ສໍາພາດ ດຣ. ບຸນທອນ ຈັນທະວົງ-ວີເຊີ ຕໍ່ກອງປະຊຸມສະພາແຫ່ງຊາດລາວ ເທື່ອທີ 8 ຊຸດທີ 9
2024.11.23
ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ຂອງ ສປປລາວ ໄດ້ຈັດຂຶ້ນໃນມື້ວັນທີ 18 ພະຈິກ 2024, ຈະດໍາເນີນໄປເປັນເວລາ 17 ມື້ ບໍ່ລວມວັນພັກ ທາງລັດຖະບານ ຄືໄປເຖິງວັນທີ 11 ທັນວາ ທີ່ຈະມາເຖິງນີ້.
ໃນກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ຈະໄດ້ເວົ້າເຖິງຫຼາຍບັນຫາ ທີ່ສປປລາວ ຍັງປະເຊີນຢູ່ ເປັນຕົ້ນແມ່ນບັນຫາ ການພັດທະນາເສດຖະກິດ-ສັງຄົມຫຍຸ້ງຍາກ, ບັນຫາເສດຖະກິດ-ການເງິນຕົກຕໍ່າ ເຊິ່ງເປັນວາລະແຫ່ງຊາດ, ເງິນກີບອ່ອນຄ່າ ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສິນມະຫາສານ, ການສໍ້ລາດບັງຫຼວງ ທີ່ແຜ່ຫຼາຍ, ບັນຫາຢາເສບຕິດ ທີ່ເປັນວາລະແຫ່ງຊາດ ເຊິ່ງໃນນັ້ນ ຈໍານວນໜຶ່ງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ, ນາຍົກລັດຖະມົນຕີ ກໍໄດ້ກ່າວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 18 ພະຈິກນີ້ວ່າ...
...................ສຽງ....................
ເວົ້າເຖິງບັນຫາເສດຖະກິດ ຂອງ ສປປລາວ ທີ່ຍັງຕົກຕໍ່າ ໜັກໜ່ວງຢູ່ໃນຂະນະນີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່າວວ່າ...
...................ສຽງ....................
ເລື່ອງບັນຫາໜີ້ສິນ ທັງໜີ້ພາຍໃນ ແລະໜີ້ຕ່າງປະເທດ ຢ່າງມະຫາສານ ທີ່ເປັນບັນຫາໜັກໜ່ວງທີ່ສຸດ ຂອງລັດຖະບານ ສປປລາວ ທີ່ຈະແກ້ໄຂນັ້ນ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່າວວ່າ...
...................ສຽງ....................
ແລະບັນຫາເງິນກີບເຟີ້ ດຣ. ບຸທອນ ກໍກ່າວວ່່າ...
...................ສຽງ....................
ຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ກໍາລັງດໍາເນີນໄປຢູ່ນີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ຜູ້ໄດ້ຮັບ ລາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ກໍໄດ້ຮຽກຮ້ອງ ໃຫ້ສະມາຊິກສະພາແຫ່ງ ກ້າອອກຄວາມເຫັນ ຕາມຄວາມເປັນຈິງ ທີ່ເກີດຂື້ນຢູ່ໃນສັງຄົມລາວ ແລະທວງໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາ ຕ່າງໆ ທີ່ໄດ້ມີການຍົກຂື້ນເວົ້າ ຢູ່ໃນກອງປະຊຸມນັ້ນ...
...................ສຽງ....................
ກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ຈະໄດ້ຮັບຮອງ ເອົາບົດລາຍງານ ເຊິ່ງອອກເປັນມະຕິ 20 ສະບັບ. ໃນນັ້ນ ມີມະຕິ ຮັບຮອງເອົາວຽກງານ ລັດຖະບານ 6 ສະບັບ, ມະຕິຮັບຮອງ ເອົາວຽກງານ ອົງການກວດສອບ ແຫ່ງລັດ ແລະ ອົງການກວດກາແຫ່ງລັດ 2 ສະບັບ, ມະຕິຮັບຮອງ ເອົາວຽກງານ ສານປະຊາຊົນສູງສຸດ ແລະອົງການໄອຍະການປະຊາຊົນສູງ 2 ສະບັບ, ມະຕິຮັບຮອງ ເອົາວຽກງານ ສະພາແຫ່ງຊາດ 1 ສະບັບ ແລະມະຕິຮັບຮອງ ເອົາກົດໝາຍ 9 ສະບັບ: ກົດໝາຍສ້າງໃໝ່ 2 ສະບັບ, ກົດໝາຍສະບັບປັບປຸງ 7 ສະບັບ.
ໃນໄລຍະດຳເນີນກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ທາງການ ສປປລາວ ປະກາດວ່າ ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານ ຮັບຄຳຄິດຄຳເຫັນ ແລະຄຳສະເໜີ ໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ຮວມທັງທາງສາຍດ່ວນ ໝາຍເລກ 156 ໃນໂມງລັດຖະການ.
ແຕ່ເຖິງຢ່າງໃດກໍຕາມ ຫຼາຍຄົນກໍເວົ້າວ່າ ເປັນທີ່ຮູ້ກັນດີກ່ອນແລ້ວ ທີ່ ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ນີ້ ຈະດໍາເນີນໄປ ໃນຮູບແບບໃດ, ໄປໃນທິດທາງໃດ ແລະຜົນອອກມາ ຈະເປັນແນວໃດ ຍ້ອນວ່າໃຜໆກໍຮູ້ ຜູ້ນໍາພັກ ປະຊາຊົນປະຕິວັດລາວ ເອົາພັກຂອງຕົນ ໄປຜູກຂາດອໍານາດ ແບບພັກດຽວ ໄວ້ໃນລັດຖະທໍາມະນູນ ໂດຍກໍານົດຢູ່ໃນມາດຕາ 3 ວ່າ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະຮັບປະກັນ ດ້ວຍການເຄື່ອນໄຫວ ຂອງລະບົບການເມືອງ ເຊິ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ.
ແລະກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ກໍແມ່ນປະຕິບັດ ຕາມການຕົງລົງ ຂອງກົມການເມືອງ ສູນກາງພັກ ເຊິ່ງມັນສະແດງອອກຢູ່ໃນ ສຸນທອນພົດຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທີ່ເວົ້າເຖິງ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະກອງປະຊຸມ ຄົບຄະນະຄັ້ງທີ 9 ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ 11 ແລະອັນທີ່ເຫັນແຈ້ງ ອີກຕື່ມ ກໍແມ່ນກອງປະຊຸມ ຍົກສູງຄຸນນະພາບ ທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ເຊິ່ງໄດ້ຈັດຂື້ນ ກ່ອນກອງປະຊຸມ ແຕ່ວັນທີ 13 ຫາ 15 ພະຈິກ ໂດຍແມ່ນ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ ເປັນປະທານ ເຊິ່ງໃນນັ້ນມີສະມາ ຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງ ທົ່ວປະເທດ, ການນໍາຂັ້ນສູງຂອງລັດຖະບານ ແລະອົງການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອໃຫ້ປະກອບຄໍາເຫັນ ໃນກອງປະຊຸມ ໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນ ແລະໃຫ້ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກ ເຊິ່ງຫຼາຍຄົນເວົ້າວ່າ ນັ້ນເປັນການເຕືອນ ຜູ້ທີ່ຈະອອກຄວາມເຫັນ ໃນກອງປະຊຸມນັ້ນ ຮູ້ກ່ອນລ່ວງໜ້າແລ້ວ ຄືໃຫ້ເວົ້າຕາມແນວ ທາງນະໂຍບາຍ ຂອງພັກປະຊາຊົນ ປະຕິວັດລາວເທົ່ານັ້ນ, ບໍ່ດັ່ງນັ້ນ ກໍຈະເປັນຄືກັນ ກັບສະມາຊິກສະພາແຫ່ງຊາດ ຜູ້ກ້າປາກ ກ້າເວົ້າເຖິງຄວາມຈິງ, ມີຄວາມເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບ ຄວາມເປັນຈິງ ຢູ່ໃນສັງຄົມລາວ ທີ່ຖືກປາບປາມມາແລ້ວ.
ການສໍາພາດມີຂື້ນ ໃນມື້ວັນທີ 20 ພະຈິກ 2024 ຄືພາຍຫຼັງທີ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ດໍາເນີນມາພຽງ 2 ມື້. ບົດຕໍ່ໄປ ດຣ. ບຸນທອນ ຈັນທະວົງ-ວີເຊີ ຈະເວົ້າເຖິງບັນຫາສັງຄົມ ແລະວັດທະນາທໍາ ຢູ່ສປປລາວ ເຊິ່ງວິທຍຸເອເຊັຍເສຣີ ຈະນໍາມາສເນີທ່ານ. ສະບາຍດີ.