ຜູ້ໃຊ້ໂທລະສັບມືຖື ຕ້ອງໄດ້ເສັຍຄ່າທຳນຽມ ຮັກສາຄວາມປອດໄພ ເພີ່ມອີກ
2024.03.26

ໃນວັນທີ 25 ເດືອນມີນາ ປີ 2024 ນີ້, ຜູ້ໃຊ້ໂທລະສັບມືຖື ທຸກເຄືອຂ່າຍ ໃນປະເທດລາວ ຈະໄດ້ຮັບຂໍ້ຄວາມ SMS ລະບຸວ່າ ເບີຂອງທ່ານ ໄດ້ຊຳລະ ຄ່າຮັກສາຄວາມປອດໄພ ສຳລັບໂທລະຄົມ ແລະ ອິນເຕີເນັດ ມູນຄ່າ 3,000 ກີບ ປະຈຳເດືອນ 3 ປີ 2024.
ດັ່ງເຈົ້າໜ້າທີ່ ບໍຣິສັດ ຜູ້ໃຫ້ບໍຣິການໂທລະຄົມ ແລະ ອິນເຕີເນັດ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່, ສຽງ ແລະ ຕຳແໜ່ງ ເປີດເຜີຍ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມີນາ ນີ້ວ່າ:
(ບົດອ່ານ)----“ບໍຣິສັດ ຂໍແຈ້ງໃຫ້ລູກຄ້າ ຊາບວ່າ ເບີຂອງລູກຄ້າ ທີ່ຖືກຕັດມູນຄ່າໂທ 3,000 ກີບ ແມ່ນເປັນຄ່າທຳນຽມ ສຳລັບຄ່າຮັກສາຄວາມປອດໄພ ປະຈຳເດືອນ 3 ປີ 2024 ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຣັຖມົນຕຣີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສບັບເລຂທີ 240/ກຕສ, ລົງວັນທີ 30 ເດືອນມົກກະຣາ ປີ 2024, ຊຶ່ງເງິນທີ່ເກັບ ແມ່ນມອບເຂົ້າກອງທຶນ ພັທນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕ໋ອນ ຂອງຣັຖບານ.”
ນາງກ່າວອີກວ່າ ບໍຣິສັດຂອງນາງ ຈະສືບຕໍ່ເກັບເງິນຄ່າບໍຣິການ ຮັກສາຄວາມປອດໄພດັ່ງກ່າວ ສົ່ງໃຫ້ທາງກອງທຶນ ຂອງຣັຖບານລາວ ເປັນປະຈຳທຸກເດືອນ ຕັ້ງແຕ່ວັນທີ 1 ເດືອນມີນາ ປີ 2024 ເປັນຕົ້ນໄປ.
ໂດຍການເກັບເງິນ ຄ່າບໍຣິການຮັກສາຄວາມປອດໄພ ສຳລັບໂທລະສັບມືຖື ທັງແບບລາຍເດືອນ ແລະ ແບບຕື່ມເງິນ ລະຫັດເບີ 020 ແລະ ໂທລະສັບຕັ້ງໂຕະບໍ່ມີສາຍ ລະຫັດເບີ 030 ແມ່ນເກັບໃນອັດຕຣາ ເບີລະ 3,000 ກີບຕໍ່ເດືອນ. ຂະນະທີ່ ສຳລັບອິນເຕີເນັດ ແບບມີສາຍ ຫຼື FTTH ແມ່ນເກັບໃນອັດຕຣາ ເບີລະ 5,000 ກີບຕໍ່ເດືອນ.
ອີງຕາມຄຳຊີ້ແຈງ ຂອງບໍຣິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ລະບຸວ່າ ຄ່າຮັກສາຄວາມປອດໄພ ແມ່ນຄ່າບໍຣິການ ທີ່ເກີດຈາກ ການຄຸ້ມຄອງຄວາມປອດໄພ ຂອງລະບົບການບໍຣິການໂທລະຄົມ ແລະ ອິນເຕີເນັດ. ຊຶ່ງມີຈຸດປະສົງ ແລະ ຄວາມຈຳເປັນ ໃນການນຳໃຊ້ ເພື່ອພັທນາຂຍາຍພື້ນຖານໂຄງຮ່າງ ທາງດ້ານໂທລະຄົມ ແລະ ອິນເຕີເນັດ ໃຫ້ໄປເຖິງເຂດຫ່າງໄກສອກຫຼີກ ແລະ ປັບປຸງລະບົບເຕັກນິກຕ່າງໆ ທີ່ຕິດພັນກັບ ການໃຫ້ບໍຣິການ ໃຫ້ມີຄວາມສງົບ ແລະ ປອດໄພ. ໂດຍມີກະຊວງເຕັກໂນໂລຊີ ແລະການສື່ສານ ເປັນຜູ້ຮັບຜິດຊອບໂດຍຕຣົງ ໃນຂອບເຂດທົ່ວປະເທດ.
