ເຂດເສຖກິຈພິເສດ ບາງແຫ່ງ ບໍ່ໄດ້ສ້າງວຽກງານ ໃຫ້ຄົນທ້ອງຖິ່ນ

0:00 / 0:00

ການ​ສັມ​ປະ​ທານ ໂຄງ​ການ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ​ທີ່​ຜ່ານ​ມາ ​ໄປ​ກວມ​ເອົາ​ທີ່​ດິນ​ທຳ​ກິ​ນ​ ຂອງ​ປະ​ຊາ​ຊົນ ຈາກ​ທີ່​ປະ​ຊາ​ຊົນ ​ເຄີຍ​ເຮັດ​ນາ, ເຮັດ​ກະ​ສິ​ກັມ ເພື່ອ​ລ້ຽງຊີບ ແຕ່ຕໍ່​ມາ​ ກາຍ​ເປັນ​ລູກ​ຈ້າງ​ຂອງບໍ​ຣິ​ສັດ ຂ້າມ​ຊາດ.

ບາງ​ກໍ​ຣະ​ນີ ປະ​ຊາ​ຊົນ ເຄີຍ​ຂາຍ​ເຄື່ອງ​ຢູ່​ແຫຼ່ງ​ທ່ອງ​ທ່ຽວ ແຕ່ຫຼັງ​ຈາກບໍ​ຣິ​ສັດ ເຂົ້າ​ມາ​ສັມ​ປະ​ທານ​ ເຮັດ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດແລ້ວ ປະ​ຊາ​ຊົນ ຈຳ​​ເປັນ​ຕ້ອງ ເສັຽ​ຄ່າ​ເຊົາ​ທີ່​ແພງ​ກວ່າ​ເກົ່າ ຢູ່​ເຂດ​ນ້ຳ​ຕົກ​ຕາດ​ ຄອນ​ພະ​ເພັງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ທີ່ ຣັ​ຖ​ບານ ໄດ້​ມອບ​ໃຫ້​ບໍ​ຣິ​ສັດ ຈີນ​ເຂົ້າ​ມາ​ສັມ​ປະ​ທານ.

ປະ​ຊາ​ຊົນ ຢູ່ ເມືອງ​ໂຂງ ແຂວງ​ນຳ​ປາ​ສັກ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ​ເສ​ຣີ ວ່າ:

" ຄື​ແຫຼ່ງ​ທ່ອງ​ທ່ຽວ​ຄອນ​ພະ​ເພງ ເຂົາ​ກະ​ປະ​ມູນ​ເອົາ​ໝົດ​ລະ​ຫັ້ນ​ລະ​ ດຽວນີ້ ພວກ​ຄົນ​ຂາຍ​ເຄື່ງ​ປະ​ຊາ​ຊົນ​ເຮົາບາດນີ້ ກະ​ໄດ້​ຈ້າງ​ເຂົ້າ​ຫັ້ນ ຂັ້ນ​ບໍ່​ຈ້າງ​ເຂົາ​ກະ​ໄລ່​ໜີ​ຫັ້ນ​ແຫຼບາດນີ້ ຕ້ອງ​ໄດ້​ເສັຽ​ຄ່າ​ເຊົ້າ​ໃຫ້​ເຂົາ​ແຫຼ ຂອງ​ເຂົາ​ສັມ​ປະ​ທານ​ລະ​ເດ້ ບໍ່​ເສັຽ​ເຂົາ​ກະ​ໄລ່​ໜີ​ຕີ້ ດິນດອນ​ຕ່ອນ​ຫຍ້າ ກະ​ຖືກໄຮ່​ຖືກ​ນາ ເຂົາ​ກະ​ເສັຽ​ເງິນ​ໃຫ້ ລາງເທື່ອ​ກະ​ບໍ່​ໄດ້​ເສັຽ​ກະ​ມີ​ນ່າ ."

ຊາວ​ບ້ານ ທ່ານນີ້ ກ່າວ​ວ່າ ເສັຽອາ​ກອນ​ໃຫ້ເມືອງ 40,000-50,000 ກີ​ບ​ຕໍ່​ເດືອນ ໃນ​ການ​ຕັ້ງ​ຮ້ານ​ຂາຍ​ເຄື່ອງ​ຢູ່​ເຂດ ທ່ອງ​ທຽວ, ແຕ່ ຫຼັງ​ຈາກບໍ​ຣິ​ສັດ ຈິນ​ເຂົ້າ​ມາ​ເຊົ່າ​ ແລະ​ ສັມ​ປະ​ທານ ເຂົາ​ເຈົ້າຕ້ອງ​ໄດ້​ເສັຽຢ່າງ​ໜ້ອຍ 400,000 ກີບ ຕໍ່​ເດືອນ.

