ຕາຝັ່ງ ແຄມຂອງ ເຈື່ອນ ຢ່າງໜ້າວິຕົກ

ປະຊາຊົນ ເຂຕບ້ານເກົ້າລ້ຽວ ຍັງໄດ້ຮັບຜົລກະທົບ ຈາກຕາຝັ່ງເຈື່ອນ ທຸກໆປີ ແລະ ທາງກາຣ ສປປລາວ ກໍບໍ່ສາມາຖ ແກ້ໄຂ ໄດ້ເທື່ອ ໃນປັຈຈຸບັນນີ້.

ບັນຫາ​ ຕາ​ຝັ່ງ​ເຈື່ອນ ​ຕາມ​ບໍຣິ​ເວນ ​ເຂ​ຕນະຄອນຫລວງ​ວຽງ​ຈັນ ​ໄດ້​ສ້າງ​ຜົລກະທົບ ​ໃຫ້​ແກ່​ ປະຊາຊົນ​ຕລອດ​ມາ ​ແລະ ​ເທົ່າ​ປັຈຈຸ​ບັນ ​ທາງ​ກາ​ຣ ສປປລາວ ກໍ​ຍັງ​ບໍ່​ທັນ ​ສາມາ​ຖ ​ແກ້​ໄຂ​ ໄດ້​ເທື່ອ​ ທັ້ງໆ ​ທີ່​ວ່າ ​ມີ​ແຜນ​ດົນ​ນານ​ມາ​ແລ້ວ ເພື່ອ​ດຳ​ເນີນ​ ກາຣກໍ່ສ້າງ​ແນວ​ປ້ອງ​ກັນ ​ບໍ່​ໃຫ້​ຕາຝັ່ງ​ເຈື່ອນ ​ຮ້າຍ​ແຮງ ​ຕື່ມ​ຕໍ່​ໄປ​ນັ້ນ.

​ໃນ​ໂຄງກາຣ ທີ່​ວ່າ ​ຈະ​ໃຫ້​ມີ​ກາຣກໍ່ສ້າງ ​ປ້ອງ​ກັນນັ້ນວ່າ ​ມີຣະຍະ​ຍາວ ​ທັງ​ໝົດ​ກວ່າ 12 ກິ​ໂລ​ແມ໊ຕ​​ໂດຽວ່າ ​ຈະ​ແຍກ​ອອກ ​ເປັນ 2 ຈຸດ​ ດ້ວຍ​ກັນຄື​: ຈາກ​ບໍຣິ​ເວນ​ ໜ້າ​ອາຄາຣ ສຳນັກງານ​ ອົງກາຣ​ແມ່ນ້ຳຂອງ​ ຫລື MRC ລົງ​ໄປ​​ເຖີງ ຫາດ​ດອນ​ຈັນ ​ທີ່​ມີ​ຄວາມ​ຍາວ ​ປະມານ 2.3 ກິ​ໂລ​ແມ໊ຕ ​ແລະ​ ຈຸດ​ທີ່ 2 ຈາກ​ ແຕ່​ຕໍ່ໜ້າ​ ສຳນັກງານ MRC ດັ່ງກ່າວ​ ຂື້ນ​ໄປ ​ທາງ​ເກົ້າລ້ຽວ ທີ່​ຍາວ​ ທັງ​ໝົດ 10 ກິ​ໂລ​ແມ໊ຕ ​ໂດຽ​ແມ່ນ​ ປະ​ເທດ​ເກົາຫລີ​ໃຕ້​ ໄດ້​ອະນຸມັຕ​​ ໃຫ້ເງີ​ນກູ້​ຢືມ ​ທັງ​ໝົດ ​ບໍ່​ຕໍ່າ​ກວ່າ 32 ລ້ານ​ດອລລາຣ໌ ສະຫະຣັຖ.

