ຜູ້ນໍາອາຊຽນ ຮ່ວມກອງປະຊຸມ

ບັນດາຜູ້ນໍາ ຂອງອາຊຽນ ພົບປະກັນ ທີ່ກຸງຮາໂນ່ຍ ໃນຖ້າມກາງ ບັນຫາທີ່ສັບສົນ ຫລາຍຢ່າງ.

0:00 / 0:00

ກົດຟັງສຽງ

ບັນດາຜູ້ນໍາ ຂອງປະເທດໃນເອເຊັຽ ຕະເວັນອອກສ່ຽງໃຕ້ ຮ່ວມທັງ ສປປ ລາວ ໃນວັນພຣະຫັດນີ້ ໄດ້ພົບປະກັນ ໃນຖ້າມກາງບັນຫາ ທີ່ສັບສົນຫລາຍ ບັນຫາ ຢູ່ທີ່ກຸງຮາໂນ່ຍ ປະເທດວຽດນາມ ເປັນຕົ້ນຄວາມເຄັ່ງຕືງ ຂອງ ຄ່າເງິນຕຣາຂອງຈີນ, ການພິພາດເຣື້ອງ ເຂດນໍ້າແດນດິນ ແລະການຖືກບີບ ໃຫ້ເອົາມາຕການ ຕໍ່ການເລືອກຕັ້ງ ໃນພະມ້າ. ກອງປະຊຸມ ຣັຖມົນຕຣີອາຊຽນ ແມ່ນເລີ້ມຈາກ ວັນພຣະຫັດ ຫາ ວັນສຸກ, ຕິດຕາມດ້ວຍ ກອງປະຊຸມ ສຸດຍອດອາຊຽນ ຕະເວັນອອກ ອັນປະກອບດ້ວຍ ຜູ້ນໍາຈາກ 10 ປະເທດສະມາຊິກ ອາຊຽນ ແລະ 6 ປະເທດ ຄູ່ເຈຣະຈາ ຄື Australia, ຈີນ, ອິນເດັຽ, ຍີ່ປຸ່ນ, ເກົາຫລີໃຕ້ ແລະນີວຊີແລັບ ເຂົ້າຮ່ວມ.

ຍັງເປັນທີ່ສົງໃສກັນ ຢູ່ວ່າ ນາຍົກຣັຖມົນຕຣີ ຂອງ ຈີນ ຈະເວົ້າຈາກັນ ຫລືບໍ່ກ່ຽວກັບບັນຫາ ພິພາດເຣື້ອງ ອາທິປະໄຕ ໃນເກາະນ່ານນໍ້າ ທະເລຈີນຕະເວັນອອກ ຊື່ງເປັນເຂດຊາຍແດນ ລະຫ່ວາງສອງປະເທດ. ບາງປະເທດ ສະມາຊິກອາຊຽນ ກໍເວົ້າຂື້ນມາວ່າ ບໍ່ຄວນ ອະນຸຍາດ ໃຫ້ກໍຣະນີ ພິພາດລະຫ່ວາງ ຈີນກັບຍີ່ປຸ່ນ ຕົກມາເປັນພາລະ ບັນຫາຂອງອາຊຽນ.

ສໍາລັບບັນຫາ ການເລືອກຕັ້ງ ຢູ່ໃນພະມ້ານັ້ນ ອາຊຽນຍັງຢືດໝັ້ນ ຢູ່ໃນຫລັກການ ບໍ່ເຂົ້າແຊກແຊງ ບັນຫາພາຍໃນ ຂອງກັນແລະກັນ ພຽງແຕ່ ອິນໂດເນເຊັຽ ແລະ ຟີລິບປິນ ໄດ້ຍົກເອົາການ ເລືອກຕັ້ງໃນພະມ້າ ຂື້ນມາເວົ້າວ່າ ຈະເປັນໜ້າ ເຊື່ອຖືໄດ້ຫລືບໍ່, ຄັນເມື່ອຖາມວ່າ ຈະເອົາມາຕການ ແນວໃດ? ກໍບໍ່ມີປະເທດໃດ ຈະຍົກຂື້ນມາ ເວົ້າຢ່າງຈິງຈັງ. ສ່ວນເລຂາທິການ ສະຫະປະຊາຊາດ ທ່ານບານກີມູນ ທີ່ໄດ້ເຈຣະຈາ ກັບຜູ້ນໍາອາຊຽນ ໄດ້ເວົ້າວ່າ ການເລືອກຕັ້ງ ຢູ່ໃນພະມ້າ ຈະບໍ່ເປັນໜ້າເຊື່ອຖື ໄດ້ເວັ້ນເສັຽຈາກວ່າ ທາງການພະມ້າປ່ອຍ ມາດາມອອງຊານຊູຈີ ຜູ້ນໍາພັກຝ່າຍຄ້ານ ແລະ ນັກໂທດການເມືອງ ຄົນອື່ນໆ. ເຖິງຢ່າງໃດກໍດີ ໃນວັນພຣະຫັດນີ້ ຜູ້ນໍາອາຊຽນ ຈະສຸມໃສ່ ການສົນທະກັນ ໃນບັນຫາການຮວມຕົວ ທາງດ້ານເສຖກິດ ໃຫ້ສໍາເຣັດພາຍໃນ ປີ 2015 ນີ້.