ການ​ໃຫ້​ສັມ​ປະ​ທານ ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ແກ່ນັກ​ລົງ​ທຶນ​ຈີ​ນ​ ແລ້ວໄປ​ກວມ​ເອົາ​ທີ່​ດິນ​ທຳ​ກິ​ນ ​ຂອງ​ປະ​ຊາ​ຊົນ ເກີດ​ຂຶ້ນຢູ່​ຫຼາຍ​ແຂວງ ​ໃນ​ປະ​ເທດ​ລາວນັ້ນ ເຮັດ​ໃຫ້​ປະ​ຊາ​ຊົນ ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ ມາ​ແຕ່​ກ່ອນ ປັດ​ຈຸ​ບັນ ເຂົາ​ເຈົ້າບໍ່​ມີ​ທີ່​ດິນ​ທຳ​ກິນ.

ປະ​ຊາ​ຊົນ ​ຢູ່​ແຂວງ​ພາກ​ໃຕ້​ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

" ມັ ​ນເປັນ​ໝົ​ດ​ປະ​ເທດ​ຊາດ​ບ້ານ​ເມືອງ ມັນ​ບໍ່​ເປັນ​ແຕ່​ສະ​ເພາະ​ຄອນ​ພະ​ເພັງ ດິນດອນ​ຕ່ອນ​ຫຍ້າ​ ເຂົາ​ເອົາ​ໃຫ້​ຈີນ​ໝົດ​ລະ​ເດ້ ປະ​ຊາ​ຊົນ​ບໍ່​ມີ​ຮອດ​ດິນ ມັນ​ບໍ່​ມີ​ລະມັນ​ບໍ່​ມີ​ຄຳ​ຊິ​ອະ​ທິ​ບາຍ ບໍ່​ມີ​ຄຳ​ຊິ​ເວົ້າ ດິນ​ຮົ້ວ​ດິນ​ສວນ ຜູ້​ໃດ​ມີ​ຫຼາຍ ແດ່​ພວກ​ເຮັດ​ມາ​ແຕ່​ກ່ອນ​ກະ​ຖືກ ຈີນ​ເຂົ້າ​ໄປ​ສັມ​ປະ​ທານ ເຂົາ​ກະ​ເອົາ​ໄປ​ໝົດ​ລະດິນດອນ​ຕ່ອນ​ຫຍ້າ​ຂອງ​ປະ​ຊາ​ຊົນ ເຂົາ​ກະ​ຍັງ​ເອົາ​ໄປ​ໝົດ ປູກ​ມັນ​ແລ້ວ ເຂົາ​ກະ​ດຸດ​ມັນ​ຖິ້ມ."

ນອກ​ຈາກນີ້, ປະ​ຊາ​ຊົນ ທີ​ເຄີຍ​ເຮັດ​ນາລ້ຽງ​ຊີບ ແຕ່​ຫຼັງ​ຈາກສູນ​ເສັຽດິນ​ ໃຫ້​ໂຄງ​ການ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ ບຶງ​ທາດ​ຫລວງ​ແລ້ວ ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄດ້​ຊື້ເຂົ້າ​ກິນ ແລະ ໄປ​ຫາ​ຮັບ​ຈ້າງ​ກິນ.

ປະ​ຊາ​ຊົນ ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ໂຄ​ການເຂດ​ເສ​ຖ​ກິ​ຈ​ ພິ​ເສດ​ບຶງ​ທາດ​ຫລວງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ:

" ແຕ່ ​ກ່ອນ​ເຮັດ​ນາກິນ ເຂົ້າ​ກະ​ໄດ້​ຂາຍ ປູກ​ຜັກ ລ້ຽງ​ປາ​ກິນ, ແຕ່ ຫຼັງ​ຈາກ​ເສັຽດິນ​ໃຫ້​ໂຄງ​ການ​ ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ແລ້ວ ກໍ​ບໍ່​ໄດ້​ເຮັດ​ນາ ແລະ ໄປ​ຫາ​ຮັບ​ຈ້າງ​ກິນ ມັນ​ຊິ​ຫຼຸດ​ພົ້ນ​ຈາກ​ຄວາ​ມ​ທຸກ​ຍາກ​ແນວ​ໃດ ມີ​ແຕ່​ມັນ​ທຸກ​ລົງ."

