ເຣື້ອງທີ່ເກັບບັນທຶກໄວ້
2009-11-24
ອົງກາຣຕ້ານກາຣທຸຈຣິຕວ່າ ສປປລາວ ເປັນປະເທສອັນດັບ 158ໃນຈຳນວນ 180ປະເທສ ທີ່ມີກາຣ ສໍ້ຣາສບັງຫລວງ ຫລາຍໃນທົ່ວໂລກ ຊຶ່ງອາຈສ້າງຜົລກະທົບ ຕໍ່ກາຣເປັນເຈົ້າພາບ ງານມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ຢູ່ນະຄອນຫລວງວຽງຈັນ ໃນເດືອນທັນວາ 2009 ນີ້ກໍເປັນໄດ້.
2009-09-15
ແຜນພັທນາເສຖກິດ ແລະສັງຄົມ ຫ້າປີຄັ້ງທີ່ຫົກ ຂອງຣັຖບານລາວ ບໍ່ໄດ້ຮັບຜົນສຳເຣັດ ເທົ່າທີ່ຄວນ.
2009-07-31
ການພັທນາເສຖກິດ ສັງຄົມ ຢູ່ສປປລາວ ສົກປີ 2008–2009 ປະເຊີນກັບບັນຫາ ຫຍູ້ງຍາກຫລາຍຢ່າງ ທີ່ເກີດຂື້ນ ຫລັງຈາກສະພາບ ໃນຕົວແລະນອກຕົວ ຈົນວ່າຣັຖບານ ສປປລາວ ປະກາດຂໍຫລຸດ ຄາດໝາຍການ ເຕີບໂຕຂອງຮວມຍອດ ຜລິດຕະພັນ ພາຍໃນຫລື GDP ລົງຈາກ 8ສ່ວນຮ້ອຍ ມາເປັນ 7.5ສ່ວນຮ້ອຍ. ການທີ່ເປັນ ຄືແນວນີ້ ມີສາເຫດຕົ້ນຕໍ ມາຈາກຫຍັງ ກັນແທ້ນັ້ນ ຈຳປາທອງ ມີບົດລາຍງານ ມາສເນີທ່ານ...
2009-07-03
ການພັທນາ ທາງດ້ານ ເສຖກິດ ໃນລາວ ໂດຍການໃຫ້ ນັກລົງທຶນ ຕ່າງປະເທດ ສັມປະທານ ພື້ນທີ່ດິນ ໂດຍກົງເພື່ອສ້າງ ໂຮງຈັກໂຮງງານ ສົ່ງຜົລກະທົບ ຕໍ່ສິ່ງແລດລ້ອມ ແລະ ຊີວິດການ ເປັນຢູ່ຂອງ ປະຊາຊົນ ຊາວລາວ ຫລາຍຂື້ນທຸກໆມື້ ແຕ່ທາງການ ກໍບໍ່ສາມາດ ແກ້ໄຂໄດ້ ໃນປັດຈຸບັນ ນີ້. ໂພໄຊສວັດ ມີລາຍງານ ໃນອັນດັບຕໍ່ໄປ.
2009-07-03
ປະຊາຊົນລາວ ເສັຍພາສີ ອາກອນແພງ ຣັຖບານ ເກັບພາສີ ອາກອນສູງ ເພື່ອແກ້ໄຂ ບັນຫາຂາດເຂີນ ງົບປະມານ. ອາວະຣີ ຈະສເນີ ຣາຍລະອຽດ ຕື່ມ ໃນອັນດັບຕໍ່ໄປ.
2009-06-19
ສະພາແຫ່ງຊາດ ຂອງລາວ ຈະເປີດກອງ ປະຊຸມສະມັຍ ສາມັນຄັ້ງທີ 7 ຂື້ນໃນບໍ່ຫລາຍ ວັນຂ້າງໜ້ານີ້. ໃນນັ້ນຈະມີ ການ ພິຈາຣະນາ ຮັບຜ່ານແຜນການ ພັທນາເສຖກິດ-ສັງຄົມ ແລະງົບປະມານ ຮັບຮອງເອົາ ກົດໝາຍໃໝ່ ແລະຈະມີການ ຕຳນິຕິຊົມ ກ່ຽວກັບບັນຫາ ຕ່າງໆທີ່ພົ້ນເດັ່ນ ຂື້ນຢູ່ໃນສັງຄົມ.
