ຈີນ ສລອງ ຄົບຮອບ 60 ປີ

ຈີນ ສລອງຄົບຮອບ 60ປີ ຂອງການສ້າງຕັ້ງ ພັກຄອມມິວນິດ ຢ່າງໃຫຍ່ໂຕ ເພື່ອສະແດງໃຫ້ໂລກ ຮູ້ເຖິງຄວາມຮັງມີ ອຸດົມສົມບູນ ທາງດ້ານເສຖກິດ, ເຂັ້ມແຂງທາງດ້ານ ການທະຫານ ພາຍໃຕ້ການປົກຄອງ ແບບພັກດຽວຂອງຈີນ, ຄ່ຽງຄູ່ໄປກັບ ການຮັກສາ ຄວາມສງົບ ຢ່າງເຂັ້ງງວດ.

0:00 / 0:00

ສາທາຣະນະຣັດ ປະຊາຊົນ ຈີນ ສລອງວັນຊາດ ຄົບຮອບ60ປີ ໃນວັນພະຫັດ ທີ1ຕຸລານີ້ ຢ່າງໃຫຍ່ໂຕ ມະໂຫລານ, ຊຶ່ງເປັນການສະແດງ ໃຫ້ໂລກຮູ້ເຖິງ ຄວາມມັ່ງຄັ້ງສົມບູນ ແລະ ແສນຍານຸພາບ ທາງດ້ານການ ທະຫານ ວ່າການປົກຄອງ ແບບພັກດຽວ ຂອງຈີນ ເຮັດໃຫ້ເສຖກິດ ມີການຂຍາຍ ໂຕຢ່າງໄວ.

ການສເລີມສລອງ ໄດ້ເຣີ້ມຂຶ້ນ ໃນຕອນເຊົ້າ ວັນພະຫັດ ໂດຍມີການຍິງ ປືນໃຫຍ່ ຢ່າງເປັນຂະບວນ ແລະ ຊູໜ້າທຸງຊາດ ສີແດງຂອງຈີນຂຶ້ນ. ປະທານປະເທດ ຮູ ຈິນຕາວ ໄດ້ກ່າວເປີດພິທີ ທີ່ຈະຕຸຣັດ ທຽນອັນເມິນ ຕໍ່ເຈົ້າໜ້າທີ່ ຣະດັບສູງແລະ ແຂກຕ່າງປະເທດ ທີ່ຖືກເຊື້ອເຊີນ ເຂົ້າຮ່ວມ, ທ່າມກາງການ ຮັກສາຄວາມສງົບ ຢ່າງໜາແໜ້ນ ໃນທົ່ວໂຕເມືອງ. ທ່ານ ຮູ ຈິນຕາວ ກ່າວຕໍ່ຜູ້ທີ່ ເຂົ້າຮ່ວມ ແລະທະຫານ ໃນຕອນນຶ່ງວ່າ: ປະທານ ເໝົາ ເຈິຕຸງ ໄດ້ປະກາດ ການສ້າງຕັ້ງ ສາທາຣະນະຣັດ ປະຊາຊົນຈີນ ຢູ່ທີ່ນີ້, ຈາກນັ້ນມາ ປະຊາຊົນຈີນ ໄດ້ພ້ອມຈິດ ພ້ອມໃຈກັນ ພັທນາປະເທດຊາດ ແລະມື້ນີ້ ສັງຄົມນິຍົມ ຈີນ ໄດ້ກ້າວໄປສູ່ ຍຸກທີ່ທັນສມັຍ, ມີບົດບາດ ໃນເວທີສາກົນ ແລະ ຈະສືບຕໍ່ໄປ ໃນອະນາຄົດ ຢ່າງໝັ້ນຄົງ.

