ກົດໝາຍ ຄຸ້ມຄອງ ເງິນຕຣາ ຕ່າງປະເທດ ຍັງປະຕິບັດໄດ້ຍາກ

ສຸພັດຕາ
2022.12.01
Share on WhatsApp
Share on WhatsApp
ກົດໝາຍ ຄຸ້ມຄອງ ເງິນຕຣາ ຕ່າງປະເທດ ຍັງປະຕິບັດໄດ້ຍາກ ຊາວລາວ ທີ່ພວມຈ່າຍເງິນຄ່າສິນຄ້າ ແລະ ອາຫານ ເປັນເງິນກີບ ໃນນະຄອນຫຼວງວຽງຈັນ (TS), ວັນທີ 19 ມິຖຸນາ 2022.
RFA

ທາງການລາວ ອອກກົດໝາຍຄຸ້ມຄອງ ເງິນຕຣາຕ່າງປະເທດ ປະກາດໃຊ້ຢ່າງເປັນທາງການ ຕັ້ງແຕ່ວັນທີ 1 ເດືອນຕຸລາ 2022 ນີ້ ແລະນັບຕັ້ງແຕ່ນັ້ນມາ ກົດໝາຍດັ່ງກ່າວ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຈິງຈັງ ເພາະວ່າຄົນລາວຫຼາຍຄົນ ຍັງໃຊ້ເງິນຕຣາ ຕ່າງປະເທດຢູ່ ໂຕຢ່າງ ຊາວລາວທີ່ຢູ່ຕາມແຄມຂອງ ຊາຍແດນໄທຍ ຫຼືວ່າ ພໍ່ຄ້າ-ແມ່ຄ້າ ໂດຍສະເພາະ ຜູ້ປະກອບການ ທຸຣະກິຈໃຫຍ່ໆ ເຊັ່ນ ຄ້າ-ຂາຍ ຣົຖ, ຂາຍດິນ, ຂາຍເຮືອນ ກໍເອົາເງິນໂດລ້າຣ໌ ແລະເງິນບາທທັງນັ້ນ ແຕ່ເງິນກີບ ກໍຍັງໃຊ້ຫຼາຍ ໃນການຊື້ຂອງກິນຕາມຕລາດ.

ຂະນະທີ່ ເຈົ້າໜ້າທີ່ທະນາຄານ ແຫ່ງຊາຕລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ທັນວາ ນີ້ວ່າ ໃນໂຕຈິງ ການຊໍາລະສະສາງ ບໍ່ວ່າຈະເປັນການຈ່າຍຄ່າສິນຄ້າ ຫຼື ທຸຣະກັມທາງການເງິນຕ່າງໆ ແມ່ນຍັງບໍ່ສາມາດປະຕິບັດ ເປັນເງິນກີບໄດ້ເທົ່າທີ່ຄວນ ເພາະຫຼາຍຫົວໜ່ວຍທຸຣະກິຈ ຍັງລື້ງເຄີຍກັບການຕິດລາຄາສິນຄ້າ ແລະ ຊໍາລະຄ່າບໍຣິການ ເປັນເງິນຕຣາ ຕ່າງປະເທດຢູ່:

“ຄັນເວົ້າໃນເຣື່ອງຫຼັກການ ມັນກະຕ້ອງໃຊ້ເປັນເງິນກີບ ບໍ່ຢາກໃຫ້ໃຊ້ເປັນເງິນຕຣາຢູ່ພາຍໃນຫັ້ນນ່າ ເພື່ອຫຼຸດຜ່ອນການໃຊ້ເງິນຕຣາ ເງິນຈາກຕ່າງປະເທດເຂົ້າມາ ຈະບໍ່ມີບັນຫາ ແຕ່ວ່າພາຍໃນນີ້ ເຮົາກະຢາກໃຫ້ຫັນມາໃຊ້ເງິນກີບຫຼາຍຂຶ້ນ.”

ທ່ານກ່າວຕື່ມອີກວ່າ ການປັບປຸງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕຣາ ຕ່າງປະເທດໃນຄັ້ງນີ້ ກໍເພື່ອຮັກສາ ສະຖຽນຣະພາບ ຂອງເງິນກີບໃຫ້ມີຄວາມໝັ້ນຄົງ, ຄຸ້ມຄອງເງິນຕຣາຕ່າງປະເທດ ບໍ່ໃຫ້ເກີດການຮົ່ວໄຫຼ ອອກຈາລະບົບທະນາຄານ ເຂົ້າໄປຢູ່ໃນຮ້ານແລກປ່ຽນ ຫຼືກຸ່ມນິຕິບຸກຄົນ.

