ເມື່ອບໍ່ດົນຜ່ານມາ ໂຄງການພັທນາ ສະຫະປະຊາຊາດ ໄດ້ຈັດຕັ້ງຄະນະ ກັມມາທິການ ນຶ່ງຂື້ນ, ທີ່ປະກອບດ້ວຍ ນັກຊ່ຽວຊານທີ່ ເປັນເອກກະຣາດ ໃຫ້ສຶກສາສຳຣວດ ເບິ່ງສະພາບ ຂອງ ການໂຍກຍ້າຍ ຂອງປະຊາຊົນ ໃນທົ່ວໂລກ.
ເມື່ອວັນຈັນນີ້ ຄະນະກັມມາທິການ ດັ່ງກ່າວ ຣາຍງານຜົນຂອງ ການສຶກສາສຳຣວດ ນັ້ນວ່າ ໃນທົ່ວໂລກມີຄົນ ໂຍກຍ້າຍທີ່ຢູ່ ອາໃສທັງໝົດ ເຖິງ1ຕື້ຄົນ ໃນນັ້ນ30 ສ່ວນຮ້ອຍ ເປັນການໂຍກຍ້າຍ ຈາກປະເທດກຳລັງ ພັທນາໄປຫາ ປະເທດ ທີ່ຈະເຣີນແລ້ວ; ສ່ວນເຫລືອ 70ສ່ວນຮ້ອຍ ເປັນການໂຍກຍ້າຍ ພາຍໃນປະເທດ.
ການໂຍກຍ້າຍດັ່ງກ່າວ ເປັນຜົນດີຕໍ່ ເສຖກິດຂອງທຸກຝ່າຍ; ຄົນງານທີ່ໂຍກຍ້າຍ ຈາກປະເທດ ກຳລັງພັທນາ ໄປຫາປະເທດ ທີ່ຈະເຣີນ ມີຣາຍໄດ້ເພິ້ມ ຂື້ນເຖິງ15ເທົ່າ ແລ້ວພວກເຂົາກໍສົ່ງ ເງິນໄປໃຫ້ ພໍ່ແມ່ພີ່ນ້ອງ ຢູ່ທາງບ້ານ ແລະ ປະເທດບ້ານເກີດ ກໍມີເງິນຕຣາຕ່າງ ປະເທດຫລາຍຂື້ນ.
ສ່ວນປະເທດທີ່ ຈະເຣີນແລ້ວ ຫລາຍປະເທດມີ ພົລເມືອງຫລຸດລົງ ປະຊາກອນມີ ອາຍຸແກ່ຕ້ອງການ ຄົນງານຈາກ ປະເທດອື່ນ. ແຕ່ໃນຂະນະ ດຽວກັນ ນັກຊ່ຽວຊານກໍ ສຶກສາສຳຣວດ ເຫັນວ່າ ຫລາຍປະເທດຍັງ ລ່ວງລະເມີດ ສິດທິມະນຸດ ຂອງຄົນງານໂຍກຍ້າຍ ເຊັ່ນຈຳແນກ ເຊື້ອຊາດຜິວພັນ ແລະຈຳກັດສິດ ໃນການສຶກສາ ແລະ ການຮັກສາສຸຂພາບ.
ດັ່ງນັ້ນ ໃນຕອນທ້າຍຂອງ ບົດຣາຍງານ ຄະນະກັມມາທິການ ນັກຊ່ຽວຊານຈຶ່ງ ຮຽກຮ້ອງໃຫ້ທຸກ ປະເທດໃຫ້ປັບປຸງ ການນັບຖືສິດທິ ຂອງຄົນງານໂຍກຍ້າຍ ໃຫ້ດີຂື້ນ.