ການສລອງ ໃນປີນີ້ ຖືເປັນປີພິເສດ ແລະ ໃຫຍ່ໂຕ, ໂດຍມີການເດີນ ສວນສນາມ ຂອງເຫລົ່າທະຫານ ເຖິງ8ພັນຄົນ, ມີການແຮ່ ຂະບວນຣົຖຖັງ ແລະ ລູກຈະຣວດ ທີ່ທັນສມັຍ, ພ້ອມກັບການແຮ່ ຂະບວນອື່ນໆ ເປັນເວລາ 2ຊົ່ວໂມງ. (ໃສ່ສຽງເພງ… ໃນບັນຍາກາດ)

ໃນຕອນຄໍ່າ, ທີ່ຈະຕຸຣັດ ທຽນອັນເມິນ ກໍມີກິຈກັມຕ່າງໆ ແລະ ການຈູດບັ້ງໄຟດອກ ຂນາດໃຫຍ່ ທີ່ເຕັມໄປດ້ວຍ ແສງສີປະກາຍ ໄປທົ່ວທ້ອງຟ້າ. ທ້າວ ກີ່ ເຈັ່ງຈີ່, ນັກທຸຣະກິດ ຊາວຈີນ ຈາກແຂວງກວາງດົງ, ເວົ້າວ່າລາວ ພູມໃຈຫລາຍ ໃນການສລອງ ຄັ້ງນີ້, ໂດຍສະເພາະ ກັບເຫລົ່າທະຫານ, ດັ່ງທີ່ຫລາຍໆຄົນ ເຫັນວ່າ ກອງທັບຈີນ ເຣີ່ມເຂັ້ມແຂງຂຶ້ນ ແລະ ຈະເຂັ້ມແຂງຂຶ້ນໄປ ເລື້ອຍໆ.

ໃນຂະນະດຽວກັນ ກໍມີບັນດາ ນັກເຄື່ອນໄຫວ ນິຍົມ ປະຊາທິປະໄຕ ຖືກຄວບຄຸມ ຢ່າງເຄັ່ງຄັດ. ຊຶ່ງນັກຂ່າວ ເອເຊັຍເສຣີ ຜແນກພາສາຈີນ ມີໂອກາດ ສັມພາດ ກຸ່ມຄົນເຫລົ່ານັ້ນ ໃນວັນພຸດ ຜ່ານມາ.

ຊາວປັກກິ່ງ ທີ່ບໍ່ປະສົງອອກຊື່ ຄົນນຶ່ງກ່າວວ່າ: "ພວກນາງ ເຮັດວຽກ ເຄິ່ງມື້ ໃນຕອນເຊົ້າ ແລະ ໄດ້ຮັບອະນຸຍາດ ໃຫ້ເມືອບ້ານ ໃນຕອນບ່າຍ. ບາງຄົນ ກໍບໍໄດ້ເຮັດວຽກ ແມ໋ນແຕ່ ເຄິ່ງມື້ຊໍ້າ. ມື້ນີ້ ນາງ ໄດ້ແວະໄປເບິ່ງ ສະຖານີຣົດໄຟ ແລະ ເຫັນ ຕໍາຣວດ ປະກອບອາວຸດ ເຕັມໄປໝົດ."

ນັກຂ່າວຕ່າງປະເທດ ທີ່ໄປຣາຍງານຂ່າວ ຢູ່ປັກກິ່ງ ກ່າວວ່າ: "ຮ້ານອາຫານທັງໝົດ ຕາມຖນົນ ຈັງ-ອານ ປິດບໍຣິການ. ຖ້າຫິວເຂົ້າ, ກໍຕ້ອງໄປກິນ ທີ່ຮ້ານອາຫານ ໄກອອກໄປຕື່ມ, ຊຶ່ງບໍ່ສະດວກເລີຍ. ສ່ວນ ບັນຍາກາດ ຢູ່ທີ່ນັ້ນ ເຄັ່ງຄັດ. ສໍາລັບເຮືອນ ທີ່ມີປະຕູ ແລະປ່ອງຢ້ຽມແກ້ວ ໃກ້ກັບ ຈະຕຸຣັດ ທຽນອັນເມິນ ກໍຖືກປິດໄວ້ ດ້ວຍສະກັອດເທັບ ເພື່ອປ້ອງກັນ ໃນຣະຫວ່າງ ການຈູກກະໂພກ ຫລື ໃນກໍຣະນີ ມີສຽງ ກະທົບກະເທືອນ."

