ຊາວບ້ານ 18 ບ້ານ ຂາດນໍ້າໃຊ້ ຍ້ອນອ່າງນໍ້າເສຍແຕກ

ຊາວບ້ານຮຽກຮ້ອງໃຫ້ທາງການແກ້ໄຂ ເລື່ອງນໍ້າໃຊ້

ປັດຈຸບັນ ຊາວບ້ານປະມານ 18 ບ້ານ ໃນເຂດສາຍນ້ຳແວ່ນ ລົງໄປຫາ ສາຍນໍ້າຊໍາ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບຄວາມເດືອດຮ້ອນ ຂາດນ້ຳໃຊ້ ໃນການເຮັດກະສິກຳ ເພາະເຊື່ອວ່າ ມີສານເຄມີໃນສາຍນ້ຳເເວ່ນ ເເລະຍັງພົບປາຕາຍຫຼາຍໂຕ.

ຊາວບ້ານ 18 ບ້ານ ຂາດນໍ້າໃຊ້ເຂົ້າໃນກະສິກໍາ ຍ້ອນອ່າງນໍ້າເສຍແຕກ ຊາວບ້ານປະມານ 18 ບ້ານ ໃນເຂດສາຍນ້ຳແວ່ນ ລົງໄປຫາ ສາຍນໍ້າຊໍາ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບຄວາມເດືອດຮ້ອນ

ຊາວບ້ານໃນເຂດສາຍນ້ຳເເວ່ນ ເມືອງຊຳເໜືອເເຂວງຫັວພັນ ກ່າວຕໍ່ເອເຊຍເສຮີພາຍຫຼັງທີ່ອ່າງເກັບນ້ຳເສີຍ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ແຕກ ຢູ່ເຂດບ້ານທັບເຜິ້ງ ເມືອງຊຳເໜືອໃນວັນທີ 1 ພະຈິກ 2026.

ທາງການເເຂວງຫັວພັນ ໄດ້ລົງມາກວດກາ ວັນທີ 4 ພະຈິກ 2026 ແລະ ຈາກນັ້ນກໍເເຈ້ງວ່າ ບໍ່ພົບຜົນກະທົບຮຸນແຮງ ແລະ ບໍ່ພົບສັດນ້ຳຕາຍ ແຕ່ຍັງມີເລື່ອງຄວາມເຂັ້ມຂອງນ້ຳ ທີ່ອາດເກີດຈາກນ້ຳເກືອ ຮົ່ວຊຶມຈາກບໍ່ຂຸດຄົ້ນແຮ່ເກົ່າ ໂດຍຕ້ອງລໍຖ້າຜົນກວດກາ ຢືນຢັນຢ່າງເປັນທາງການ ຈາກສະຖາບັນວິໄຈຄຸນນະພາບນ້ຳເເຫ່ງຊາດອີກຄັ້ງ.

ຕໍ່ເຫດການນີ້ ຊາວບ້ານ ບໍ່ໝັ້ນໃຈຕໍ່ຜົນກວດກາດັ່ງກ່າວ ຍ້ອນວ່າ ໃນປີ 2024 ເຄີຍເກີດເຫດລັກສະນະຄ້າຍຄືກັນນີ້ ແລະ ຊາວບ້ານເຄີຍນຳນ້ຳໄປກວດເອງ ພົບວ່າມີສານເຄມີປົນເປື້ອນ, ເຂົາເຈົ້າ ຕ້ອງຫັນໄປໃຊ້ນ້ຳລິນ ມາຫົດພືດສວນແທນ ແຕ່ ກໍມີບໍ່ພຽງພໍຕໍ່ການດຳລົງຊີວິດ.

ຊາວບ້ານ ກ່າວວ່າ: “ມັນມີຫຼາຍບ້ານກະທົບທາງອ້ອມວ່າຊັ້ນສາ ກະທົບໝົດ 18 ຫາ 19 ບ້ານ ນີ້ແຫຼະ ໃຊ້ນ້ຳສາຍຫຼັກບໍ່ໄດ້ ສາຍນ້ຳແວ່ນນັ້ນ ທຳມະດານີ້ ເຮົາເປັນຄົນບ້ານນອກ ມັນໃຊ້ອາບ ໃຊ້ຫົດຜັກ ໃຊ້ຫຍັງ ມັນຕ້ອງໄດ້ໃຊ້ນ້ຳສາຍຫຼັກຢູ່ແລ້ວເດ້ ດຽວນີ້ນ້ຳກິນນ້ຳຢູ່ ກະນ້ຳລິນນັ້ນແຫຼະ ນ້ຳຫ້ວຍ ນ້ຳຫ້ວຍນ້ອຍໆ ຖືວ່າເອົາໄປຫົດຜັກຫົດຫຍັງມັນກະບໍ່ພໍ ກະເດືອດຮ້ອນຫຼາຍຢ່າງ ເຂົາເຈົ້າມາກວດ ເຂົາເຈົ້າກະວ່າບໍ່ເປັນຫຍັງ ແຕ່ເຫັນປາຕາຍຫຼາຍເດ້ນັ້ນ ຄືເທື່ອກ່ອນ ເຮົາເອົາໄປກວດລະເຫັນ ເຂົາເຈົ້າເອົາໄປກວດບໍ່ເຫັນ”

ຊາວບ້ານ ຍັງອີກກ່າວວ່າ ການໃຊ້ນໍ້າລິນມາຫົດພືດສວນ ໃນເວລານີ້ ມັນບໍ່ພຽງພໍ ເພາະສ່ວນຫຼາຍ ຊາວບ້ານຈະໃຊ້ນໍ້າໃນຫ້ວຍຂຶ້ນມາຫົດຫຼາຍກ່ອນ.ຂະນະທີ່ບໍລິສັດ ກໍຊີ້ແຈງວ່າ ອ່າງດັ່ງກ່າວ ເປັນອ່າງເກັບນ້ຳທຳມະຊາດ ບໍ່ແມ່ນອ່າງເກັບສານເຄມີ ພ້ອມທັງໄດ້ສ້ອມແປງທໍ່ນ້ຳ ແລະ ຈະຊົດເຊີຍຄວາມເສຍຫາຍໃຫ້ຊາວບ້ານ 2 ຄອບຄົວ ທີ່ມີເນື້ອທີ່ນາ ໄດ້ຮັບຜົນກະທົບຕາມກົດຫມາຍ.

ຕໍ່ເຫດການນີ້ ຊາວບ້ານຍາກໃຫ້ທາງການຊ່ວຍເຫລືອ ຫານ້ຳມາທົດແທນ ເພື່ອໃຊ້ໃນການຫົດຜັກ ແລະ ຜະລິດກະສິກຳ.