ຂ.ສາຣະວັນຈະກວດກາ ໂຮງງານ ໄມ້
2015.04.28
ແຂວງ ສາຣະວັນ ມີ ແຜນການ ຈະເພີ້ມ ການ ກວດກາ ແລະ ໃຊ້ ກົດ ຣະບຽບ ຢ່າງ ເຄັ່ງຄັດ ຕໍ່ ບໍຣິສັດ ໄມ້ ແປຮູບ ທີ່ ຜິດ ກົດ ຫມາຍ ແລະ ບໍ່ໄດ້ ມາຕຖານ ຖ້າ ພົບເຫັນ ຈະ ຖືກສັ່ງ ໃຫ້ ປິດ ກິຈການ. ທ່ານ ສີເຫັ່ງ ຫອມສົມບັດ ຮອງ ເຈົ້າ ແຂວງໆ ສາຣະວັນ ກ່າວວ່າ ໃນ ການ ກວດກາ ວ່າງ ຫລັງໆ ມານີ້ ພົບວ່າ ມີ ໂຮງງານ ໄມ້ ແປຮູບ ຂນາດ ໃຫຍ່ ໃນ ແຂວງ ສາຣະວັນ 45 ບໍຣິສັດ ໃນນັ້ນ ມີພຽງແຕ່ 25 ບໍຣິສັດ ເທົ່ານັ້ນ ທີ່ ໄດ້ ມາຕຖານ ຂອງ ກະຊວງ ອຸດສາຫະກັມ ແລະ ການຄ້າ ສ່ວນທີ່ ເຫລືອ ບໍ່ໄດ້ ມາຕຖານ ບາງຣາຍ ກໍ ຜິດ ກົດຫມາຍ.
ທ່ານ ໄດ້ກ່າວ ຕໍ່ ສື່ມວນຊົນ ທ້ອງຖິ່ນ ທີ່ ນະຄອນ ຫລວງ ວຽງຈັນ ໃນ ຊ່ວງ ທີ່ທ່ານ ມາຮ່ວມ ກອງ ປະຊຸມ ຫນ່ວຍງານ ຣັຖບານ ເປັນ ເວລາ 3 ວັນ ຊຶ່ງ ເປັນ ກອງ ປະຊຸມ ທີ່ ຄນະ ຣັຖບານ ບັນດາ ເຈົ້າແຂວງ ແລະ ເຈົ້າຄອງ ກຳແພງ ນະຄອນ ພົບປະ ຫາລື ກັນ ໃນ ບັນຫາ ຕ່າງໆ.
ທ່ານກ່າວ ຕື່ມວ່າ ນອກຈາກ ກວດກາ ແລະ ໃຊ້ ກົດຣະບຽບ ຢ່າງ ເຄັ່ງຄັດ ຕໍ່ ໂຮງງານ ໄມ້ ແປຮູບ ຂນາດ ໃຫຍ່ 45 ແຫ່ງ ແລ້ວ ທາງການ ແຂວງ ຍັງ ຈະວາງ ມາຕການ ໃສ່ ໂຮງງານ ໄມ້ ແປຮູບ ທີ່ ດຳເນີນ ກິຈການ ແບບ ຄອບຄົວ ນຳອີກ ຊຶ່ງ ໃນ ປັດຈຸບັນ ທີ່ ແຂວງ ສາຣະວັນ ມີ ໂຮງງານ ໄມ້ ແປຮູບ ຊນິດ ດັ່ງກ່າວ ກວ່າ 80 ແຫ່ງ ໃນນັ້ນ ມີພຽງ 15 ໂຮງງານ ເທົ່ານັ້ນ ທີ່ ໄດ້ຮັບ ອະນຸຍາດ ສ່ວນທີ່ ເຫລືອ ແມ່ນ ດຳເນີນ ກິຈການ ແບບ ຜິດ ກົດຫມາຍ. ແຂວງ ສາຣະວັນ ຍັງມີ ການຄ້າ ໄມ້ ທ່ອນ ທີ່ ຜິດ ກົດຫມາຍ ຫລາຍຢູ່ ໃນ ທຸກມື້ ນີ້.