ເງິນກີບເຟີ້ ກະທົບ ພະນັກງານຣັຖ, ເອກກະຊົນ ຜູ້ເງິນເດືອນໜ້ອຍ

ສຸພັດຕາ
2022.10.26
ເງິນກີບເຟີ້ ກະທົບ ພະນັກງານຣັຖ, ເອກກະຊົນ ຜູ້ເງິນເດືອນໜ້ອຍ ການຄ້າຂາຍ ຜົລຜລິຕ ທາງການກະເສຕ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (ຮູບຊ້າຍມື) ແລະ ຜັກສວນຄົວ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ຮູບຂວາມື), ວັນທີ 25 ເດືອນຕຸລາ 2022.
ນັກຂ່າວ ພົລເມືອງ

ໃນປີ 2021 ຜ່ານມາ ອັດຕຣາເງິນເຟີ້ ໃນປະເທດລາວ ເພີ່ມຂຶ້ນເລື້ອຍໆ ເຣີ່ມແຕ່ເດືອນມົກກະຣາ ອັດຕຣາເງິນເຟີ້ ຢູ່ທີ່ 2.01% ຈົນມາເຖິງເດືອນພຶສຈິກາ 2021 ອັດຕຣາເງິນເຟີ້ ເພີ່ມຂຶ້ນມາ ຢູ່ທີ່ 5.04% ແລະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕົກມາຮອດເດືອນກັນຍາ 2022 ນີ້ ທຽບກັບເດືອນດຽວກັນ ຂອງປີ 2021 ເພີ່ມຂຶ້ນເປັນ 34.05% ຂະນະທີ່ ເດືອນສິງຫາ ຜ່ານມາ ຢູ່ທີ່ 30.0%, ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນ ໃນວັນທີ 5 ເດືອນຕຸລາ 2022.

ຕໍ່ສະພາບອັດຕຣາເງິນເຟີ້ ແລະເງິນກີບອ່ອນຄ່າລົງນີ້ ໄດ້ສົ່ງຜົລກະທົບຢ່າງໜັກໜ່ວງ ຕໍ່ການດໍາລົງຊີວິດ ຂອງພະນັກງານຣັຖກອນ ແລະ ພະນັກງານບໍຣິສັດເອກກະຊົນ ທີ່ຕ້ອງເພິ່ງພາເງິນເດືອນເປັນຫຼັກ ຍ້ອນຄ່າຄອງຊີພ ໃນປັດຈຸບັນແພງຂຶ້ນ, ແຕ່ເງິນເດືອນພັດຍັງໄດ້ທໍ່ເກົ່າ ຈາກທີ່ບໍ່ພໍຢູ່ພໍກິນ ຍິ່ງເຮັດໃຫ້ຂາດເຂີນຕື່ມອີກ ດັ່ງນັ້ນ ພະນັກງານຜູ້ທີ່ມີເງິນເດືອນ ໜ້ອຍເຫຼົ່ານັ້ນ ຕ້ອງໄດ້ມາຊອກເຮັດ ອາຊີພຕ່າງໆເສີມ ໃຫ້ມີລາຍໄດ້ ມາລ້ຽງຄອບຄົວ ເພື່ອຄວາມຢູ່ລອດ ບໍ່ວ່າຈະເປັນ ໄປເຮັດວຽກ ກັມມະກອນຮັບຈ້າງຣາຍມື້ ໃນສວນກ້ວຍຂອງຈີນ, ປູກພືດຜັກກະສິກັມ ຫຼືລ້ຽງເປັດ ລ້ຽງໄກ່ ໄວ້ກິນ ແລະໄວ້ຂາຍນໍາດ້ວຍ.

ດັ່ງພະນັກງານຣັຖ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ຕຸລາ 2022 ນີ້ວ່າ:

ໄດ້ເຮັດອາຊີບເສີມ ລ້ຽງໄກ່, ປູກມັນເພົາ, ປູກພືດເຄື່ອງກະສິກັມ ທຸກຢ່າງທຸກຄົນ ທີ່ເປັນພະນັກງານ ຂະເຈົ້າຈະຫັນມາ ບາງຄົນຄັນມີເງື່ອນໄຂດີ ກະຄ້າກະຂາຍເສີມໃສ່ ລາງຄົນກະປູກພືດກະສິກັມ ເພື່ອຫາລາຍໄດ້ມາເພີ່ມເຕີມ ສົມທົບກັບເງິນເດືອນຫັ້ນ ໃຫ້ມັນໃຊ້ຈ່າຍພໍຢູ່ພໍກິນ ເພາະວ່າເສຖກິຈທຸກມື້ນີ້ ມັນຝືດເຄືອງ ບໍ່ຮູ້ວ່າຊິກຸ້ມຮອດມື້ໃດ ການຫາເງິນກະດາຍ.