ສະນັ້ນແລ້ວ ທຸກພາກສ່ວນໃນສັງຄົມ ບໍ່ວ່າຈະເປັນທະນາຄານ, ຮ້ານແລກປ່ຽນ, ປະຊາຊົນ, ຜູ້ບັງຄັບໃຊ້ກົດໝາຍ ຕ້ອງມີຄວາມຮັບຜິດຊອບ ຮ່ວມກັນຢ່າງເຂັ້ມງວດ ບໍ່ສວຍໂອກາດເພື່ອຫາຜົນປໂຍດ ເຂົ້າໂຕເອງ ຈົນເຮັດໃຫ້ເງິນຕຣາ ຕ່າງປະເທດຮົ່ວໄຫຼ ອອກຈາກລະບົບ ທະນາຄານ ຈົນສົ່ງຜົລກະທົບຕໍ່ລະບົບ ເສຖກິຈ-ການເງິນ ພາຍໃນປະເທດ.

ແນວໃດກໍຕາມ ເຖິງຈະມີກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕຣາ ຕ່າງປະເທດ ສະບັບປັບປຸງໃໝ່ ແຕ່ຫຼາຍພາກສ່ວນ ໃນສັງຄົມລາວ ກໍຍັງເຫັນວ່າ ຫາກທາງການລາວ, ທະນາຄານແຫ່ງຊາຕ ແລະພາກສ່ວນທີ່ກ່ຽວຂ້ອງ ກັບເຣື່ອງນີ້ ບໍ່ມີການບັງໃຊ້ກົດໝາຍ ຢ່າງຈິງຈັງ ວຽກງານການຄຸ້ມຄອງ ເງິນຕຣາຕ່າງປະເທດ ກໍຍັງຈະເປັນບັນຫາຄືເກົ່າ.

ຂະນະທີ່ ພະນັກງານ ຂາຍຣົຖໃຫຍ່ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫາກເປັນການຊໍາລະ ຄ່າສິນຄ້າ-ຄ່າບໍຣິການ ຫຼືໜີ້ສິນ ທີ່ມີຈໍານວນເງິນບໍ່ຫຼາຍ ກໍສາມາດໃຊ້ເງິນກີບ ໃນການຊໍາລະໄດ້ ບໍ່ໄດ້ເປັນບັນຫາສໍາລັບຄົນລາວ, ແຕ່ການຊໍາລະຄ່າສິນຄ້າ-ຄ່າບໍຣິການ ບາງປະເພດ ທີ່ມີມູນຄ່າສູງ ເປັນຕົ້ນ ການຊື້-ຂາຍອະສັງຫາລິມະຊັບ, ການຊື້ຣົຖໃຫຍ່ ແລະອື່ນໆ ກໍມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ຊໍາລະ ເປັນເງິນຕຣາຕ່າງປະເທດ ເຊັ່ນ ເງິນບາທ ແລະເງິນໂດລ້າຣ໌ສະຫະຣັຖ ເນື່ອງຈາກສະກຸນເງິນ ມີມູນຄ່າສູງ (ມີຄວາມໝັ້ນຄົງ) ແລະມີຄວາມສະດວກ ສະບາຍຫຼາຍກວ່າເງິນກີບ, ພະນັກງານຂາຍຣົຖຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເງິນກີບເພິ່ນກະເອົາ ແຕ່ວ່າຫຼັກໆແລ້ວ ເງິນກະຕີເປັນລາຄາຣົຖ ເປັນເງິນໂດລ້າຣ໌ຫັ້ນນ່າ ເຣທບໍຣິສັດພວກເຮົາແມ່ນ ຣົຖມືສອງ ແມ່ນ 100 ໂດລ້າຣ໌ ຕໍ່ 1,760,000 ກີບ ຄັນແມ່ນເງິນໂດລ້າຣ໌ ກະຄືວ່າຫັ້ນແຫຼະ.”

