ວັນທີ 17 ເດືອນ ມົກກະຣາ ປີ 2007


2007.01.17

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ເປັນມື້ຕອບຈົດໝາຍ ຂອງບັນດາ ທ່ານຜູ້ຟັງ ທີ່ຂຽນເຖິງ ສຖານີ ວິທຍຸເອເຊັຽເສຣີ ຂອງພວກເຮົາ ແລະ ສຳລັບ ວັນນີ້ ແມ່ນຂ້າພະເຈົ້າ ມະນີຈັນ ເປັນຜູ້ຈັດລາຍການ ຕອບຈມ. ຂອງພວກທ່ານ ແລະ ກໍເປັນເທື່ອທີ່ສອງ ສຳລັບ ຂ້າພະເຈົ້າ ເຖິງວ່າສຽງບໍ່ນິ່ມນວນ ບໍ່ອ່ອນຫວານ ກໍຂໍໃຫ້ບັນດາ ທ່ານອົດຟັງ ເອົາເນາະ ແລະເ ພື່ອບໍ່ເປັນການ ເສັຽເວລາ ຂ້າພະເຈົ້າ ຂໍນຳສເນີທ່ານ. ຈົດໝາຍ ສະບັບທຳອິດ ເປັນຂອງທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ ຂຽນຈາກທວີບ ອະເມຣິກາ ເໜືອ ເປັນຈົດໝາຍ ສນັບສນູນ ທ່ານ ສົມພຽນ ໄຊຍະເດດ ສະມາຊິກ ສະພາແຫ່ງຊາດ ຂອງລາວ ທ່ານຜູ້ນີ້ຂຽນວ່າ:

