ລາວ-ຈີນຈິງຈັງເວົ້າເຣື້ອງ ຣົດໄຟ

ຈໍາປາທອງ
2014.04.10
F-china-laos-train ຣົຖໄຟຄວາມໄວສູງ ກໍເປັນໂຄງການນື່ງ ຕ້ອງລົງທຶນ ຢ່າງມະຫາສານ ຂອງສປຈີນ ທີ່ຈະພັທນາ ຮ່ວມກັບ ສປປລາວ
Manager

 

ໃນວັນ ອັງຄານ ລາວ ຈີນ ໃຫ້ ຄໍາໝັ້ນ ໃນ ຣະຫວ່າງ ການ ເຈຣະຈາ ເລັ່ງການ ກໍ່ສ້າງ ທາງ ຣົດໄຟ ຄວາມໄວ ສູງ ແລະ ຫວັງວ່າ ຈະ ເປັນໄປໄດ້ ທີ່ ຈະມີການ ລົງນາມ ໃນຂໍ້ ຕົກລົງ ຮ່ວມກັນ ໃນໄວໆນີ້.

ການ ເຈຣະຈາ ຕໍ່ລອງ ກ່ຽວກັບ ຂໍ້ຕົກລົງ ເຣື່ອງ ທາງ ຣົດໄຟ ຣະຫວ່າງ ຣັຖບາລ ລາວ ແລະ ຈີນ ໄດ້ລິເລີ້ມ ສົ່ງເສີມ ການເຊື່ອມຕໍ່ ຣະຫວ່າງ 2 ປະເທສ ເພື່ອນບ້ານ ຊຶ່ງ ນາຍົກ ຣັຖມົນຕຣີ ຂອງ 2 ປະເທສ, ທ່ານ ທອງສິງ ທໍາມະວົງ ແລະ ທ່ານ ລີ ກີກຽງ ໄດ້ ປະກາດ ພາຍຫລັງ ການ ປະຊຸມ ທີ່ເມືຶອງ Sanya ແຂວງ Hainan ໃນ ຣະຫວ່າງ ການຢ້ຽມຢາມ ປະເທສ ຈີນ.

ທ່ານ ລີ ກ່າວວ່າ ທາງ ຣົດໄຟ ຈີນ-ລາວ ເປັນຈຸດເລັ່ງ ຂອງ ການຮ່ວມມື ທີ່ ສໍາຄັນ ຢ່າງຕໍ່ເນື່ອງ ຣະຫວ່າງ 2 ປະເທສ ແລະຈີນ ຫວັງວ່າ ຂໍ້ຕົກລົງ ທີ່ ສາມາດ ບັນລຸໄດ້ ໄວເທົ່າໃດ ຍິ່ງດີນັ້ນ ຈະເປັນ ພື້ນຖານ ໃຫ້ແກ່ ການຮ່ວມມື ກັນຕໍ່ໄປ.

ທ່ານວ່າ: “ລາວຍິນດີ ທີ່ ຈະເຫັນຜົລ ເປັນ ຮູບປະທັມ ກ່ຽວກັບ ໂຄງການ ທາງ ຣົດໄຟ ໄວເທົ່າໃດ ຍິ່ງດີ ເຊັ່ນດຽວກັນ ກັບ ການຮ່ວມມື ອັນເລິກເຊິ່ງ ໃນຂແນງ ການ ອື່ນໆ‘’ ຊຶ່ງ ຈີນ ໄດ້ກາຍເປັນ ຜູ້ລົງທຶນ ຣາຍໃຫຍ່ ທີ່ສຸດ ຢູ່ລາວ ໃນມູນຄ່າ ກວ່າ 5 ຕື້ ໂດລາ ສະຫະຣັດ ແລະ ການຄ້າ ຣະຫວ່າງ ລາວ-ຈີນ ເມື່ອປີ 2013 ກໍມີ ມູູນຄ່າ ເຖິງ 2 ຕື້ 30 ລ້ານ ໂດລາ ຄືເພີ່ມຂຶ້ນ ຈາກປີກ່ອນ ນັ້ນເກືອບ ເຖິງ 30 ສ່ວນຮ້ອຍ.

ຣາຍງາຍ ວ່າ 2 ຝ່າຍ ລາວ-ຈີນ ກໍາລັງ ເຮັດວຽກ ກ່ຽວກັບ ຣາຍຣະອຽດ ຂອງ ການກູ້ ຢືມເງິນ ເພື່ອ ສ້າງທາງ ຣົດໄຟ ຊຶ່ງ ມີມູນຄ່າ ເຖິງ 7 ຕື້ ໂດລາ ສະຫະຣັຖ. ທາງ ຣົດໄຟ ສາຍນີ້ ຈະເປັນ ສ່ວນນຶ່ງ ຂອງ ແຜນ ທາງຣົດໄຟ ຂ້າມ ຊາຍແດນ ທີ່ ໄດ້ລິເລີ່ມ ໃນປີ 1960 ແລະ ເລີ່ມເປັນ ຮູບຮ່າງ ພາຍຫລັງ 18 ປະເທສ ໄດ້ ລົງນາມ ໃນ ຂໍ້ຕົກລົງ ກ່ຽວກັບ ເຄືອຂ່າຽ ທາງ ຣົດໄຟ ໃນປີ 2006.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.