ທາງການແຂວງວຽງຈັນ ໄດ້ສະເໜີ ໃຫ້ລັດຖະບານ ໂຈະກິດຈະກຳທີ່ສ້າງຜົນກະທົບ ທີ່ເຮັດໃຫ້ ນ້ຳຊອງຂຸ່ນ ເເລະຫາທາງເເກ້ໄຂໃຫ້ເດັດຂາດ.
ກ່ອນໜ້ານີ້ ທາງເອເຊີຍເສຮີໄດ້ລາຍງານເຖິງບັນຫານ້ຳຊອງກັບມາຂຸ່ນອີກຄັ້ງຈົນຊາວບ້ານເມືອງວັງວຽງ ຍາກໃຫ້ທາງການກວດສອບ ຍ້ອນມີການຂຸດເເຮ່ທາດເທິງສາຍນ້ຳ.
ຫຼ້າສຸດ ວັນທີ 26 ຕຸລາ 2026 ກອງປະຊຸມປຶກສາຫາລືບັນຫານ້ຳຊອງຂຸ່ນ ເມືອງວັງວຽງ ໄດ້ຈັດຂຶ້ນທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີຕົວແທນຈາກບັນດາກະຊວງ ແລະແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ລາຍງານຜົນການກວດກາເບື້ອງຕົ້ນກ່ຽວກັບສະພາບນ້ຳຊອງຂຸ່ນຢູ່ເມືອງວັງວຽງ ເພື່ອເຮັດແນວໃດໃຫ້ນ້ຳຊອງກັບມາສູ່ສະພາບເດີມໂດຍໄວ ເເລະຍັງສະເໜີໃຫ້ຈຳກັດ ຫຼື ໂຈະກິດຈະກຳທີ່ສ້າງຜົນກະທົບ ເພື່ອແກ້ໄຂບັນຫາໃຫ້ເດັດຂາດ ຟື້ນຟູສະພາບນ້ຳຊອງ ແລະ ຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ ພ້ອມທັງພາບພົດການທ່ອງທ່ຽວວັງວຽງ.
ໃນໄລຍະຜ່ານມາ ເເຂວງວຽງຈັນ ໄດ້ສົ່ງໜັງສືລາຍງານຕໍ່ສູນກາງ ຈຳນວນ 3 ສະ ບັບ ຄື ສະບັບເລກທີ 24/ຄປຂ.ວຈ, ລົງວັນທີ 11 ມິຖຸນາ 2026, ເລກທີ 42/ຄປຂ.ວຈ, ລົງວັນທີ 16 ຕຸລາ 2026 ແລະ ເລກທີ 45/ຄປຂ.ວຈ, ລົງວັນທີ 22 ຕຸລາ 2026.
ການປະຊຸມຄັ້ງນີ້ ໄດ້ສະເໜີໃຫ້ລັດຖະບານມອບໝາຍ ໃຫ້ຄະນະວິຊາການລົງກວດກາຫາສາເຫດນ້ຳຂຸ່ນ ພ້ອມກວດສອບການປະຕິບັດສັນຍາ ແລະ ມາດຕະການດ້ານສິ່ງແວດລ້ອມຂອງບັນດາໂຄງການຂຸດຄົ້ນບໍ່ແຮ່.