“ສິ່ງທີ່ພາໃຫ້ທ່ານດີໃຈ ແລະ ພາກພູມໃຈ ນຳທ່ານສົມພຽນ ໄຊຍະເດດ ທີ່ສຸດ ກໍຄືວ່າ ທ່ານ ບໍ່ແມ່ນ ຜູ້ແທນ ຕົບມືພືຜ້າ ດັ່ງທີ່ເຄີຍ ເປັນມາ ຊຶ່ງແຕ່ລະຄັ້ງ ສະມາຊິກ ສະພາ ແມ່ນມີໜ້າ ທີ່ຕົບມື ຮັບຮອງເອົາ ຮ່າງມະຕິ ຕ່າງໆ ທີ່ທາງການ ໄດ້ນຳມາສເນີຕໍ່ສະພາ ອັນເປັນເຫດໃຫ້ ປະເທດຊາດ ຕົກຢູ່ໃນສະພາບ ຄືດັ່ງທຸກວັນນີ້ ໃນ ຈມ. ທ່ານຍັງໄດ້ ຂຽນທົບທວນ ໂດຍອີງຕາມ ຄຳເວົ້າ ຂອງຜູ້ແທນ ສົມພຽນ ທີ່ກ່າວ ໃນລະຫວ່າງ ການອອກຄວາມເຫັນ ແລະ ຖົກຖຽງກັນ ຢ່າງຂຸ້ນຊ້ຽວ ເຜັດຮ້ອນໃນກອງປະຊຸມ ສາມັນຄັ້ງທີ່ 2 ຂອງ ສະພາ ແຫ່ງຊາດ ຊຸດທີ່ 6 ໃນ ນະຄອນຫຼວງວຽງຈັນ ເມື່ອ ວັນທີ 27 ທັນວາ ຊຶ່ງທາງວິທຍຸ ເອເຊັຽເສຣີ ໄດ້ລາຍງານ ແລະ ມີຕອນນຶ່ງວ່າ ພວກພີ່ນ້ອງລາວ ທີ່ມາແຕ່ຕ່າງປະເທດ ເພື່ອຢ້ຽມຢາມ ບ້ານເກີດ ເມືອງນອນ ມາພັກນຳ ພໍ່ແມ່ ນຳຍາດຕິພີ່ ນ້ອງ ອຳນາດການປົກຄອງ ຍັງນຳເກັບເອົາເງິນ ນຳເຂົາເຈົ້າ ຢູ່ ທັ້ງໆ ທີ່ພວກເຂົາເຈົ້າ ໄດ້ເສັຽຄ່າວິຊ່າແລ້ວ ຂ້າພະເຈົ້າຮູ້ສຶກລະອາຍໃຈ ເພາະຢູ່ຕ່າງປະເທດ ເມື່ອມີການເສັຽຄ່າວີຊ່າ ແລ້ວ ກໍມີເທົ່ານັ້ນ ເຈົ້າຂອງຈົດໝາຍ ຍັງຂຽນຕື່ມວ່າ ທ່ານເອງ ຊຶ່ງມາອາສັຍ ຢູ່ປະເທດທີ່ 3 ບໍ່ແມ່ນ ສັນຊາດລາວ ແຕ່ກໍເປັນ ເຊື້ອຊາດລາວ ແລະ ຍັງມີເລືອດລາວ ຮ້ອຍເປີເຊັນ ໄຫລເຕັມທົ່ວຮ່າງກາຍ ຢູ່ນີ້ ຂໍສນັບສນູນ ສຸດຂີດ ຕໍ່ການອອກຄວາມເຫັນ ຂອງ ທ່ານ ສົມພຽນ ເພາະ ເປັນຄວາມເຫັນ ທີ່ອີງໃສ່ຜົນປໂຍດ ຂອງຊາດ ແລະ ປະຊາຊົນ ຮ່ວມຊາດ ທີ່ແທ້ຈິງ ນອກຈາກນັ້ນ ແລ້ວ ກໍຍັງຈະນຳ ຊື່ສຽງ ມາໃຫ້ ປະເທດລາວ ອີກດ້ວຍ. ທ້າຍສຸດ ທ່ານ ຍັງຂຽນ ໂດຍຢ້ຳວ່າ ຊາວລາວ ທີ່ອາສັຍຢູ່ປະເທດ ທີ່ສາມ ຈະສັຣເສີນ ຍ້ອງຍໍ ການປະຕິບັດ ທີ່ຖຶກຕ້ອງ ແລະ ຊອບທັມ ຂອງຣັຖບານ ຫລື ພນັກງານ ຂອງຣັດ ແຕ່ກົງກັນຂ້າມ ໃນ ເມື່ອການກະທຳ ຂອງພັກ-ຣັດ ຫາກເປັນການ ອະທັມ ແລະ ບໍ່ຫລີງເຫັ ຜົນປໂຍດ ຂອງ ຊາດ ແລະ ປະຊາຊົນແລ້ວ ພວກທ່ານກໍຈະທຳ ການປະທ້ວງ ເພື່ອໃຫ້ມີການ ດັດແປງແກ້ຂໍ້ຂາດ ຕົກບົກພ່ອງ ເຫຼົ່ານັ້ນ”.

ນັ້ນກໍເປັນຈົດໝາຍ ຈາກແຟນ ລາຍການ ວິທຍຸເອເຊັຽເສຣີ ຂອງພວກເຮົາ ຂຽນຈາກທວີບ ອະເມຣິກາ ເໜືອ. ຕໍ່ບັນຫາ ດັ່ງກ່າວ ຫລາຍຄົນ ຍັງເຫັນວ່າ ມາຮອດສູ້ມື້ນີ້ ສີ່ງທີ່ສະພາ ແຫ່ງຊາດ ສາມາດ ສະແດງ ຄວາມຄິດ ຄວາມເຫັນ ໄດ້ໃນທີ່ປະຊຸມ ກໍຄືປາກົດການຕ່າງໆ ທີ່ເກີດຂຶ້ນ ໃນສັງຄົມ ແຕ່ຫາກ ຍັງບໍ່ສາມາດ ທີ່ຈະແຕະຕ້ອງ ໄດ້ເຖິງແກ່ນແທ ້ຂອງບັນຫາ ອັນໝາຍເຖິງ ແນວທາງ ນະໂຍບາຍ ຂອງພັກ ຂອງຣັດ.

