ຄະດີສວນພູຄຳ ຍັງບໍ່ໄດ້ຮັບ ການແກ້ໄຂ: ມາຟັງ ນຳກັນ
2023.10.01
ທ່ານ ພູຄຳ ອ້ວນນວນສາ, ເຈົ້າຂອງທຸຣະກິຈ ສວນພູຄຳ, ໄດ້ໃຫ້ສັມພາດ ກ່ຽວກັບຄະດີສວນພູຄຳ ຍັງບໍ່ມີຄວາມຄືບໜ້າ. ພ້ອມນີ້ ກໍຮຽກຮ້ອງໄປຍັງ ທາງການລາວ ຊອກຫາວິທີແກ້ໄຂ ເພື່ອໃຫ້ສັງຄົມ ເຂົ້າໃຈ ຕໍ່ບັນຫານີ້.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ສູ່ຣາຍການ “ມາຟັງນຳກັນ” ສັປດານີ້ ມາຕິດຕາມ ສັມພາດ ທ່ານ ພູຄຳ ອ້ວນນວນສາ, ເຈົ້າຂອງກິຈການ ສວນພູຄຳ, ກ່ຽວກັບ ຄະດີສວນພູຄຳ ທີ່ຍັງບໍ່ມີ ຄວາມຄືບໜ້າ. ຕໍ່ການອອກມາ ສັມພາດເທື່ອນີ້, ທ່ານ ພູຄຳ ອ້ວນນວນສາ ກໍໄດ້ເນັ້ນໜັກໄປທີ່ ຄູ່ກໍຣະນີ ໃຫ້ອອກມາຖແລງ ກ່ຽວກັບ ສັນຍາ ທັງການໂຍກຍ້າຍ ຊາວຄ້າຂາຍ ໄປໃຫ້ຕລາດຈີນ ແລະ ການຍົກ ເລີກສັນຍາ ສັມປະທານ.
ຜ່່ານມາ ທ່ານ ຄໍາຜຸຍ ໂນລາ, ຫົວໜ້າ ຜແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໄດ້ອອກມາຖແລງຂ່າວ ຜ່ານສື່ມວນຊົນ ເມື່ອວັນທີ 16 ສິງຫາ 2023, ແຕ່ນັ້ນ ຍັງບໍ່ ແມ່ນປະເດັນປີກຍ່ອຍ ຍັງມີອີກ ຫຼາຍປະເດັນ ທີ່ບໍ່ໄດ້ກ່າວເຖິງ. ເຊີ່ງ ທ່ານ ພູຄຳ ອ້ວນນວນສາ ກໍໄດ້ອອກມາ ຊີ້ແຈງຕື່ມ ເພື່ອໃຫ້ສັງຄົມ ເຂົ້າໃຈ ເຖິງບັນຫາ ທີ່ແທ້ຈິງ. ຕໍ່ໄປ ຂໍເຊີນທ່ານຕິດຕາມ ຟັງສັມພາດ ຈາກ ໄຊຍາ…
ໄຊຍາ: (ສຽງສັມພາດ)
…
ໄມຊູລີ: ທ່ານຜູ້ຟັງ… ນັ້ນກໍຄື ກາສັມພາດ ທ່ານ ພູຄຳ ອ້ວນນວນສາ, ຊຶ່ງ ທ່ານໄດ້ຊີ້ແຈງ ຣາຍລະອຽດເຖີງການຖແລງຂ່າວ ຂອງແຂວງຊຽງຂວາງ ແລະ ຮຽກຮ້ອງ ໃຫ້ຄູ່ກໍຣະນີ ກໍຄື ອະດີດ ເຈົ້າແຂວງຊຽງຂວາງ ທີ່ມີໜ້າທີ່ຮັບຜິດຊອບ ໃນຕອນນັ້ນ ໄດ້ອອກມາຖແລງ ໃຫ້ສັງຄົມ ໄດ້ຮັບຮູ້ຄວາມຈິງ. ພ້ອມນີ້ ກໍຂໍໃຫ້ທາງການລາວ ແກ້ໄຂຄະດີ ຫຼື ຫາທາງອອກ ຕໍ່ກັບ ຄະດີ ສວນພູຄຳ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ນັກລົງທຶນ.
…
ທ່ານຜູ້ຟັງມາຮອດນີ້ ຣາຍການ ຂອງພວກເຮົາກໍໝົດເວລາ ລົງແລ້ວ ກັບມາພົບກັນໃໝ່ ໃນໂອກາດໜ້າສະບາຍດີ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)