ດິນແດງຖົມນາ ຊາວບ້ານ ເດືອດຮ້ອນ
2017.04.02
ບໍຣິສັດ ຫົງອານຫຍ່າລາຍ ຊຶ່ງເປັນບໍຣິສັດ ຮັບເຫມົາກໍ່ສ້າງ ສນາມບິນສາກົນ ຫນອງຄ້າງ ທີ່ເມືອງຊຳເຫນືອ ແຂວງຫົວພັນ ໄດ້ເລີ້ມຂຸດດິນ ອອກຈາກນາ ຂອງຊາວບ້ານ ໃນບໍຣິເວນໃຫ້ຄຽງ ທີ່ບໍຣິສັດ ເອົາມາຖົມໃສ່ ໃນແຜນການ ຈະສ້າງສນາມບິນ, ຫຼັງຈາກ ທີ່ເຈົ້າຂອງນາຫຼາຍ ຄົນ ຮ້ອງຮຽນໄປຫາ ທາງການແຂວງ ໃຫ້ແກ້ໄຂ ຍ້ອນປູກຝັງບໍ່ໄດ້. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ມິນາ ນີ້ວ່າ:
"ຜົລກະທົບນານີ້ ແຕ່ນີ້ພະນັກງານ ເຮົາກຳລັງເຮັດສູ່ມື້ ກຳລັງເອົາຣົດຂຸດດິນແດງ ອອກຈາກທົ່ງນາ ຈົກອອກໄປຖິ້ມບ່ອນອື່ນ ເອົາດິນດີ ເອົາດິນຝຸ່ນ ມາຖົມໃສ່ ຍັງຈຳນວນນຶ່ງ ນາຢູ່ຫນ້າກອງບ້ານ ກະຍັງບໍ່ທັນແລ້ວ".
ທ່ານກ່າວຕື່ມວ່າ ໃນຂນະດຽວກັນ ກໍຍັງ ມີດິນນາ ຂອງປະຊາຊົນ ຢູ່ໃກ້ຄຽງອີກຈໍານວນນຶ່ງ ທີ່ຖືກທາງໂຄງການ ເອົາດິນແດງ ມາຖົມໃສ່ ເຊັ່ນກັນ ຊຶ່ງທາງບໍຣິສັດ ບອກວ່າ ຈະບໍ່ຂຸດອອກໃຫ້ ແລະ ຈະຈ່າຍເງິນ ຄ່າຊົດເຊີຍໃຫ້ແທນ ແຕ່ຊາວບ້ານ ບໍ່ພໍໃຈ. ດິນນາຊາວບ້ານ ທີ່ ໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງສນາມບິນ ຫນອງຄ້າງນັ້ນ ບໍ່ຮູ້ຄັກແນ່ວ່າ ມີຈັກເຮັກຕາແທ້ ແລະ ມີປະຊາຊົນ ໄດ້ຮັບຜົລກະທົບ ຫຼາຍປານໃດ.
ບໍຣິສັດຮັບເໝົາກໍ່ສ້າງ ສນາມບິນຫນອງຄ້າງ ໄດ້ເອົາດິນແດງ ມາຖົມນາຊາວບ້ານ ໃກ້ຄຽງ ບ່ອນຈະສ້າງສນາມບິນ ມາເປັນເວລາສອງປີ ແລ້ວ ເຮັດໃຫ້ຊາວບ້ານ ບໍ່ສາມາດປູກເຂົ້າໄດ້ ກ່ອນຫນ້ານີ້ ຊາວບ້ານໄດ້ ຮິບໂຮມເງິນກັນ ຈ້າງຣົດດຸດດິນ ອອກຈາກນາ ແຕ່ບໍ່ສາມາດ ເຮັດໄດ້ຫມົດ ຍ້ອນເງິນບໍ່ພໍ ຈຶ່ງໄດ້ໄປຮ້ອງຮຽນຕໍ່ ຫ້ອງການເມືອງ ໃຫ້ມາແກ້ໄຂ. ໃນປັດຈຸບັນ ໂຄງການ ສນາມບິນຫນອງຄ້າງ ໄດ້ໂຈະ ການກໍ່ສ້າງ ຊົ່ວຄາວ ຍ້ອນບໍຣິສັດ ຫົງອານຫຍ່າລາຍ ມີບັນຫາ ທາງການເງີນ.