ວັນທີ 22 ເດືອນ ພຶສະຈິກາ ປີ 2006
2006.11.22
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ໃນຣາຍການ ຕອບຈົດໝາຍ ໃນມື້ນີ້ ທ່ານຜູ້ຟັງ ອາດຈະແປກໃຈ ເພາະຕາມ ທັມມະດາ ກໍແມ່ນ ໄມຊໍ່ລີ ເປັນຜູ້ຈັດຣາຍການ; ແຕ່ວ່າໃນຣະຍະນີ້ ໄມຊໍ່ລີ ໄດ້ລາພັກຊົ່ວຄາວ ເພາະ ເປັນຍາມບຸນ ຂອບຄຸນພະເຈົ້າ ຫຼື Thanks giving ຢູ່ສະຫະຣັຖອະເມຣິກາ; ສະນັ້ນ ຂ້າພະເຈົ້າ ອາວະຣີ ຈຶ່ງເປັນຜູ້ຈັດຣາຍ ການຕອບຈົດໝາຍນີ້ແທ່ນ ໄມຊໍ່ລີ.
ສຳຣັບຈົດໝາຍ ສະບັບທຳອິດ ໃນມື້ນີ້ ກໍແມ່ນ E-mail ຂອງທ່ານ Vince Insixiengmay ຊຶ່ງເປັນແຟນ ຣາຍການ ຕອບຈົດໝາຍ ເປັນປະຈຳ ເພິ່ນໄດ້ E-mail ມາຫາພວກເຮົາເລື້ອຍໆ ແລະເ ທື່ອນີ້ ກໍບໍ່ຕ່າງຫຍັງ ກັບເທື່ອກ່ອນໆ ຄື ທ່ານ Vince ໄດ້ຍ້ອງຍໍ ສັນຣະເສີນ ທິມງານ ຂອງວິທະຍຸເອເຊັຍເສຣີ ຂອງ ພວກເຮົາວ່າ ທ່ານຂໍຂອບໃຈ ທີ່ນັກຂ່າວ ວິທະຍຸເອເຊັຍເສຣີ ໄດ້ເຮັດວຽກໜັກ ອອກຂ່າວ ຄາວກ່ຽວກັບລາວ ແລະ ກ່ຽວກັບ ສະພາບການ ໃນທົ່ວໂລກ ໃຫ້ແກ່ຊາວລາວ ໄດ້ຍິນໄດ້ຟັງ ແລະ ສິ່ງທີ່ດີທີ່ສຸດ ກໍ ຄື ວິທະຍຸເອເຊັຍເສຣີ ຍັງໃຊ້ຫລັກໄວຍະກອນ ອັນເກົ່າ ຢູ່ໃນເວລາຣາຍງານຂ່າວ. ຂໍ ໃຫ້ນັກຂ່າວ ວິທະຍຸເອເຊັຍເສຣີ ພະຍາຍາມ ເຮັດວຽກໃຫ້ໄດ້ດີ ແບບນີ້ຕລອດໄປ.
E-mail ອີກສະບັບນຶ່ງ ສະບັບນີ້ ມາຈາກ ທ່ານ ຂວັນ ໄພບູນ ຈາກຣັຖໄອໂອວາ ສະຫະຣັຖອະເມຣິກາ ນີ້ເອງ. ທ່ານ ຂວັນ ໄພບູນ ຂຽນມາວ່າ ສະບາຍດີຍາເອື້ອຍ ວຽງໄຊ ຂ້າພະເຈົ້າມີຄຳຖາມວ່າ ເມື່ອວັນທີ່ 14 ເດືອນ ພຶສຈິກາ ນີ້ ເປັນຫຍັງບໍ່ສາມາດ Download ສຽງຫຼືເປີດ ສຽງຂອງຣາຍການ ອອກອາກາດ ຂອງວິທະຍຸເອເຊັຍ ເສຣີອອກມາໄດ້ ມີບັນຫາແນວໃດ ຖ້າສາມາດດາວໂລດ ໄດ້ ກໍຈະເປັນການດີ ເພາະ ຢາກຕິດຕາມຟັງ ທຸກຢ່າງ ບໍ່ຢາກມີການຂາດຕອນ.
ໃນຣະຍະຜ່ານມາ ຂ້າພະເຈົ້າ ໄດ້ດ່າວໂລດມາເປັນຕອນໆ ຢ່າງບໍ່ຂາດ; ສະນັ້ນ ກະຣຸນນາ ດັດແປງ ແກ້ໄຂບັນຫາ ໃຫ້ແດ່? ສ່ວນຂ່າວ ແລະ ສາຣະຄະດີ ທີ່ອອກເປັນ ພາກຂຽນນັ້ນ ຂ້າພະເຈົ້າ ກໍໄດ້ກ່າຍ ເອົາໝົດແລ້ວ ຂໍຂອບໃຈລ່ວງໜ້າ ພົບກັນໃໝ່ ຈາກ ຂວັນ ໄພບູນ ທີ່ຣັຖໄອໂອວາ.
