ຊາວເມືອງໄຊທານີຖ້າຄ່າ ຊົດເຊີຍ
2016.11.28
ປະຊາຊົນ ເມືອງໄຊທານີ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ເຂດ ເສຖກິດ ກວມລວມ ໄຊເສດຖາ ນະຄອນຫຼວງ ວຽງຈັນ ຍັງບໍ່ທັນ ໄດ້ຮັບ ຄ່າຊົດເຊີຍ ຄວາມເສັຽຫາຍ ໃນເຣຶ່ອງ ທີ່ດິນ ຂນະທີ່ ທາງການລາວ ສັນຍາວ່າ ຈະຊົດເຊີຍ ໃຫ້ສຳເຣັດ ທັງໝົດ ພາຍໃນປີ 2016 ນີ້. ແຕ່ມາເຖິງ ປັດຈຸບັນ ຍັງອີກ 4 ຮ້ອຍປາຍ ເຮັກຕາ ຈາກ ຈຳນວນ ທັງໝົດ 1 ພັນ ເຮັກຕາ ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍເທື່ອ. ຕາມ ຄຳເວົ້າຂອງ ປະຊາຊົນ ໃນເຂດ ທີ່ໂຄງການ ກວມເອົາ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນວັນທີ 28 ພຶສຈິກາ ນີ້ວ່າ:
"ຍັງບໍ່ທັນໄດ້ ບໍ່ທັນແລ້ວ ປານນີ້ ຍັງບໍ່ມີຄຳສັ່ງ ບໍ່ທັນໄດ້ອອກ ຂະເຈົ້າເວົ້າ ຫັ້ນວ່າ ທ້າຍປີນີ້ ໃຫ້ມັນໝົດ ມັນກໍສິໝົດ ແຕ່ເດືອນ ຕົວພັນ ເຮັກຕ້າ ນັ້ນນະ ປັດຈຸບັນ ນີ້ກໍຍັງ ບໍ່ເໜັງບໍ່ຕີງ ເອີຕົວ ພັນ ເຮັກຕ້າ ນີ້ ຈຳນວນນຶ່ງ ກໍໄດ້ ຈຳນວນນຶ່ງ ກໍຍັງຢູ່ ແຕ່ຕົວໃໝ່ ນີ້ ກໍຍັງບໍ່ທັນ ໄດ້ຈັກຄົນ".
ໂຄງການເຂດເສຖກິດ ກວມລວມ ໄຊເສດຖາ ກວມເອົາ ເນືຶອທີ່ດິນ ຂອງ ປະຊາຊົນ 1 ພັນ ເຮັກຕາ ແລະ ສ່ວນທີ່ຂຍາຍ ເພື່ອຈະພັທນາ ເປັນເຂດ ອຸດສາຫະກັມ ເພີ້ມອີກ 1,360 ເຮັກຕາ ນັ້ນ ທາງການ ຍັງບໍ່ທັນ ໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ ປະຊາຊົນ ຈັກຄອບຄົວ.
ກ່ຽວກັບເຣຶ່ອງນີ້ ປະຊາຊົນ ອີກຜູ້ນຶ່ງ ກ່າວວ່າ ຢາກໃຫ້ ທາງການ ແກ້ໄຂເຣຶ່ອງ ຄ່າຊົດເຊີຍ ໃຫ້ ປະຊາຊົນ ໄວເທົ່າໃດ ຍິ່ງດີ ຍ້ອນວ່າ ພວກເຂົາ.ເຈົ້າ ຈະເອົາເງິນ ໄປຊື້ ຢູ່ບ່ອນໃໝ່:
"ທາງເງິນລະວ່າ ມື້ນີ້ ມື້ໜ້າ ເພິ່ນກໍເວົ້າ ຈັ່ງຊັ້ນລະ ແຕ່ປີກາຍ ກໍຍັງບໍ່ເຫັນ ເພາະວ່າ ຈິດໃຈກໍຢາກ ໃຫ້ມັນແນ່ ຫັ້ນລະ ວ່າທາງເຣື່ອງຫຍັງ ຫັ້ນນະ ຢາກເອົາເງິນມາ ຢາກໃຫ້ຂະເຈົ້າ ອອກຈາກດິນ ທີ່ວ່າຖືກ ກະທົບຊີ້ນ່າ ຄັນຮອດສິຍ້າຍກ່ອນ ຂະເຈົ້າກ່ອນໄປ ສົມມຸດ ສິວ່າຈ້າງ ສ້າງບໍ ກໍບໍ່ມີເງິນ ໄປຊື້ຊີ້ນ່າ".
ໂຄງການເຂດເສຖກິດ ກວມລວມ ໄຊເສດຖາ ກວມເອົາ 6 ບ້ານ ຂອງ 2 ເມືອງ ຄື: 3 ບ້ານ ຢູ່ເມືອງ ໄຊທານີ ຄື ບ້ານຫົວວຽງ, ບ້ານ ສ້າງຫົວບໍ່ ແລະ ບ້ານ ສະພັງຄະນັງ ແລະ ຢູ່ເມືອງ ໄຊເສດຖາ 3 ບ້ານ ຄືບ້ານນາໂນ, ບ້ານໂຊກໃຫຍ່ ແລະ ບ້ານໂຊກນ້ອຍ.
ໂຄງການນີ້ ມີມູນຄ່າ ການລົງທຶນ 1,024 ຕື້ກີບ ຫລືປະມານ 128 ລ້ານໂດລາ ສະຫະຣັຖ. ໃນນັ້ນ 25% ເປັນທຶນຂອງຣັຖ. ສ່ວນທີ່ເຫຼືອ ເປັນຂອງ ບໍຣິສັດຈີນ ຈາກ ແຂວງຍຸນນານ.