ມີການໃຫ້ສິນບົນ ໃນການລັກລອບ ສັຕປ່າ

ການລັກລອບ ຄ້າຂາຍ ສັຕປ່າ ຢູ່ໃນລາວ ຍັງມີ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ລາວມີກົດໝາຍ ຄວບຄຸມສັຕປ່າ ກໍດີ ເນື່ອງຈາກວ່າ ສ່ວນນື່ງ ແມ່ນເຈົ້າໜ້າທີ່ ປະຕິບັດ ກົດໝາຍ ຢູ່ຕາມຊາຍແດນ ເປັນຜູ້ສົມຮູ້ ຮ່ວມຄິດ ກັບພໍ່ຄ້າ ທີ່ພະຍາຍາມ ລັກລອບສົ່ງ ສັຕປ່າ ຈາກລາວ ໄປຂາຍ ໃນປະເທດເພື່ອນບ້ານ.
ສົມເນ ຣາຍງານ
2008.09.09

ເຈົ້າໜ້າທີ່ ກ່ຽວຂ້ອງຈາກອົງການ ອານຸຮັກ ສັຕປ່າ ທີ່ມີຫ້ອງການ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວ:

”​ເບື້ອງຣັຖບານເຣື້ອງເຈົ້າໜ້າທີ່ ກໍຈະມີເຣື້ອງ ຄໍຣັບຊັນ ຢູ່ໃນຕາມຊາຍແດນ. ກົດໝາຍເຈົ້າໜ້າທີ່ ຈະບໍ່ເຂັ້ມແຂງ ໃນການນໍາ​ໃຊ້ ກົດໝາຍໃນການບັງຄັບ ສ່ວນຫລາຍ ຈະເປັນເຈົ້າໜ້າທີ່ຫລາຍເພາະວ່າເຮົາເຮັດນຸຍາດ ຫລືວ່າ ໃຫ້ໃບນຸຍາດ ອອກໄປ ຈະເປັນຂອງເຈົ້າໜ້າທີ່.

ທ່ານວ່າໃນປັດຈຸບັນ ​​ມີພໍ່ຄ້າ ຈາກຈີນ ແລະ ວຽດນາມ ເຂົ້າມາໃນ ສປປລາວ ເປັນຈໍານວນ ຫລາຍແລະ ໄດ້ມີການໃຫ້ເງິນຄ່າຈ້າງ ປະຊາຊົນ ຕາມເຂດຊົນະບົດ ລ້າສັຕປ່າແລ້ວສົ່ງຂາຍໃຫ້ພໍ່ຄ້າຈີນ ແລະ ວຽດນາມເພື່ອວ່າ ພໍ່ຄ້າເລົ່ານີ້ ຈະສົ່ງຕໍ່ໄປ ຂາຍ ຢູ່ປະເທດຈີນ ຫລືປະເທດວຽດນາມ.

ກ່ຽວກັບເຣື້ອງນີ້ເຈົ້າໜ້າທີ່ ຫ້ອງການນຸຮັກ ສັຕປ່າ ປະຈໍາກະຊວງກະສິກໍາ ແລະ ປ່າໄມ້ຂອງລາວໄດ້ກ່າວ ປະຕິເສດວ່າ ບໍ່ມີມູນຄວາມຈິງ ດັ່ງທີ່ ທ່ານໄດ້ກ່າວ:

ມັນບໍ່ມີຂໍ້ມູນ ຢັ້ງຢືນ ຈະເປັນແບບຂ່າວລື ວ່າຢ່າງນັ້ນ ມັນມາເຮັດ ບໍ່ໄດ້ດອກເຂົ້າມາ ​ເຮັດບໍ່ໄດ້ ເຂົາມາກໍຖືກຈັບບໍ່ມີດອກ ກົດໝາຍ ຂອງລາວ ເຣື້ອງຄໍຣັບຊັນເຂົາເຂັ້ມງວດທີ່ສຸດ ເຮັດບໍ່ໄດ້ດອກ ນ່ວຍງານໃດ ສິເຮັດ ກໍເຮັດບໍ່ໄດ້ ​ເຮັດບໍ່ໄດ້

ເຖິງຢ່າງໃດກໍດີ ການຄໍຣັບຊັນ ໃນລາວເປັນອຸປະສັກໃຫ່ຽ ໃນການພັດທະນາ ປະເທດຊາດ. ລາຍງານ ຂອງສະພາແຫ່ງຊາດ​ ​ໃນແຕ່ລະສະໃໝ ກໍຢັ້ງຢືນວ່າ ມີການຄໍຣັບຊັນ ລາຍໄດ້ ຂອງຣັຖຕົກເຮັ່ຽເສັຽຫາຍ ທັ້ງໆທີ່ພັກແລະຣັຖະບານພະຍາຍາມຕໍ່ຕ້ານການສໍ່ລາດບັງຫລວງ ແຕ່ວ່າພະນັກງານປະຕິບັດກົດໝາຍເມີນເສີຽຕໍ່ຄໍາສັ່ງຂອງຣັຖບານ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.