ຖ້າ​ເວົ້າ​ເຣື່ອງ​ເສ​ຖ​ກິ​ຈ​ພິ​ເສດ ປະ​ຊາ​ຊົນ​ສ່ວນ​ຫຼາຍ ​ເຂົ້າ​ໃຈ​ ແລະ ເຫັນ​ພາບ ຊາວ​ບ້ານ​ຕ້ອງ​ສູນ​ເສັຽ​ທີ່​ດິນ​ໃຫ້​ໂຄງ​ການ, ການ​ຈ່າຍ​ຄ່າ​ຊົດ​ເຊີຍ ​ທີ່​ບໍ່​ເປັນ​ທັມ ແລະ ຊາວ​ບ້ານ​ຈຳ​ນວນນຶ່ງ​ ຈຳ​ເປັນ​ຕ້ອງ​ໄດ້​ຍົກ​ຍ້າຍ​ບ້ານ​ເຮືອນ ​ຂອງ​ຕົນ​ເອງ.

ບາງ​ກໍ​ຣະ​ນີ ກໍ​ມີ​ການໄລ່​ຈັບ​ປະ​ຊາ​ຊົນ ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ ເຊັ່ນ​ໂຕ​ຢ່າງ ກໍ​ຣະ​ນີ​ຂໍ້​ຂັດ​ແຍ່ງ ​ທີ່​ດິນສ້າງ​ສ​ນາມ​ບິນ​ສາ​ກົນ ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ຂອງ​ກຸ່ມ​ບໍ​ຣິ​ສັດ ຄິງສ໌​ໂຣ​ມັນ​ສ໌ ຢູ່​ເມືອງ​ຕົ້ນ​ເຜິ້ງ ແຂວງ ບໍ່​ແກ້ວ ເມື່ອ​ຫຼາຍ​ປີ​ກ່ອນ.

ນັກ​ກົດ​ໝາຍ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ຖ້າ​ເວົ້າ​ເຣື່ອງ​ການ​ສັມ​ປະ​ທານ ທີ່​ດິນ​ສ້າງ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ກໍ​ຈະ​ເຫັນ​ວ່າ ບາງ​ໂຄງ​ການ ປະ​ຊາ​ຊົນ ທ້ອງ​ຖິ່ນບໍ່​ໄດ້​ຮັບ​ຜົ​ລ​ປ​ໂຍດ​ຫຍັງ ແຕ່ ຍັງ​ເສັຽ​ທີ່​ດິນ ນຳ​ອີກ.”

ນັກ​ກົດ​ໝາຍ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ການ​ສ້າງ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ ສາມ​ຫຼ່ຽມ​ຄຳ ຢູ່​ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ ກາຍ​ເປັນ​ເປັນ​ສ​ະ​ຖານ​ທີ່​ກະ​ທຳ​ຜິດ​ກົດ​ໝາຍ ເປັນ​ຕົ້ນ ການ​ຕົວະ​ຄົນ​ລາວ ແລະ ຄົນ​ຕ່າງ​ປະ​ເທດ​ ເຂົ້າ​ໄປ​ເຮັດ​ວຽກ​ຕອບ​ແຊັດ ຫຼື ແກ້ງ​ຄໍ​ລ໌ເຊັນ​ເຕີຣ໌ ເພື່ອ​ຕົວະ ແລະ ຫຼອກ​ລວງ​ເອົາ​ເງິນ​ຄົນ(ອື່ນ).”

ນັກ​ກົດ​ໝາຍ ທ່ານນີ້ ຍັງ​ກ່າວ​ຕື່​ມ​ວ່າ: ​

“ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ ສາມ​ຫລ່ຽມ​ຄຳ ກາຍ​ເປັນ​ບ່ອນ​ຄ້າ​ມະ​ນຸສ ແລະ ສິ່ງ​ຜິດ​ກົດ​ໝາຍ ເຊິ່ງ​ເຣື່ອງນີ້ ຣັ​ຖ​ບານ​ລາວ​ກໍ​ຮູ້​ດີ ແຕ່ ກໍ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້ ຍ້ອນ​ວ່າ ເຂົາ​ມີ​ກົດ​ໝາຍ​ຄຸ້ມ​ຄອງ​ພິ​ເສດ.”