2009-06-12
ໃນການປູກ ຢາງພາລາ ຢູ່ປະເທດລາວ ແມ່ນບໍຣິສັດ ປະເທດເພື່ອນບ້ານ ມາລົງທຶນ ດ້ວຍການກຳຂອດ ສຳຄັນຕົ້ນຕໍ ຄືການລົງທຶນ ແລະ ຕລາດຈຳໜ່າຍ ສ່ວນວ່າ ປະຊາຊົນລາວ ແມ່ນເປັນທີ່ດິນ ແລະແຮງງານ ຮັບຈ້າງ. ໃນເມື່ອເປັນ ຄືແນວນັ້ນ ຜົນປໂຍດສ່ວນ ຫລວງຫລາຍ ທີ່ຈະໄດ້ຮັບ ຈະຕົກໄປໃສ່ ມືຂອງຜູ້ໃດ. ຈຳປາທອງ ມີບົດຄວາມ ກ່ຽວກັບເລື້ອງນີ້ ມາສເນີທ່ານ…
2009-06-04
ໂຄງການ ລົງທືນໃຫຍ່ໆ ຈາກຕ່າງປະເທດ ຫລາຍໂຄງການ ໃນລາວ ດັ່ງການຂຸດຄົ້ນ ແຮ່ທາດ ການສ້າງເຂື່ອນ ແລະໂຄງການອື່ນໆ ສ່ວນຫລາຍ ປະຊາຊົນລາວ ບໍ່ໄດ້ຮັບ ຜົລປໂຍດ ເທົ່າທີ່ຄວນ ນັກລົງທືນໄດ້ ຜົລປໂຍດແລະ ກຳໄຣຫລາຍກວ່າ ຍ້ອນຣັຖບານລາວ ບໍ່ມີທາງເລືອກ.
2009-05-27
ການພັທນາ ເສດຖກິດ-ສັງຄົມ ຢູ່ ສປປລາວ ເລີ້ມຂຍາຍໂຕ ແຕ່ວ່າ ປະຊາຊົນ ລາວ ສ່ວນຫລາຍ ຍັງບໍ່ໄດ້ຮັບ ຜົລປໂຍດ ແລະ ຍັງທຸກຍາກ ຂາດເຂີນຢູ່.
2009-05-19
ປະຊາຊົນລາວ ຍັງຂາດເຂີນ ເຂົ້າກີນ ໃນອານາຄົດ ຍີ່ງຈະຂາດເຂີນ ຖ້າພົລເມືອງລາວ ຍັງຈະເພີ້ມ ຂື້ນໄວຄືໃນ ປັດຈຸບັນນີ້ ແລະຖ້າຫາກ ການຜລິດບໍ່ມີ ປະສິດທິຜົລ ສູງຂື້ນ.
2009-05-04
ໃນຣະຍະ 20 ປີ ຕັ້ງແຕ່ກຸ່ມ ອາຊ້ຽນໄດ້ ພົບກັບ ວິກິຕການໆເງີນ ແລະເສຖກິດ ໃນທ້າຍຊຸມປີ 1990 ເປັນຕົ້ນມາ ຈີນແຜ່ນດີນໃຫ່ຍ ນັບມື້ນັບມີ ບົດບາດສຳຄັນ ໃນເອເຊັຽ ຕາເວັນອອກໄກ ແລະໂດຍສະເພາະ ເອເຊັຽອາຄະເນ ມໍ່ໆມານິ້ ຈີນ ໄດ້ປະກາດວ່າ ພ້ອມແລ້ວທີ່ຈະ ເຊັນສັນຍາ ເຂດຕລາດເສຣີ ກັບກຸ່ມອາຊ້ຽນ ແລະຈະໃຫ້ທືນ ແກ່ປະເທດ ທີ່ຕ້ອງການອີກ ເປັນງົບປະມານ ສຳຄັນ.. ເຊີນທ່ານຮັບຟັງ ບົດຄວາມປະຈຳ ສັປດາ ຂອງພວກເຮົາໄດ້ ໃນອັນດັບ ຕໍ່ໄປ.... ສເນີໂດຍ ພົງສວັນ
2009-04-27
