ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບຈາກ ລົມພະຍຸເກສນາ ທີ່ແຂວງ ອັດຕະປື ຍັງຕ້ອງການຄວາມ ຊ່ອຍເຫລືອ. ເຈົ້າຫນ້າທີ່ ຜແນກແຜນການ ແລະ ການລົງທືນແຂວງ ອັດຕະປື ກ່າວວ່າ ເຖີງແມ່ນວ່າ ໃນຣະຍະທີ່ ຜ່ານມາ ແຂວງອັດຕະປື ຈະໄດ້ຮັບການຊ່ວຍເຫລືອ ຈາກຣັຖບານແລະ ອົງການສາກົນ ເປັນຈຳນວນ ຫລວງຫລາຍ ກໍ່ຕາມ ແຕ່ໃນເວລານີ້ ຖືວ່າ ຍັງບໍ່ພຽງພໍ ໃນການຊ່ອຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກລົມພະຍຸ ໃນຫລາຍພາກສ່ວນ ໂດຍຄິດເປັນມູນຄ່າ ທີ່ຍັງຕ້ອງການ ເພີ້ມອີກປະມານ 20 ຕື້ກີບ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ໃນປັດຈຸບັນນີ້ ຍັງຕ້ອງການທືນ ເພື່ອກໍ່ສ້າງພື້ນຖານ ໂຄງຮ່າງ ແລ້ວເປັນຫົນທາງ ເປັນຊົລປະທານ ຣັຖບານໃຫ້ທືນ ພວກເຮົາຫັ້ນ 50 ຕື້ ແຕ່ວ່າພວກເຮົາ ປະຕິບັດ ໃນປັດຈຸບັນນີ້ແມ່ນ 70 ຕື້ຫນາ ກໍ່ປະມານເກືອບ 20 ຕື້ ທີ່ເຮົາຕ້ອງການ".
ທ່ານກ່າວເພີ້ມອີກວ່າ ຂນະນີ້ທາງການ ແຂວງ ກໍ່ຍັງສືບຕໍ່ ການສ້ອມແປງຖນົນ ຫົນທາງ ຕາມພາກສ່ວນຕ່າງໆ ຢູ່ໃນ 3 ຕົວເມືອງ ທີ່ປະສົບພັຍພິບັດ ຮ້າຍແຮງຈາກລົມ ພະຍຸເກສນາ ໃນນັ້ນ ກໍ່ມີການສ້ອມແປງ ຖນົນຫົນທາງ ທີ່ເຟຟັງ ສ້ອມແປງຣະບົບ ໄຟຟ້າ ໂຮງຮຽນ ແລະ ສາທາຣະນຸປະໂພກ ປະເພດຕ່າງໆ ແຕ່ກໍ່ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ ແລະ ຍັງຕ້ອງການ ຄວາມຊ່ວຍເຫລືອຢ່າງ ຫລວງຫລາຍ. ສຳລັບທາງດ້ານ ສາທາຣະນະສຸຂ ທ່ານວ່າ ໃນຂນະນີ້ ກໍ່ຍັງສືບຕໍ່ ສ້ອມແປງໂຮງຫມໍ ໃນແຕ່ລະເມືອງ ແຕ່ຍັງບໍ່ທັນສຳເຮັດ ເທື່ອ ແລະຍັງຕ້ອງການ ຢາປົວພຍາດ ຢ່າງຫລວງຫລາຍ ນຳອີກ. ທ່ານກ່າວເພີ້ມອີກວ່າ:
"ກ່ຽວກັບເຮືອນຢູ່ ຂອງປະຊາຊົນ ຜູ້ທີ່ຖືກນ້ຳພັດນັ້ນ ຈຳນວນ 400 ຫລັງ ແລ້ວພວກເຮົາ ຫາກໍ່ປະຕິບັດໄດ້ ແລ້ວປະມານ ເຄີ່ງນື່ງ ໄດ້ແລ້ວປະມານ 200 ຫລັງ ໄດ້ໃຫ້ປະຊາຊົນ ໄດ້ຢູ່ແລ້ວ ກຳລັງສືບຕໍ່ຢູ່ ສືບຕໍ່ເພື່ອປຸກສ້າງ ເຮືອນຫັ້ນ".
ທ່ານກ່າວຕື່ມວ່າ ທາງຣັຖບານ ກໍ່ໄດ້ໃຫ້ຄຳຕອບ ແລ້ວວ່າຈະໃຫ້ ການຊ່ອຍເຫລືອ ໂດຍອາດຈະຕ້ອງ ຊອກຫາອົງການ ສາກົນ ເຂົ້າມາຊ່ອຍເຫລືອ ເພີ້ມຕື່ມ ແຕ່ຕ້ອງໄດ້ລໍຖ້າ ໄປອີກຊົ່ວ ຣະຍະນື່ງ.