ກ່ຽວ​ກັບ ​ເຣື່ອງນີ້ ​ປະຊາຊົນ ​ກໍ​ວ່າ ​ໄດ້​ຍິນ​ແຕ່ຂ່າວ​ ຫາກ​ບໍ່​ຮູ້​ວ່າ ​ທາງກາຣ​ລາວ ຈະ​ລົງມື ​ປະຕິບັຕ ກັນ​ໄດ້​ ໃນ​ເມື່ອ​ໃດ​ກັນ​ແທ້ ດັ່ງ​ທີ່​ ທ້າວ​ບຸນ ​ແສງສຸຂ ຊາວບ້ານ ​ເກົ້າລ້ຽວ ​ໄດ້​ກ່າວ​ວ່າ:

"ມັນ​ຝົນຕົກ ມັນ​ມີ ນ້ຳຫຍັງ​ໄຫລ​ ລົງ​ມາ ​ໂອຽ​ເຈື່ອນ​ຫລາຍ ນີ້​ແຫລະ ​ທີ່​ຝັ່ງ​ລາວ ​ແຖວ​ບ້ານ​ໃໝ່ ບ້ານ​ຫ້ອມ ກ້ອງ​ນ້ຳພຣະ ​ເໜືອ​ນ້ຳພຣະຂື້ນ​ໄປ ​ແຖວ​ຊຳ​ປັນນາ ບ້ານ​ອ່າງ ​ເຈື່ອນ​ຫລາຍ"

ຊາວບ້ານ ​ຜູ້​ນີ້​ ໃຫ້​ຄຳ​ເຫັນ​ ​ເພີ່ມ​ວ່າ ​ທຸກໆ ​ປີ​ທີ່​ມີ​ຝົນຕົກ​ໜັກ ​ແລະ​ ເກີດ​ຕາຝັ່ງ​ເຈື່ອນ ​ກໍ​ມັກ​ ຈະ​ເຫັນ​ເຈົ້າໜ້າ​ທີ່ ​ຂອງຣັຖບາ​ລ ລົງ​ມາ ​ສຳຣວຈ​ ເພື່ອ​ວ່າ​ ຈະ​ກໍ່ສ້າງ​ແນວ​ປ້ອງ​ກັນ ​ຕາ​ມ​ເຂ​ຕບໍຣິ​ເວນ ທີ່​ໄດ້​ຮັບ​ຜົລກະທົບ ​ດັ່ງກ່າວ​ນີ້ ​ດັ່ງ​ທີ່ ​ທ່ານ​ໄດ້​ກ່າວ​ວ່າ:

"ນ້ຳຖ້ວມ​ເຖີງ ຖ້ວມ​ໝົດ ຖ້ວມ​ກ້ຳຕລາດ​ເລີຽ ບ່ອນ​ນີ້ ​ເກື່ອນ​ຫລາຍ ບ່ອນ​ສີ​ແດງ ​ເກື່ອນ​ໝົດ​ເລີຽ ທີ​ແຣກບໍ່​ເກື່ອນ​ຕຣົງນີ້ ຕອນ​ນີ້ ​ເກື່ອນ​ໝົດ ​ເຮັດ​ທັມມະ​ດາ​ ຊື່ໆ ເປັນ​ໂຄງກາຣ​ແທ້ ​ຍັງ​ບໍ່​ທັນ​ເຮັດ​ເທື່ອ ກໍ​ຍັງ​ບໍ່​ຮູ້​ວ່າ ກໍ​ຖື​ວ່າ ​ບໍ່​ມີ​ໂຄງກາຣ ກັນ​ເຈື່ອນ ບໍ່​ມີ​ມາ​ຊ່ວຍ​ເຫລືອ"

ເຖີງຢ່າງ​ໃດ​ກໍ​ຕາມ ບັນຫາ​ ຕາ​ຝັ່ງ​ເຈື່ອນ ​ຕາມ​ແຄມ​ນ້ຳຂ ອງ​ໃນ​ເຂ​ຕນະຄອນຫລວງ ​ວຽງ​ຈັນ ດັ່ງກ່າວ​ນີ້ ນອກຈາກ​ ສາ​ເຫ​ຕ ມີ​ຝົນຕົກ​ໜັກ​ແລ້ວນັ້ນ ອາຈຍັງ​ມີ ​ກາຣກ່ຽວ​ພັນກັບ ກາຣສ້າງ​ເຂື່ອນ​ ຢູ່​ແມ່ນ້ຳຂອງ​ ໃນ​ພາຄ​ໃຕ້ ​ຂອງ​ຈີນ​ນຳ​ ກໍ​ອາຈ​ເປັນ​ໄດ້ ​ທີ່​ເຮັດ​ໃຫ້​ມີ​ກາຣປ່ຽນ​ແປງ​ ທັ້ງກະ​ແສນ້ຳ​ ແລະ ຣະບົບ ນິ​ເວສນຳ​ດ້ວຍ.