ລາວຈະທຸກຊໍ້າ ຈີນມີແຕ່ໄດ້

ອະວາຣີ
2014.04.09
F-china-train ຣົດໄຟ ຄວາມໄວສູງ ທີ່ໃຊ້ໃນ ສປຈີນ
CHT

 

ນັກຊ່ຽວຊານ ດ້ານ ເຖສກິດ ໃຫ້ ເຫດຜົນວ່າ ລາວ ຍັງເປັນ ປະເທດ ທີ່ທຸກຍາກ ຢູ່ ມີຜົນຜລິດ ລວມ ພາຍໃນ ປະເທດ ຫລື ຈີດີພີ ບໍ່ເຖິງ 10 ຕື້ ດອນລ່າ ສະຫະຣັຖ ແຕ່ຈະຢືມ ເງິນ ເຖິງ 7 ຕື້ ດອນລ່າ ເພື່ອສ້າງ ທາງ ຣົດໄຟ ຊຶ່ງເທົ່າໆ ກັບ 70 ສ່ວນຮ້ອຍ ຂອງ ຈີດີພີ.

ຕາມກົດ ຣະບຽບ ຂອງ ການຢືມເງິນ ຣະຫວ່າງ ຊາດ ແລ້ວ ຈະບໍ່ມີ ປະເທດໃດ ໃນໂລກ ທີ່ຈະກ້າ ຢືມເງິນ ຫລາຍ ເຖິງປານນັ້ນ ແລະ ກໍຈະບໍ່ມີ ປະເທດໃດ ໃນໂລກ ເຊັ່ນກັນ ທີ່ ຈະກ້າໃຫ້ ປະເທດ ອື່ນ ທີ່ ມີຣາຍໄດ້ ຣາຍຮັບ ໜ້ອຍຄື ລາວ ຢືມເງິນ ຢ່າງ ມະຫາສານ ແບບນັ້ນ.

ອົງການ ກອງທຶນເງິນ ສາກົນ ຫລື IMF ເຕືອນ ຣັຖບານ ລາວ ວ່າ ການຢືມເງິນ ເຖິງ 7 ຕື້ ດອນລ່າ ຈະເຮັດໃຫ້ ປະເທດ ລາວ ຕິດໜີ້ ຕ່າງ ປະເທດ ເພິ້ມຂື້ນ ເປັນ 125 ສ່ວນຮ້ອຍ ຂອງ ຈີດີພີ ເພິ້ມຂື້ນ ຈາກ ໜີ້ ປັດຈຸບັນ 35 ສ່ວນຮ້ອຍ ເຖິງ 5 ເທົ່າ. ນັ້ນຖືວ່າ ເປັນການ ຢືມເງິນ ເກີນ ຄວາມ ສາມາດ, ປະເທດລາວ ຈະຕົກຢູ່ ໃນ ສະພາບ ເສຖກິດ ບໍ່ທຸນທ່ຽງ. ນັກລົງທຶນ ຕ່າງ ປະເທດ ຈະບໍ່ກ້າ ໄປລົງທຶນ ຢູ່ລາວ ເພາະຂາດ ຄວາມ ເຊື່ອໝັ້ນ ໃນ ເສຖກິດ ຂອງລາວ.

ຮ້າຍໄປກວ່ານັ້ນ ນັກ ເສຖສາດ ຕ່າງ ປະເທດ ຍັງເຕືອນ ຣັຖບານ ລາວ ອີກວ່າ ການຢືມເງິນ ຫລາຍ ເຖິງປານນັ້ນ ບໍ່ພຽງແຕ່ ຈະເຮັດໃຫ້ ເສຖກິດ ຂອງລາວ ບໍ່ທຸນທ່ຽງ ເທົ່ານັ້ນ ແຕ່ ຍັງຈະ ເຮັດໃຫ້ ປະເທດ ລາວ ສູນເສັຍ ເອກກະຣາຊ ແລະ ອະທິປະໄຕ ສ່ວນໃດ ສ່ວນນຶ່ງ ໄປນຳ.

ຈົນເຖິງ ປັດຈຸບັນ ຣັຖບານ ລາວ ກໍຍັງ ບໍ່ທັນ ເປີດເຜີຍ ຣາຍລະອຽດ ວ່າ ປະເທດ ແລະ ປະຊາຊົນ ລາວ ຈະໄດ້ຮັບ ຜົນປະໂຍດ ແນວໃດ ຈາກ ທາງຣົດໄຟ ຄວາມໄວ ສູງ ແລະ ຈະໃຊ້ໜີ້ ຄືນແນວໃດ. ນັກ ເສຖສາດ ຄິດວ່າ ຖ້າ ຣັຖບານ ລາວ ຫວັງວ່າ ຈະໃຊ້ໜີ້ ຄືນ ໂດຍອາໄສ ຊັພຍາກອນ ທັມມະຊາດ ເຊັ່ນ ແຮ່ທາດ ຄຳ ແລະ ທອງ. ແຕ່ຖ້າ ຣາຄາ ແຮ່ທາດ ເຫລົ່ານີ້ ຕົກຕ່ຳ ລົງ ຣັຖບານ ລາວ ຈະຫາເງິນ ຈາກໃສ ເພື່ອ ໃຊ້ໜີ້ ຄືນ.

ສລຸບແລ້ວ ນັກເສຖສາດ ເວົ້າວ່າ ການສ້າງ ທາງຣົດໄຟ ຄວາມໄວ ສູງ ຣະຫວ່າງ ລາວ-ຈີນ ນັ້ນ ແທນທີ່ ຈະເຮັດໃຫ້ ປະເທດລາວ ຈະເຣີນ ກ້າວໜ້າ ອາດຈະແຮ່ງ ເຮັດໃຫ້ ລາວ ທຸກຍາກລົງ ຊ້ຳຕື່ມ. ສ່ວນຈີນ ແຮ່ງ ຈະດີໃຈ ເພາະ ຈະໄດ້ສົ່ງ ສິນຄ້າ ໄປຕາມ ທາງຣົດໄຟ ລົງໄປ ເຖິງໄທ ມາເລເຊັຍ ແລະ ສິງກະໂປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.