ຂ້າພະເຈົ້າອາວະຣີ ກໍຂອບໃຈ ເຊັ່ນກັນ ທີ່ທ່ານ ຂວັນ ໄພບູນ ໄດ້ຂຽນຈົດໝາຍມາ ເຖິງພວກເຮົາ; ສ່ວນຕໍ່ບັນຫາ ການດ່າວໂລດສຽງນັ້ນ ຣະບົບດ່າວໂລດສຽງ ເປັນຣະບົບທີ່ສັບສົນຫລາຍ ມັກມີບັນຫາເລື້ອຍໆ; ແຕ່ນັກວິຊາການ ຂອງພວກເຮົາ ກໍເອົາໃຈ ໃສ່ແກ້ໄຂຢູ່ຕລອດເວລາ ພະຍາຍາມປັບປຸງ ໃຫ້ດີຂື້ນ ຢ່າງບໍ່ຢຸດຢັ້ງ.
ຈົດໝາຍ ຈາກທ່ານຜູ້ຟັງ ສະບັບຕໍ່ໄປ ກໍແມ່ນ E-mail ເຊັ່ນກັນ ແລະ ກໍເປັນ E-mail ມາຈາກທ່ານ ສົມເພັດ ຣັດທະວົງ ຈາກປະເທດຝຣັງເສດ. ທ່ານ ສົມເພັດ ຂຽນມາ ເປັນ ພາສາຝຣັ່ງເສດ ຊຶ່ງມີເນື້ອໃນ ໃຈຄວາມວ່າ ສະບາຍດີນັກຂ່າວ ວິທະຍຸເອ ເຊັຍເສຣີທຸກໆຄົນ ຂ້າພະເຈົ້າ ໄດ້ຮັບຟັງ ວິທະຍຸ ຂອງພວກທ່ານມາເປັນເວລາສອງ ປີແລ້ວ ພວກທ່ານ ໄດ້ສົ່ງຂ່າວຄາວ ແລະ ສາຣະຄະດ ີທີ່ເປັນປະໂຍດ ຢ່າງແທ້ຈິງ; ຕົວຢ່າງ ຣາຍການ ພົງສາວະດານລາວ ກໍເປັນສາຣະຄະດີ ທີ່ຂ້າພະເຈົ້າເອງ ໄດ້ຮຽນ ມາແທ້ ໃນສມັຍ ເປັນນັກຮຽນ ຢູ່ວິທະຍາໄລ ສວັນນະເຂດຫຼື Lycee de Savanna-khet. ຂ້າພະເຈົ້າ ຮຽນຈົນ ເມື່ອປີ 1975 ແລະ ມາປະເທດຝຣັ່ງເສດ ເມື່ອປີ 1976. ປັດຈຸບັນ ຂ້າພະເຈົ້າຢູ່ໄກຈາກ ນະຄອນເຈນີວ່າ ປະເທດ ສະວິດເຊີແລ່ນ ປະມານ 30 ກິໂລແມັດ; ສະນັ້ນ ຈຶ່ງຢາກສົ່ງຂ່າວນ ີ້ໃຫ້ພີ່ນ້ອງຄົນລາວ ໃນທຸກມຸມໂລກ ຮູ້ນຳ; ດ້ວຍ ຄວາມຮັກແພງ ຈາກ ສົມເພັດ ຣັດທະວົງ.