ແຕ່ ໂຄງ​ການ​ເສດ​ກິ​ຈ ​ພິ​ເສດ​ບາງ​ແຫ່ງ ທີ່​ເນັ້ນ​ລົງ​ທຶນ​ໃສ່​ໂຮງ​ງານ ​ການ​ຜ​ລິດ​ສິນ​ຄ້ານັ້ນ​ ເຫັນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ ໃຫ້​ແກ່​ປະ​ຊາ​ຊົນທ້ອງ​ຖິ່ນ.

ນັກ​ກົດ​ໝາຍ ທ່ານນີ້ ກ່າວ​ວ່າ:

“ໂຄງ​ການ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສວັນ-ເຊ​ໂນ ມີ​ການ​ຕັ້ງ​ໂຮງ​ງານ ​ອຸດ​ສາ​ຫະ​ກັມ ແລະ ມີ​ການ​ຈ້າງ​ງານປະ​ຊາ​ຊົນ ​ທ້ອງ​ຖິ່ນ ເພື່​ອ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຣັ​ຖ​ບານ​ລາວ ກໍ​ເຫັນ​ວ່າ ການ​ໃຫ້​ສັມ​ປະ​ທານ​ທີ່​ດິນ ເພື່ອ​ສ້າງ​ເຂດ​ເສ​ຖກິ​ຈ​ພິ​ເສດ ກໍ​ເປັນ​ການສ້າງວຽກ​ເຮັດ​ງານ​ທຳ ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ໜັງ​ສື​ພິມ​ວຽງ ຈັນ​ທາມ​ສ໌ຂອງ​ລາວ ໄດ້​ຣາຍ​ງານ ໂດຍ​ອ້າງ​ຄຳ​ເວົ້າ​ຂອງ ທ່ານ ສອນ​ປະ​ເສີດ ດາ​ລາ​ວົງ, ຫົວ​ໜ້າ​ກອງ​ການ​ສົ່ງ​ເສີມ ແລະ ຄຸ້ມ​ຄອງ ເຂດ​ເສ​ຖ​ກິ​ຈ​ພິ​ເສດ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ວ່າ: ມີ​ບໍ​ຣິ​ສັດປະ​ມານ 1,200 ບໍ​ຣິ​ສັດ ຢູ່​ໃນ​ເຂດ​ເສ​ຖ​ກິຈ​ພິ​ເສດ ​ທົ່ວ​ປະ​ເທດ ວ່າ​ຈ້າງ​ປະ​ຊາ​ຊົນ 63,000 ຄົນ. ຣັ​ຖ​ບານ ໄດ້​ເຊັນ​ສັນ​ຍາ​ສ້າງ​ ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ໄປແລ້ວ ໃນ​ເນື້ອ​ທີ່​ດິນ 34,000 ເຮັກ​ຕ້າຣ໌ ແຕ່​ວ່າ ມາ​ຮອດ​ປັດ​ຈຸ​ບັນ ສາ​ມາດດຳ​ເນີນ​ການໄປ​ໄດ້ 13,000 ເຮັກ​ຕ້າຣ໌.

ອີງ​ຕາມຂໍ້​ມູນ ​ຈາກ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ນັກ​ລົງ​ທຶນ​ທີ່​ເປັນ​ເຈົ້າ​ຂອງ​ ໂຄງ​ການ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສ່ວນ​ຫຼາຍ ແມ່​ນ ຈີນ, ໄທ​ຍ ແລະ ຍີ່​ປຸ່ນ​.

ຣັ​ຖ​ບານ ໄດ້​ໃຫ້​ສັມ​ປະ​ທານ ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ ປະ​ມານ 10 ແຫ່ງ ຢູ່ 8 ແຂວງ ໂດຍມີ​ມູນ​ຄ່າ​ການ​ລົງ​ທຶນຫຼາຍ​ຕື້​ໂດ​ລ້າ​ຣ໌.

​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ ຄິງສ໌​ໂຣ​ມັນສ໌ ຢູ່ ແຂວງບໍ່​ແກ້ວ, ເຂດ​ເສ​ຖ​ກິ​ຈບໍ່​ເຕັນ ຢູ່​ແຂວງ​ຫຼ​ວງ​ນ້ຳ​ທາ, ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ສວັນ-ເຊ​ໂນ ແຂວງ​ສວັນ​ນະ​ເຂດ, ແລະ ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ບຶງ​ທາດ​ຫຼວງ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ນັ້ນໄດ້ເສັຽອາ​ກອນ ມູນ​ຄ່າ 1,000 ຕື້ ກີບ ເຂົ້າງົບ​ປະ​ມານ​ຂອງ​ຣັ​ຖ ຕາມ​ກາ​ນ​ຣາຍ​ງານ ​ຂອງ ທ່ານ ສອນ​ປະ​ເສີດ ດາ​ລາ​ວົງ.