ສ່ວນແມ່ຄ້າ ຂາຍເຄື່ອງຍ່ອຍ ໃນແຂວງວຽງຈັນ ກ່າວວ່າ ການຄ້າຂາຍໃນປັດຈຸບັນ ກໍມີທັງເງິນກີບ ແລະເງິນຕຣາ ຕ່າງປະເທດ ແຕ່ຫາກເປັນຄົນລາວໃນທ້ອງຖິ່ນ ກໍນິຍົມໃຊ້ຈ່າຍເງິນກີບຢູ່ແລ້ວ ຂະນະທີ່ ພໍ່ຄ້າ-ແມ່ຄ້າ ໃນຕລາດທ້ອງຖິ່ນ ບາງຄົນກໍບໍ່ຮັບເອົາ ເງິນຕຣາຕ່າງປະເທດ ເນື່ອງຈາກມີຄວາມຫຍຸ້ງຍາກ ໃນການນໍາໄປໃຊ້ຈ່າຍ ແລະແລກປ່ຽນ.

ດັ່ງແມ່ຄ້າຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເຂົາກະຈ່າຍແຕ່ເງິນຫັ້ນແຫຼະ ເງິນບາດກະດົນໆຈັ່ງຄ່ອຍມາມີ ຕລາດຕລີ ກະບໍ່ຄ່ອຍໄດ້້ເຫັນໃຊ້ ໂດລ້າຣ໌, ເງິນຢູໂຣ ມີຢູ່ອັນນ່າ ມັນບໍ່ມີບ່ອນແລ້ວນັ້ນໃດ໋ ມັນເມືອງນ້ອຍໆນຶ່ງເນາະ.”

ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການນິຍົມໃຊ້ເງິນຕຣາຕ່າງປະເທດລາວ ເກີດຂຶ້ນມາດົນນານແລ້ວ ເນື່ອງຈາກປະເທດລາວ ກໍມີສະພາບເສຖກິຈ-ການເງິນ ໄປຕາມກົນໄກ ຂອງຕລາດໂລກ ກໍຄືການເອົາເງິນໂດລ້າຣ໌ ສະຫະຣັຖ ແລະເງິນບາທໄທຍ ເປັນສື່ກາງ ໃນການ ຊື້-ຂາຍ ແລະຊໍາລະ ສະສາງ ໃນສິນຄ້າຕ່າງໆ.

ຂະນະທີ່ ການນໍາເຂົ້າສິນຄ້າຕ່າງໆ ຂອງຜູ້ປະກອບການ ຈໍານວນນຶ່ງ ເມື່ອນໍາສິນຄ້າເຂົ້າມາແລ້ວ ກໍຍັງຕັ້ງລາຄາເປັນເງິນບາທໄທຍ ແລ້ວຍັງຊໍາລະຄ່າສິນຄ້າ-ຄ່າບໍຣິການ ດ້ວຍເງິນບາທ ໂດຍບໍ່ຕ້ອງຕີລາຄາເປັນເງິນກີບ ໃຫ້ເກີດຄວາມຫຍຸ້ງຍາກ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຕນີ້ກະ ຕ້ອງເບິ່ງກັບສະພາບເສຖກິຈຄືກັນ ວ່າມັນຊິເປັນແນວໃດ ກະແບບວ່າ ຄົນຊື້ສິນຄ້າ ກັບທາງໄທຍຫຼາຍເນາະ ເລີຍຕ້ອງໄດ້ໃຊ້ເງິນບາທຊໍາລະ.”

ທາງດ້ານນັກເສຖກິຈ-ການເງິນ ຊາວລາວຜູ້ນຶ່ງ ໄດ້ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ວ່າ ເຖິງຈະມີກົດໝາຍຄຸ້ມຄອງ ເງິນຕຣາຕ່າງປະເທດ ແຕ່ການບັງຄັບໃຊ້ກົດໝາຍນັ້ນ ກໍຍັງບໍ່ມີຄວາມເຂັ້ມງວດ ແລະເປັນຮູບປະທັມເທື່ອ ເຊິ່ງປັດຈຸບັນ ກໍຍັງມີຜູ້ຄົນຈໍານວນຫຼາຍ ສວຍໂອກາດໃນການເກັບ ແລະຄອບຄອງເອົາເງິນຕຣາຕ່າງປະເທດ ເພື່ອເກ໊ງກໍາໄລ ສ່ວນຊາວລາວທົ່ວໄປ ໂດຍສະເພາະ ຜູ້ທີ່ອາສັຍ ຢູ່ຕາມຊາຍແດນ ກໍມີການຊື້-ຂາຍ ແລະຊໍາລະຄ່າສິນຄ້າ ເປັນເງິນຕຣາຕ່າງປະເທດຄືເກົ່າ.

