ສານສະຫະຣັດບໍ່ຊ່ອຍລາວ ເຣື້ອງ ສວັນ-ເວກັສ

ສິດນີ
2016.04.13
F-Savanh-Vegas ບ່ອນການພະນັນ ສວັນ-ເວກັສ ທີ່ແຂວງ ສວັນນະເຂດ
Screen captured from Savanh-Vegas video

ຣັຖບານ ລາວ ບໍ່ໄດ້ຮັບ ການຊ່ອຍເຫລືອ ຈາກ ສານກາງ ສະຫະຣັຖ ໃນ ກໍຣະນີ ການຟ້ອງຮ້ອງ ອະດີດ ຜູ້ປະກອບການ ບ່ອນ ການພະນັນ ສວັນ-ເວກັສ ທີ່ ແຂວງ ສວັນນະເຂດ. ໃນ ວັນພະຫັດ ອາທິດນີ້ ສານກາງ ສະຫະຣັດ ຢູ່ເກາະ ມາຣີນາ ພາກເຫນືອ ຕັດສີນ ບໍໍ່ຊ່ອຍລາວ ໃນການຟ້ອງ ອະດີດ ຜູ້ປະກອບການ ສວັນ-ເວກັສ ດ້ວຍການ ສົ່ງໝາຍເກາະ ໃຫ້ ບໍຣິສັດ BRIDGE CAPITAL ຜູ້ທີ່ຢູ່ ເບື້ອງຫລັງ ຂອງ ບໍຣິສັດ ຊານຳ ຜູ້ປະກອບການ ສວັນ-ເວກັສ ມາສານ.

ທາງການລາວ ໄດ້ຍຶດ ຊັພສິນ ຂອງ ບໍຣິສັດ ຊານຳ ຢູ່ ສວັນ-ເວກັສ ໃນປີ 2012 ໃນຂໍ້ກ່າວຫາ ຕິດຫນີ້ ພາສີ ຣັຖບານລາວ ມາເປັນເວລາ ຫຼາຍປີ ໃນຈຳນວນ ເງິນ ປະມານ 23 ລ້ານ ໂດລາ ພ້ອມທັງ ຄ່າປັບໃຫມ ຕ່າງໆ ຈຶ່ງມີການ ຟ້ອງຮ້ອງ ດັ່ງກ່າວ ເກີດຂຶ້ນ, ແຕ່ຕ້ອງການ ໃຫ້ ສານກາງ ສະຫະຣັດ ຊ່ອຍບັງຄັບ ໃຫ້ ບໍຣິສັດ BRIDGE CAPITAL ເອົາບັນຊີ ການເງິນ ຂອງ ບໍຣິສັດ ຊານຳ ທີ່ມີສ່ວນ ພົວພັນ ກັບກິຈການ ໃນລາວ ສົ່ງໃຫ້ ຣັຖບານລາວ ເພື່ອ ເປັນຫລັກຖານ ອ້າງອີງ ໃນການ ຂື້ນສານ, ແຕ່ກັບຖືກ ປະຕິເສດ.

ໃນເດືອນ ຜ່ານມາ ທາງການລາວ ໄດ້ປະກາດ ປະມູນຂາຍ ກິຈການ ບ່ອນຫລິ້ນ ຄາຊີໂນ ສວັນ-ເວກັສ ແລະ ກໍມີຫຼາຍ ບໍຣີສັດ ສົນໃຈ ສ່ວນໃຫຍ່ ແມ່ນກຸ່ມ ບໍຣິສັດ ຈາກ ມາກາວ ບາງ ບໍຣິສັດ ກໍມາຈາກ ປະເທດຝຣັ່ງ ແລະ ສະຫະຣັດ ອະເມຣິກາ ທີ່ ສົນໃຈ ໃນການ ປະມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.