ທ່ານກ່າວຕື່ມວ່າ ໃນທຸກມື້ນີ້ ສິນຄ້າຕ່າງໆລາຄາແພງຂຶ້ນຫຼາຍ ຢາກຊື້ຫຍັງມາໃຊ້ສອຍ ກໍຕ້ອງຊື້ແບບປະຢັດ ແລະຊື້ແຕ່ສິ່ງທີ່ຈໍາເປັນເທົ່ານັ້ນ:

ສິນຄ້າອຸປະໂພກບໍຣິໂພກທຸກຢ່າງ ກະຂຶ້ນລາຄາຕາມອັດຕຣາເງິນ ບາທນີ້ເງິນເດືອນ ຍັງໄດ້ທໍ່ເກົ່າກະເຮັດໃຫ້ ການໃຊ້ຈ່າຍບໍ່ພຽງພໍ ກັບຄວາມຕ້ອງການ ຈາກທີ່ວ່າເຄີຍຜ່ານມາ ມັນກະບໍ່ພຽງພໍ ແຕ່ວ່່າຖູໄຖພໍຢູ່ໄດ້ ແຕ່ຕົກມາຮອດໄລຍະນີ້ ຖືວ່າ ບໍ່ພຽງພໍລະຂາດເຂີນພ້ອມ.

ຂະນະດຽວກັນ ພະນັກງານຣັຖ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວຕໍ່ທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການດໍາລົງຊີວິຕຂອງທ່ານ ແລະຄອບຄົວ ໃນທຸກມື້ນີ້ ກໍໄດ້ຮັບຜົລກະທົບ ເຊັ່ນກັນ ຍ້ອນຄ່າຄອງຊີບແພງ ເຊິ່ງເງິນເດືອນທີ່ໄດ້ຮັບ ກໍບໍ່ກຸ້ມກິນ ເພາະເສຖກິຈລາວໃນປັດຈຸບັນ ສູງຂຶ້ນທຸກມື້:

ໄດ້ຮັບຜົລກະທົບ ຢູ່ບ່ອນວ່າຄ່າຄອງຊີພ ໃນປັດຈຸບັນນີ້ ມັນຂຶ້ນສູງເນາະ ເງິນເດືອນກະຄືເກົ່າ ລະກະເງິນເດືອນ ກະລ້ານ ສອງລ້ານນີ້ແຫຼະ ຄັນທຽບໃສ່ອັດຕຣາເງິນຕ່າງປະເທດ ແລ້ວກະເສຖກິຈບ້ານເຮົາ ຖືວ່າບໍ່ກຸ້ມຢູ່ກຸ້ມກິນຫັ້ນນ່າ ເພາະວ່າເສຖກິຈ ມັນຟຸມເຟືອຍຂຶ້ນທຸກມື້ເນາະ ອັດຕຣາ ຄ່າເງິນ ມັນກະຂຶ້ນທຸກມື້ໆ ລະກະຄ່າຄອງຊີພ ແຕ່ລະອັນ ທຸກຢ່າງໆມັນກະສູງຂຶ້ນ ສູງຂຶ້ນທຸກມື້ໆ ເງິນເດືອນກະຄົງທີ່ຄືເກົ່າ ມັນກະບໍ່ພໍຢູ່ກິນຫັ້ນແຫຼະ ເຣື່ອງເງິນເດືອນເນາະ ເງິນເດືອນພຽງລ້ານ ສອງລ້ານ.

ເພື່ອແກ້ໄຂໃຫ້ມີເງິນໃຊ້ຈ່າຍໃນຄອບຄົວ ແລະໃຫ້ຢູ່ໄດ້ກັບສະພາບເສຖກິຈ ທີ່ຄ່າຄອງຊີພແພງນີ້ ທ່ານກໍຫັນມາເຮັດເສຖກິຈຄອບຄົວ ແລະຊື້ພືດຜັກ ໄປຂາຍຢູ່ຕລາດ ໃນຍາມພັກການ ນໍາອີກ:

ເຮັດເສີມກະຄືວ່າ ເຮັດຄ້າ-ຂາຍເລັກໆນ້ອຍໆ ຕິດພັນກັບຄອບຄົວ ເຮົາກະຕ້ອງຍາດເວ ລໍ້າເວລາໄປ ໄປຄ້າ-ຂາຍ ນອກໂມງການ ລະກະເຮັດເສຖກິຈ ຄອບຄົວ ລ້ຽງເປັນລ້ຽງໄກ່ຊັ້ນແຫຼະ ມັນບໍ່ກຸ້ມຢູ່ກຸ້ມກິນ.

