນຈຳນວນ 17 ເປົ້າຫມາຍທີ່ ປະເທດດ້ອຍພັທນາ ສະຫະປະຊາຊາດ ຮ່ວມດ້ວຍ ສປປລາວ ຈະຕ້ອງປະຕິບັດ ເພື່ອໃຫ້ຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ ນັ້ນມີດັ່ງນີ້.

1-ລຶບລ້າງຄວາມທຸກຍາກໃຫ້ໄດ້ 0%

2-ລຶບລ້າງຄວາມອຶດຫວິໃຫ້ໄດ້ 0%.

3-ໃຫ້ປະຊາຊົນມີສຸຂພາບແຂງແຮງແລະການຢູ່ກິນທີ່ດີ.

4-ຍົກຣະດັບຄຸນນະພາບທາງດ້ານການສຶກສາໃຫ້ໄດ້ມາຕຖານ.

5-ຍົກຣະດັບຄວາມສເມີພາບຣະຫວ່າງເພດວັຍໃຫ້ສູງກວ່າເກົ່າ.

6-ຍົກຣະດັບ ຄຸນນະພາບນ້ຳສະອາດ.

7-ໃຊ້ພລັງງານສະອາດ ແລະບໍ່ແພງ ຮ່ວມທັງພລັງງານທາງເລືອກ.

8-ຍົກຣະດັບຄຸນນະພາບໂຮງງານ ບ່ອນເຮັດວຽກແລະການເຕີບໂຕທາງເສຖກິດ.

9-ສົ່ງເສີມຄວາມຄິດປະດິດສ້າງ, ສ້າງຕັ້ງໂຮງງານແລະພັທນາໂຄງຮ່າງພື້ນຖານ ໃຫ້ທັນສມັຍ.

10-ຫລຸດຜ່ອນຊ່ອງວ່າງຣະຫວ່າງຄວາມສເມີພາບ ຣະຫວ່າງເພດວັຍໃຫ້ຫມົດໄປ.

11-ໃຫ້ເປັນຊຸມຊົນເມືອງສີຂຽວ.

12-ໃຫ້ມີຜລິດຜົລທີ່ດີແລະມີຄວາມຮັບຜິດຊອບ.

13-ຮ່ວມແກ້ໄຂບັນຫາສະພາບອາກາດປ່ຽນແປງ.

14-ຮ່ວມອະນຸຮັກສິ່ງທີ່ມີຊິວິດໃຕ້ນ້ຳ.

15- ຮ່ວມອະນຸຮັກ ສິ່ງທີ່ມີຊິວິດເທິງໜ້າດິນ

16-ສ້າງຄວາມສງົບ ຄວາມຫມັ່ນຄົງ ສະຖຽນຣະພາບ ແລະການປົກຄອງ ທີ່ໂປ່ງໃສ.

17-ຮ່ວມພັທນາກັບນານາຊາດ

ສຳລັບ ສປປລາວມີ 18 ຂໍ້ ທີ່ຮ່ວມດ້ວຍການເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນລາວ. ແຕ່ຫລາຍພາກສ່ວນ ເວົ້າວ່າ ສປປລາວ ຈະບໍ່ບັນລຸ ເປົ້າຫມາຍ ດັ່ງກ່າວໄດ້ໃນປີນັ້ນ ຍ້ອນຍັງມີຄົນທຸກຍາກ ຫລາຍຢູ່ໃນລາວ.