ທ່ານ ເຈັນ ຊີ, ນັກເຄື່ອນໄຫວ ທີ່ເມືອງກີຊູ ກ່າວວ່າ: "ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຫລາຍກ່ວາ 20ກຸ່ມ ຖືກເຈົ້າໜ້າທີ່ ເຝົ້າຣະວັງ ຕລອດ24ຊົ່ວໂມງ. ພວກຂະເຈົ້າ ຢືນເຝົ້າຍາມ ຢູ່ຊັ້ນລຸ່ມ. ພວກຂະເຈົ້າ ປະຕິບັດ ຕໍ່ປະຊາຊົນ ທັມມະດາ ຄ້າຍກັບວ່າ ເປັນສັຕຣູ."

ທ່ານ ກວນ ລິນຊີ, ນັກເຄື່ອນໄຫວ ອີກຜູ້ນຶ່ງ ທີ່ເມືອງ ກິນຊູ, ກ່າວວ່າ: "ທ່ານ ຖືກກັກຂັງ ບໍຣິເວນໝົດມື້ ໂດຍມີ ເຈົ້າໜ້າທີ່ ຮັກສາຄວາມສງົບ ເຖິງ7ຄົນເຝົ້າຍາມ. ທ່ານກ່າວຢໍ້າວ່າ ເມືອງກິນຊູ ຢູ່ຫ່າງຫລາຍຈາກ ກຸງປັກກິງ. ພວກທ່ານ ຈະສາມາດ ໄປເຮັດຫຍັງໄດ້. ໃນວັນທີ1 ເດືອນຕຸລາ ພວກທະຫານ ເດີນສວນສນາມ ແລະ ພວກທ່ານ ກໍບໍ່ໄດ້ສົນໃຈ ຈະໄປເບິ່ງ ໃນໂທຣະທັດ ຊໍ້າ."

ຢູ່ທີ່ຮົ໊ງກົ໊ງ, ພວກນັກເຄື່ອນໄຫວ ໄດ້ພາກັນປະທ້ວງ ຕາມທ້ອງຖນົນ ເພື່ອຮຽກຮ້ອງ ປະຊາທິປະໄຕ ແລະ ໃຫ້ມີການນັບຖື ດ້ານສິດທິມະນຸດ. ໃນຂະນະທີ່ ຊາວຮອນແລນ ຫລາຍຮ້ອຍຄົນ ເດີນຂະບວນທີ່ ແອມສະເທີແດມ ໃນມື້ວັນພະຫັດ ເພື່ອ ສນັບສນູນ ກຸ່ມຊົນເຜົ່າສ່ວນນ້ອຍ ຊາວວີເກີ ໃນເຂດຊິນຈຽງ ທີ່ຖືກທາງ ການຈີນປາບປາມ ມາໂດຍຕລອດ.

ການສລອງຄົບຮອບ 60ປີນີ້, ຣັຖບານຈີນ ມີຄວາມຕ້ອງການ ໃຫ້ເປັນມື້ທີ່ ຕື່ນເຕັ້ນ ແລະມີຄວາມສງົບ ເປັນພິເສດ ເພື່ອເປັນການສະແດງ ໃຫ້ຮູ້ວ່າ ການຢຶດໝັ້ນ ໃນການປົກຄອງ ແບບພັກດຽວ ແມ່ນວິທີ ທີ່ຖືກຕ້ອງ ແລະ ເຮັດໃຫ້ເສຖກິດ ເຕີບໂຕຢ່າງໄວ ຊຶ່ງຈະນໍາພາ ຈີນ, ທີ່ມີເສຖກິດ ອັນດັບ 3ຂອງໂລກ, ກ້າວໄປສູ່ຄວາມ ອຸດົມສົມບູນ.