ຕາມແຜນການ ທີ່ໄດ້ປະກາດ ອອກເມື່ອປີ 2001 ໃນໂອກາດ ກອງປະຊຸມ ພັກປະຊາຊົນ ປະຕິວັດລາວ ເພື່ອປະກອບສ່ວນ ເຂົ້າໃນການ ຕໍ່ຕ້ານຄວາມ ທຸກຍາກໂດຍ ທົ່ວໄປ ແລະເພື່ອຮັກສາ ສະພາບແວດລ້ອມ ການເຮັດໃຮ່ຕ້ອງ ໃຫ້ລຸດໜ້ອຍຖອຍລົງ ພ້ອມກັບເຕົ້າໂຣມ ປະຊາຊົນ ຊາວເຂົາ ເພື່ອໃຫ້ເຂົາເຈົ້າ ຫັນປ່ຽນວິທີ ການດຳຣົງ ຊີວິຕຂອງ ພວກເຂົາເຈົ້າ...... ເກືອບ 10 ປີແລ້ວທີ່ ແຜນດັ່ງກ່າວ ໄດ້ຖືກນຳ ອອກປະຕິບັດ ໄດ້ຮັບຜົນ ໜ້ອຍຫລາຍປານ ໃດນັ້ນເຊີນທ່ານ ຕິດຕາມຮັບຟັງ ບົດຄວາມ ປະຈຳສັປດາ ສເນີໂດຍ ພົງສວັນ
2009-04-12
ໃນວັນທີ 1 ແລະ 2 ເມສາ ທີ່ຜ່ານມາ ຜູ້ນຳຂອງກຸ່ມ G20 ຫຼື 20 ປະເທດທີ່ ນຳໜ້າໃນ ດ້ານເສຖກິດ ພ້ອມປະເທດ ທີ່ຖືກເຊີນເພີ້ມ ແລະຜູ້ນຳຂອງ ສະຖາບັນການເງີນນາໆຊາດ ໄດ້ປະຊຸມກັນ ຢູ່ກຸງລອນດອນ ເພື່ອຊອກຫາ ວິທີແກ້ໄຂ ຣະບົບເສຖກິດ ຂອງໂລກ. ສຳລັບປະເທດ ກຳລັງພັທນາ ເຊັ່ນ ສປປລາວ ຈະໄດ້ຮັບ ປໂຍດແນວ ໃດແດ່ໃນ ໂຄງການປ່ຽນແປງ ຣະບົບເສຖກິດ ໂລກນີ້. ຂໍເຊີນທ່ານ ຮັບຟັງ ບົດວິຈັຍປະຈຳ ສັປດາຂອງ ພວກເຮົາໄດ້ ໃນອັນດັບຕໍ່ໄປ...... ສເນີໂດຍ ພົງສວັນ
2009-03-25
ຕລາດຫູ້ນຫລື Stock market ແຫ່ງທຳອິດຂອງລາວ ຈະສົ່ງຜົລກະທົບຕໍ່ ການພັທນາເສຖກິດ ແລະສັງຄົມ ຫລາຍປານໃດ ແລະຄົນກູ່ມໃດ ຈະໄດ້ຮັບຜົລປໂຍດ ຈາກຕລາດຫູ້ນໃໝ່ ທີ່ຈະມີຂື້ນ.
2009-03-19
ຣະບົບອັຕຣາການ ແລກປ່ຽນສາກົນ ຣະບົບທີ່ 3 ຊື່ງປ່ອຍໃຫ້ຄ່າ ຂອງເງິນຕຣາຂື້ນໆ ລົງໆໄປຕາມຕລາດ ການແລກປ່ຽນເງິນ ຕຣາຕ່າງປະເທດ ທີ່ໃຊ້ຢູ່ໃນ ປັດຈຸບັນນີ້ເປັນ ກົນໄກການເງິນ ສາກົນ ທີ່ມີອໍານາດ ຕໍ່ການຄ້າລະຫ່ວາງ ປະເທດຫລາຍທີ່ສຸດ. ຣະບົບນີ້ຈະໃຊ້ ຕໍ່ກັນໄປຫລືບໍ່.