ເຣື້ອງທີ່ເກັບບັນທຶກໄວ້
2024-12-16
ຄົນລາວ ອາຍຸຕໍ່າກວ່າ 18 ປີ ມີແນວໂນ້ມໄປເຮັດວຽກຢູ່ໄທຫຼາຍ ຊຶ່ງສ່ວນໃຫຍ່ຜິດກົດໝາຍ ຂະນະທີ່ປັດຈຸບັນ ຢູ່ໄທມີຄົນງານລາວ ຖືກກົດໝາຍທັງໝົດ 286,000 ປາຍຄົນ.
2024-12-14
ການຖືພາ ກ່ອນໄວອັນຄວນ ຂອງເດັກນ້ອຍ ແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງ ຕໍ່ສຸຂະພາບ ຫຼາຍດ້ານ
2024-11-25
ເດັກນ້ອຍນັກຮຽນ ປ.1 ຫາ ປ.5 ຈໍານວນບໍ່ໜ້ອຍ ປະເຊີນກັບບັນຫາ ຂາດຮຽນ, ຂາດສານອາຫານ ແລະປະລະການຮຽນ ຍ້ອນບໍ່ມີໂຄງການອາຫານທ່ຽງ. ສ່ວນໂຮງຮຽນ ທີ່ມີອາຫານທ່ຽງ ແມ່ນໄດ້ເງິນ ຈໍານວນ 1,000 ກີບ ຕໍ່ຄົນຕໍ່ຄາບ ທີ່ລັດຖະບານ ໃຫ້ປຸງແຕ່ງອາຫານນັ້ນ ແມ່ນບໍ່ພຽງພໍ.
2024-11-22
ໃນສົກຮຽນ ປີ 2023-2024 ທີ່ຜ່ານມາ ມີພຽງຈໍານວນນັກຮຽນ 1,275,408 ຄົນເທົ່ານັ້ນ ຕັ້ງແຕ່ຊັ້ນ ປ.1 ຫາ ມ.7 ໃນທົ່ວປະເທດ ລວມໂຮງຮຽນຂອງລັດ ແລະເອກກະຊົນ ຈາກປະຊາຊົນກອນ ທີ່ມີອາຍຸເຖິງເກນເຂົ້າຮຽນ ທັງໝົດ 1,609,178 ຄົນ ນັ້ນໝາຍຄວາມວ່າ ມີປະຊາກອນຢ່າງນ້ອຍ 333,770 ທີ່ອາຍຸເຖິງເກນ ແຕ່ບໍ່ໄດ້ເຂົ້າຮຽນໃໝ່.
2024-11-12
ໃນ 1 ປີຜ່ານມາ ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງ ແລະການຂົ່ມຂືນ ທັງໝົດ 110 ໃນນັ້ນ ເປັນຍິງ 103 ຄົນ ແລະຊາຍ 7 ຄົນ, ອາ ຍຸຕໍ່າກວ່າ 18 ປີ 91 ຄົນ.
2024-10-31
ຄະນະກໍາມະການ ຂອງສະຫະປະຊາຊາດ ດ້ານການເລືອກປະຕິບັດຕໍ່ແມ່ຍິງ ຫຼື The UN Committee on the Elimination of Discrimination against Women (CEDAW) ຮຽກຮ້ອງໃຫ້ ມີການນໍາຂໍ້ຍົກເວັ້ນ ທີ່ຍັງອະນຸຍາດໃຫ້ເດັກນ້ອຍ ອາຍຸຕັ້ງແຕ່ 15 ປີສາມາດແຕ່ງດອງກັນໄດ້ ຫາກມີກໍລະນີພິເສດ ຫຼື ຈໍາເປັນ ອອກຈາກກົດໝາຍ.
2024-10-25
ໃນລະຫວ່າງ 3 ສົກຮຽນ ແຕ່ປີ 2021 ຫາ ປີ 2024 , ມີນັກຮຽນຊັ້ນປະຖົມຈົນເຖີງມັດທະຍົມປາຍທົ່ວປະເທດປະລະການຮຽນເພີ່ມຂື້ນທຸກສົກຮຽນ. ໂດຍສະເພາະໃນສົກຮຽນຫຼ້າສຸດປີ 2023-2024 ນັກຮຽນຊັ້ນ ປ.1 ຫາ ມ.7 ມີການປະລະການຮຽນທັງໝົດ 106,738 ຄົນ.
2024-10-23
ຍັງມີເດັກນ້ອຍແມ່ຍິງລາວ ຈຳນວນຫຼາຍ ຕົກເປັນເຫຍື່ອ ຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ ຍ້ອນ ບໍ່ມີການເອົາໃຈໃສ່ ໃນການແກ້ໄຂບັນຫາ ຂະນະທີ່ບັນຫາການໃຊ້ຄວາມຮຸນແຮງ ໃນຄອບຄົບ ຕໍ່ເດັກນ້ອຍແມ່ຍິງ ເປັນສາເຫດໜຶ່ງ ທີ່ເຮັດໃຫ້ເດັກນ້ອຍແມ່ຍິງ ຕົກເປັນເຫຍື່ອການຄ້າມະນຸດ ແລະການແຕ່ງດອງກ່ອນໄວອັນຄວນ.
