ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຮຽກຮ້ອງໃຫ້ທາງການລາວ ປ່ອຍໃຫ້ນາງ ໝວຍ ມີອິດສະຫຼະ ເສລີ

ຈໍາປາທອງ
2024.11.02
ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຮຽກຮ້ອງໃຫ້ທາງການລາວ ປ່ອຍໃຫ້ນາງ ໝວຍ ມີອິດສະຫຼະ ເສລີ ບົດສັມພາດ ພິເສດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ (ຜູ້ຊາຍມື), ສະຖານີ ວິທຍຸ ເອເຊັຽເສຣີ, ນະຄອນຫຼວງ ວໍຊິງຕັນ ດີ.ຊີ
Photo: RFA

ພາຍຫຼັງນາງ ຮວຍເຮືອງ ໄຊຍະບູລີ ຫຼື ເປັນທີ່ຮູ້ຈັກກັນດີວ່າ ນາງ ໝວຍ ໄດ້ຖືກທາງການລາວ ຈັບເຂົ້າຄຸກຄຸມຂັງມາໄດ້ 5 ປີ ແລະຖືກປັບໃໝອີກ 20 ລ້ານກີບ ໄດ້ຖືກປ່ອຍຕົວໃນມື້ວັນທີ 12 ກັນຍາ 2024 ເຊິ່ງໃຜໆຕ່າງກໍດີ ໃຈນໍາ ແລະຫວັງວ່າ ຕໍ່ໄປນີ້ ນາງຈະມີຊີວິດການເປັນຢູ່ ແລະທໍາມາຫາກິນ ຢ່າງມີ ອິດສະຫຼະ ເສລີ ແລະເປັນພົນລະເມືອງ ທີ່ມີສິດ ເສລີພາບ ຕາມທີ່ລັດຖະທໍາມະນູນຂອງ ສປປລາວ ກໍານົດໄວ້ ຮວມທັງມາດຕາ 34 ທີ່ລະບຸວ່າ ລັດຮັບຮູ້, ເຄົາລົບ, ປ້ອງກັນ ແລະຮັບປະກັນສິດທິມະນຸດ ແລະສິດທິພື້ນຖານຂອງພົນລະເມືອງ ຕາມກົດໝາຍ ແລະມາດຕາ 44 ທີ່ກໍານົດໄວ້ວ່າ “ພົນລະ ເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະເດີນຂະບວນ...”

ແຕ່ເຖິງແມ່ນວ່າ ການປ່ອຍຕົວນາງອອກຈາກຄຸກ ມາໄດ້ເກືອບສອງເດືອນແລ້ວ ແຕ່ຫຼາຍພາກສ່ວນ ກໍຍັງສັງເກດເຫັນວ່າ ນາງຍັງຖືກທາງການຕິດຕາມ ສິ່ງຊອມເອົາຄວາມຜິດຢູ່ຕະຫຼອດ ເພື່ອຊອກເງື່ອນໄຂກ່າວຫາຕ່າງໆນາໆ ເອົາເປັນຂໍ້ອ້າງຈັບນາງເຂົ້າຄຸກຕື່ມອີກ. ອີງຕາມຄໍາເວົ້າຂອງ ດຣ. ບຸນທອນ ຈັນທະວົງ-ວິເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢີຣະມັນ ຜູ້ທີ່ໄດ້ຮັບ ລາງວັນຢູໂຣບສໍາລັບຜູ້ນໍາສະຕຣີສາກົນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ຕຸລາ 2024 ນີ້ວ່າ...

...................ສຽງ....................

ຫຼັງຈາກຖືກປ່ອຍຕົວແລ້ວ ນາງ ໝວຍ ກໍໄດ້ຍອມຮັບຜິດ ຕໍ່ພັກ ແລະລັດ ກ່ຽວກັບສິ່ງທີ່ນາງໄດ້ເວົ້າໄປ ເຊິ່ງປະທານອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ໄດ້ກ່າວວ່າ ຢາກບໍ່ຢາກກໍຕ້ອງໄດ້ຮັບຜິດ...

...................ສຽງ....................