ກ່ຽວກັບເຣື່ອງເງິນເຟີ້ ໃນລາວນີ້ ຖືວ່າທຸກຄົນໄດ້ຮັບຜົລກະທົບໝົດ ແຕ່ໄດ້ຮັບຜົລກະທົບໜັກ ກໍແມ່ນພະນັກງານຜູ້ທີ່ມີເງິນເດືອນໜ້ອຍ ແລະຜູ້ທີ່ມີລາຍໄດ້ໜ້ອຍ ຍ້ອນໃນທຸກມື້ນີ້ຊີວິຕ ການເປັນຢູ່ຂອງທຸກຄົນ ຖືວ່າລໍາບາກຫຼາຍ ເພາະຄ່າຄອງຊີພແພງ ລາຄາສິນຄ້າຕ່າງໆແພງຂຶ້ນ ຄູນສອງ ເມື່ອທຽບໃສ່ກ່ອນໄລຍະ ທີ່ຈະເປີດປະເທດ ຢ່າງເປັນທາງການ.

ດັ່ງພະນັກງານ ບໍຣິສັດເອກກະຊົນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

ເວົ້າເຣື່ອງເງິນເຟີ້ຢູ່ລາວເຮົາ ກະບໍ່ຈັກຊິວ່າເນາະ ເພາະວ່າ ລາຄາສິນຄ້າແມ່ນຫຍັງກະແພງຫຼາຍ ຄືເຂົ້າໜຽວ ກ່ອນເພິ່ນຊິເປີດປະເທດນີ້ ກະໝື່ນນຶ່ງ 80,000 ດຽວນີ້ກະ 150,000 ເກືອບວ່າ ຄູນສອງ. ສິນຄ້າທີ່ວ່າ ເປັນເຂົ້ານໍ້າກະດາຍ ຄືເຂົ້າຈ້າວມະລິ ແຕ່ກ່ອນເຮົາກະຊື້ແຕ່ໝື່ນນຶ່ງ 130,000 ດຽວນີ້ກະຢູ່ 200,000 ປາຍລະ ເກືອບ ສອງເທົ່າໂຕ. ດຽວນີ້ ຄັນວ່າໄລ່ ສົມທຽບກັນກະດາຍ ຊີ້ນໝູປັດຈຸບັນນີ້ ກະ 50,000 ປາຍພັນ ເຮົາເຄີຍຊື້ກິໂລນຶ່ງ 30,000 ພັນ ກະດຽວນີ້ 55,000, ບາງບ່ອນກະ 60,000 ເອົາແຕ່ສະເພາະໄຂ່ ຈາກແຕະນຶ່ງ ເຮົາເຄີຍຊື້ 20,000 ປາຍພັນເນາະ 25,000-26,000. ດຽວນີ້ກະແຕະນຶ່ງ 60,000 ກີບ ລາຍໄດ້ເຮົາກະມີແຕ່ ເງິນເດືອນພະນັກງານຊື່ໆ ຊີວິຕການເປັນຢູ່ ເຮົາກະລໍາບາກຫຼາຍຫັ້ນແຫຼະ ເພາະວ່າເງິນເດືອນເຮົາ ກະຍັງສໍ່າເກົ່າ ແຕ່ວ່າຊີວິຕ ການເປັນຢູ່ ອາຫານການກິນເຮົາມັນຂຶ້ນຄູນ 2 ເບິດ.

