ວັນທີ 8 ເດືອນ ພຶສະຈິກາ ປີ 2006
2006.11.08
ສບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ຣາຍການຕອບຈມ.ກໍໄດ້ມາພົບກັບແຟນໆ ອີກຕາມເຄີຍ. ຫວັງສເມີວ່າ ທ່ານຜູ້ຟັງທາງບ້ານບາງທ່ານຄົງຈະກຳລັງເປີດວິທຍຸຮັບຟັງຢູ່ ຢ່າງໃດກໍຕາມ ກໍບໍ່ຢາກເວົ້າຫຍັງຫລາຍເກີນໄປ ເພື່ອບໍ່ເປັນການເສັຽເວລາຂອງພວກເຮົາ ຈະຂໍອ່ານຈມ. ສບັບທຳອິດສູ່ທ່ານຟັງເລີຽ.
ສບັບນີ້ ຂຽນມາຈາກທ່ານ “ຈົງຢີວ່າງ” ເມືອງ Milwaukee ຣັຖ Wisconsin ເພີ່ນໄດ້ສົ່ງຂໍ້ຄິດ ສ່ວນຕົວ ກ່ຽວກັບບັນຫາ ຊາວເຜົ່າ Hmomg ຜູ້ຊຶ່ງກຳລັງຕົກຢູ່ໃນສະພາບລຳບາກ ຍາກແຄ້ນລໍຖ້າ ການຊ່ວຍເຫຼືອ ຈາກຍາດຕິພີ່ນ້ອງຢູ່ຕ່າງປະເທດ ເພື່ອການຢູ່ລອດ. ຢ່າງໃດກໍຕາມຈມ.ຂອງ ທ່ານ ຈົງຢີວ່າງ ຂຽນມາດັ່ງນີ້:
ຣຽນພະນັກງານທຸກໆ ທ່ານໃນວິທຍຸເອເຊັຽເສຣີ ພາກພາສາລາວ ຂ້າພະເຈົ້າມີຄຳຖາມ ຢາກຖາມວ່າ ນັບແຕ່ນີ້ເປັນຕົ້ນໄປ ທາງສຫະຣັຖອະເມຣິກາແລະທາງການລາວ ຈະບໍ່ຕ້ອງການຮັບຮູ້ ກຸ່ມຊາວ Hmong ຜູ້ຊຶ່ງເຄີຽ ຊ່ວຍກອງທັພສຫະຣັຖ ໃນສມັຍເສິກສົງຄາມ VN ແລະລາວອີກບໍ່?
ຕາມຄວາມຄິດສ່ວນຕົວຂອງຂ້າພະເຈົ້າແລ້ວຄິດວ່າ ພາຍຫຼັງປີ 1975 ເສິກສົງຄາມ ໄດ້ສິ້ນສຸດໄປແລ້ວ ບໍ່ມີຜູ້ໃດໃຫ້ຄວາມສົນໃຈ ຫຼື ຮັບຜິດຊອບກັບຊີວິດໃນດ້ານການເປັນຢູ່ ຫຼືຄວາມປອດພັຍ ຂອງເຂົາເຈົ້າ ຈົນພາໃຫ້ຊາວ Hmong ກຸ່ມນຶ່ງຕ້ອງໜີເຂົ້າໄປລີ້ຊ້ອນຢູ່ຕາມປ່າຕາມດົງ. ສ່ວນໃຫຍ່ກໍ່ຈະແມ່ນ ພວກເດັກນ້ອຍແລະຜູ້ເຖົ້າຜູ້ແກ່. ພວກເຂົາເຈົ້າເຫຼົ່ານີ້ຍັງຖືກນຳເຂັ່ນຂ້າ ຈາກກອງທັພທະຫານ ຣັຖບານລາວຕລອດມາ. ຂ້າພະເຈົ້າຢາກຖາມວ່າ ອີກດົນປານໃດ ບັນຫາ Hmong ຢູ່ໃນລາວຈຶ່ງ ຈະຖຶກແກ້ໄຂ ປັດຈຸບັນມີຫຼາຍຄອບຄົວອົດທົນຕໍ່ຄວາມລຳບາກຕໍ່ໄປບໍ່ໄດ້ ຈຶ່ງຕັດສິນໃຈເຂົ້າໄປ ປະເທດໄທ ແຕ່ກໍຖຶກເຈົ້າໜ້າທີ່ໄທຈັບ. ຈະມີວິທີໃດແດບໍ່ ເພື່ອຊ່ວຍແກ້ໄຂບັນຫານີ້ໃຫ້ຍຸຕິລົງ?.