ຕໍ່ບັນຫາທີ່ວ່າ ພາຍຫຼັງຖືກປ່ອຍຕົວອອກຈາກຄຸກແລ້ວ ນາງ ໝວຍ ຈະປາກຈະເວົ້າ, ໄປ-ມາ ແລະທໍາມາຫາກິນໄດ້ຢ່າງມີ ອິດສະຫຼະ ເສລີ ຫຼືວ່າທາງການຍັງຈະຕິດຕາມ ສິ້ງຊອມເບິ່ງຢູ່ ດຣ. ບຸນທອນ ຈັນທະວົງ-ວິເຊີ ກ່າວວ່າ ບໍ່ເຊື່ອວ່າທາງການຈະບໍ່ຕິດຕາມ...

...................ສຽງ....................

ກ່ຽວກັບເລື່ອງນາງ ໝວຍ ນີ້ ນອກຈາກອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວແລ້ວ ດຣ. ບຸນທອນ ຈັນທະວົງ-ວິເຊີ ກໍເວົ້າວ່າ ອົງການຈັດຕັ້ງສາກົນ ກໍຕິດຕາມເບິ່ງຄືກັນ.

...................ສຽງ....................

ຢູ່ໃນຖະແຫຼງການ ຂອງອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ລົງວັນທີ 18 ກັນຍາ 2024 ກໍໄດ້ທວງໃຫ້ທາງການ ສປປລາວ ປ່ອຍໃຫ້ນາງ ໝວຍ ມີສິດທິເສລີພາບໃນການເຄື່ອນໄຫວ ໄປ-ມາ ຢ່າງແທ້ຈິງ ໂດຍປາສະຈາກຂໍ້ຜູກມັດໃດໆທັງຊິ້ນ. ພ້ອມກັນນັ້ນກໍຮຽກຮ້ອງ ໃຫ້ບັນດາອົງການຈັດ ຕັ້ງສາກົນຕ່າງໆ ຕິດຕາມຢ່າງໃກ້ຊິດ ເລື່ອງຄວາມປອດໄພຂອງນາງ ໝວຍ.

ໃນໄລຍະທີ່ນາງ ໝວຍ ຖືກຄຸກເປັນເວລາ 5 ປີຢູ່ນັ້ນ ອົງການສິດມະນຸດ ແລະປະຊາທິປະໄຕ ຮວມໄປເຖິງຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະຜູ້ທີ່ຮັກຫອມ ຄວາມເປັນທໍາທັງຫຼາຍ ຕ່າງກໍໄດ້ຮຽກຮ້ອງ ໃຫ້ທາງການລາວປ່ອຍ ນາງທັນທີ ໂດຍບໍ່ມີເງື່ອນໄຂ.

ນາງ ຮວຍເຮືອງ ໄຊຍະບູລີ ຫຼືນາງ ໝວຍ ຖືກທາງການລາວ ຈັບເຂົ້າຄຸກ ຫຼືຄ້າຍຄຸມຂັງບັງລຽງ ພາກໃຕ້ ຢູ່ແຂວງຈໍາປາສັກ ໃນມື້ວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ຕ້ານທາງການ ສປປລາວ, ວິພາກວິຈານ ການເຮັດວຽກລ້າຊ້າຂອງເຈົ້າໜ້າທີ່ລັດ ໃນການຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຜ່ານສື່ສັງຄົມອອນລາຍ ແລະສານປະຊາຊົນ ແຂວງຈໍາປາສັກ ໄດ້ຕັດສິນຈໍາຄຸກນາງ ເປັນເວລາ 5 ປີ ແລະປັບໄໝອີກ 20 ລ້ານກີບ ໂດຍກ່າວຫາວ່າ ນາງມີຄວາມຜິດ ຖານໂຄສະນາຕ້ານ ສປປລາວ ເພື່ອເຮັດໃຫ້ອໍານາດແຫ່ງລັດອ່ອນເພຍ ເຊິ່ງຕາມປະມວນກົດໝາຍອາຍາ ຂອງສປປລາວ ມາດຕາ 117 ແມ່ນເປັນໂທດສູງສຸດ.

ແຕ່ໃນທີ່ສຸດ ນາງກໍໄດ້ຖືກປ່ອຍ ໃນຕອນເຊົ້າຂອງວັນທີ 12 ກັນຍາ 2024 ນີ້. ແຕ່ກໍຍັງມີການເຊື່ອກັນວ່າ ທາງການລາວ ຍັງໄດ້ມີການຕິດຕາມ ເອົາຜິດນາງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.