ທ່ານກ່າວຕື່ມວ່າ ເງິນເດືອນຂອງທ່ານ ທີ່ໄດ້ຮັບເດືອນນຶ່ງ ກໍປະມານ 2,000,000 ປາຍກີບ ເມື່ອມາທຽບໃສ່ ກັບລາຍຈ່າຍຕ່າງໆ ໃນປັດຈຸບັນ ກໍຖືວ່າ ບໍ່ກຸ້ມຢູ່ ກຸ້ມກິນ:

“ປັດຈຸບັນ ກະບໍ່ຢາກກຸ້ມກິນຫັ້ນແຫຼະ ເອົາແຕ່ອາຫານທີ່ເຮົາກິນກະ ເດືອນນຶ່ງ ສະເພາະອາຫານໄປການ ນີ້ກະ 20 ມື້ນີ້ກະ ມື້ລະ 30,000, 30,000 ກະຊິຕົກເປັນຢູ່ 600,000 ແລ້ວເນາະ ບາດນີ້ນໍ້າໝູກນໍ້າມັນເຂົ້າໄປກະ ອາທິດລະ 100,000 ກະ 400,000 ແຫຼະ ຍັງຊິມາເສັຍຄ່ານໍ້າຄ່າໄຟ ກັບເຂົ້າເຊົ້າ-ເຂົ້າແລງ ເຮົາອີກບາດນີ້ ບໍຮູ້ຈັກຊິກຸ້ມກິນບໍ່ກຸ້ມກິນແຫຼ້ວ ແນວເງິນເດືອນກະໄດ້ແຕ່ 2,000,000 ປາຍໜ້ອຍນຶ່ງນີ່ ຄັນເອົາແທ້ໆ ກະບໍ່ກຸ້ມກິນຫັ້ນແຫຼະ ປະມານ 120-130 (ໂດລ້າຣ໌) ນີ້ແຫຼະ ເງິນເດືອນ.

ທ່ານກ່າວຕື່ມອີກວ່າ ເມື່ອລາຍຮັບບໍ່ພຽງພໍ ກັບລາຍຈ່າຍແບບນີ້ ບາງຄັ້ງກໍຕ້ອງໄດ້ຂໍຢືມນໍາພີ່ນໍານ້ອງ ຫຼືໄປຮັບຈ້າງ ເຮັດວຽກໃນວັນເສົາ, ວັນທິດ ເພື່ອໃຫ້ມີເງິນມາໃຊ້ຈ່າຍໃນຄອບຄົວ:

ໂອ່ຄັນຊິວ່າລາຍຈ່າຍເປັນເດືອນກະ ເອົາງ່າຍໆເງິນເດືອນເຮົາ ໄດ້ ມັນບໍ່ພໍຫັ້ນແຫຼະ ເອີ່ກະຢືມ ຂໍຢືມນໍາພີ່ນໍານ້ອງນີ້ແຫຼະ ເດືອນທົນເດືອນ ໄປນີ້ແຫຼະຄັນຊິໄປກອກໄປກູ້ ເຂົາກະບໍ່ໃຫ້ກັນລະຕິເບາະຍາມນີ້ ລະກະຊອກເຮັດວຽກເສີມ ວັນເສົາ, ວັນທິດ ເຮົາໄປຮັບຈ້າງທົ່ວໄປເບາະຕັດຍົງຕັດຫຍ້າ ອັນນ່າເຮົາພໍເຮັດໄດ້ປັດຈຸບັນນີ້ ຄັນບໍ່ຊັ້ນກະ ໄປຂໍເປັນກັມມະກອນເພິ່ນ ໄດ້ມື້ລະ 50,000-60,000 ກະພໍຈຸນເຈືອນໄປເລັກໆໜ້ອຍເນາະ ປະມານນັ້ນນີ້ແຫຼະ.

ນອກຈາກພະນັກງານຣັຖ ແລະເອກກະຊົນ ຢູ່ນະຄອນຫຼວງວຽງຈັນ ທີ່ເຮັດອາຊີພເສີມ ເພື່ອສ້າງລາຍຮັບ ເຂົ້າຄອບຄົວແລ້ວນັ້ນ, ຢູ່ແຂວງໄຊຍະບູຣີ ກໍມີພະນັກງານຣັຖຫຼາຍຄົນ ທີ່ເຮັດອາຊີພເສີມເຊັ່ນກັນ ຍ້ອນເງິນເດືອນ ບໍ່ພໍໃຊ້ຈ່າຍໃນຊີວິຕປະຈໍາວັນ ເພາະປັດຈຸບັນສິນຄ້າຕ່າງໆ ໃນທ້ອງຕລາດ ຮວມທັງຢາປົວພຍາທ ກໍແພງຂຶ້ນນໍາອີກ.

