ປະຊາຊົນລາວກຳລັງຕົກຢູ່ໃນສະພາບທີ່ຕ້ອງເເບກຮັບພາລະຄ່າໄຟຟ້າ ທີ່ພຸ່ງສູງຂຶ້ນເທົ່າໂຕແລະຍັງຊ້ຳເຕີມພາລະຄ່າຄອງຊີບ.
ບັນຫາຄ່າໄຟຟ້າແພງ ຍັງຄົງເປັນບັນຫາໃຫຍ່ ທີ່ສ້າງຄວາມກັງວົນ ເເລະສ້າງຄວາມກົດດັນເພີ່ມຂຶ້ນຕໍ່ຫຼາຍຄອບຄົວ ໂດຍສະເພາະຄອບຄົວທີ່ມີລາຍຮັບໜ້ອຍ ແຕ່ຕ້ອງແບກຮັບລາຍຈ່າຍຫຼາຍດ້ານ ກາຍເປັນພາລະທີ່ຊ້ຳເຕີມຄ່າຄອງຊີບ.
ປະຊາຊົນ ໃນນະຄອນຫຼວງວຽງຈັນ ໃຫ້ສຳພາດກັບເອເຊຍເສລີວ່າ ໃນເດືອນພະຈິກ 2026 ນີ້ ຕົນຕ້ອງຈ່າຍຄ່າໄຟສູງເຖິງ 8 ລ້ານກີບ ຈາກເດືອນຕຸລາທີ່ຜ່ານມາ ຈ່າຍພຽງ 6 ລ້ານກີບ.
ໄຟຟ້າໄດ້ລົງມາກວດເພີ່ນວ່າ ຄິດຄ່າໄຟຕາມໂຕຈິງ ຕາມທີ່ເຮົາໃຊ້ໄຟ ສ່ວນຕົນກໍຄິດວ່າ ໃຊ້ໄຟປົກກະຕິເເຕ່ກໍເຮັດຫຍັງບໍ່ໄດ້ຕໍ່ໄປກໍຕ້ອງປັບປ່ຽນ ການໃຊ້ໄຟຟ້າທີ່ບໍ່ຈຳເປັນ ເພື່ອປະຢັດຄ່າໄຟຟ້າ.
ປະຊາຊາຊົນກ່າວວ່າ: “ເດືອນທີ່ເເລ້ວນີ້ 6 ລ້ານປາຍ ແຕ່ເດືອນນີ້ແພງຂຶ້ນ 2 ລ້ານປາຍ ເຂົາວ່າເຮົາໃຊ້ໄຟຫຼາຍຂຶ້ນ ອາກາດມັນຮ້ອນຂຶ້ນຊິບໍ່? ແລ້ວໃຊ້ແອ ຫຼາຍຊິບໍ່? ເຂົາເຈົ້າກໍວ່າຈັ່ງຊີ້ ໃນນາມປະຊາຊົນ ກໍເອີ ມັນກະ ເຮົາກໍພະຍາຍາມ ເຊັບທີ່ສຸດຫັ້ນລະມີສະຕິ ໃນການໃຊ້ໄຟ “
ນອກຈາກນີ້ ປະຊາຊົນບາງຄົນ ໃນນະຄອນຫຼວງວຽງຈັນ ກໍພົບວ່າຄ່າໄຟຟ້າເພີ່ມຂຶ້ນເກືອບເທົ່າໂຕ ເມື່ອທຽບກັບເດືອນກ່ອນ.
ໃນເດືອນພະຈິກ 2026 ຕ້ອງຈ່າຍຄ່າໄຟ 8 ແສນກີບ ຈາກເດືອນຕຸລາທີ່ຈ່າຍພຽງ 4 ແສນກີບ.ຂະນະທີ່ບາງຄົນ ຈ່າຍເດືອນບໍ່ເກີນ120,000 ກີບຕໍ່ເດືອນ ເເຕ່ມາເດືອນພະຈິກ ຈ່າຍ1,600,000 ກີບ.
ເຖິງເເມ່ນວ່າ ລາວຈະມີເຂື່ອນທີ່ຜະລິດໄຟໄຟ້າ 80 ຫາ 100 ເເຫ່ງ ກໍຕາມ ເເຕ່ໄຟຟ້າທີ່ຜະລິດໃນລາວ ບໍ່ໄດ້ເປັນກຳມະສິດຂອງລັດຖະບານລາວ 100% ເພາະ ເຂື່ອນໄຟຟ້າບາງແຫ່ງ ເປັນຂອງເອກະຊົນ ແລະ ມີນັກລົງທຶນຕ່າງປະເທດຮ່ວມຖືຮຸ້ນຫຼັກ ແລະບາງແຫ່ງກໍຜະລິດໄຟເພື່ອຂາຍໃຫ້ຕ່າງປະເທດຕາມສັນຍາ.