ກ່ອນອື່ນ Maysoly ຂໍຂອບໃຈນຳທ່ານ Chong yee vang ທີ່ມີຄວາມເປັນຫ່ວງນຳພີ່ນ້ອງ ຊາວ Hmong ໃນລາວ ບັນຫາດັ່ງທີ່ທ່ານເວົ້າມານັ້ນ ຄິດວ່າຄົງຈະແກ້ໄຂຍາກແດ່ ເພາະມີຂຶ້ນ ຢູ່ເລື້ອຍໆ ຕົວຢ່າງ ດັ່ງທີ່ວິທຍຸເອເຊັຽເສຣີຂອງເຮົາໄດ້ສເນີຂ່າວໄປແລ້ວວ່າ ມີຊາວ Hmong 17 ທ່ານຖືກຈັບຢູ່ແຂວງຂອນແກ່ນອີກ ຊຶ່ງປັດຈຸບັນກຳລັງຖຶກດຳເນີນຄະດີຢູ່ວ່າຊັ້ນ. ຊະຕາກັມຂອງ ຊາວມົ້ງ 17 ຄົນນີ້ຈະເປັນແນວໃດນັ້ນ ຂໍເຊີນທ່ານຕິດຕາມຮັບຟັງຂ່າວຈາກວິທຍຸ ເອເຊັຽເສຣີ ຂອງພວກເຮົາໄດ້ອີກໃນທຸກໆ ມື້ເນາະ. ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖີງຕອນນີ້ ເພື່ອເປັນການ ປ່ຽນບັນຍາກາດ Maysoly ຂໍເຊີນທ່ານຜ່ອນອາຣົມນຳສຽງເພັງລາວມ່ວນໆ ເພັງນຶ່ງກ່ອນ ຕໍ່ຈາກນັ້ນ Maysoly ຈະນຳເອົາຈົດໝາຍຂອງຜູ້ຟັງມາອ່ານສູ່ທ່ານຟັງອີກ. ເພື່ອບໍ່ເສັຽເວລາຂໍເຊີນທ່ານຮັບຟັງ ໄດ້ເລີຽ ຊຶ່ງຈະມາໃນເພັງໃຫ້ຊື່ວ່າ “ໄຜມີໃຈຮັກແທ້” ຂັບຮ້ອງໂດຍ “ກຸນລະວຸດ” ຂໍເຊີນຮັບຟັງໄດ້ເລີຽ
( ກະຣຸນາ ຟັງສຽງເພັງ ໃນສຽງປະກອບ ຂ້າງລຸ່ມນີ້ )
ທີ່ຈົບລົງໄປນັ້ນ ກໍຄືເພັງ “ໄຜມີໃຈຮັກແທ້” ຈາກສຽງຮ້ອງຂອງ “ກຸນລະວຸດ” ຫວັງວ່າ ຄົງຈະໃຫ້ ຄວາມມ່ວນຊື່ນແກ່ທ່ານຜູ້ຟັງບໍ່ຫຼາຍກໍ່ໜ້ອຍ.