ສະນັ້ນແລ້ວ ເມື່ອມີກົດໝາຍຄຸ້ມຄອງ ເງິນຕຣາຕ່າງປະເທດ ກໍຄວນຈະບັງຄັບໃຊ້ຢ່າງເຂັ້ມ ແລະເປັນຮູບປະທັມ ເພື່ອຕິດຕາມ-ກວດສອບ ບັນຊີ, ກວດສອບເສັ້ນທາງການເງິນ ເປັນປະຈໍາປີ ໂດຍສະເພາະ ຢູ່ຮ້ານແລກປ່ຽນເງິນຕຣາ ແລະບໍຣິສັດ ຈົດທະບຽນວິສາຫະກິຈ ເພື່ອບໍ່ເຮັດໃຫ້ເງິນຕຣາ ຕ່າງປະເທດເກີດການຮົ່ວໄຫຼ.

ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ທະນາຄານແຫ່ງຊາຕເອງ ເຂົາກະບໍ່ໄດ້ເຮັດຣາຍງານ ກ່ຽວກັບອັນນີ້ (ການຄຸ້ມຄອງເງິນຕຣາ) ຫຼາຍເທົ່າທີ່ຄວນ ຄັນຢູ່ຕລາດ ຢູ່ລາວແມ່ນເຮົາໃຊ້ກີບເນາະ ແຕ່ບົນພື້ນຖານເຮົາໃຊ້ໄດ້ 3 ສະກຸນ ກີບ ບາທ ໂດລ້າຣ໌ ຕາມກົດໝາຍ ເຂົາກະບໍ່ຢາກໃຫ້ໃຊ້ ແຕ່ໃນຄວາມເປັນຈິງແລ້ວ ມັນກະຫຼີກຫຼ້ຽງບໍ່ໄດ້.”

ເມື່ອວັນທີ 14 ມິຖຸນາ 2022 ທີ່ຜ່ານມາ ທະນາຄານ ແຫ່ງຊາຕລາວ ຍັງໄດ້ກໍານົດໃຫ້ ທະນາຄານທຸຣະກິຈ ແລະຮ້ານແລກປ່ຽນເງິນຕຣາ ໃນທົ່ວປະເທດ ສາມາດຂາຍເງິນຕຣາ ຕ່າງປະເທດ ໃຫ້ກັບບຸກຄົນໄດ້ ບໍ່ເກີນ 15,000,000 ກີບ ຕໍ່ຄົນຕໍ່ມື້ ໂດຍບຸກຄົນເຫຼົ່ານັ້ນ ຕ້ອງລະບຸຈຸດປະສົງ ໃນການແລກປ່ຽນ ເງິນຕຣາຢ່າງຈະແຈ້ງ ພ້ອມທັງນໍາສໍາເນົາ ບັດປະຈໍາໂຕ, ສັມມະໂນຄົວ ຫຼືໜັງສືຜ່ານແດນ ໄວ້ເປັນຫຼັກຖານ ເພື່ອເປັນການຮັກສາ ສະຖຽນຣະພາບ ເງິນຕຣາແຫ່ງຊາຕ ໃຫ້ສອດຄ່ອງ ກັບສະພາບ ເສຖກິຈ ຂອງປະເທດລາວ ໃນປັດຈຸບັນ.

ການຄຸ້ມຄອງ ເງິນຕຣາຕ່າງປະເທດ ໃຫ້ມີສະຖຽນຣະພາບ ຖືເປັນວຽກງານສໍາຄັນ ທີ່ທາງການລາວ ແລະທະນາຄານແຫ່ງຊາຕ ຈະຕ້ອງເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ເນື່ອງຈາກເງິນຕຣາ ຕ່າງປະເທດ ມີຄວາມຈໍາເປັນ ໃນການນໍາໄປຄໍ້າປະກັນ, ເປັນທຶນສໍາຮອງໃນການ ຊື້-ຂາຍ ສິນຄ້າ ແລະຊໍາລະສະສາງ ໜີ້ສິນ ແລະດອກເບັ້ຍ ກັບຕ່າງປະເທດ ທີ່ນັບມື້ ນັບເພີ່ມຂຶ້ນຕໍ່ເນື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.