2024-10-22
ເດັກນ້ອຍແມ່ຍິງລາວ ຢູ່ເມືອງຮຸນ ແຂວງອຸດົມໄຊ ທີ່ແຕ່ງດອງກ່ອນໄວອັນຄວນ ຕົກເປັນກຸ່ມສ່ຽງຖືກຄົນຈີນຕົວະແຕ່ງດອງ ແລະຖືກຄ້າມະນຸດ ໂດຍສະເພາະກຸ່ມອາຍຸຕ່ຳກວ່າ 18 ປີ ສ່ວນໜຶ່ງເປັນຍ້ອນຄອບຄົວທຸກຍາກ ພໍ່-ແມ່ ຕ້ອງການເງິນ ຈຶ່ງຍອມໃຫ້ລູກແຕ່ງດອງກັບຄົນຈີນ ເພື່ອນຳເງິນໄປໃຊ້ໜີ້.
2024-10-21
ລາຍງານກ່ຽວກັບການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ 3 ປີ 2023 ຫຼື LSIS III ລະບຸວ່າ ແມ່ຍິງ ທີ່ມີອາຍຸບໍ່ທັນເຖິງກະສຽນ ແຕ່ງດອງກ່ອນໄວອັນຄວນ ຫຼືຢູ່ນໍາກັນກັບເດັກຊາຍ ໂດຍບໍ່ໄດ້ແຕ່ງດອງ ເພີ່ມຂຶ້ນຈາກ 23.5 ທີ່ໄດ້ມີການສໍາຫຼວດຄັ້ງທີ 2 ເມື່ອ 5 ປີກ່ອນ ເປັນ 26.5.
2024-10-21
ເນື່ອງໃນໂອກາດວັນຄູແຫ່ງຊາດ ປະຈໍາປີ 2024 ຄົບຮອບ 30 ປີ ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ ເໜັ້ນໃຫ້ຜູ້ບໍລິຫານການສຶກສາເອົາໃຈໃສ່ ພັດທະນາຊັບພະຍາກອນມະນຸດ ແລະແມ່ພີມທີ່ດີຂອງຊາດ.
2024-10-18
ມາຮອດປັດຈຸບັນນັກຮຽນຊັ້ນປະຖົມແລະມັດທະຍົມຈຳນວນຫຼາຍໃນຫຼາຍເມືອງຫຼາຍແຂວງທົ່ວປະເທດ, ຍັງບໍ່ທັນມີປື້ມແບບຮຽນຄົບຊຸດສຳລັບຮຽນຢູ່ໂຮງຮຽນແລະທົບທວນຢູ່ເຮືອນ. ຂະນະທີ່ຄູມີແຕ່ຄູ່ມືສອນແລະຈຳເປັນຕ້ອງໄດ້ຂຽນໃສ່ກະດານໃຫ້ນັກຮຽນຈົດຕາມ.
2024-10-08
ຫຼາຍແຂວງໃນປະເທດລາວ ກຳລັງປະສົບບັນຫາການຂາດເຂີນຄູສອນຢ່າງໜັກ ບາງແຂວງຂາດເຂີນຄູເຖິງຫົກຮ້ອຍຄົນ ຄູຜູ້ດຽວສອນຫ້າຫ້ອງ ຫຼືຫ້າຊັ້ນ ແລະເນື່ອງໃນວັນຄູແຫ່ງຊາດປີນີ້ ເຈົ້າໜ້າທີ່ການສຶກສາໃນຫຼາຍແຫ່ງ ຢາກຮຽກຮ້ອງໃຫ້ລັດຖະບານແກ້ໄຂບັນຫາ ການຂາດເຂີນຄູ.
2024-10-02
ເປັນເວລາ 1 ປີ ທີ່ໂຮງຮຽນ ມ.ຕົ້ນ ນາເຊັງ ປະສົບກັບບັນຫາການຂາດຄູ ແລະ ນັກຮຽນເຂົ້າຮຽນໜ້ອຍລົງ, ພາກສ່ວນຂອງຄູ-ອາຈານ ຈຶ່ງພາກັນລາຍງານ ບັນຫາໄປເຖິງ ຂະແໜງການສຶກສາເມືອງ ແລະ ແຂວງ ສະນັ້ນ ສົກຮຽນ 2024-2025 ຈຶ່ງມີການຍຸບໂຮງຮຽນດັ່ງກ່າວ ເຂົ້ານໍາກັນ.
2024-09-27
ໃນຮອບ 1 ປີ ທີ່ຜ່ານມາ, ມີເດັກຍິງລາວ ຕົກເປັນເຫຍື່ອ ການຄ້າມະນຸດ ຜ່ານການຕວົະແຕ່ງດອງ ກັບຜູ້ຊາຍຈີນ ແລະ ມີແມ່ຍິງລາວ ຈຳນວນບໍ່ໜ້ອຍ ເປັນກຸ່ມສ່ຽງ ທີ່ຈະຕົກເປັນເຫຍື່ອ ການຄ້າມະນຸດ ຜ່ານການແຕ່ງດອງ ກັບຄົນຕ່າງປະເທດ.