ນັກຮຽນຫຼາຍຄົນ ສົນໃຈສຶກສາຕໍ່ ວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟ
2023.08.22
ວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟ ກະຊວງສຶກສາທິການ ແລະ ກິລາຂອງລາວ ປະກາດຮັບສມັກ ນັກສຶກສາໃໝ່ ປະຈຳສົກຮຽນ 2023-2024 ລະຫວ່າງວັນທີ 15 ສິງຫາ ຫາ 14 ກັນຍາ 2023, ເຊິ່ງຖືວ່າເປັນການຮັບສມັກ ນັກສຶກສາ ຫຼັກສູດຊັ້ນສູງ ວິຊາສະເພາະ ການຣົຖໄຟ ຣຸ້ນທຳອິດ ຢູ່ປະເທດລາວ. ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ຜູ້ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ຜູ້ສົນໃຈສມັກຮຽນ ສາມາດເຂົ້າຕິດຕໍ່ພົວພັນ ເພື່ອຊື້ແບບຟອມ ສມັກເຂົ້າຮຽນ ພ້ອມທັງກະກຽມເອກະສານ ປະກອບການສມັກຮຽນ ເປັນຕົ້ນ ໃບປະກາດຈົບຊັ້ນມັທຍົມຕອນປາຍ ແລະ ຮູບຖ່າຍຜູ້ສມັກ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 21 ສິງຫາ 2023 ນີ້ວ່າ:
“ຍັງເປີດຢູ່ເດີ້, ຍັງເປີດຢູ່ ຕອນນີ້ຢູ່ໂຮງຮຽນນີ້ແຫຼະ. ມາຊື້ຄຳຮ້ອງໂລດເດີ້. ນຶ່ງມາລະຕ້ອງຈົບ ມໍ 7, ສອງມາ ລະແມ່ນເອົາຮູບໃບປະກາດມໍ 7. ມາຊື້ຟອມແລ້ວກະຍື່ນເລີຍ. ລໍຖ້າເອົາເລີຍ ລໍຖ້າເອົາໃບຄຳຮ້ອງເສັງ. ວັນທີ 15 ເດືຶອນ 9 ເສັງ. ຄ່າແບບຟອມ 28,000 ກີບ.”
ທ່ານກ່າວຕື່ມວ່າ ພາຍຫຼັງທີ່ນັກສຶກສາ ວິຊາສະເພາະທາງຣົຖໄຟ ສຳເຣັດການສຶກສາແລ້ວ ຈະໄດ້ຮັບ ໃບປະກາດສະນິຍະບັດ ຊັ້ນສູງ ແລະ ສາມາດນຳວຸດທິ ການສຶກສານີ້ ໄປສະມັກງານ ນຳບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ຫຼື ພາກສ່ວນທີ່ກ່ຽວຂ້ອງ. ທັງນີ້, ທາງບໍຣິສັດ ກໍພວມພິຈາຣະນາ ວ່າ ຈະໄດ້ກຳນົດໂກຕ້າ ຮັບພະນັກງານ ຈາກນັກສຶກສາ ວິຊາສະເພາະ ທາງຣົຖໄຟດັ່ງກ່າວ ໃນອະນາຄົດອີກດ້ວຍ.
ສຳລັບຫຼັກສູດຊັ້ນສູງ ວິຊາການຣົຖໄຟ ຂອງວິທຍາໄລ ເຕັກນິກ-ວິຊາຊີບ ການຣົຖໄຟ ເປັນຫຼັກສູດ 3 ປີ ປະກອບມີ 6 ສາຂາວິຊາ ເປັນຕົ້ນ ສາຂາວິຊາ ເຕັກນິກຫົວ ຣົຖໄຟ, ສາຂາວິຊາ ເຕັກນິກ ຕູ້ຣົຖໄຟ, ສາຂາວິຊາ ສັນຍານທາງຣົຖໄຟ, ສາຊາວິຊາ ວິສະວະກັມ ທາງຣົຖໄຟ, ສາຂາວິຊາ ຄຸ້ມຄອງການຂົນສົ່ງ ທາງຣົຖໄຟ ແລະ ສາຂາວິຊາການສນອງໄຟຟ້າ ທາງຣົຖໄຟ. ໂດຍ ທາງວິທຍາໄລ ປະກາດຈະຮັບສມັກ ນັກສຶກສາ ຮຸ່ນທຳອິດ ເປັນຈຳນວນ 360 ຄົນ.