ດັ່ງພະນັກງານຣັຖ ທ່ານນຶ່ງ ໃນແຂວງໄຊຍະບູຣີ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ສໍາລັບໂຕທ່ານເອງແລ້ວ ໃນມື້ພັກ ວັນເສົາ, ວັນທິດ ແມ່ນໄປຮັບຈ້າງ ເປັນກັມມະກອນ ຕັດດອກກ້ວຍໃນສວນກ້ວຍຂອງຈີນ ເຮັດວຽກແຕ່ 7 ໂມງເຊົ້າ ຫາ 5 ໂມງແລງໄດ້ຄ່າຈ້າງ ມື້ລະ 80,000-90,000 ກີບ ຂຶ້ນກັບໜ້າວຽກ ເພາະຖ້າຫາກບໍ່ໄປຮັບຈ້າງ ກໍບໍ່ມີເງິນມາໃຊ່ຈ່າຍໃນຄອບຄົວ ເມັຍກໍເປັນແມ່ເຮືອນທັມມະດາ ບໍ່ມີເງິນເດືອນ ເຮັດໃຫ້ລາຍໄດ້ບໍ່ພໍກັບລາຍຈ່າຍ ກໍຕ້ອງໄດ້ດິ້ນຮົນ ທຸກຫົນທາງເພື່ອຄວາມຢູ່ລອດ ອີກຢ່າງນຶ່ງ ກໍຍັງຕ້ອງສົ່ງໃຫ້ລູກເຕົ້າ ໄປຮໍ່າຮຽນໜັງສືແດ່.

ສ່ວນພະນັກງານຣັຖ ອີກທ່ານນຶ່ງ ໃນແຂວງດຽວກັນນີ້ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ອາຊີພ ເສີມທີ່ທ່ານເຮັດເພື່ອຫາລາຍໄດ້ ມາໃຊ້ຈ່າຍໃນຄອບຄົວ ສົມທົບກັບເງິນເດືອນ ແມ່ນປູກຜັກຂາຍ:

ຖ້າໄລ່ຕາມເງິນເດືອນເຮົາເນາະ ກະບໍ່ກຸ້ມແຫຼະເນາະ ຖ້າໄລ່ເຕັມອັດຕຣາ ຫຼາຍທາງຈ່າຍ ທັງຄອບຄົວເຮົາແດ່ເນາະທັງລ້ຽງຄອບຄົວ ທັງລູກມີເມັຍແດ່ເນາະ ເມັຍເປັນປະຊາຊົນເດ້ ເຮັດອາຊີພເສີມແຫຼະ ຫານັ້ນຫານີ້ ລ້ຽນັ້ນລ້ຽງນີ້ ປູກຜັກປູກຫຍ້າໄປຕາມບ້ານຫັ້ນ ປູກສວນຄົນຂາຍຢູ່ບ້ານຫັ້ນ.

ອີງຕາມທີ່ໄດ້ລົມ ກັບພະນັກງານເອກກະຊົນ ແລະພະນັກງານຣັຖຫຼາຍຄົນ ແລ້ວແມ່ນວ່າ ອັດຕຣາເງິນເຟີ້ໃນລາວ ທີ່ເພີ່ມຂຶ້ນສູງຂຶ້ນນີ້ ເຮັດໃຫ້ຊີວິຕ ການເປັນຢູ່ຂອງພວກເຂົາເຈົ້າ ມີຄວາມຫຍຸ້ງຍາກ ລໍາບາກຫຼາຍ ເພາະເງິນເດືອນບໍ່ຂຶ້ນ ແຕ່ຄ່າຄອງຊີພພັດແພງຂຶ້ນ ເຮັດໃຫ້ລາຍໄດ້ ບໍ່ພຽງພໍກັບລາຍຈ່າຍ.

ຫຼ້າສຸດ, ສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານອັດຕຣາເງິນເຟີ້ ຫຼ້າສຸດ ໃນເດືອນກັນຍາ 2022 ທີ່ຜ່ານມາ ວ່າອັດຕຣາເງິນເຟີ້ໃນລາວ ຢູ່ໃນລະດັບ 34.05% ແລະ ຍັງມີທ່າທີທີ່ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ສົ່ງຜົລໃຫ້ລາຄາສິນຄ້າ ທຸກໝວດ ມີລາຄາເພີ່ມສູງຂຶ້ນ. ຂະນະທີ່ ຄ່າແຮງງານຂັ້ນຕໍ່າໃນລາວ ອີງຕາມແຈ້ງການ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ຈະຢູ່ທີ່ 1,200,000 ກີບ ຕໍ່ຄົນຕໍ່ເດືອນ ຫຼືປະມານ 70 ໂດລ້າຣ໌ ສະຫະຣັຖ ຕາມອັດຕຣາແລກປ່ຽນ ໄລຍະເດືອນຕຸລາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.