ປະຊາຊົນຢາກຮູ້ເຣື້ອງ ຄ່າ ຊົດເຊີຍ
2018.01.31
ປະຊາຊົນຢູ່ເມືອງໄຊ ແຂວງອຸດົມໄຊ ຫລາຍຄອບຄົວ ຊຶ່ງໄຮ່ນາ ຂອງພວກຂະເຈົ້າຖືກຫຼັກໝາຍ ທາງຣົດໄຟຜ່ານນັ້ນ ຕ້ອງການຢາກຮູ້ ກ່ຽວກັບຄ່າຊົດເຊີຍທີ່ຈະໄດ້ຮັບ ຍ້ອນເຫັນວ່າທາງການ ບໍ່ໄດ້ລົງມາໃຫ້ຂໍ້ມູນ ກ່ຽວກັບເຣື້ອງນີ້ ແຕ່ຢ່າງໃດ. ປັດຈຸບັນ ຊາວບ້ານບໍ່ສາມາດ ປູກເຂົ້າໄດ້ຍ້ອນ ໂຄງການຣົດໄຟ ລາວ-ຈີນ ໄດ້ປັກແລວທາງໃສ່ດິນນາ ຂອງພວກຂະເຈົ້າ ໄປທົ່ວ. ດັ່ງເຈົ້າຫນ້າທີ່ ທ້ອງຖີ່ນທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 30 ມົກຣາ ນີ້ວ່າ:
"ຄ່າຊົດສອກຊົດເຊີຍ ຈັ່ງຊັ້ນຈັ່ງຊີ້ ກໍຍັງບໍ່ທັນໄດ້ເງິນຫຍັງເທື່ອນະ ຍັງຫລາຍຄອບຄົວ ລໍຖ້າຈຸບໍ່ໄດ້ເຮັດນາ ຢາກໄດ້ເງິນຄ່າຊົດເຊີຍ ເຂົາເດ ຄ່າບໍ່ໄດ້ເຮັດນາ ແຕ່ວ່າຣັຖບານຍັງບໍ່ໃຫ້ຕາມນີ້ເທື່ອ."
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ປະຊາຊົນມີຄວາມກັງວົນຢ້ານບໍ່ມີເຂົ້າກິນ ໃນປີຫນ້າ ຍ້ອນວ່າບໍ່ສາມາດປູກເຂົ້າໄດ້ເລີຍ ຖ້າໄດ້ເງິນຄ່າຊົດເຊີຍ ກໍຈະໄປຊື້ດິນບ່ອນໃຫມ່ ເພື່ອປູກເຂົ້າ ໃນຣະດູຕໍ່ໄປໄດ້ ຊື່ງໃນເວລານີ້ ກໍບໍ່ມີວີ່ແວວວ່າ ຈະໄດ້ຄ່າຊົດເຊີຍ ຍ້ອນທາງການ ບໍ່ໄດ້ລົງມາໃຫ້ ຂໍ້ມູນກ່ຽວກັບ ຄວາມຄືບຫນ້າເທື່ອ.
ການດຳເນີນວຽກງານ ໃຫ້ຄ່າຊົດເຊີຍຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົດໄຟ ຢູ່ແຂວງອຸດົມໄຊ ຍັງຢູ່ໃນຂັ້ນຕອນການຫາລືກັນ ໃນສະພາແຂວງຢູ່, ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ສະພາແຂວງ ແຕ່ບໍ່ມີເຈົ້າຫນ້າທີ່ ຄົນໃດໃຫ້ຣາຍລະອຽດໄດ້ ຕ້ອງໄດ້ລໍຖ້າການປະກາດ ຢ່າງເປັນທາງການ ແຕ່ຍັງບໍ່ຮູ້ວ່າ ເວລາໃດ.
ວ່າງເດືອນທັນວາ ຜ່ານມາ ທ່ານ ຣັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ທັງເປັນຫົວຫນ້າໂຄງການ ກໍ່ສ້າງເສັ້ນທາງຣົດໄຟຝ່າຍລາວ ກ່າວຕໍ່ເອເຊັຽເສຣີ ວ່າສະພາປະຊາຊົນ ແຂວງຫຼວງນ້ຳທາ ແລະແຂວງວຽງຈັນ ໄດ້ຮັບຮອງເອົາຄ່າຊົດເຊີຽ ແກ່ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບແລ້ວ, ສ່ວນແຂວງອຸດົມໄຊ ຫລວງພຣະບາງ ແລະນະຄອນຫລວງວຽງຈັນ ນັ້ນກຳລັງຢູ່ໃນຂັ້ນຕອນ ຈັດຕັ້ງປະຕິບັດ.
ວຽກງານການສ້າງເສັ້ນທາງຣົດໄຟ ລາວ-ຈີນ ໃນແຂວງພາກເຫນືອ ໃນປັດຈຸບັນ ກຳລັງເຈາະອຸມົງ 53 ແຫ່ງໃນຈຳນວນ ທັງຫມົດ 76 ແຫ່ງສ່ວນວຽກງານ ການກໍ່ສ້າງທັງຫມົດ ສຳເຣັດແລ້ວ 16.4% ຄາດວ່າ ຈະໃຫ້ແລ້ວເສັດ ໃນປີ 2020 ຫລື 2021.