ບັດນີ້ກໍຂໍເຊີນທ່ານກັບເຂົ້າສູ່ຣາຍການຕອບຈມ.ເລີຽ E-mail ສບັບຕໍ່ໄປທີ່ Maysoly ຈະນຳມາອ່ານ ສູ່ທ່ານຜູ້ຟັງກໍຄື E-mail ຂອງຜູ້ຟັງທ່ານນຶ່ງທີ່ມີນາມວ່າ “Boualapha Chanthvong” ຂຽນຈາກ ປະເທດຝຣັ່ງເສດ ເພີ່ນບອກວ່າ:
ໄດ້ຕິດຕາມຮັບຟັງຣາຍການຂອງພວກທ່ານມາຕລອດ ໂດຍຜ່ານທາງ Internet ມັກຫຼາຍ ວ່າຊັ້ນ. ພ້ອມກັນນີ້ ຢາກຂໍຄວາມຊ່ວຍເຫຼືອຈາກ RFA ແດ່ພໍຈະເປັນໄປໄດ້ບໍ່? ເຣື່ອງກໍມີຢູ່ວ່າ ຂ້າພະເຈົ້າ ຢາກຈະໄດ້ E-mail Address ຂອງ “SARKY MEKMORAKOTH” ຖ້າບໍ່ຣົບກວນເກີນໄປ ຊ່ວຍບອກແດ່ວ່າ ຈະຕິດຕໍ່ເພີ່ນໄດ້ແນວໃດ.
ຂໍຂອບໃຈນຳທ່ານ Boulapha Chauthvong ທີ່ບອກວ່າ ຮັບຟັງຣາຍການຂອງ RFA ທາງ Internet ຕລອດມາ ສ່ວນຄຳຮ້ອງຂໍທີ່ທ່ານເວົ້າມານັ້ນ Maysoly ຮູ້ສຶກເສັຽໃຈທີ່ບໍ່ສາມາດໃຫ້ ຣາຍລະອຽດໄດ້ ເຄີຽໄດ້ຍິນວ່າ SARKY MEKMORAKOTH ສີລະປິນ ນັກຮ້ອງຊື່ດັງ ເພັງລຸ້ນໃໝ່ ແມ່ນດຳຣົງຊີວິດຢູ່ຣັຖ Carifornia ສນັ້ນ ຖ້າທ່ານຜູ້ຟັງທ່ານໃດຫາກຮູ້ຈັກຣາຍ ລະອຽດ ວ່າຈະຕິດຕໍ່ ນຳເພີ່ນໄດ້ແນວໃດ ກໍຂໍໃຫ້ບອກຜ່ານມາທາງຣາຍການຕອບຈມ.ແດ່ ເພື່ອຈະໄດ້ບອກຕໍ່ໄປຍັງແຟນເພັງ ຂອງເພີ່ນເນາະ ຂໍຂອບໃຈລ່ວງໜ້າ.
E-mail ສບັບຕໍ່ໄປ ກໍຄືຂອງທ່ານ “ສີຈັນ ຈຳປາ” ເພີ່ນໄດ້ສົ່ງຈມ.ສບັບເກົ່າມາໃໝ່ ເພີ່ນບອກວ່າ ເພາະເນື່ອງຈາກຍັງບໍ່ໄດ້ຮັບຄຳຕອບເທື່ອວ່າຊັ້ນ. Maysoly ຂໍຂອບໃຈນຳທ່ານສີຈັນ ອີກເທື່ອນຶ່ງ ທີ່ສົ່ງຈມ. ມາໃຫ້ອີກ. ຢ່າງໃດກໍຕາມ ຄຳຂ້ອງໃຈ ຫຼື ຂໍ້ສເນີຂອງທ່ານທີ່ເວົ້າມານັ້ນ (Sammy ບັນນາທິການຝ່າຍ Website ຂອງ RFA ກໍໄດ້ຕອບທ່ານໄປແລ້ວ ທາງ E-mail) ຫວັງວ່າ ທ່ານຄົງຈະໄດ້ອ່ານແລ້ວຕິ້ເນາະ. ຖ້າທ່ານມີຄວາມຂ້ອງໃຈແນວໃດ ກໍຂໍເຊີນຂຽນຈມ.ມາອີກ. ພວກເຮົາຍິນດີຈະໃຫ້ຣາຍລະອຽດເພີ້ມຕື່ມອີກ.