ບັນ​ຫາ​ສັງ​ຄົມ ທີ່​ເກີດ​ຂຶ້ນ ໃນ​ເຂດ​ເສ​ຖ​ກິ​ຈພິ​ເສ​ດ ສາມ​ຫລ່ຽມ​ຄຳ ຢູ່ເມືອ​ງ​ຕົ້ນເຜິ້ງ ແຂວງ ບໍ່​ແກ້ວ ໂດຍ​ສະ​ເພາະ​ການ​ຄ້າ​ມະ​ນຸ​ສ, ມີ​ທັງ​ຄົນ​ລາວ ແລະ ຄົນ​ຕ່າງ​ປະ​ເທດ ​ຖືກ​ຕົວະ​ມາ​ຄ້າ​ມະ​ນຸ​ສ.

ສະ​ຖານ​ທູຕ ​ອິນ​ເດັຽ ​ປະ​ຈຳ​ລາວ ໄດ້​ຊ່ວຍ​ເຫຼືອ ຄົນ​ອິນ​ເດັຽ 11 ຄົນ ທີ່​ຖືກ​ກັກ​ໂຕ​ຢູ່ ເຂດເສ​ຖ​ກິ​ຈ ພິ​ເສດສາມ​ຫຼ່ຽມ​ຄຳ ແລ້ວສົ່ງ​ເຂົາ​ເຈົ້າ​ກັບ​ຄືນ ​ປະ​ເທດອິນ​ເດັຽ.

ໃນ​ເດືອນ​ກັນ​ຍາ 2022 ທີ່​ຜ່ານ​ມາ, ຣັ​ຖ​ບານ​ອິນ​ເດັຽ ໄດ້​ອອກ​ແຈ້ງ​ເດືອນ ໃຫ້ຊາວ​ໜຸ່ມ​ອິນ​ເດັຽ ທີ່​ມີ​ຄວາມ​ຮູ້​ດ້າ​ນ ​ໄອ​ທີ (IT) ບໍ່​ໃຫ້​ໄປ​ຫຼົງ​ເຊື່ອ ການ​ປະ​ກາດຮັບ​ສ​ມັກ​ວຽກ ທີ່​ຫລອກ​ລວງ ຢູ່​ຕາມ​ຊື່​ສັງ​ຄົມ​ອອນ​ລາຍນ໌.

ເນື້ອ​ໃນ​ແຈ້ງ​ການ​ ຂອງ​ທາງ​ການ​ອິນ​ເດັຽ ໄດ້​ລະ​ບຸ​ວ່າ:

“ຄົນ​ອິນ​ເດັຽ ທີ່​​ຕົກເປັນ​ເຫຍື່ອ ​ອີກທັງ ​ຖືກພາ​ໂຕ ລັກ​ຂ້າມ​ໄປ​ເຮັດ​ວຽກ ຜ່ານ​ຊາຍ​ແດນ ​ປະ​ເທດ​ພະ​ມ້າ ແລ້ວ​ມາ​ຖືກ​ກັກ​ໂຕ ແລະ ບັງ​ຄັບ​ໃຫ້​ເຮັດ​ວຽກ ພາຍ​ໃຕ້​ເງື່ອນ​ໄຂ​ທີ່ບໍ່​ດີ.”

ໃນວັນທີ 20 ຕຸລາ 2022 ທີ່ຜ່ານມາ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan) ຣັຖມັນຕຣີກະຊວງພາຍໃນ ຂອງປາກິສຖານ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ທາງການປາກີສຖານ ສາມາດຊ່ອຍເຫລືອ ຄົນງານເພດຊາຍ ທີ່ໄປເຮັດວຽກ ຕອບ​ແຊັດ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ 44 ຄົນ. ຄົນ​ງານ​ເຫຼົ່າ​ນັ້ນ ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ຜ່ານຊ່ອງທາງ ອອນລາຍນ໌ ໄປຍັງທາງການ ປາກີສຖານ ໃນເດືອນສິງຫາ 2022.

ອີງຕາມຣາຍງານ ຂອງ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan), ນາຍໜ້າໄດ້ຕົວະຄົນງານ ປາກີສຖານ ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດວ່າ ພວກເຂົາເຈົ້າຈະມີວຽກເຮັດ ທີ່ມີລາຍໄດ້ດີ ແຕ່ເມື່ອເດີນທາງ ໄປຮອດປະເທດລາວ ຄົນງານກຸ່ມດັ່ງກ່າວນີ້ ພັດຖືກນາຍຈ້າງ ແລະ ນາຍໜ້າຍຶດໜັງສືເດີນທາງ, ບັງຄັບໃຫ້ສ້າງບັນຊີອອນລາຍນ໌.