ມາເຖິງຕອນນີ້ ກ່ອນທ່ານຈະໄດ້ຮັບຟັງຣາຍການຕອບຈົດໝາຍຕໍ່ໄປ ຂ້າພະເຈົ້າ ຢາກຈັດເພັງລາວສມັຍ ທີ່ຂ້າພະເຈົ້າຄິດວ່າ ເປັນເພັງ ທີ່ມ່ວນເປັນພິເສດ ເພັງນັ້ນກໍຄື ເພັງຜິດຫວັງ ຂັບຮ້ອງໂດຍ ຈິດຕະຣາຊ ກະຣຸນາ ຟັງສຽງເພັງ ໃນສຽງບັນທຶກ ດ້ານລຸ່ມ
ຈົດໝາຍ ສະບັບຕໍ່ໄປ ແມ່ນມາຈາກ ພຣະອາຈານ ວົງສວັນ ສີຣິວົງສາ ຈັດວັດລາວ ໂພໄຊຍະຣາມ ເມືອງ Stanton ຣັຖຄາລີຟໍເນັຍ ສະຫະຣັຖອະເມຣິກາ. ຈົດໝາຍ ຂຽນວ່າ ສະບາຍດີ ແມ່ອອກ ໄມ່ຊໍ່ລີ ຜູ້ຈັດຣາຍການ ຕອບຈົດໝາຍ ຂອງວິທະຍຸເອ ເຊັຍເສຣີ RFA ພ້ອມດ້ວນ ຄະນະຈັດ ຣາຍການໝົດທຸກຄົນ ອາຕະມາ ໄດ້ຟັງຣາຍ ການຕອບຈົດໝາຍ ຂອງແມ່ອອກໄມຊໍ່ລີ ເມື່ອບໍ່ດົນຜ່ານມາ ວ່າໄດ້ມີທ່ານຜູ້ຟັງ ຜູ້ນຶ່ງ ຂຽນຈາກ ປະເທດ ຝຣັ່ງເສດວ່າ ຕອງການໜັງສື ສັມມະນາກອນ 1339 ມື້ ແລະໜັງສື ສຸດສາຍທາງ ເລກເກົ້າ ແຕ່ບໍ່ຮູ້ວ່າຈະຕິດຕ ໍ່ເອົາໄດ້ນຳໃຜ ດັ່ງນັ້ນ ອາດຕະມາ ຈຶ່ງ ຢາກສົ່ງຂ່າວຫາ ທ່ານທີ່ຕ້ອງການ ໜັງສືເຫຼົ່ານັ້ນວ່າ ປື້ມສັມມະນາກອນ 1339 ມື້ນັ້ນ ຢູ່ວັດອາຕະມາ ມີຢູ່ ທ່ານຜູ້ຕ້ອງການ ສາມາດ ຕິດຕໍ່ໄປໄດ ້ທຸກເວລາ ຕາມທີ່ຢູ່ດັ່ງນີ້ 7721 Orangewood Ave, Stanton, CA 90680 ຫລື ເລກໂທຣະສັບ 714 894-6371; ສ່ວນປື້ມ ສຸດສາຍທາງນັ້ນ ຢູ່ວັດມີແຕ່ສະບັບດຽວ ແລະ ທ່ານຜູ້ຕ້ອງ ການສາມາດ ຕິດຕໍ່ໄປຫາ ຈຳປາເມືອງລາວ, BP 127-94004 Creteil ປະເທດ ຝຣັ່ງເສດ. ສຸດທ້າຍ ຈົດໝາຍ ສະບັບນີ້ຂຽນວ່າ ຂໍໃຫ້ທ່ານທີ່ຕ້ອງການໜັງສືເຫຼົ່ານັ້ນ ຈົ່ງໂຊກດີ ແລະ ໃຫ້ຄະນະ ຈັດຣາຍການວິທະຍຸ RFA ໝົດທຸກຄົນ ຈົ່ງໂຊກດີຕລອດໄປ.
ຈົດໝາຍ ສະບັບສຸດທ້າຍ ມາຈາກ ນ້ອງທີ່ມີຊື່ວ່າ ນ້ອງວຽງ ມຸນີວົງ ຈາກເມືອງ Elgin ຣັຖອີລີນ່ອຍ. ນ້ອງ ວຽງ ຂຽນມາວ່າ ນ້ອງໄດ້ຕິດຕາມ ຮັບຟັງ ຂ່າວຈາກ RFA ມາໂດຕລອດ ແຕ່ກໍບໍ່ທຸກວັນ ອາທິດ ນຶ່ງປະມານ ສາມເທື່ອ ແລະ ຟັງຢ້ອນຫຼັງ ກໍໄດ້ ບໍ່ມີບັນຫາ ມັກພິເສດສຸດ ແມ່ນ ຣາຍການຕອບຈົດໝາຍ ເຮັດໄດ້ດີຫລາຍ ແລະ ນ້ອງຕິດໃຈເພັງ ປະຊາທິປະໄຕ ຂອງສິດດົງໂດກ ປາກຈະເປັນເຈົ້າຂອງຊີດີ ພໍຈະມີວິທີແນວໃດ. ຕໍ່ບັນຫານີ້ ໃນເມື່ອກ່ອນ ສາມາດຕິດຊື້ໄດ້ຈາກປະເທດຝຣັ່ງ ເສດ. ອີກຢ່າງນຶ່ງ ສ່ວນຕົວຂ້າພະເຈົ້າ ຮູ້ວ່າ ສິດ ດົງໂດກ ບາງເທື່ອກໍເຫັນເມືອງໄທ.
