ກອງກຳລັງ ປກສ, ນະຄອນຫຼວງວຽງຈັນ ເກືອບ 100 ຄົນ ປິດລ້ອມການເຂົ້າ-ອອກ ເຂດຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອປະຕິບັດການກວດກາຄົນຕ່າງຊາດ ທີ່ບໍ່ມີພາສປອດ ແລະຕ້ອງສົງໄສວ່າເປັນຂະບວນການແກ້ງ ສະແກມເມີ.
ວັນທີ 31 ຕຸລາ 2026 ເວລາຕັ້ງແຕ່ 4 ໂມງແລງ, ກອງກຳລັງ ປກສ, ນະຄອນ ຫຼວງວຽງຈັນ ເຂົ້າໄປກວດກາຢ່າງເຂັ້ມງວດ ພາຍໃນເຂດຕະຫຼາດຊັງຈຽງ ແລະ ໂຮງແຮມຊັງຈຽງແກຣນ ໂຮເທວ.
ເປົ້າໝາຍແມ່ນ ກຸ່ມຄົນຕ່າງຊາດ ທີ່ບໍ່ມີໜັງສືຜ່ານແດນ ຫຼື ເອກະສານທີ່ຖືກຕ້ອງ ລວມເຖິງກຸ່ມທີ່ຕ້ອງສົງໄສວ່າເປັນຂະບວນການແກ້ງຄໍເຊັນເຕີ ແລະ ສະແກມເມີ ທີ່ລັກລອບມາເຊົ່າອາຄານເຮັດວຽກຢູ່ໃນເຂດດັ່ງກ່າວ ຖ້າພົບເຫັນ ຈະຖືກເຊີນໂຕໄປສອບສວນ ແລະ ດຳເນີນຄະດີຕາມກົດໝາຍທັນທີ ບໍ່ມີການຍົກເວັ້ນ ແຕ່ກໍບໍ່ມີການລາຍງານວ່າ ມີຄົນຖືກຈັບໄປຫຼາຍ-ນ້ອຍທໍໃດ
ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ກ່າວວ່າ: ມາດຕະການຄັ້ງນີ້ ໄດ້ຮັບສຽງຊົມເຊີຍຈາກປະຊາຊົນຈຳນວນຫຼາຍ ເພາະທີ່ຜ່ານມາມີການຮ້ອງຮຽນວ່າ ຄົນຈີນເຂົ້າມາເຮັດທຸລະກິດຜິດກົດໝາຍ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ກະທົບຕໍ່ຄວາມປອດໄພຂອງຄົນລາວ.
ນອກຈາກນີ້ ປະຊາຊົນລາວ ກໍຢາກໃຫ້ທາງການລາວ ແຈ້ງເຕືອນ ປະຊາຊົນລາວ ກ່ຽວກັບຂະບວນການແກ້ງຄໍເຊັນເຕີ ແລະ ສະແກມເມີ ເພາະປັດຈຸບັນ ຕິດຕາມຂ່າວສານນຳສື່ອອນໄລ.
ປະຊາຊົນລາວ ກ່າວວ່າ: ປັດຈຸບັນນີ້ ມັນຢາກວ່າ ເກືອບທຸກແຂວງ ເກືອບທຸກເມືອງເລີຍນ່າ ສະແກມເມີ ພວກນີ້ນ່າ ສ່ວນຫຼາຍກະຕິດຕາມນຳໂຊຊ່ຽວ ກະຍັງບໍ່ເຫັນແບບທາງການ ເຂົ້າເຈົ້າແຈ້ງເຕືອນ ບໍ່ເຫັນ.
ຂະນະທີ່ ບັນຫາການປາບປາມສະແກມເມີໃນ ສປປ ລາວ ໄດ້ກາຍເປັນວາລະແຫ່ງຊາດ ແລະ ຄວາມໝັ້ນຄົງລະດັບພາກພື້ນ ທີ່ທາງການລາວພວມເລັ່ງແກ້ໄຂຢ່າງຈິງຈັງ ເນື່ອງຈາກກຸ່ມອາຊະຍາກອນຂ້າມຊາດເຫຼົ່ານີ້ ມັກໃຊ້ເຂດເສດຖະກິດພິເສດ ແລະ ບາງພື້ນທີ່ໃນຕົວເມືອງໃຫຍ່ ເປັນຖານທີ່ໝັ້ນ ໃນການຕົວະຫຼອກ ລວງເອົາເງິນຈາກຜູ້ເສຍຫາຍທັງໃນປະເທດ ແລະ ຕ່າງປະເທດ.
