ປະຊາຊົນປະມານ 300 ຄອບຄົວ ກຳລັງປະເຊີນ ຕໍ່ຄຳສັ່ງຍົກຍ້າຍອອກຈາກດິນທີ່ບຸກລຸກ ຂອງມະຫາວິທະຍາໄລຈຳປາສັກ ພາຍໃນ 3 ເດືອນ.
ຕາມແຈ້ງການເລກທີ 34/ຄປຂລົງວັນທີ 29 ຕຸລາ 2026 ຂອງຄະນະກຳມະການປົກຄອງແຂວງຈຳປາສັກ ລະບຸວ່າ ມີການບຸກລຸກ ແລະ ຈັບຈອງທີ່ດິນຂອງມະຫາວິທະຍາໄລ ລວມປະມານ 1,000 ເຮັກຕາ ໂດຍກຳນົດໃຫ້ ຜູ້ຄອບຄອງຍົກຍ້າຍອອກພາຍໃນ 3 ເດືອນ.
ທາງຝ່າຍມະຫາວິທະຍາໄລ ກ່າວຕໍ່ເອເຊີຍເສຮີວ່າ ໃນນີ້ມີການປຸກທີ່ຢູ່ອາໄສຈຳນວນໜຶ່ງ ເຊິ່ງບັນຫານີ້ ເກີດຂໍ້ຂັດເເຍ້ງກັນ ມາຫຼາຍສິບປີເເລ້ວ ແລະ ເຄີຍແຈ້ງໃຫ້ຍ້າຍອອກຫຼາຍຄັ້ງ ແຕ່ຍັງມີປະຊາຊົນບາງສ່ວນ ບໍ່ຍອມຍ້າຍ ເພາະເຂົາເຈົ້າບອກຊື້ດິນມາ ບໍ່ໄດ້ຈັບຈອງຟີ ເເຕ່ບໍ່ມີໃບຕາດິນ.
ສຳລັບການເເຈ້ງການເທື່ອນີ້ ທາງການກໍມີການຊົດເຊຍຕາມກົດຫມາຍ ເເລະໄດ້ຈັດສັນທີ່ດິນປະມານ 60 ເຮັກຕາ ໃຫ້ປະຊາຊົນປະມານ 300 ຄອບຄົວ ທີ່ຜ່ານການຮັບຮອງລາຍຊື່ແລ້ວ.
ຂະນະທີ່ຝ່າຍປະຊາຊົນ ກ່າວຍອມຮັບ ຕໍ່ເອເຊີຍເສຮີວ່າ ທີ່ດິນທີ່ຄອບຄອງບໍ່ມີໃບຕາດິນເເທ້ ແຕ່ທີ່ຊື້ດິນມາກໍຫວັງວ່າຈະສາມາດອອກໃບຕາດິນໄດ້ໃນອະນາຄົດ ເພາະເເຕ່ກ່ອນກໍເປັນດິນວ່າງ ແລະ ບາງຄອບຄົວ ທີ່ຍັງຢູ່ກົງນີ້ມາຫຼາຍສິບປີ ກໍຍັງບໍ່ເຫັນດີກັບການຍົກຍ້າຍ ສຸດທ້າຍເຮັດຫຍັງບໍ່ໄດ້ ຕ້ອງຍອມຍ້າຍອອກ.
ປະຊາຊົນກ່າວວ່າ: “ຢູ່ໃນເຂດຂອງມະຫາໄລ ທີ່ເພິ່ນສຳຫຼວດໄວ້ເປັນຂອງລັດຫັ້ນນ່າ ກໍອອກຫັ້ນແຫຼະ ໃນດິນ 1,000 ເຮັກຕາຫັ້ນແຫຼະ ເພິ່ນແຈ້ງໃຫ້ອອກໝົດ ມີເອກະສານສິດນຳໃຊ້ຂອງເຂົາຫັ້ນນ່າ ຜູ້ຢູ່ຈັກປີໆຜ່ານມາເນາະ ແລ້ວກໍຜ່ານມາເພິ່ນຮັບຮອງ ຜູ້ນີ້ຕ້ອງໄດ້ຮັບການຊົດເຊີຍ.“
ນອກຈາກນີ້ ທາງການຍັງລະບຸວ່າ ຍັງມີ 80 ຄອບຄົວ ທີ່ຍັງບໍ່ທັນເຂົ້າມາຢັ້ງຢືນສິດ ຕ້ອງເຂົ້າມາດຳເນີນການພາຍໃນ 1 ເດືອນ ດັ່ງນັ້ນຈະຖືວ່າສະຫຼະສິດ. ຢ່າງ ໃດກໍຕາມ ການຊົດເຊີຍຈະເປັນທຳ ແລະ ຮອງຮັບທັງ 300 ຄອບຄົວໄດ້ຫຼືບໍ່ ກໍຕິດຕາມກັນຕໍ່ໄປ.
