ເຣື້ອງທີ່ເກັບບັນທຶກໄວ້
2011-12-30
ເຖິງຍາມໜາວ ຜູ້ ຄົນກໍມີ ຄວາມເປັນຫ່ວງ ນໍາເຣື່ອງ ເຄື່ອງນຸ່ງຮົ່ມ ແລະ ພຍາດ ບາດເຍົາ ທີ່ເກີດຂຶ້ນ ກັບຊາວບ້ານ ໂດຍສະເພາະ ຢູ່ຕາມ ຊົນນະບົດ ຫ່າງໄກ ທີ່ຍັງມີຄົນ ທຸກຍາກ ຢ່າງຫຼວງຫຼາຍ. ເຊີນຟັງ ການໂອ້ລົມ ກັບທ່ານໝໍ ແມ່ແລະເດັກ ມະນີຈັນ ວິຣະວຸດ ສະເດັດຕັນ ທ່ານໝໍ ບໍານານ ຈາກ ປະເທດ ຝຣັ່ງເສດ.
2011-12-27
ສາຣະຄະດີ ປະຈຳ ສັປດາ ໂສເພນີ ໃນເມືອງ ອຸດອນ ພາກ 3 ໃນພາກນີ້ ຈະໄດ້ກ່າວ ເຖິງ ເມືອງ ອູດອນ ຊຶ່ງເປັນ ຈຸດໃຈກາງ ຂອງການລົງທືນ ແລະ ການຄ້າ ທີ່ສຳຄັນ ໃນ ພາກຕະເວັນ ອອກສຽງເໜືອ ຂອງ ປະເທດໄທ ແລະ ມີ ຊ໊ອງໂສເພນີ ຫຼາຍທີ່ສຸດ. ສເນີໂດຍ ວຽງໄຊ.
2011-12-23
ການບຸກເຂົ້າ ຊ່ວຍ ຍິງສາວລາວ 41 ຄົນ ຈາກ ສະຖານທີ່ ບັນເທິງ ໃນແຂວງ ນະຣາທິວາດ ຂອງໄທ ສະແດງ ໃຫ້ເຫັນວ່າ ມີການ ປອມແປງ ໜັງສື ເດີນທາງ ຢູ່ ສປປລາວ ໄດ້ຢ່າງ ງ່າຍດາຍ. ມະນີຈັນ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີທ່ານ.
2011-12-19
ສາຣະຄະດີ ເຣື້ອງ ໂສເພນີ ໃນເມືອງ ອຸດອນ ພາກ 2 ໃນຕອນນີ້ ຈະໄດ້ ກ່າວເຖິງ ການເຂົ້າໄປ ເມືອງ ອຸດອນ ຂອງ ແມ່ຍີງລາວ. ສເນີໂດຍ ວຽງໄຊ
2011-12-16
ພາຍຫລັງທີ່ ໄດ້ມີການ ຮຽກຮ້ອງ ຂໍຂື້ນເງີນ ເດືອນ ຍ້ອນ ຄ່າຄອງຊີບ ຖີບຕົວ ຂື້ນສູງ ໃນທີ່ສຸດ ທາງການລາວ ກໍປັບ ເງີນເດືອນ ຂັ້ນຕ່ຳ ໃຫ້ຄົນງານ ລາວ ຈາກ 348 ພັນກີບ ມາເປັນ 626 ພັນກີບ. ຈຳປາທອງ ມີລາຍງານ ມາສເນີ ທ່ານ.
2011-12-15
ພາຍຫລັງ ການສ້າງຕັ້ງ ສປປລາວ ມາເປ້ນເວລາ 36 ປີ ການພັທນາ ເສຖກິດ ນັບຕັ້ງແຕ່ ສໄມ ທ່ານ ໄກສອນ ພົມວິຫານ ເປັນຜູ້ນຳ ປະເທດ ມາຈົນເຖິງ ທ່ານ ຈູມມະລີ ໄຊຍະສອນ. ປັຈຈຸບັນ ແມ່ນມີແຕ່ ຂຸ້ນຂ້ຽວ ຂຸດຄົ້ນ ຊັພຍາກອນ ທັມມະຊາດ ອັນລ້ຳຄ່າ ຂອງລາວ ໄປຂາຍ ຕ່າງປະເທດ ແບບ ບໍ່ຄຸ້ມຄ່າ ເປັນສ່ວນໃຫຍ່. ຈຳປາທອງ ມີລາຍງານ ກ່ຽວກັບ ເຣື່ອງນີ້ມາ ສເນີທ່ານ...