ທາງດ້ານ ຊາວບ້ານນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ນາງ ກໍໄດ້ໃຊ້ເບີໂທ ຂອງເຄືອຂ່າຍນຶ່ງ ຊຶ່ງນາງ ກໍໄດ້ຮັບຂໍ້ຄວາມ SMS ດັ່ງກ່າວ ເຊັ່ນດຽວກັນ ໂດຍໃນຂໍ້ຄວາມດັ່ງກ່າວ ມີລີ້ງເວັບໄຊຕ໌ຕິດຕໍ່ ຂອງຜູ້ໃຫ້ບໍຣິການໂທລະຄົມນຳດ້ວຍ ແຕ່ນາງ ບໍ່ສາມາດເປີດເບິ່ງໄດ້:
“ແມ່ນໆ, ອໍ ບໍ່ໄດ້ໃຊ້ເນັດ ຂອງຢູນິເທວນ່າ ແຕ່ວ່າ ຂ້ອຍໃຊ້ເປັນເບີໂທ. ແມ່ນ (ສັນຍານ) ປົກກະຕິໆ. ມັນມີລີ້ງແປະ ແຕ່ວ່າ ເພິ່ນໆ ບໍ່ມີຫຍັງໃນລີ້ງຫັ້ນນ່າ.”
ທັງນີ້, ຈາກການກວດສອບ ລີ້ງເວັບໄຊຕ໌ດັ່ງກ່າວ ແມ່ນເປັນລີ້ງເຊື່ອມຕໍ່ໄປຍັງວັອດແອັບ ຂອງສູນບໍຣິການລູກຄ້າ ຂອງບໍຣິສັດດັ່ງກ່າວ.
ຂະນະທີ່ ຊາວບ້ານອີກນາງນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ນາງ ກໍຖືກຕັດເງິນ ຈຳນວນ 3,000 ກີບເຊັ່ນດຽວກັນ ແລະຖືກຕັດທຸກເບີ ທຸກເຄືອຂ່າຍ ບໍ່ສະເພາະແຕ່ບໍຣິສັດໃດນຶ່ງ. ຊຶ່ງນາງ ກໍບໍ່ຮູ້ເທື່ອວ່າ ການຕັດເງິນດັ່ງກ່າວ ມີຈຸດປະສົງຫຍັງ ແລະ ຈະເອົາເງິນທີ່ຕັດໄດ້ນັ້ນ ໄປເຮັດແນວໃດແດ່:
“ໂດຍ, ຖືກ. ແມ່ນແຫຼະ, ຖືກທຸກເບີເຈົ້າ. ບໍ່ແນ່ໃຈແນ່ນ່າ (ວ່າເພິ່ນ ເອົາເງິນໄປໃຊ້ຫຍັງ?). ເຂົາເຈົ້າຕັດທຸກເຄືອຂ່າຍ. ໂດຍ, ຕັດທຸກເຄືອຂ່າຍເລີຍ ເຂົາເຈົ້າຕັດທຸກເບີ ທີ່ເປັນເບີລາວ.”
ນາງ ກໍລະບຸອີກວ່າ ບໍຣິສັດ ຜູ້ໃຫ້ບໍຣິການໂທລະຄົມມະນາຄົມ ບໍ່ຄວນມາເກັບເງິນນຳຜູ້ໃຊ້ບໍຣິການ ຍ້ອນຄ່າບໍຣິການໂທລະສັບ ແລະອິນເຕີເນັດ ໃນປັດຈຸບັນ ຫາກໍຂຶ້ນລາຄາ ມາມໍ່ໆນີ້ ຊຶ່ງກໍຖືວ່າ ແພງຫຼາຍສົມຄວນແລ້ວ.
ເຊັ່ນດຽວກັບ ຊາວບ້ານອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາວ ກໍຖືກຕັດເງິນດັ່ງກ່າວຄືກັນ ແຕ່ກໍຍັງບໍ່ຮູ້ສາເຫດ ວ່າບໍຣິສັດ ຕັດເງິນຂອງເຂົາເຈົ້າ ຍ້ອນສາເຫດໃດ:
“ຍັງບໍ່ຮູ້ຂໍ້ມູນ ວ່າມັນຕັດຍ້ອນຫຍັງ ອີ່ຫຍັງເກາະ ຄ່າເບິ່ງແຍງ ຮັກສາ ອີ່ຫຍັງນີ່ແຫຼະ. ພໍດີເຮົາບໍ່ໄດ້ກວດເບິ່ງ ອ່ານກ່ອນ.”
