ໃນປັດຈຸບັນນີ້ ຢູ່ແຂວງຫົວພັນ ຍັງບໍ່ມີ ການຈັດຕັ້ງ ສູນບຳບັດ ຮັກສາ ຜູ້ຕິດ ຢາບ້າ ອັນເຮັດໃຫ້ ຜູ້ຕິດຢາ ທີ່ມີ ຈຳນວນຫຼາຍ ນັ້ນ ຍັງບໍ່ມີທາງ ທີ່ຈະສາມາດຫລຸດພົ້ນໄດ້, ຍັງເປັນ ບັນຫາ ສຳຄັນ ສຳລັບ ແຂວງຫົວພັນ ທີ່ຈະຕ້ອງ ໄດ້ເອົາໃຈໃສ່ ແກ້ໄຂ.
ເຈົ້າໜ້າທີ່ ຊັ້ນສູງ ຈາກ ຄະນະ ກັມມະການ ຄວບຄຸມ ຢາເສບຕິດ ແຂວງ ຫົວພັນ ກ່າວວ່າ: “ສ່ວນຫລາຍ ພວກເຮົາ ຈະສົ່ງ ໃຫ້ຂະເຈົ້າ ໄປປິ່ນປົວ ຢູ່ສູນ ຢູ່ນະຄອນຫລວງ ວຽງຈັນ; ແຕ່ມັນ ກໍຍາກຫລາຍ ເພາະວ່າ ໄລຍະທາງ ມັນໄກຫລາຍ, ກໍມີ ຄວາມຍາກ ຫລາຍບັນຫາ. ເຣື້ອງນີ້ ຍັງມີ ຄວາມຫຍຸ້ງຍາກ ຫລາຍ ພວກເຮົາ ແກ້ໄຂ ຍັງບໍ່ທັນຈົບ.”
ທ່ານ ກ່າວຕື່ມ ອີກວ່າ ບັນຫາ ທີ່ເກີດຂຶ້ນ ນັ້ນ ແມ່ນ ເນື່ອງຈາກ ໜ່ວຍງານ ຢາເສບຕິດ ບໍ່ມີ ງົປມານ ສຳລັບ ໃຊ້ຈ່າຍ ໃນການ ເດີນທາງ ເພື່ອທີ່ ຈະສົ່ງ ຜູ້ຕິດຢາ ເສບຕິດ ນັ້ນ ໄປ ນະຄອນຫລວງ ວຽງຈັນ ໄດ້. ດັ່ງນັ້ນ, ຜູ້ຕິດ ຢາເສບຕິດ ຕ້ອງເປັນ ຜູ້ອອກ ຄ່າໃຊ້ຈ່າຍ ທັງໝົດເອງ; ແຕ່ສ່ວນຫລາຍ, ຜູ້ຕິດຢາ ນັ້ນ ຈະບໍ່ມີເງິນພໍ ເພື່ອໄປ ບຳບັດ ຮັກສາ ທີ່ ນະຄອນວຽງຈັນ.
ແຕ່ ສຳລັບ ງົປມານ ໃນການຈັດຕັ້ງ ສູນບຳບັດ ຜູ້ຕິດ ຢາເສບຕິດ ນັ້ນ ທ່ານ ກໍວ່າ ໄດ້ສເນີ ໄປຍັງ ທາງນະຄອນ ຫລວງວຽງຈັນ ແລ້ວ.“ເຣື້ອງນີ້ ທາງວຽງຈັນ ກໍມີ ຄວາມພະຍາຍາມ ທີ່ວ່າ ປຶກສາ ຫາລື ນຳທາງສະຫະປະຊາຊາດ ແລະບັນດາ ປະເທດ ທີ່ເຄີຍ ໃຫ້ການຊ່ວຍເຫລືອ ເພື່ອ ສນັບສນຸນ ມານານ ແຕ່ກໍຍັງ ບໍ່ມີ ໂຄງການ ອອກມາ ທີ່ວ່າ ຈະເຮັດ ບັນຫານີ້.”
ໃນ ແຂວງຫົວພັນ ມີຜູ້ຕິດຢາບ້າ ຈຳນວນ 4,000 ຄົນ. ແຕ່ສຳລັບ ການຕັ້ງສູນຂຶ້ນມາ ເພື່ອບຳບັດ ນັ້ນ, ທາງແຂວງ ຍັງບໍ່ມີ ງົປມານ, ມີງົປມານ ແຕ່ໄວ້ ສຳລັບ ບຳບັດ ຜູ້ຕິດຝິ່ນ ເທົ່ານັ້ນ.