ຊາວບ້ານຫຼາຍ 100 ຄອບຄົວ ຢູ່ບ້ານພະນາຍ ເມືອງເລົ່າງາມ ແຂວງສາລະວັນ ສູນເສີຍທີ່ດິນທຳການກະເສດ ເກືອບ 800 ເຮັກຕາ ໃຫ້ກັບບໍລິສັດ ຈຽນຕາ ການກະເສດ ຂອງນັກລົງທຶນຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ຂະນະທີ່ຊາວບ້ານ ບໍ່ມີຮອດໃບຕາດິນຖາວອນ ເພື່ອທຳການະເສດ.
ຊາວບ້ານພະນາຍ ຮຽກຮ້ອງຜ່ານສື່ສັງຄົມອອນລາຍ ໃຫ້ທາງການແຂວງສາລະວັນ ເລັ່ງຈັດສັນທີ່ດິນທຳການກະເສດ ແລະ ມອບໃບຕາດິນຖາວອນໃຫ້ກັບຊາວບ້ານ ເພື່ອປ້ອງກັນ ບໍ່ໃຫ້ຊາວບ້ານໃນພື້ນທີ່ໄດ້ຮັບຜົນກະທົບຈາກໂຄງການສຳປະທານ ຈົນ ບໍ່ມີດິນທຳການກະເສດໄວ້ເປັນມູນມັງໃນອະນາຄົດ.
ຊາວບ້ານກ່າວວ່າ: ລົງມາສຳຫຼວດຮອບແລກ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພິ່ນມາສຳ ຫຼວດເນາະ ກະແທກເອົາໄປ 300 ກວ່າເຮັກຕ້າເນາະ ເອົາໄປນາຍທຶນຈີນສຳປະທານ ເຮັດ MOU ສັນຍາເຮັດ MOU ແລ້ວຮຽບຮ້ອຍ ກະເວົ້າກັບປະຊາຊົນວ່າ ແລ້ວກະວ່າຊິແລ້ວ ກະ ບໍ່ແລ້ວ ລົງມາເທື່ອ 2 ອີກ ກະເອົາອີກ 300 ປາຍເຮັກຕ້າ ທັງໝົດກະຖືກ 600-700 ເຮັກ ຕ້າພຸ້ນ ກະຍັງວ່າບໍ່ແລ້ວ ກະຊິເອົາອີກ ລົງມາສຳຫຼວດໃໝ່ອີກ ຊິບໍ່ປະໃຫ້ປະຊາຊົນກິນດິນ ກິນຫຍ້າບໍ່.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ແຂວງສາລະວັນ ທ່ານໜຶ່ງ ກ່າວວ່າ ເຂດບ້ານພະນາຍ ເມືອງເລົ່າງາມ ແມ່ນຕິດກັບ ສວນກ້ວຍຈຽນຕາ ຫຼື ບໍລິສັດ ຈຽນຕາ ການກະເສດ ຂາອອກ-ຂາເຂົ້າ ສາລະວັນ ຈຳກັດຜູ້ດຽວ ແມ່ນໂຄງການລົງທຶນດ້ານການກະເສດຂະໜາດໃຫຍ່ ທີ່ຕັ້ງຢູ່ໃນເມືອງວາປີ ແຂວງສາລະວັນ.
ໂຄງການນີ້ເປັນໜຶ່ງໃນບັນດາສວນກ້ວຍຂອງນັກລົງທຶນຕ່າງປະເທດ ທີ່ເຂົ້າມາເຊົ່າສຳ ປະທານທີ່ດິນເພື່ອປູກກ້ວຍສົ່ງອອກໄປຈີນ ໂດຍໄດ້ຮັບສິດສຳປະທານທີ່ດິນຈາກລັດຖະບານ.
ສ່ວນຂໍ້ຮຽກຮ້ອງຂອງຊາວບ້ານພະນາຍນັ້ນ ເດິມທີ ເຂດພື້ນທີ່ທຳການກະເສດທີ່ຊາວ ບ້ານສູນເສີຍນັ້ນ ແມ່ນເປັນເຂດປ່າຜະລິດຂອງລັດຖະບານ ຊາວບ້ານບໍ່ສາມາດຄອບ ຄອງ ແລະບໍ່ໄດ້ມີການອອກໃບຕາດິນຖາວອນໃຫ້ ພຽງແຕ່ໄລຍະຜ່ານມາ ທາງການ ແຂວງ ສາລະວັນ ອະນຸຍາດໃຫ້ຊາວບ້ານໃນພື້ນທີ່ ເຂົ້າໄປທຳການກະເສດເປັນການຊັ່ວ ຄາວເທົ່ານັ້ນ.
ສຽງສຳພາດເຈົ້າໜ້າທີ່ແຂວງສາລະວັນ - ມັນເປັນຈັ່ງຊີ້ ຊາວບ້ານສ່ວນຫຼາຍທີ່ເຂົາເວົ້າ ມັນເວົ້າງ່າຍ ມັນເປັນໄຮ່ ເປັນຫຍັງເຂົາ ແຕ່ໃບຕາດິນຫັ້ນບໍ່ມີ, ເປັນປ່າທີ່ໃຫ້ປະຊາຊົນ ເຮັດໄຮ່ເຮັດສວນໄດ້ ແຕ່ ເວລາທີ່ລັດຖະບານເພິ່ນມີໂຄງການນີ້ ແມ່ນເພິ່ນເອົາຄືນ ແຕ່ວ່າປະຊາຊົນເຂົາບໍ່ໄດ້ເຂົ້າໃຈເລິກເຊິ່ງ.
ບັນຫາທີ່ດິນ ກັບ ໂຄງການສຳປະທານໃນລາວ ແມ່ນໜຶ່ງໃນປະເດັນທີ່ທ້າທາຍ ແລະ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຍ້ອນວ່າ ລັດຖະບານລາວ ໄດ້ປ່ອຍເຊົ່າ ແລະ ສຳປະທານທີ່ດິນລັດ ເປັນເຄື່ອງມືຫຼັກໃນການດຶງດູດການລົງທຶນ ເພື່ອພັດທະນາເສດຖະກິດ.
ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຂອງໂຄງການເຫຼົ່ານີ້ ເຊັ່ນ ໂຄງການຂຸດຄົ້ນ ແຮ່ທາດ, ເຂື່ອນໄຟຟ້າ, ແລະ ການປູກພືດອຸດສາຫະກຳ ກໍໄດ້ສົ່ງຜົນກະທົບ ແລະ ສ້າງ ຂໍ້ຂັດ ແຍ່ງດ້ານທີ່ດິນກັບປະຊາຊົນລາວຢ່າງຕໍ່ເນື່ອງ.
