ເຈົ້າໜ້າທີ່ ສະມາຄົມ ຕັດຫຍິບລາວ ທີ່ ນະຄອນຫລວງ ວຽງຈັນ ໄດ້ເປີດເຜີຍ ເມື່ອວັນທີ 23 ເມສາ 2008 ນີ້ວ່າ:
“ປັດຈຸບັນ ອຸດສາຫະກັມ ຕັດຫຍິບລາວ ກຳລັງ ປະສົບ ກັບບັນຫາ ຕົ້ນທຶນ ການຜລິດ ແພງຂຶ້ນ, ເນື່ອງຈາກ ຄ່າຈ້າງ ແຮງງານ ສູງຂຶ້ນ. ທີ່ຜ່ານມາ ຄ່າຈ້າງຕັດຫຍິບ ເສື້ອຜ້າ ໂຫລລະ 3 ດອນລາ ສະຫະຣັດ; ແຕ່ ປັດຈຸບັນ ໂຫຼລລະ 4 ດອນລາ. ສາເຫດ ທີ່ເຮັດໃຫ້ ຄ່າຈ້າງ ແຮງງານ ສູງຂຶ້ນ ກໍເພາະວ່າ ຄ່າຄອງຊີບ ຖີບຕົວ ສູງຂຶ້ນ ກວ່າແຕ່ກ່ອນ ຫລາຍ. ພ້ອມກັນນັ້ນ ໃນປັດຈຸບັນ ນີ້ ອຸດສາ ຫະກັມ ຕັດຫຍິບລາວ ຍັງປະສົບ ກັບບັນຫາ ຄ່າເງິນກີບ ແຂງຕົວ ອີກດ້ວຍ. ເມື່ອຕົ້ນປີ 2007, 10,800 ກີບ ຕໍ່ 1 ດອນລາ ສະຫະຣັດ; ແຕ່ໃນຕົ້ນປີ 2008 ນີ້, ເງິນກີບ ແຂງຄ່າຂຶ້ນ ເປັນ 8,900 ກີບ ຕໍ່ 1 ດອນລາ. ຖ້າຫາກວ່າ ຄ່າເງິນກີບ ແຂງຂຶ້ນ ເຖິງຣະດັບ 8,500 ກີບ, ຕໍ່ 1 ດອນລາ ອຸດສາຫະກັມ ຕັດຫຍິບລາວ ຄົງລຳບາກ, ເນື່ອງຈາກວ່າ ສັນຍາ ຊື້-ຂາຍ ທີ່ໄດ້ ຕົກລົງໄວ້ ກັບ ຕ່າງປະເທດ ນັ້ນ ສ່ວນໃຫຍ່ ຈະຕົກລົງ ຣາຄາກັນ ທີ່ 9,500 ກີບ ຕໍ່ດອນລາ. ເວລານີ້ ສະມາຄົມ ຕັດຫຍິບລາວ ກຳລັງ ຊອກຫາ ວິທີທາງ ແກ້ໄຂ ບັນຫາ ນີ້ຢູ່.”
ປັດຈຸບັນ ສະມາຄົມ ຕັດຫຍິບລາວ ມີໂຮງງານ ຕັດຫຍິບ ທີ່ເປັນ ສະມາຊິກ ປະມານ 60 ແຫ່ງ, ມີ ກັມມະກອນ 35,000 ຄົນ. ປະມານ 50% ຂອງໂຮງງານນັ້ນ ເປັນຂອງ ນັກທຸຣະກິດລາວ. ສ່ວນ ໂຮງງານ ຕັດຫຍິບ ທີ່ເປັນຂອງ ຊາວໄທນັ້ນ, ມີ ປະມານ 30%. ສຳລັບ ຕລາດ ຕ່າງປະເທດ ທີ່ຮອງຮັບ ຜົນຜລິດ ນັ້ນ, ສ່ວນໃຫຍ່ ຈະແມ່ນ ຢູໂຣບ, ເນື່ອງຈາກວ່າ ສິນຄ້າ ສປປລາວ ຍັງໄດ້ ຮັບສິດ ທິພິເສດ ໃນການນຳເຂົ້າ ຢູ່.
EKW: ສິນຄ້າ-ການຄ້າ-ກະເສຕກັມ