ຜູ້ຕ້ອງຫາຢາເສບຕິດ ຖືກຕໍາຫຼວດຊ້ອມຈົນເສຍຊີວິດ

ຕໍາຫລວດ ຈັບຂະບວນການຄ້າຢາເສບຕິດ ຢູ່ຫລວງພະບາງ ແລະ ນະຄອນຫລວງວຽງຈັນ

ໃນວັນທີ 1 ຕຸລາ ເຈົ້າໜ້າທີ່ຕໍາຫລວດໄດ້ຈັບຂະບວນການຄ້າຢາເສບຕິດ ຄື ກຸ່ມຂອງ ທ້າວ ສົມສັກ ວັນນະວົງ ແລະ ຈັບອີກກຸ່ມນຶ່ງ ຢູ່ສະໜາມບິນສາກົນແຂວງຫລວງພະບາງ.

ກຸ່ມຂອງ ທ້າວ ສົມສັກ ວັນນະວົງ ຫຼື ຊຽງ ມີນໍາກັນກະມານ 7 ຄົນ ໄດ້ຖືກຈັບ ໃນວັນທີ 1 ຕຸລາ ຢູ່ນະຄອນຫລວງວຽງຈັນ ແລະ ໃນນັ້ນ ມີ ທ້າວ ສີຈຸ່ນ ຜູ້ຕ້ອງຫາຄ້າຢາເສບຕິດ ຖືກເຈົ້າໜ້າທີ່ຕໍາຫລວດຊ້ອມຈົນເສຍຊີວິດຢູ່ໃນຄຸກ.

ໝູ່ໃກ້ຊິດ ທ້າວ ສີຈຸ່ນ ໄດ້ກ່າວຕໍ່ເອເຊຍເສລີ ວ່າ: ຕໍາຫລວດໄດ້ທຸບຕີ ທ້າວ ສີຈຸ່ນ ຈົນເສຍຊີວິດ ໃນເວລາສອບປາກຄໍາ.

ທ້າວ ສົມສັກ ວັນນະວົງ ເປັນພະນັກງານທະຫານ ສັງກັດຢູ່ ກົມ 213 ຕັ້ງຢູ່ເຂດບ້ານທົ່ງພານທອງ ຂຶ້ນກັບກະຊວງປ້ອງກັນປະເທດລາວ.

ເຖິງຢ່າງໃດກໍຕາມ, ໝູ່ເພື່ອນຂອງ ທ້າວ ສີຈຸ່ນ ສົ່ງໄສຕໍ່ການຖືກຊ້ອມຈົນເສຍຊີວິດ ວ່າ ເປັນການຂ້າຕັດຕອນກັນຫຼືບໍ່. ເອເຊຍເສລີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຕໍາຫລວດ ຢູ່ນະຄອນຫລວງວຽງຈັນ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ອີງຕາມກົດໝາຍ ຜູ້ຕ້ອງຫາທີ່ຄ້າຢາເສບຕິດ ຫຼື ຄະດີອື່ນໆ ຍັງຖືວ່າ ເປັນບໍລິສຸດຢູ່ ຖ້າສານຍັງບໍ່ທັນໄດ້ຕັດສິນວ່າ ເປັນຜູ້ກ່ຽວມີຄວາມຜິດ.

ນອກຈາກນີ້, ເຈົ້າໜ້າທີ່ຕໍາຫລວດ ກໍມີການຈັບກຸມ ຂະບວນການຄ້າຢາເສບຕິດຢູ່ສະໜາມບິນສາກົນ ແຂວງຫລວງພະບາງ ໄດ້ຈັບຜູ້ຕ້ອງຫາໄດ້ 13 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 3 ຄົນ, ຢຶດຢາເສບຕິດປະເພດຢາໄອສ ນໍ້າໜັກປະມານ 500 ກິໂລກຼາມ, ແລະ ເຮືອບິນເຈດສ່ວນໂຕໄດ້ 1 ລໍາ.