ຄົນ​ມາ​ເລ​ເຊັຽ 7 ຄົນ ກໍ​ຖືກ​ຕົວະ​ໄປ​ເຮັດວຽກ ​ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ ແລະ ຖືກ​ຊ່ອຍ​ເຫຼືອ​ອອກ​ມາ​ໄດ້. ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ ກະຊວງ ການຕ່າງປະເທດ ຂອງມາເລເຊັຽ ອອກຖແຫລງການວ່າ ໄດ້ດຳເນີນການ ຜ່ານສະຖານທູຕມາເລເຊັຽ ປະຈຳປະເທດລາວ ໃນການຊ່ອຍເຫລືອ ຄົນງານມາເລເຊັຽ ທີ່ຖືກຕົວະ ໄປເຮັດວຽກຕອບ​ແຊັດ ຫຼື ຄໍລ໌​ເຊັນ​ເຕີຣ໌ ໄດ້ຈຳນວນ 7 ຄົນ. ທ່ານ ດາໂຕະ ຮິຊາມຸ໋ດດິ໋ນ ຮາຮິມ (Dato Hishamuddin Hahim) ເລຂາທິການ ອົງການເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ຫລື Malaysia International Humanitarian Organization (MHO) ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາ ວ່າ ຍັງມີຄົນງານມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ ຕອບ​ແຊັດ, ຢູ່ພາຍໃນປະເທດລາວ ເທົ່າທີ່ມີຂໍ້ມູນ ແມ່ນມີປະມານ 50-100 ຄົນ ທີ່ບໍ່ສາມາດຊ່ອຍເຫລືອ ອອກມາໄດ້.

ນອກ​ຈາກນີ້ ໃນ​ຕົ້ນ​ປີ 2022 ທີ່​ຜ່ານມາ, ກໍ​ມີ​ຄົນ​ໄທ​ຍ ​ຫຼາຍ 10 ຄົນ ຖື​ກ​ຕົວະ​ໄປ​ເຮັດ​ວຽກ​ຢູ່ ຢູ່​ເຂດ​ເສ​ຖ​ກິ​ຈ​ ພິ​ເສດ ​ສາມ​ຫຼ່ຽມ​ຄຳ ແລະ ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ​ ຫຼາຍ​ຊົ່ວ​ໂມງ​. ທາງການລາວ ໄດ້ຮັບແຈ້ງຣາຍຊື່ ຄົນງານໄທຍ 37 ຄົນ ທີ່ຖືກຕົວະໄປເຮັດວຽກ ຢູ່ໃນເຂດດັ່ງກ່າວ. ໃນນັ້ນ 16 ຄົນ ສາມາດຕິດຕໍ່ໄດ້ ແລະຢູ່ໃນລະຫວ່າງ ການປະສານງານ ສົ່ງກັບປະເທດ ຈາກເມືອງຫ້ວຍຊາຍ (ສປປ ລາວ) ໄປຫາເມືອງຊຽງຂອງ ປະ​ເທດໄທຍ. ສ່ວນທີ່ເຫລືອອີກ 21 ຄົນ ຢູ່ໃນລະຫວ່າງ ການຕິດຕາມຫາຕົວຢູ່. ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈ ພິເສດ ແຂວງບໍ່ແກ້ວ ຈະຂໍຄວາມຮ່ວມມື ນໍາບໍຣິສັດດອກງິ້ວຄໍາ ເຈົ້າ​ຂອງ​ເຂດ​ ເສ​ຖ​ກິ​ຈ ​ພິ​ເສດ ສາມ​ຫຼ່ຽມ​ຄຳ ໃນການກວດກາ ບັນດາບໍຣິສັດອອນລາຍນ໌ ທີ່ນໍາໃຊ້ຄົນງານ ຕອບແຊັດ ແລະຈະສຶກສາອົບຮົມ ທັງຄົນງານລາວ ແລະ ທັງບໍຣິສັດ ບໍ່ໃຫ້ໃຊ້ຄວາມຮຸນແຮງ ຮວມທັງການທໍາຮ້າຍຮ່າງກາຍ ຍ້ອນເຮັດວຽກຕອບແຊັດບໍ່ໄດ້.