ທາງດ້ານ ນັກຮຽນ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ນາງເອງທີ່ຮຽນຈົບຫຼັກສູດຊັ້ນສູງ ວິຊາໄຟຟ້າ ເອເລັກໂຕຣນິກ ຈາກສະຖາບັນການສຶກສາ ເຕັກນິກ ວິຊາຊີບແຫ່ງນຶ່ງ ແຕ່ຢາກຮຽນ ຫຼັກສູດຊັ້ນສູງ ກ່ຽວກັບວິຊາສະເພາະ ດ້ານທາງຣົຖໄຟ ອີກໃບນຶ່ງ ເພື່ອຊອກຫາໂອກາດ ວຽກເຮັດງານທຳ ດ້ານເຕັກນິກ ທາງຣົຖໄຟຕື່ມ ແລະ ເຫັນວ່າ ສາຂາວິຊາຄຸ້ມຄອງ ການຂົນສົ່ງທາງຣົຖໄຟ ແມ່ນມີຄວາມເໝາະສົມ ຫຼາຍກວ່າ.
“ໂດຍ, ແມ່ນລະ. ຄຸ້ມຄອງນ່າ. ນ້ອງຮຽນໄຟຟ້າ ເອເລັກໂຕຣນິກ ຫາກໍຈົບ ຊັ້ນສູງ. ບໍ່ຮູ້ເດ, ບໍ່ຮູ້ວ່າຕ້ອງຮຽນອີຫຍັງ ກໍຄິດວ່າ ມັນມີອັ່ນ 6 ສາຂາ ແມ່ນບໍ່. ນ້ອງກະຄິດວ່າຜູ້ຍິງກໍນ່າຈະ ເໝາະສົມກັບຄຸ້ມຄອງ ຫຼາຍກ່ອນເພາະວ່າ ວິຊາອື່ນມັນຈະໄປທາງຜູ້ຊາຍຫຼາຍກ່ອນເດ.”
ຂະນະທີ່ ນັກຮຽນ ອີກຜູ້ນຶ່ງ ຢູ່ແຂວງບໍຣິຄຳໄຊ ກ່າວວ່າ ລາວຫາກໍຮຽນຈົບມັທຍົມປາຍ ແລະ ກຳລັງກຽມສມັກຮຽນ ຢູ່ປະເທດວຽດນາມ ໃນຂແນງວິຊາ ເຕັກນິກ ທາງຣົຖໄຟ ແຕ່ລາວກໍມີຄວາມສົນໃຈ ທີ່ຈະຮຽນຢູ່ຫຼັກສູດຊັ້ນສູງ ຢູ່ວິທຍາໄລເຕັກນິກ-ວິຊາຊີບ ການຣົຖໄຟຄືກັນ.
“ກະຢາກສມັກຢູ່ ສາຂາກ່ຽວກັບຢູ່ລາງຣົຖໄຟແນ່ດຸ. ຕອນນີ້ຈົບ ມໍ 7. ກຳລັງກຽມເອກສານໄປຮຽນຢູ່ວຽດ (ທາງດ້ານຣົຖໄຟ).”
ນັກຮຽນຜູ້ນີ້ ກ່າວຕື່ມວ່າ ສາເຫດທີ່ລາວສົນໃຈ ຮຽນເຕັກນິກດ້ານທາງຣົຖໄຟ ກໍຍ້ອນວ່າ ເງິນເດືອນ ສູງກວ່າ ເຮັດວຽກໃນຂແນງການເຕັກນິກອື່ນ ຢູ່ໃນພາກຣັຖ ຫຼື ເອກະຊົນອື່ນໆ ໃນປະເທດລາວ. ຈຸດພິເສດທີ່ພົ້ນເດັ່ນ ຂອງຫຼັກສູດວິຊາສະເພາະ ທາງຣົຖໄຟ ຄື ລາຄາຄ່າຮຽນແມ່ນພຽງແຕ່ປີລະ 1,400,000 -1,500,000 ກີບ, ອີກທັງ ຜູ້ສມັກຮຽນ ບໍ່ຈຳເປັນຕ້ອງມີພື້ນຖານ ພາສາຈີນ ໂດຍຈະມີການສິດສອນພາສາຈີນ ສຳລັບນັກສຶກສາ ໃນຫຼັກສູດນີ້, ເຊິ່ງໃນປັດຈຸບັນ ສາຂາວິຊາ ທີ່ມີຜູ້ສມັກສອບເສັງຫຼາຍ ແມ່ນສາຂາວິຊາຄຸ້ມຄອງ ການຂົນສົ່ງ ທາງຣົຖໄຟ ຂະນະທີ່ສາຂາວິຊາເຕັກນິກອື່ນ ໂດຍສະເພາະ ສາຂາວິຊາ ວິສະວະກັມ ທາງຣົຖໄຟ ຍັງບໍ່ທັນມີຜູ້ສມັກປານໃດ.
ດັ່ງທີ່ ອາຈານຜູ້ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຄ່າເທີມຕໍ່ປີນີ້ ປະມານ 1,400,000-1,500,000 ສອງເທີມ. ມັນຈຳເປັນ ເພາະວ່າຢູ່ນີ້ກະໄດ້ຮຽນພາສາຈີນຄືກັນ ເຣີ່ມຕົ້ນ. ບໍຣິການຂົນສົ່ງມີ (ຜູ້ສມັກຫຼາຍ) ແຕ່ວ່າວິສະວະກັມ ບໍ່ມີ (ຜູ້ສມັກ).”
