ການຂາດແຄນ ເຂົ້າກິນ ຢູ່ໃນເຂດ ຫ່າງໄກ ຂອງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນທ່າ ເພີ່ມທະວີຂຶ້ນ ແລະ ຄ່າຂົນສົ່ງ ເພີ່ມຂຶ້ນ ເຮັດໃຫ້ ຣາຄາເຂົ້າ ສູງຂຶ້ນ ຕື່ມອີກ, ເຮັດໃຫ້ ປະຊາຊົນລາວ ຜູ້ມີ ລາຍໄດ້ຕ່ຳນັ້ນ ໄດ້ຮັບ ຄວາມລຳບາກ ຍິ່ງຂຶ້ນ.
ປະເທດລາວ ຜລິດເຂົ້າ, ເປັນຕົ້ນ ແມ່ນຢູ່ ຕາມທົ່ງພຽງ ລຽບລຳ ແມ່ນ້ຳຂອງ, ມີນ້ຳ, ໃສ່ຝຸ່ນ ວິທຍາສາດ ແລະ ໃຊ້ ອຸປະກອນ ການຜລິດ ທີ່ທັນສະໄໝຈຳນວນນຶ່ງ. ສ່ວນຢູ່ ເຂດພູດອຍ ກໍຜລິດເຂົ້າ ໄດ້ ຈຳນວນນ້ອຍ, ຄ່າລຳລຽງ ຂົນສົ່ງເຂົ້າ ກໍແພງ.
ທາງການ ລາວ ປະກາດ ວ່າ ປີທີ່ແລ້ວ ຄື ປີ 2007, ຕົນ ຜລິດເຂົ້າ ໄດ້ ປະມານ 2 ລ້ານ 7 ແສນ ຕັນ, ໝາຍຄວາມວ່າ ມີເຂົ້າ ພຽງພໍ ສຳລັບ ກຸ້ມຕົນເອງ, ຖ້າຄິດໄລ່ ໃສ່ວ່າ ປະຊາກອນ ຜູ້ນຶ່ງ ກິນເຂົ້າ ປະມານ 400 ຫາ 450 ກິໂລ ຕໍ່ປີ. ຢູ່ເຂດ ຫ່າງໄກ ໂດຍສະເພາະ ໃນບັນດາ ເມືອງ ທີ່ທຸກຍາກ, ປະຊາກອນ ຜູ້ນຶ່ງກິນເຂົ້າ ພຽງປະມານ 300 ກິໂລ ຕໍ່ປີ.
ເວົ້າເຖິງ ຣາຄາເຂົ້າ ແລະ ທີ່ມາ ຂອງເຂົ້າ ຢູ່ ແຂວງ ຫົວພັນ ປະຈຸບັນ ທ່ານຕຳລາ ອຳຄາທອງຄຳ, ຮອງ ເຈົ້າແຂວງ ແຂວງຫົວພັນ ພາກເໜືອ ຂອງລາວ ເວົ້າວ່າ ຣາຄາເຂົ້າ ສືບຕໍ່ ສູງຂຶ້ນ ຢູ່ຕລອດ. ເຂົ້າທີນຶ່ງ ມີຣາຄາ ປະມານ 5,000 ກີບ ຕໍ່ ກິໂລ. ໃນປັດຈຸບັນ, ຊຶ່ງເມື່ອປີ ຜ່ານມາ ມີຣາຄາ ພຽງ 3,500 ກີບ ເທົ່ານັ້ນ. ແລະ ເຂົ້າ ທີ່ມີຂາຍ ຢູ່ນີ້ ກໍແມ່ນ ໄດ້ມາຈາກ ວຽດນາມ ເພາະຣາຄາ ຖືກກວ່າ ການນຳເຂົ້າ ມາຈາກ ວຽງຈັນ.
ພ້ອມກັນນັ້ນ ທ່ານ ກໍວ່າ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ໄດ້ໃຫ້ ການຊ່ວຍເຫລືອເຂົ້າ ແກ່ ແຂວງ ຫົວພັນ ຈຳນວນ 400 ຕັນ ເພື່ອ ຮັບປະກັນໃຫ້ ປະຊາຊົນ ຜູ້ທຸກຍາກ ໄດ້ຊື້ເຂົ້າ ໃນຣາຄາ ຖືກກວ່າ.
ຕາມຂ່າວ ເວົ້າວ່າ ຢູ່ ສປປ.ລາວ ມີການ ຂາດແຄນ ເຂົ້າກິນ ໃນຫລາຍເຂດ, ເປັນຕົ້ນຢູ່ 8 ແຂວງ ພາກເໜືອ ແລະ ຢູ່ພາກໃຕ້ ກໍມີ ຮວມທັງ ແຂວງເຊກອງ ນຳດ້ວຍ.