2011-12-13
ການພັທນາ ເຂດ ສາມຫລ່ຽມ ກຳພູຊາ ລາວ ວຽດນາມ ຈະເປັນໄປ ຄືແນວໃດ ໃນເມື່ອ 3 ປະເທດ ຍັງມີ ບັນຫາ ທາງດ້ານ ບຸຄລາກອນ ແລະ ທືນຮອນ ຍັງບໍ່ ພຽງພໍ ໃນເວລານີ້. ຈຳປາທອງ ມີຣາຍງານ ກ່ຽວກັບ ເຮື້ອງນີ້ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.
2011-12-12
ການຄ້າ ປະເວນີ ມີມາ ແຕ່ ໂບຣານນະການ ໃນທຸກ ປະເທດ ທົ່ວໂລກ ພຽງແຕ່ວ່າ ຈະ ເປີດເຜີຍ ຫລືບໍ່ ເທົ່ານັ້ນ. ໃນ ສປປ ລາວ ການຄ້າ ປະເວນີ ບໍ່ແມ່ນ ເຣື້ອງໃໝ່ ແຕ່ ທີ່ໃໝ່ ກໍແມ່ນ ວ່າ ມີເດັກນ້ອຍ ແລະ ຜູ້ຍິງລາວ ຍຶດເອົາ ການຄ້າ ປະເວນີ ເປັນອາຊີພ ທີ່ ນັບມື້ ມີຫຼາຍຂື້ນ ແລະ ຮ້າຍໄປ ກວ່ານັ້ນ ພວກເຂົາເຈົ້າ ຕ້ອງໄດ້ ໄປປະກອບ ອາຊີພ ນັ້ນ ໃນ ຕ່າງ ປະເທດ ເຊັ່ນ ຢູ່ ປະເທດໄທ ຈະແມ່ນ ດ້ວຍຄວາມ ສມັກໃຈ ຫລື ຖືກບັງຄັບ ຫຼອກລວງ ກໍຍາກ ທີ່ຈະ ເວົ້າໄດ້ ສເນີ ໂດຍ: ວຽງໄຊ
2011-12-12
ທຸກ ພາກສ່ວນ ບໍ່ວ່າ ຈະແມ່ນ ອົງການ ປົກປ້ອງ ສິ່ງແວດລ້ອມ, ວຽດນາມ, ກໍາພູຊາ ຕລອດເຖິງ ສະຫະຣັດ ອະເມຣິກາ ຕ່າງກໍ ຍິນດີນໍາ ການເລື່ອນ ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ອອກໄປ ຢ່າງບໍ່ ມີກໍານົດ ເພື່ອ ສຶກສາ ຜົນກະທົບ ຕ່າງໆ ທີ່ ຫລາຽຝ່າຍ ວ່າ ຈະມີ ຢ່າງ ໜັກໜ່ວງ ນັ້ນ.
2011-12-09
ນະໂຍບາຍ ສ້າງເຂດ ເສຖກິດ ພິເສດ ດ້ວຍ ຫຼາຍຮູບແບບ ແລະຫຼາຽ ຣະດັບ ທີ່ຕ່າງກັນ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ວ່າ ເປັນ ນະໂຍບາຍ ອັນນຶ່ງ ໃນ ຍຸທສາດ ຫັນເປັນ ອຸດສາຫະກັມ ແລະ ທັນສໄມ ເພື່ອລົບລ້າງ ຄວາມທຸກຍາກ ນັ້ນ ມີຜົນດີ ຜົນຮ້າຽ ແນວໃດ ຕໍ່ ປະເທດຊາດ ແລະ ປະຊາຊົນ ລາວ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ.