ທ່ານກ່າວຕື່ມວ່າ ຂະນະນີ້ ຍັງບໍ່ທັນມີຂໍ້ກຳນົດວ່າ ນັກສຶກສາຫຼັກສູດນີ້ ຈະຕ້ອງສອບເສັງພາສາຈີນ HSK Test (Hanyu Shuiping Kaoshi or The Chinese Proficiency Test) ນຳອີກ ກ່ອນສຳເຣັດການສຶກສາ ຫຼື ກ່ອນສະມັກເຮັດວຽກ ຫຼື ບໍ່.
ໃນເມື່ອກ່ອນ, ການດຳເນີນວຽກງານ ເຕັກນິກດ້ານທາງຣົຖໄຟ ລາວ-ຈີນ ແມ່ນຈະຕ້ອງໄດ້ໃຊ້ ນັກຊ່ຽວຊານຊາວຈີນ ເປັນຜູ້ດຳເນີນວຽກງານ ເຊິ່ງເຮັດໃຫ້ການຈ້າງງານຊາວລາວ ໃນຂແນງວິຊາສະເພາະ ມີຈຳນວນນ້ອຍ ຍ້ອນທັກສະ ຄວາມຮູ້ຂແນງວິຊາສະເພາະຂອງຊາວລາວ ຍັງບໍ່ທັນມີມາຕຖານ ທຽບເທົ່າ ນັກຊ່ຽວຊານຊາວຈີນ.
ດ້ວຍເຫດນີ້, ຈຶ່ງມີຄວາມຈຳເປັນຕ້ອງໄດ້ສ້າງຕັ້ງ ວິທຍາໄລເຕັກນິກ-ວິຊາຊີບ ການຣົຖໄຟ ສຳລັບສ້າງ ບຸກຄະລາກອນຊາວລາວ ທີ່ມີທັກສະໃນວຽກງານເຕັກນິກ ດ້ານທາງຣົຖໄຟ, ເຊິ່ງເປັນນຶ່ງ ໃນໂຄງການພັທນາ ອາຊີວະສຶກສາ ລະຫວ່າງລາວ ແລະ ຈີນ, ໂດຍໄດ້ມີການສົ່ງຄຣູອາຈານ ຊາວລາວ ໄປເຝິກອົບຮົມ ຫຼັກສູດການສິດສອນວິຊາສະເພາະ ເຕັກນິກດ້ານທາງຣົຖໄຟ ຢູ່ແຂວງຢຸນນານ ປະເທດຈີນ ເປັນເວລາ 2 ປີ. ເຊິ່ງຫາກໍໄດ້ສຳເຣັດ ການເຝິກອົບຮົມ ໃນວັນທີ 31 ກໍຣະກະດາ 2023 ທີ່ຜ່ານມາ.
ນອກຈາກນີ້ແລ້ວ, ລາວ ແລະ ຈີນ ກໍໄດ້ມີການແລກປ່ຽນ ກ່ຽວກັບການພັທນາ ຂແນງອາຊີວະສຶກສາ ຢູ່ປະເທດລາວ. ໂດຍໃນເດືອນກໍຣະກະດາ 2023 ທີ່ຜ່ານມາ, ສະມາຄົມແລກປ່ຽນ ການສຶກສາສາກົລ ລາວ-ຈີນ ຮ່ວມກັບສະຖາບັນ ພັທນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາຂອງລາວ ແລະ ວິທຍາໄລພົລເຮືອນ ຊາງຊາ ຂອງປະເທດຈີນ ໄດ້ຈັດສັມມະນາຮ່ວມມື ທາງດ້ານອາຊີວະສຶກສາ ລາວ-ຈີນ ປະຈຳປີ 2023 ຢູ່ນະຄອນຫຼວງວຽງຈັນ. ເຊິ່ງໃນໂອກາດດຽວກັນນີ້ ທັງສອງຝ່າຍ ກໍໄດ້ເຊັນສັນຍາ ຮ່ວມມືກັນ ກໍ່ສ້າງເຄືອຂ່າຍ ໃນການພັທນາ ອາຊີວະສຶກສາ ຢູ່ລາວ ອີກທັງ ວິທຍາໄລ ເຕັກນິກລາວ-ເຢັຽຣະມັນ ແລະ ວິທຍາໄລ ເຕັກນິກ ວິຊາຊີບເວີນໂຈ ຂອງຈີນ ກໍໄດ້ເຊັນສັນຍາຮ່ວມມື ແລະ ຖອດຖອນບົດຮຽນ ການຮ່ວມມືອາຊີວະລາວ-ຈີນ ນຳດ້ວຍ.