ສ່ວນບ່ອນຢູ່ ຫຼີເລກໂທຣະສັບນັ້ນ ປັດຈຸບັນ ທາງວິທະຍຸເອເຊັຍເສຣີຂອງພວກ ເຮົາ ກໍບໍ່ໄດ້ຕິດຕໍ່ ກັບສິດ ດົງໂດກ ດົນນານແລ້ວ. ບັນຫາທີ່ສອງ ນ້ອງ ວຽງ ມຸນິວົງ ຂຽນມາຍຶດຍາວ ກ່ຽວກັບ ບັນຫາຊາວລາວເຜົ່າ ມົ້ງ; ນ້ອງ ວຽງ ຂຽນມາພໍສລຸບໄດ້ວ່າ ນ້ອງ ວຽງ ດີໃຈທີ່ໄດ້ເຫັນ ຊາວລາວເຜົ່າມົ້ງ ກ້າຕໍ່ສູ້ເພື່ອສິດທິມະນຸດ ຂໍຊົມເຊີຍ ໃນອານາຄົດ ຖ້າພີ່ນ້ອງ ຊາວລາວເຜົ່າມົ້ງ ສາມາດ ເປັນນາຍົກຣັຖມົນຕຣ ີຢູ່ລາວໄດ້ ກໍຍິ່ງດີ. ປະຊາທິປະໄຕ ທຸກຄົນຕ້ອງເຄົາຣົບ ນ້ອງຄິດວ່າ ບໍ່ມີອັນໃດຈະມາກິດກັ້ນ ປະຊາທິປະໄຕ ອັນແທ້ຈິງ ໄດ້ດອກ. ສຸດທ້າຍ ນ້ອງ ວຽງ ຂຽນມາອີກວ່າ ໂອກາດໜ້າ ຈະຂຽນມາຣົບກວນໃໝ່ ຂໍໃຫ້ເອື້ອຍໄມຊໍ່ລີ ແລະ ຄະນະຈັດທຳ ທຸກໆຄົນ ມີສຸກຂະພາບເຂັ້ມແຂງ ແລະ ຂໍໂທດທີ່ຣາຍມືບໍ່ງາມ ປານໃດ. ມາເຖິງຕອນນີ້ ຣາຍການຕອບຈົດໝາຍປະຈຳສັບປະດານີ້ ກໍສິ້ນສຸດລົງພໍດີ ຂ້າ ພະເຈົ້າ ອາວະຣີ ຂໍກ່າວຄຳວ່າ ສະບາຍດີ.
ຈັດສເນີ ທ່ານ ໂດຍ: ອະວາຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 15 ເດືອນ ພຶສະຈິກາ ປີ 2006
- ວັນທີ 8 ເດືອນ ພຶສະຈິກາ ປີ 2006
- ວັນທີ 1 ເດືອນ ພຶສະຈິກາ ປີ 2006
- ວັນທີ 25 ເດືອນ ຕຸລາ ປີ 2006
- ວັນທີ 18 ເດືອນ ຕຸລາ ປີ 2006
- ວັນທີ 11 ເດືອນ ຕຸລາ ປີ 2006
- ວັນທີ 4 ເດືອນ ຕຸລາ ປີ 2006
- ວັນທີ 27 ເດືອນ ກັນຍາ ປີ 2006
- ວັນທີ 20 ເດືອນ ກັນຍາ ປີ 2006
- ວັນທີ 13 ເດືອນ ກັນຍາ ປີ 2006
- ວັນທີ 6 ເດືອນ ກັນຍາ ປີ 2006
- ວັນທີ 30 ເດືອນ ສິງຫາ ປີ 2006
- ວັນທີ 23 ເດືອນ ສິງຫາ ປີ 2006
- ວັນທີ 16 ເດືອນ ສິງຫາ ປີ 2006
- ວັນທີ 9 ເດືອນ ສິງຫາ ປີ 2006
- ວັນທີ 2 ເດືອນ ສິງຫາ ປີ 2006
- ວັນທີ 26 ເດືອນ ກໍຣະກະດາ ປີ 2006
- ວັນທີ 19 ເດືອນ ກໍຣະກະດາ ປີ 2006
- ວັນທີ 12 ເດືອນ ກໍຣະກະດາ ປີ 2006
- ວັນທີ 5 ເດືອນ ກໍຣະກະດາ ປີ 2006
- ວັນທີ 28 ເດືອນ ມິຖຸນາ ປີ 2006
- ວັນທີ 21 ເດືອນ ມິຖຸນາ ປີ 2006
- ວັນທີ 14 ເດືອນ ມິຖຸນາ ປີ 2006
- ວັນທີ 7 ເດືອນ ມິຖຸນາ ປີ 2006
- ວັນທີ 31 ເດືອນ ພຶສະພາ ປີ 2006