ທ່ານຜູ້ຟັງ ເພື່ອປ່ຽນບັນຍາກາດຂ້າພະເຈົ້າ ຈະເອົາ ເພັງລາວສມັຍ ທີ່ໃຫ້ຊື່ວ່າ “ພາບແຫ່ງຄວາມຫລັງ” ຂັບຮ້ອງໂດຍ”ດາຣາເພັດ” ມາຂັບກ່ອມ ອາຣົມທ່ານ ຂໍເຊີນທ່ານຮັບຟັງໄດ້ເລີຽ.

------------ເພັງ-----------

ເປັນຈັງໃດທ່ານຜູ້ຟັງ ເພັງທີ່ຈົບລົງໄປນັ້ນ ຄົງຈະຖຶກໃຈ ທ່ານບໍ່ຫລາຍ ກໍໜ້ອຍເນາະ ຈມ. ສະບັບຕໍ່ໄປ ເປັນ ຂອງຜູ້ທີ່ມີນາມວ່າ “ໄຜ່ ແກ້ວມິ່ງ” ຈາກຣັດ Missouri ສະຫະຣັດ ອະເມຣິກາ ເພີ່ນຂຽນມາວ່າ:

“ໄດ້ຕິດຕາມຂ່າວ ຈາກວິທຍຸເອເຊັຽເສຣີ ຢ່າງເປັນ ປະຈຳ ແລະ ກໍຊາບວ່າ ທາງການລາວ ໄດ້ເປີດໂທຣະສັບ ສາຍດ່ວນ (Call Center) ເພື່ອໃຫ້ປະຊາຊົນ ໄດ້ສະແດງຄວາມຄິດ ຄວາມເຫັນ ຕຳຫນິ ຕິຊົມ ຈົ່ມວ່າ ກ່ຽວກັບ ບັນຫາ ຕ່າງໆ ຂອງພັກ-ຣັດ ຊຶ່ງທາງການ ບອກວ່າ ຈະບໍ່ມີການເອົາຜິດ ເອົາແມ່ນ ນຳຜູ້ໃດ. ແລະ ອີກຂ່າວນຶ່ງ ກໍແມ່ນ ຄຳຖແລງ ຂອງກະຊວງ ປ້ອງກັນ ປະເທດລາວ ປະຕິເສດວ່າ ບໍ່ມີການ ຂ້າລ້າງເຜົ່າພັນ ຄົນລາວ-ຄົນເຜົ່າມົ້ງ ແຕ່ເຫດການນັ້ນ ກໍຍັງມີຢູ່ຕໍ່ມາ ຊຶ່ງກໍອາດເປັນຍ້ອນ ທະຫານວຽດນາມ 6 ກອງພັນ ຢູ່ລາວ ກໍເປັນໄດ້ວ່າຊັ້ນ. ນອກຈາກນັ້ນ ແລ້ວ ທ່ານຍັງໄດ້ຕັ້ງຂໍ້ສັງເກດ ອີກວ່າ ໄດ້ຍິນ ເປັນປະຈຳ ວ່າ ທາງການລາວ ໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ຫຼາຍລ້ານດອນລ້າ ໃນແຕ່ ລະປີ ແຕປານນັ້ນ ກໍຍັງວ່າບໍ່ພໍໃຊ້ ໃນການ ພັທນາ ປະເທດ ຫລືປົດປ່ອຍ ຄວາມທຸກຍາກ ຂອງປະຊາຊົນໄດ້ ການຊ່ວຍເຫຼືອ ຈາກຕ່າງ ປະເທດ ປາກົດວ່າ ຕ້ອງການຢູ່ເລື້ອຍ ແຕ່ບາດເວົ້າ ເຣື່ອງການລະເມີດ ສິດທິມະນຸດ ຂອງພົລ ເມືອງຕົນ ພັດວ່າເປັນບັນຫາ ພາຍໃນ ຕ່າງປະເທດ ບໍ່ກ່ຽວ ມັນເຮັດໃຫ້ຜູ້ຂຽນງົງ ແລະ ເຂົ້າໃຈຍາກ ວ່າຊັ້ນ”.