ຈີນ ມີຄວາມພໍໃຈ ກັບການຂຍາຍໂຕ ທາງດ້ານເສຖກິດ ແລະອິດທິພົນ ທາງດ້ານການທູດ ທ່າມກາງ ວິກິຕການ ດ້ານເສຖກິດ, ແຕ່ວ່າຜູ້ນໍາຈີນ ຍັງເປັນຫ່ວງ ກ່ຽວກັບ ການຄອງອໍານາດ ແລະ ທ່າທີຂອງຕົນ ໃນສາກົນ.

ເຖິງຢ່າງໃດກໍຕາມ, ໃນລະຍະ 6ທົສວັດຜ່ານມາ, ກໍມີເຫດການ ວຸ້ນວາຍແລະ ຄວາມຫລົ້ມແຫລວ ເກີດຂຶ້ນ, ຮວມທັງເຫດການ ປະຕິວັດ ທາງດ້ານ ວັທນະທັມ ທີ່ເຮັດໃຫ້ນັກຮຽນ ແລະປະຊາຊົນ ເສັຍຊີວິດ ຢ່າງຫລວງຫລາຍ ຍ້ອນການປາບປາມ ຂອງພວກ ທະຫານຈີນ.

ເຖິງຢ່າງໃດກໍຕາມ, ການສເລີມສລອງ ທີ່ຫຍິ່ງໃຫຍ່ ຄັ້ງນີ້, ມີປະຊາຊົນ ຫລາຍລ້ານຄົນ ຕິດຕາມ ທາງໂທຣະທັດ ແລະຊື່ນຊົມ ກັບພິທີການ ຕ່າງໆ. ການເດີນສວນ ສນາມ ຂອງເຫລົ່າທະຫານ ທີ່ມີບາດຍ່າງ 116ເທື່ອ ຕໍ່ນຶ່ງນາທີນັ້ນ ສະແດງໃຫ້ເຫັນວ່າ ພັກຄອມມິວນິສ ຈີນ ຮູ້ວິທີການ ຄວບຄຸມ ການສະແດງ ແລະ ການບໍຣິຫານ ປະເທດ. ຊຶ່ງທ່ານ ຊັງ ມິ່ນ, ນັກປວັດສາດ ທີ່ມະຫາ ວິທະຍາລັຍ ເຣິນມິນ ໃນກຸງປັກກິ່ງ ເວົ້າວ່າ: "ການສລອງ ຄົບຮອບ60ປີ ແມ່ນເວທີ ຂອງຜູ້ນໍາ, ຊຶ່ງພວກຂະເຈົ້າ ໄດ້ສະແດງ ໃຫ້ຮູ້ວ່າ ພວກຂະເຈົ້າ ເປັນຜູ້ບັນຊາ, ເພາະສະນັ້ນ ທຸກສິ່ງທຸກຢ່າງ ຖືກຄວບຄຸມ. ສ່ວນປະຊາຊົນ ທັມມະດາ ຈະຮູ້ສຶກຕື່ນເຕັ້ນ ແລະ ພູມໃຈ, ແຕ່ໃນທີ່ສຸດ, ປະຊາຊົນ ບໍ່ມີສ່ວນ ໃນຂະບວນການ ນັ້ນເລີຍ. ພິທີການດັ່ງກ່າວ ແມ່ນເພື່ອຜູ້ນໍາ ທີ່ສະແດງໃຫ້ ພວກຂະເຈົ້າ ແລະຊາວໂລກ ຮັບຮູ້ວ່າ ທຸກສິ່ງທຸກຢ່າງ ຢູ່ພາຍໃຕ້ ການຄວບຄຸມ ຂອງຜູ້ນໍາ.