2011-12-06
ຄົນງານລາວ ຈໍານວນ ນຶ່ງ ທີ່ໄດ້ຮັບ ຜົນກະທົບ ຈາກພັຍ ນໍ້າຖ້ວມ ໃນໄທ ແລະ ໄດ້ກັບ ຄືນບ້ານ ປາກົດ ວ່າ ຍັງບໍ່ໄດ້ ຮັບການ ຊ່ວຍເຫລືອ ຈາກ ທາງການລາວ ແຕ່ຢ່າງໃດ. ອີກສ່ວນນື່ງ ຂອງ ຄົນງານລາວ ທີ່ຍັງພໍ ມີວຽກເຮັດ ມີຣາຍໄດ້ ຢູ່ໃນໄທ ຕໍ່ໄປ. ສເນີໂດຍ: ມະນີຈັນ
2011-12-06
ໃນ 2 ປີ ຜ່ານມານີ້ ນັກຊ່ຽວຊານ ວຽດນາມ ແລະ ອົງການ ສາກົນ ຕ່າງໆໄດ້ ອອກ ໂຄສະນາ ຢ່າງໜັກ ເພື່ອຕໍ່ຕ້ານ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຢູ່ແຂວງ ໄຊຍະບູຣີ ໂດຍສະເພາະ ວຽດນາມ ຖືເອົາ ຜົນປໂຍດ ທາງດ້ານ ເສຖກິດ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ເປັນຂໍ້ອ້າງ. ໃນຂນະ ດຽວກັນ ນັກຊ່ຽວຊານ ລາວ ກໍມີ ຄວາມເຫັນ ໂຕ້ຕອບ ເຣື້ອງນີ້ວ່າ ລາວ ກໍຢາກໃຊ້ ແມ່ນໍ້າຂອງ ໃຫ້ເປັນ ປໂຍດ ໃນການ ແກ້ໄຂ ຄວາມທຸກຍາກ ຂອງ ປະຊາຊົນ ເຊັ່ນກັນ. ສະເໜີ ໂດຍ ສົມເນ...
2011-12-01
ເຂື່ອນ ໄຊຍະບຸຣີ ເປັນ 1 ໃນ ຈຳນວນ ໂຄງການ ເຂື່ອນ ຂນາດໃຫ່ຍ 10 ແຫ່ງ ທີ່ຈະຜລິດ ໄຟຟ້າ ໄດ້ 5,015 MW ຊຶ່ງ ປັດຈຸບັນ ຖືກ ຊາວໂລກ ຮ່ວມທັງ ສະຫະຣັຖ ອະເມຣິກາ ຮຽກຮ້ອງ ໃຫ້ ທາງການລາວ ຍົກເລີກ ຫຼືໃຫ້ ໂຈະ ເພື່ອສຳຣວດ ເຖິງຜົນໄດ້ ຜົນເສັຍ ໃຫ້ຄັກແນ່ ເສັຽກ່ອນ.
2011-11-30
ຜົນຜລິດ ເຂົ້າ ນາແຊງ ລະດູແລ້ງ 2011-2012 ຢູ່ ສປປ ລາວ ຈະຊ່ວຽ ຊາວ ກະສິກອນ ທີ່ຖືກ ນໍ້າຖ້ວມ ໄຮ່ນາ ຮົ້ວສວນ ຫຼຸດພົ້ນ ຈາກ ການຂາດເຂີນ ເຂົ້າກິນໄດ້ ໜ້ອຍຫລາຍ ພຽງໃດ ແລະ ທາງການ ຊ່ວຽແກ້ໄຂ ຫຍັງໃຫ້ແດ່. ຈໍາປາທອງ ມີຣາຍງານ ມາສເນີ ທ່ານ...
2011-11-29
ກອງເງິນທຶນ ຊື້ເຂົ້າ ແລະ ສາງເຂົ້າ ສໍາລອງ ຂອງ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ຈະຊ່ວຍ ບັນເທົາ ໃນຍາມ ມີໄພພິບັດ ຫຼື ເຫດການ ສຸກເສີນ ໄດ້ໜ້ອຽຫລາຍ ພຽງໃດ ໃນຂນະ ທີ່ໂລກ ຈະມີ ປະຊາກອນ ເກືອບ 1,000 ລ້ານ ຄົນ ປະເຊີນກັບ ຄວາມອຶດຫິວ ຍ້ອນຄວາມ ທຸກຍາກ ຫລື ຣາຄາ ອາຫານ ຈະແພງ ຂຶ້ນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາ ສເນີ ທ່ານ.