ປະຊາຊົນເຂດບ້ານເມືອງແວ່ນ ຢູ່ເມືອງຊຳເໜືອ ແຂວງຫົວພັນ ຕອບໂຕ້ ທາງການແຂວງຫົວພັນ ວ່າ ໄປຟັງຄວາມບໍລິສັດຈີນເກີນໄປ ໂດຍບໍ່ລົງມາເບິ່ງສະພາບການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກສານເຄມີໂດຍກົງ.
ຕ່າງໜ້າປະຊາຊົນເຂດບ້ານເມືອງແວ່ນ ກ່າວວ່າ ດ່ຽວນີ້ ປະຊາຊົນໃນເຂດບ້ານເມືອງແວ່ນ ແລະເຂດບ້ານທີ່ອາໄສຢູ່ປາຍນ້ຳ ບໍ່ມີໃຜກ້າໃຊ້ນ້ຳ ເພື່ອອຸປະໂພກ-ບໍລິໂພກ ເຖິງວ່າ ທາງການແຂວງ ຈະຢັ້ງຢືນວ່າ ແຫຼ່ງນ້ຳທຳມະຊາດຍັງໃຊ້ໄດ້ຕາມປົກກະຕິ.
ແຕ່ໃນຄວາມເປັນຈິງ ສັດນ້ຳ-ສັດປ່າ ຕາຍໃຫ້ເຫັນຕໍ່ໜ້າປະຊາຊົນ ແຕ່ເປັນຍ້ອນຫຍັງ ທາງການແຂວງ ເຖິງວ່າ ນ້ຳປົກກະຕິ ບໍ່ມີສານເຄມີປົນເປື້ອນແຕ່ຢ່າງໃດ.
ປະຊາຊົນ ກ່າວວ່າ: ບໍ່ມີສານປົນເປື້ອນ ໃຫ້ປະຊາຊົນໝັ່ນໃຈ ບໍ່ໄດ້ເປັນຫຍັງ ແຕ່ດ່ຽວນີ້ ປາຕາຍທຸ່ມຕາຍນອງ ເຮັດແນວໃດໃຫ້ຂ້ອຍເຊື່ອພີ່ນ້ອງເອີຍ ບໍ່ໄປເບິ່ງປາຍນ້ຳ ທີ່ເກິດເຫດ ບໍ່ມາເລີຍ ເຂົາໄປສະໜາມໂຕເທິ່ງພຸ້ນ ໄປຟັງຄວາມມັນນ່າ ບໍລິສັດໄປຄວາມໂຄງການພຸ້ນ ວ່າບໍ່ເປັນຫຍັງ ຈັ່ງຊັ່ນຈັ່ງຊີ້ ເອີ ບໍ່ໃຫ້ແຕກຕື່ນ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຫົວພັນ ຢັ້ງຢືນກັບເອເຊຍເສລີ ໃນມື້ວັນທີ່ 15 ພະຈິກນີ້ວ່າ ປະຊາຊົນສາມາດໃຊ້ນຳ ເພື່ອອຸປະໂພກ-ບໍລິໂພກ ໄດ້ຕາມປົກກະຕິແທ້, ສ່ວນເລື່ອງສັດນ້ຳ-ສັດປ່າ ຕາຍນັ້ນ ຢູ່ລະຫວ່າງການກວດວິເຄາະຫາສາເຫດແທ້ຈິງ.
ປະຊາຊົນກ່າວວ່າ: ປັດຈຸບັນນີ້ ເພິ່ນແກ້ແລ້ວ ປັດຈຸບັນນີ້ຜະລິດ (ຜະລິດກະສິກຳ-ປູກພືດ) ໄດ້ແລ້ວ ນ້ຳໃຊ້ໄດ້ປົກກະຕິ ແລ້ວກະເລື່ອງປາຕາຍ ສັດຕາຍຕ່າງໆ ເພິ່ນກະວິເຄາະຢູ່.
ຜົນກະທົບດັ່ງກ່າວ ແມ່ນເກິດຂຶ້ນ ໃນວັນທີ 2 ພະຈິກ 2026 ອ່າງເກັບນ້ຳສານເຄມີ ຈາກໂຄງການຂຸດຄົ້ນແຮ່ຫາຍາກຂອງຄົນຈີນໄດ້ເກີດການແຕກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແຫຼ່ງນ້ຳທຳມະຊາດ, ສັດນ້ຳ-ສັດປ່າ ແລະ ການດຳລົງຊີວິດຂອງປະຊາຊົນໃນພື້ນທີ່.
ຕໍ່ມາ ໃນວັນທີ 6 ພະຈິກ 2026 ມີການລາຍງານວ່າພົບປາຕາຍຕາມລຳນ້ຳໃນເຂດລ້ອງແວ່ນ.
ປະຊາຊົນໄດ້ຕັ້ງຄຳຖາມ ແລະ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງລົງກວດສອບຢ່າງຈິງຈັງ ຫຼັງຈາກມີກະແສຂ່າວຊີ້ແຈງວ່າບໍ່ມີສານເຄມີ ເຊິ່ງຂັດແຍ່ງກັບສະພາບປາຕາຍທີ່ເກີດຂຶ້ນ ແລະສັ່ງໂຈະໂຄງການດັ່ງກ່າວ ຈົນກວ່າ ຜົນກະທົບທັງໝົດຈະໄດ້ຮັບການແກ້ໄຂ.
