ເຣື້ອງທີ່ເກັບບັນທຶກໄວ້
2022-12-15
ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ໃນປະເທດລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ການທຳຮ້າຍຮ່າງກາຍ, ຈິຕໃຈ ໂດຍສະເພາະ ແມ່ຍິງແລະເດັກນ້ອຍ ທີ່ຢູ່ເຂດຫ່າງໄກ ຖືກໃຊ້ແຮງງານໜັກ ໃນຊີວິຕປະຈຳວັນ ຍິ່ງໄປກວ່ານັ້ນ ແມ່ຍິງຖືກຂົ່ມຂືນ ກໍເປັນບັນຫານຶ່ງ.
2022-12-12
ຢ່າງໜ້ອຍ ໂຮງຮຽນ ໃນເມືອງໂຂງ 21 ແຫ່ງ ຕ້ອງຖືກຍຸບ ເພາະບໍ່ມີຄຣູພຽງພໍ ທີ່ຈະສອນ ເຮັດໃຫ້ນັກຮຽນ ຕ້ອງປ່ຽນໂຮງ ແລະໄລຍະທາງ ເປັນອຸປສັກຢ່າງນຶ່ງ, ສ່ວນການຂາດຄຣູສອນນັ້ນ ມາຈາກຈຳນວນຣັຖກອນຄຣູ ຫລຸດລົງ ແລະຄຣູອາສາສມັກ ລາອອກຈຳນວນຫຼາຍຂຶ້ນ ທຸກປີ.
2022-12-02
ປີ 2023 ຣັຖບານລາວ ຈະຮັບເອົາຣັຖກອນໃໝ່ພຽງ 800 ຄົນ ຄືຮັບເອົາໜ້ອຍລົງເລື້ອຍໆ ເຮັດໃຫ້ຄຣູອາສາສມັກ ກັງວົນໃຈ ຢ້ານບໍ່ໄດ້ເປັນຣັຖກອນ ແລະ ຢາກອອກໄປເຮັດວຽກອື່ນ ພາຍຫລັງທີ່ ໄດ້ເປັນຄຣູອາສາສັກ ສອນມາຫລາຍປີ ນອກຈາກນີ້ ຍັງມີອາສມັກ ສາຂາອື່ນໆອີກ ຈຳນວນບໍ່ໜ້ອຍ ທີ່ຕົກຢູ່ໃນຊະຕາກັມດຽກັນ.
2022-11-28
ເວລາຜ່ານມາໄດ້ 67 ປີແລ້ວທີ່ພັກປະຊາຊົນ ປະຕິວັດລາວ ໄດ້ປະກາດ ເຖິງການປະຕິບັດ ສິດເສຣີພາບລະຫວ່າງ ຍິງ-ຊາຍ ແຕ່ຈົນມາເຖິງປີນີ້ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງລາວ ຮວມທັງຢູ່ໃນຄອບຄົວ ກໍຍັງມີຫລາຍຢູ່.
2022-11-23
ຣັຖບານຈີນ ຊ່ອຍເຫລືອລ້າ ດ້ານສະບຽງອາຫານ ເປັນຄັ້ງທຳອິດ ໃຫ້ແກ່ໂຄງການ ອາຫານທ່ຽງ ໃນໂຮງຮຽນປະຖົມສຶກສາ 31 ເມືອງ 8 ແຂວງ ເພື່ອຈະຊ່ອຍໃຫ້ ຣັຖບານລາວ ບັນລຸເປົ້າໝາຽ ໃນການຫລຸດຜ່ອນ ອັດຕຣາການຂາດສານອາຫານ ຂອງເດັກນ້ອຍນັກຮຽນ.
2022-11-21
ຊາວລາວ ບໍ່ຮູ້ສຶກແປກໃຈ ທີ່ລະດັບທັກສະພາສາອັງກິດ ຂອງປະເທດລາວ ຢູ່ຕ່ໍາສຸດ ໃນເອເຊັຍ ແລະ ຕ່ໍາສຸດໃນ 111 ປະເທດ ຍ້ອນຊາວລາວ ແຫ່ໄປຮຽນພາສາຈີນຫລາຍຂຶ້ນແລ້ວ.
2022-11-18
ທາງການລາວ ຈະຮ່ວມມືກັບກອງທຶນ ສຳລັບປະຊາກອນ ແຫ່ງອົງການ ສະຫະປະຊາຊາຕ ຫລື UNFPA ປະຈຳລາວ ເພື່ອຕຣຽມສຳຣວດ ພົລເມືອງ ແລະທີ່ຢູ່ອາສັຍ ທົ່ວປະເທດ ຄັ້ງທີ 5 ເພື່ອເປັນແຫລ່ງຂໍ້ມູນ ທີ່ສຳຄັນໃນການຕີລາຄາ ສະພາບ 10 ປີຜ່ານມາ.
2022-11-15
ສະຫະຣັຖ ອາເມຣິກາ ຊ່ອຍສ້າງໂຮງຮຽນ ມັທຍົມສົມບູນ ສີວິໄລ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ, ເປັນອາຄານ 2 ຊັ້ນ, 8 ຫ້ອງຮຽນ, ມີຄວາມສະດວກ ສໍາລັບນັກຮຽນ ແລະຄຣູ-ອາຈານ ຊຶ່ງມູນຄ່າ ການກໍ່ສ້າງ ທັງໝົດ 646,000 ໂດລ້າຣ໌ສະຫະຣັຖ.