ຈມ.ສະບັບຕໍ່ໄປ ຊຶ່ງຈະເປັນ ສະບັບສຸດທ້າຍ ແມ່ນມາຈາກ ແຟນລາຍການ ຂອງພວກເຮົາ ທີ່ມີນາມວ່າ “ຫລານຊາຍ ເຈົ້ານ້ອຍ ເມືອງພວນ” ຈາກເມືອງ Nashvill ຣັດ Tennesse ສະຫະຣັດ ອະເມຣິກາ ເພີ່ນຂຽນວ່າ “ເນື່ອງໃນວັນຄົບຮອບ 1 ປີ ໃນການຂ້າຕາຍ ຂອງ DR. ສົມອົກ ສີຫະຣາຊ ຫລືເຈົ້າອະນຸວົງ ເສດຖາທິຣາຊ ອົງຄ໌ທີ່ 4 ພ້ອມພັລະຍາ. ພວກເຮົາຊາວລາວ ໃນຕ່າງແດນ ຍັງບໍ່ລືມເຫດການ ທີ່ນ່າຢ້ານ ກົວນັ້ນ ແລະ ໃນເດືອນທີ່ຜ່ານມາ ກໍໄດ້ຍິນຂ່າວວ່າ ຊາວລາວ ອະເມຣິກັນ 2 ຄົນ ຖຶກຂ້າຕາຍ ທີ່ ເມືອງອຸບົນ ປະເທດໄທ ຄືກັນ. ແລະ ພ້ອມກັນນີ້ ທ່ານກໍໄດ້ຂໍຝາກຄຳກອນ ເພື່ອໃຫ້ ທາງວິທຍຸເອເຊັຽເສຣີອ່ານ ອອກອາກາດ ເພື່ອໄວ້ອາລັຍ ແດ່ດວງວິນຍານ ຂອງພວກທີ່ໄດ້ຮັບເຄາະກັມ ດັ່ງກ່າວ ແລະ ຝາກເຕືອນ ພວກທີ່ເຈັບ ແລ້ວບໍ່ຈຳ ທັງຫລາຍ ວ່າຊັ້ນ”.

  ;   ;   ;   ; ຄາວນັ້ນ ພາຍຸລົມແດງຕ້ອງ   ;   ;   ;   ;   ; ອາຄະເນຕະເວັນອອກ   ;   ;   ;   ; ພັດທຸກແຈຫຍ່ອມຫຍ້າ   ;   ;   ;   ;   ; ເພມ້າງມຸ່ນທະລາຍ   ;   ;   ;   ; ຟາຍນ້ຳຕາກົ້ມໜ້າ   ;   ;   ;   ;   ; ຈຳໃຈຈາກປິຕຸພູມ   ;   ;   ;   ; ເອົາຕົວຫລົບຫລີກພັຍ   ;   ;   ;   ;   ; ບໍ່ຫ່ວງຫລັງພໍນ້ອຍ   ;   ;   ;   ; ແດນເສຣີໝາຍໄວ້   ;   ;   ;   ;   ; ຫົນທາງໄກກໍຕາມຊ່າງ   ;   ;   ;   ; ຫວັງໄປຕາຍດາບໜ້າ   ;   ;   ;   ;   ; ບໍ່ໂງໂຄ້ງຕ່າວຄືນ   ;   ;   ;   ; ຂໍໄດ້ເຫັນບ່ອນບ້ານເຂດຖິ່ນແດນເສຣີ   ;   ;   ;   ;   ; ມີອະທິປະໄຕສີນທັມປົກຄອງບ້ານ   ;   ;   ;   ; ແສນດົນນານມາຢັ້ງ   ;   ;   ;   ;   ; ແດນເສຣີຢູ່ບ້ານເພີ່ນ   ;   ;   ;   ; ໄດ້ຮ່ຳຮຽນຮອບຮູ້   ;   ;   ;   ;   ; ປະຣິນຍາກູ້ກຽດຕົນ   ;   ;   ;   ; ພາຄອບຄົວຊົນສ້າງ   ;   ;   ;   ;   ; ສະບາຍໃຈບໍ່ອຶດຢາກ   ;   ;   ;   ; ການງານດີຮອບດ້ານ   ;   ;   ;   ;   ; ເງິນໃຊ້ບໍ່ຂາດເຂີນ   ;   ;   ;   ; ຫລາຍຂວບປີຢ່າງເຂົ້າ   ;   ;   ;   ;   ; ລືມຄວາມເກົ່າທີ່ກາຍມາ   ;   ;   ;   ; ໃຈຄະນຶງພົງພັນ   ;   ;   ;   ;   ; ໝູ່ກອງທີ່ເຄີຍເວົ້າ   ;   ;   ;   ; ຄິດວ່າລົມແດງຮ້າຍ   ;   ;   ;   ;   ; ເຊົາທຳລາຍພັດຜ່ານ   ;   ;   ;   ; ເລີຽຢາກກັບສູ່ບ້ານ   ;   ;   ;   ;   ; ເມືອຢາມຖິ່ນເກົ່າຕົນ   ;   ;   ;   ; ປັນຍາຊົນເຂົາເວົ້າ   ;   ;   ;   ;   ; ຈົນປັນຍາບໍ່ຄິດຮ່ຳ   ;   ;   ;   ; ຄວາມຮູ້ຂັ້ນດອກເຕີ້   ;   ;   ;   ;   ; ປັນຍາປູ້ກໍຫາກມີ   ;   ;   ;   ; ຫອບສັງຂານວຽນກ້ຽວ   ;   ;   ;   ;   ; ວົນວຽນຊອກຫາເຫດ   ;   ;   ;   ; ໃຫ້ເຂົາຂ້າມອດມ້ຽນ   ;   ;   ;   ;   ; ຕາຍແລ້ວຈຶ່ງສວ່າງໃຈ ແທ້ນໍ