ທ່ານຜູ້ຟັງທີ່ເຄົາຣົບ ບັດນີ້ ເວລາແຫ່ງຣາຍການກໍໃກ້ຈະໝົດລົງແລ້ວ ສນັ້ນ Maysoly ຂໍ ຈັດເພັງ ທ້າຍຣາຍການຂອງພວກເຮົາ ອີກເພັງນຶ່ງໃຫ້ທ່ານໄດ້ຟັງເລີຽ ເພັງນີ້ ມີຊື່ວ່າ “ດີໃຈ” ຂັບຮ້ອງໂດຍ “ດາຣາເພັດ” ຂໍເຊີນທ່ານຮັບຟັງໄດ້ເລີຽ.
( ກະຣຸນາ ຟັງສຽງເພັງ ໃນສຽງປະກອບ ຂ້າງລຸ່ມນີ້ )
ທີ່ຈົບລົງໄປນັ້ນ ກໍຄືເພັງ “ດີໃຈ” ຂັບຮ້ອງໂດຍ “ດາຣາເພັດ” ທ່ານຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ຣາຍການ ຕອບຈມ.ໃນມື້ນີ້ ເວລາຂອງພວກເຮົາກໍໝົດລົງພຽງເທົ່ານີ້ ຂໍເຊີນທ່ານພົບກັບ Maysoly ໄດ້ອີກໃນວັນພະຫັດໜ້າ. ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 1 ເດືອນ ພຶສະຈິກາ ປີ 2006
- ວັນທີ 25 ເດືອນ ຕຸລາ ປີ 2006
- ວັນທີ 18 ເດືອນ ຕຸລາ ປີ 2006
- ວັນທີ 11 ເດືອນ ຕຸລາ ປີ 2006
- ວັນທີ 4 ເດືອນ ຕຸລາ ປີ 2006
- ວັນທີ 27 ເດືອນ ກັນຍາ ປີ 2006
- ວັນທີ 20 ເດືອນ ກັນຍາ ປີ 2006
- ວັນທີ 13 ເດືອນ ກັນຍາ ປີ 2006
- ວັນທີ 6 ເດືອນ ກັນຍາ ປີ 2006
- ວັນທີ 30 ເດືອນ ສິງຫາ ປີ 2006
- ວັນທີ 23 ເດືອນ ສິງຫາ ປີ 2006
- ວັນທີ 16 ເດືອນ ສິງຫາ ປີ 2006
- ວັນທີ 9 ເດືອນ ສິງຫາ ປີ 2006
- ວັນທີ 2 ເດືອນ ສິງຫາ ປີ 2006
- ວັນທີ 26 ເດືອນ ກໍຣະກະດາ ປີ 2006
- ວັນທີ 19 ເດືອນ ກໍຣະກະດາ ປີ 2006
- ວັນທີ 12 ເດືອນ ກໍຣະກະດາ ປີ 2006
- ວັນທີ 5 ເດືອນ ກໍຣະກະດາ ປີ 2006
- ວັນທີ 28 ເດືອນ ມິຖຸນາ ປີ 2006
- ວັນທີ 21 ເດືອນ ມິຖຸນາ ປີ 2006
- ວັນທີ 14 ເດືອນ ມິຖຸນາ ປີ 2006
- ວັນທີ 7 ເດືອນ ມິຖຸນາ ປີ 2006
- ວັນທີ 31 ເດືອນ ພຶສະພາ ປີ 2006
- ວັນທີ 24 ເດືອນ ພຶສະພາ ປີ 2006
- ວັນທີ 17 ເດືອນ ພຶສະພາ ປີ 2006