ກະແສຂ່າວ ທ້ອງຖິ່ນລາຍງານວ່າເມື່ອວັນອາທິດທີ 4 ມົກກະລາ 2009 ຜ່ານມາ ວ່າ ທ່ານພິໄຊເອກພິທັກດຳລົງອະທິບໍດີກົມການຈັດຫາງານ ຂອງໄທເປີດເຜີຍວ່າຫລັງຈາກ ຄະນະ ຣັດຖະມົນຕຣີມີມະຕິ ບໍ່ເຫັນພ້ອມ ໃຫ້ເປີດ ການຈົດທະບຽນຄົນງານຕ່າງດ້າວຮອບໃໝ່ ຕັ້ງແຕ່ວັນທີ 9 ທັນວາ 2008 ຜ່ານມາເນື່ອງຈາກເຫັນວ່າສະພາບ ເສດຖະກິດຂອງໄທໃນປັດຈຸບັນສົ່ງຜົນໃຫ້ ເກີດມີການຍຸດຈ້າງຄົນງານຊາວໄທຢູ່ຕາມໂຮງຈັກໂຮງງານ ຕ່າງໆເປັນຈຳນວນ ຫລວງຫລາຍ.
ຖ້າປ່ອຍໃຫ້ມີການຈົດທະບຽນຢູ່ຕໍ່ໄປຄົນງານຕ່າງດ້າວອາດຈະຍາດແຍ່ງ ວຽກງານ ຂອງຄົນງານໄທໄປໄດ້. ດັ່ງນັ້ນຄະນະ ບໍລິຫານ ແຮງງານ ຕ່າງດ້າວທີ່ລັກລອບ ເຂົ້າເມືອງ ແບບຜິດກົດໝາຍຂອງໄທຈຶ່ງມີມະຕິ ໃຫ້ລະງັບຫລື ໂຈະການຈົດທະບຽນນັ້ນ ໄວ້ກ່ອນ.
ສ່ວນວ່າຄົນງານຕ່າງດ້າວທີ່ເຄີຍ ຂື້ນທະບຽນຂໍອະນຸຍາດ ເຮັດວຽກມາ ແລ້ວນັ້ນກໍຍັງສາມາດ ຍື່ນຂໍຕໍ່ສັນຍາເພື່ອປະກອບ ອາຊີບ ໃນປະເທດໄທຕໍ່ໄປໄດ້. ການຕໍ່ອາຍຸ ໃບອະນຸຍາດ ໃຫ້ຄົນງານຕ່າງດ້າວແບ່ງອອກເປັນ 4 ໄລຍະຄື:
1. ຄົນງານທີ່ມີໃບອະນຸຍາດແລະ ຈະໝົດອາຍຸໃນວັນທີ 20 ມົກກະລາ 2009 ສາມາດ ຕໍ່ອາຍຸໄດ້ຕັ້ງແຕ່ ວັນທີ 5 ຫາວັນທີ 20 ມົກກະລາ 2009;
2. ຖ້າໃບອະນຸຍາດຈະໝົດອາຍຸໃນວັນທີ 28 ກຸມພາ 2009 ສາມາດເລີ່ມ ຕໍ່ອາຍຸໄດ້ແຕ່ໃນວັນທີ 10 ຫາວັນທີ 28 ກຸມພາ 2009;
3. ຖ້າໃບອະນຸຍາດຈະໝົດອາຍຸໃນວັນທີ 14 ມິນາ 2009 ສະເພາະ 4 ແຊວງພາກໄຕ້ຂອງໄທຄືແຂວງຍະລາ, ປັດຕານີີ, ນະລາທິວາດແລະແຂວງສົງຂາຈະຕໍ່ອາຍຸໄດ້ຕັ້ງແຕ່ວັນທີ 13 ຫາວັນທີ 24 ມິນາ 2009;
4. ຄົນງານ ຕ່າງດ້າວທີ່ມີ ໃບອະນຸຍາດຈະໝົດອາຍຸໃນວັນທີ 30 ມິຖຸນາ 2009 ຈະໄປຕໍ່ ອາຍຸໄດ້ແຕ່ວັນທີ 1 ຫາວັນທີ 30 ມິຖຸນາ 2009.
ແຕ່ເຖິງຢ່າງໃດ ກໍດີທ່ານສົມພົງສະແກ້ວຜູ້ອຳນວຍການ ເຄືອຂ່າຍ ສົ່ງເສີມ ຄຸນນະພາບຊີວິດ ຄົນງານໃນປະເທດໄທກໍໄດ້ກ່າວ ກ່ຽວກັບ ເລື່ອງນີ້ວ່າການທີ່ ຣັດຖະບານໄທ ຄິດວ່າຄົນງານຕ່າງດ້າວ ຈະມາຍາດແຍ່ງອາຊີບຂອງຄົນງານໄທນັ້ນບໍ່ໜ້າ ເປັນໄປໄດ້ເນື່ອງຈາກວ່າວຽກງານທີ່ຄົນງານຕ່າງດ້າວ ເຮັດຢູ່ນັ້ນສ່ວນໃຫຍ່ເປັນວຽກງານທີ່ຄົນງານໄທບໍ່ນິຍົມເຮັດເຊັ່ນດ້ານການປະມົງ. ດັ່ງນັ້ນຣັດຖະບານ ຄວນອອກນະໂຍບາຍທີ່ຈະແຈ້ງໃນການຈົດທະບຽນ ແຮງງານ ຕ່າງດ້າວ ຮອບໃໝ່ວ່າພວກເຂົາເຈົ້າສາມາດ ປະກອບ ອາຊີບ ໃນວຽກງານ ໃດໄດ້ແດ່.