2022-11-10
ສະຫະຣັຖ ອາເມຣິກາ ຊ່ອຍສົ່ງເສີມ ການສຶກສາ ເບື້ອງຕົ້ນ ໃຫ້ເດັກນ້ອຍ ຫລາຍຊົນເຜົ່າ ຢູ່ 196 ໂຮງຮຽນໃນ 6 ເມືອງ ຂອງແຂວງສວັນນະເຂດ ຜ່ານອົງການຊ່ອຍເຫລືອ ເດັກສາກົລ ຫລື SCI ປະຈໍາລາວ ມູນຄ່າ 3 ລ້ານໂດລ້າຣ໌ສະຫະຣັຖ.
2022-11-07
ອົງການສາກົລ ສນັບສນູນ ອ່າງລ້າງມື ໃຫ້ເດັກນ້ອຍ ນັກຮຽນ ຢູ່ໂຮງຮຽນ ປະຖົມສຶກສາ 6 ແຫ່ງ ໃນແຂວງບໍຣິຄຳໄຊ ເພື່ອຫລຸດຜ່ອນ ພະຍາດຕ່າງໆ ທີ່ຈະເກີດຂຶ້ນ ໃນທາງຕຣົງກັນຂ້າມ ຖ້າມີອ່າງລ້າງມື ເດັກນ້ອຍ ນັກຮຽນ ຮູ້ວິທີ ລ້າງມື ໃຫ້ຖືກຕ້ອງ ຈະຊ່ອຍປ້ອງກັນ ພະຍາດ ໄດ້ລະດັບນຶ່ງ.
2022-11-07
ເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ຍັງມີບັນຫາ ການຂາດສານອາຫານ ຢູ່ໃນອັຕຣາສ່ວນ ທີ່ສູງຢູ່ ຍ້ອນມີຫຼາຍສາເຫດ ໂດຍສະເພາະເດັກນ້ອຍ ໃນຄອບຄົວທຸກຍາກ ຢູ່ຫ່າງໄກ ສອກຫລີກ, ພໍ່ແມ່ບໍ່ເຂົ້າໃຈເຣື່ອງ ໂພຊະນາການ ເປັນຕົ້ນ.
2022-11-02
ນັກຮຽນ ໃນເມືອງປາກລາຍ ແຂວງໄຊຍະບູຣີ ແຕ່ຊັ້ນ ປ.1 ຈົນເຖິງ ຊັ້ນ ມ.7 ປະລະການຮຽນ ໃນສົກຮຽນ ປີ 2022-2023 ເຖິງ 1,039 ຄົນ ເນື່ອງວ່າ ຖານະຄອບຄົວທຸກຍາກ, ຢູ່ຫ່າງໄກໂຮງຮຽນ ແລະອຸປະສັກອື່ນໆ ທີ່ເຮັດໃຫ້ນັກຮຽນ ອອກໂຮງຮຽນ ເປັນຈຳນວນຫຼາຍ.
2022-10-28
ຜູ້ປົກຄອງຂອງນັກຮຽນ ຫຼາຍຄົນ ບໍ່ສະບາຍໃຈ ທີ່ນາຍຄຣູດຶງເສື້ອ ແລະບັງຄັບນັກຮຽນ ໄປຫ້ອງການໂຮງຮຽນ ດ້ວຍການໃຊ້ ຄວາມຮຸນແຮງ ຕໍ່ນັກຮຽນ ຢູ່ໂຮງຮຽນ ມສ ລ້ອງຊານ ເມືອງລ້ອງຊານ ແຂວງໄຊສົມບູນ.
2022-10-27
ແມ່ຍິງທີ່ຖືພາ ໂດຍສ່ວນໃຫ່ຍ ຜູ້ທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ແລະຜູ້ທີ່ມີຖານະຄອບຄົວ ທຸກຍາກ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ, ເມືອງແປກ ແຂວງຊຽງຂວາງ ແລະເມືອງປາກລາຍ ແຂວງໄຊຍະບູຣີ ບໍ່ມີຄວາມຮູ້້ ເຣື່ອງການກິນອາຫານ ບໍາຣຸງຮ່າງກາຍ ໃນເວລາຖືພາ ແລະບໍ່ຮູ້ວ່າ ລູກຂາດສານອາຫານ.
2022-10-24
ສັງຄົມເປັນຫ່ວງ ກໍຣະນີ ເດັກນ້ອຍ ເລາະຂາຍເຄື່ອງ ຕາມຮ້ານອາຫານ ແລະຮ້ານກິນດື່ມ ໃນເວລາວິກາລ ອາຈເປັນອັນຕຣາຍ ຕໍ່ສຸຂພາບເດັກເອງ ແລະເຮັດໃຫ້ ເດັກເສັຍໂອກາດ ເຂົ້າໂຮງຮຽນ ຊຶ່ງສາຍເຫດ ທີ່ເດັກນ້ອຍ ອອກມາເລາະຂາຍເຄື່ອງ ໃນເວລາກາງຄືນ ກໍ່ມີຫຼາຍເຫດຜົລ.