ນັ້ນກໍເປັນຄຳກອນ ຈາກທ່ານ ທີ່ມີນາມວ່າ “ຫລານຊາຍ ເຈົ້ານ້ອຍ ເມືອງພວນ” ທ່ານ ຜູ້ຟັງ ທີ່ເຄົາຣົບ ໃນທ້າຍລາຍການ ຕອບຈົດໝາຍ ຂອງພວກເຮົາມື້ນີ້ ຂ້າພະເຈົ້າ ຂໍນຳເອົາເພັງ ທີ່ມີຊື່ວ່າ “ຄົນທີ່ຫວັງດີ” ຊຶ່ງເປັນຜົນງານ ຂອງ”ກົລວຸດ ຄຳຜາຍ” ຂໍເຊີນ ທ່ານຮັບຟັງ ໄດ້ເລີຽ.

ທີ່ຈົບລົງໄປນັ້ນ ກໍຄືເພັງ ຄົນທີ່ຫວັງດີ ຫວັງວ່າຄົງຈະຖຶກໃຈ ທ່ານ ແດ່ຕິເນາະ ແລະ ກໍຫວັງວ່າ ບັນດາ ທ່ານ ຄົງຈະຂຽນ ຈົດໝາຍ ຫລືສົ່ງ e-mail ມາໂອ້ລົມ ແລະ ຈະຮັບຟັງລາຍການ ອອກອາກາດ ຂອງທາງ ວິທຍຸເອເຊັຽເສຣີ ຂອງພວກເຮົາ ຕໍ່ໆ ໄປ, ຈມ.ທີ່ບັນດາ ທ່ານ ຂຽນເຖິງພວກເຮົາ ແມ່ນ ມີຄວາມໝາຍ ສຳຄັນ ໃນການປັບປຸງ ລາຍການ ຂອງພວກເຮົາ ໃຫ້ດີຍີ່ງຂຶ້ນ, ແລະ ກ່ອນຈາກກັນ ໃນວັນນີ້ ຂ້າພະເຈົ້າ ພ້ອມຄນະ ຈັດທຳລາຍການ ວິທຍຸເອເຊັຽເສຣີ ທຸກໆຄົນ ຂໍອວຍພອນຊັຍ ອັນປະເສີດ ໃຫ້ບັນດາທ່ານ ຈົ່ງ ປະສົບ ແຕ່ຄວາມສຸກ ກາຍສະບາຍໃຈ ປາຖນາສີ່ງໃດ ທີ່ຖຶກຕ້ອງ ແລະ ເປັນທັມ ກໍຂໍໃຫ້ໄດ້ດັ່ງຫວັງ ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.