ບັນຫາອື່ນໆ ທີ່ກ່າວມາຂ້າເທິງນັ້ນ ກໍບໍ່ສາມາດປະຕິບັດໄດ້ 100% ເປັນຕົ້ນການສຶກສາ ສາທາຣະນະສຸກ ກໍຍັງບໍ່ໄດ້ ມາຕຖານ, ການ ຕາຍຂອງແມ່ແລະເດັກນ້ອຍ ໃນຍາມຖືພາແລະເກີດໃຫມ່ ຍັງສູງຢູ່, ອາຫານແລະໂພຊນາການ ຍັງຂາດແຄນ, ໂຣຄຕ່າງໆ ຍັງບໍ່ສາມາດ ແກ້ໄຂໄດ້ແລະບັນຫາອື່ນໆໃນ 18 ເງື່ອນໄຂໃຫມ່ຂອງສະຫະປະຊາຊາດ ຍັງບໍ່ສາມາດປະຕິບັດໄດ້. ດັ່ງປະຊາຊົນລາວ ທ່ານນຶ່ງເວົ້າວ່າ:

"ທຸກຄືເກົ່າ ທຸກວ່າເກົ່າ ອາຫານການກິນກໍບໍ່ມີ ນ້ຳສະອາດ ດັ່ງນ້ຳລິນຫຼືນ້ຳປະປາ ທີ່ສ້າງໃຫ້ກໍບໍ່ມີນ້ຳ ນ້ຳບໍ່ອອກ ປະຊາຊົນໄດ້ໄປຕັກນ້ຳ ໃນຫ້ວຍໃນຫນອງກິນ."

ເຖິງຢ່າງໃດກໍຕາມ ນັກວິເຄາະ ທ່ານນີ້ ເວົ້າຕື່ມວ່າ ບັນຫາໃຫຍ່ ທີ່ ສປປລາວ ບໍ່ສາມາດບັນລຸ ເປົ້າຫມາຍສະຫັດສວັດ ໄດ້ນັ້ນແມ່ນ ການສໍ້ຣາສບັງຫລວງ ໃນລາວ ການຮົ່ວໄຫລ ຂອງງົບປະມານ ການຂາດດູນການຄ້າ ແລະຂາດດູນງົບປະມານ ໃນລາວ ຮ່ວມທັງ ຂາດ ການບໍຣິຫານ ຈັດການໃນການແກ້ໄຂບັນຫາ ດັ່ງກ່າວ ຊຶ່ງປະຊາຊົນ ຜູ້ທຸກຍາກໃນເຂດເປົ້າຫມາຍ ເຂດຊົນນະບົດ ຍັງບໍ່ຖືກພັທນາເລີຍ ໃນຫລາຍເຂດ ຍັງທຸກຍາກກວ່າເກົ່າ ຍ້ອນຖືກບັງຄັບ ໃຫ້ໂຍກຍ້າຍ ຈາກບ່ອນຢູ່ອາສັຍ ຂອງຂະເຈົ້າ ຍ້ອນໂຄງການພັທນາຕ່າງໆ ຂອງ ຣັຖບານ ແລະນັກລົງທຶນຕ່າງຊາດ ເປັນຕົ້ນການສ້າງເຂື່ອນໄຟຟ້າ ຂຸດຄົ້ນແຮ່ທາດ ແລະປູກຕົ້ນໄມ້ ເສຖກິດໃນລາວ ແລະໂຄງການອື່ນໆ ທີ່ຣັຖບານລາວ ອະນຸຍາດ ໃຫ້ນັກລົງທຶນຕ່າງຊາດ ມາລົງທຶນໃນລາວ ເພື່ອສ້າງ ຣາຍຮັບໃຫ້ແກ່ ປະເທດຊາດນັ້ນເອງ ໂດຍບໍ່ຄຳນຶງເຖິງ ຄວາມທຸກຍາກ ຂອງປະຊາຊົນ ທີ່ຈະຕາມມາຈາກໂຄງການເຫລົ່ານັ້ນ.

ດ້ວຍເຫດຜົລດັ່ງກ່າວທັງຫມົດນີ້ ຈຶ່ງເວົ້າໄດ້ວ່າ ສປປລາວ ຈະບໍ່ສາມາດຫລຸດພົ້ນຈາກ ຖານະການເປັນປະເທດດ້ອຍພັທນາໄດ້ ໃນປີ 2020 ແລະ 2024. ອາດຈະໃຊ້ເວລາ ອີກຫລາຍປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.