ໂດຍຊາວບ້ານ ອີກນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ນາງ ມີເບີໂທລະສັບຫຼາຍເບີ ຫຼາຍເຄືອຂ່າຍ ຊຶ່ງຈາກທີ່ນາງກວດສອບ ໃນປັດຈຸບັນ ພົບວ່າ ມີເບີນຶ່ງ ຖືກຕັດເງິນແລ້ວ ຂະນະທີ່ ອີກເບີນຶ່ງ ຍັງບໍ່ທັນຖືກຕັດເງິນ. ແລະນາງ ກໍໄດ້ຮັບຮູ້ຂ່າວ ເຣື່ອງການຕັດເງິນ ສຳລັບຜູ້ໃຊ້ບໍຣິການອິນເຕີເນັດ ແບບມີສາຍ ເດືອນລະ 5,000 ກີບ ແລ້ວເຊັ່ນກັນ ແຕ່ປັດຈຸບັນ ຍັງບໍ່ທັນໄດ້ຮັບ ໃບບິນເກັບເງິນ ຄ່າບໍຣິການອິນເຕີເນັດ ສຳລັບເດືອນມີນາ ນີ້ເທື່ອ:
“ບໍ່ແນ່ໃຈ ເປັນນຳ ມີ 2 ເບີິຕິເບາະ ແຕ່ວ່າ ໄລ່ຕັດເບີນຶ່ງ ທີ່ວ່າ. ແມ່ນໆ ເນັດບ້ານ 5,000. ເດືອນລະ 5,000 ວ່າຈັ່ງຊັ່ນ. ຍັງ (ບໍ່ຕັດເນັດບ້ານ) ເທື່ອ ຕັດແຕ່ເບີໂທ.”
ຕໍ່ກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງກະຊວງເຕັກໂນໂລຊີ ແລະການສື່ສານ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ບໍ່ຮັບສາຍ.
ນອກຈາກນີ້ແລ້ວ, ນັບແຕ່ວັນທີ 1 ເດືອນມີນາ ປີ 2024 ນີ້. ຜູ້ໃຫ້ບໍຣິການໂທລະຄົມ ແລະ ອິນເຕີເນັດ ທຸກເຄືອຂ່າຍ ກໍໄດ້ອອກແຈ້ງການ ປັບຂຶ້ນລາຄາໃຫ້ບໍຣິການໂທລະສັບ ແລະ ອິນເຕີເນັດ ດັ່ງນີ້;
- ໂທລະສັບມືຖື ແບບຣາຍເດືອນ ຄິດໄລ່ລາຄາ ຄ່າໂທ 300 ກີບ ຕໍ່ນາທີ, ລາຄາ ຄ່າອິນເຕີເນັດດາຕ້າ ຕ່ຳສຸດ 2,100 ກີບ ຕໍ່ 1 ຈິກກະໄບຕ໌ ແລະ ມີຄ່າເຊົ່າ ປະຈຳເດືອນ 25,000 ກີບ ຕໍ່ເດືອນ.
- ໂທລະສັບມືຖື ແບບຕື່ມເງິນ ຄິດໄລ່ລາຄາ ຄ່າໂທ 800 ກີບ ຕໍ່ນາທີ, ລາຄາ ຄ່າອິນເຕີເນັດ ດາຕ້າຕ່ຳສຸດ 2,100 ກີບ ຕໍ່ 1 ຈິກກະໄບຕ໌ ແລະ ບໍ່ມີຄ່າເຊົ່າປະຈຳເດືອນ.
- ໂທລະສັບຕັ້ງໂຕະບໍ່ມີສາຍ (ເບີ 030) ຄິດໄລ່ລາຄາ ຄ່າໂທ 250 ກີບຕໍ່ນາທີ ແລະ ບໍ່ມີຄ່າເຊົ່າ ປະຈຳເດືອນ.
- ອິນເຕີເນັດແບບມີສາຍ ຄິດໄລ່ລາຄາ ຄ່າອິນເຕີເນັດ ຕ່ຳສຸດ 160,000 ກີບຕໍ່ເດືອນ.
ໃນໄລຍະຜ່ານມາ, ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ອອກມາຕການ ໃນການຄຸ້ມຄອງການນຳໃຊ້ເບີໂທລະສັບ ຢູ່ພາຍໃນປະເທດລາວ ເປັນຕົ້ນ ໃນເດືອນສິງຫາ ປີ 2023, ກະຊວງ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ການຂຶ້ນທະບຽນເບີໂທລະສັບ ໂດຍກຳນົດໃຫ້ເຈົ້າຂອງເບີໂທລະສັບ ຕ້ອງໄດ້ຂຶ້ນທະບຽນເບີໂທຂອງຕົນ ພາຍໃນວັນທີ 16 ເດືອນທັນວາ ປີ 2023 ໂດຍສຳລັບບຸກຄົນ ແມ່ນບໍ່ໃຫ້ເກີນ 5 ເບີ ຕໍ່ຄົນ. ຖ້າຜູ້ໃດ ບໍ່ຂຶ້ນທະບຽນຢ່າງຖືກຕ້ອງ ຈະຖືກປັບໃໝ 1,000,000 ກີບ ຕໍ່ເບີ ຫຼື ຈະຖືກປິດການນຳໃຊ້.