ວັນທີ 14 ເດືອນ ກຸມພາ ປີ 2007


2007.02.14

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ Maysoly ກັບມາພົບກັບທ່ານອີກແລ້ວ ໃນລາຍການ ຕອບຈົດໝາຍ ຫວັງໃຈ ເປັນຢ່າງຍິ່ງວ່າ ລາຍການນີ້ຍັງ ຈະໄດ້ຮັບຄວາມອົບອຸ່ນ ຈາກ ທ່ານຜູ້ຟັງ ສເມີໄປ ໂດຍ ຂຽນຈມ. ເຖິງພວກເຮົາ. ກ່ອນຈະເຂົ້າສູ່ລາຍການ ໃນມື້ນີ້ ເນື່ອງຈາກວ່າມື້ນີ້ ເປັນວັນບູນ Valentine ຊຶ່ງ ຄົນທົ່ວໂລກ ຈະໃຫ້ ດອກກຸຫລາບ ແກ່ຄົນຮັກ ຂອງຕົນ ສຳລັບ Maysoly ຂໍອວຍພອນແດ່ ແຟນລາຍການທຸກໆ ທ່ານ ຂໍໃຫ້ທ່ານ ຈົ່ງພົບພໍ້ ຄວາມສຸກ ສົມຫວັງມີຄວາມສຸກຫຼາຍໆ ໃນມື້ນີ້ ໂດຍສະເພາະ ທ່ານ ທີ່ມີຄົນຮັກ ແລ້ວ ກໍຂໍໃຫ້ ຄອງຮັກກັນໄປ ນານໆ ສ່ວນຜູ້ທີ່ຍັງເປັນໂສດ ກໍຂໍໃຫ້ພົບຄູ່ຮັກ ເຊັ່ນດຽວກັນ. ອັນດັບຕໍ່ໄປ ຂໍຕ້ອນຮັບ ທ່ານ ເຂົ້າສູ່ລາຍການ ເລີຽ.

ຈົດໝາຍ ສະບັບທຳອິດ ມື້ນີ້ ກໍຄືຂອງ ທ່ານ “ວິໂນຈິດ ສຣິສູຣາຊ” ບໍ່ຮູ້ວ່າເຈົ້າຂອງເ ພີ່ນຍັງຮັບຟັງ ຢູ່ບໍ່ເນາະ ຢ່າງໃດກໍຕາມ ເນື້ອໃນໃຈຄວາມໃນຈມ. ຂອງທ່ານວິໂນຈິດ ຂຽນມາດັ່ງນີ້:

“ສະບາຍດີ Maysoly ທີ່ນັບຖືຢ່າງສູງ ກ່ອນອື່ນຫວັງວ່າ Maysoly ແລະ Team ງານ RFA. ທຸກໆ ທ່ານ ຄົງສະບາຍດີ ຕາມເຄີຽ. ສຳລັບຂ້າພະເຈົ້າ ກໍຍັງຄ່ອຍສະບາຍດີ ຕາມເຄີຽ. ເປັນເວລາ ດົນນານ ພໍສົມຄວນ ແລ້ວ ທີ່ບໍ່ໄດ້ຂຽນຈມ. ມາຣົບກວນ ແຕ່ກໍຍັງໄດ້ຕິດຕາມ ຂ່າວຄາວ ຢູ່ຕລອດມາ. ພວກທ່ານ ທຳໜ້າທີ່ ໄດ້ດີຫຼາຍ ສົມເປັນແຫຼ່ງຂ່າວ ສາກົນ ທີ່ເຊື່ອຖືໄດ້. ມື້ນີ້ ຂ້າພະເຈົ້າໄດ້ຍິນ Maysoly ອ່ານຈມ. ຂອງ ທ່ານ ພູເງິນ ທີ່ຂຽນຈາກ ປະເທດລາວ ຈາກສຳນວນ ຄຳເວົ້າຂອງທ່ານ ພູເງິນນັ້ນ ໄດ້ສ້າງ ຄວາມສົນໃຈ ໃຫ້ກັບຂ້າພະເຈົ້າ ຢູ່ບໍ່ຫນ້ອຍ ຈຶ່ງໄດ້ຕັດສິນໃຈຂຽນຈມ. ສະບັບນີ້ຝາກເຖິງ ທ່ານພູເງິນ ໂດຍຜ່ານທາງ RFA ແລະ ຫວັງຢ່າງຍິ່ງວ່າ Maysoly ຄົງບໍ່ລັງກຽດ ຕິເນາະ ທີ່ແທ້ Maysoly ກໍໄດ້ຕອບເພີ່ນ ໄປແລ້ວ ໃນອາທິດ ຜ່ານມາ ແຕ່ຂ້າພະເຈົ້າເອງ ຍັງມີຂໍ້ຂ້ອງໃຈ ຢາກໃຫ້ທ່ານພູເງິນ ເຂົ້າໃຈຄົນລາວ ນອກ ຕື່ມອີກ. ຂ້າພະເຈົ້າ ດີໃຈ ແລະ ພາກພູມໃຈ ຫາອັນປຽບບໍ່ໄດ້ ຕໍ່ເນື້ອໃນ ແລະ ຄວາມປາຖນາ ຂອງທ່ານ ຢ່າງນ້ອຍ ກໍຍັງຮູ້ວ່າ ຄົນລາວ ເຮົາ ຍັງຮັກ-ຫ່ວງໃຍ ແລະ ຢາກໃຫ້ຄົນລາວ ທັງປວງ ຊ່ວຍກັນສ້າງສາ ປະເທດຊາດ ດ້ວຍກັນ ເພື່ອ ປະເທດຊາດ ຈະໄດ້ຈະເຣີນກ້າວໜ້າ ມີຄວາມເປັນຊາດ, ເອກຣາຊ ແລະ ມີປະຊາທິປະໄຕ ເປັນ ຂອງຄົນລາວ ທັງປວງ ແຕ່ກ່ອນອື່ນໝົດ ຂ້າພະເຈົ້າ ຢາກໃຫ້ທ່ານ ທົບທວນ ຫຼືສຶກສາ ຄວາມເປັນຈິງ ຫຼື ນະໂຍບາຍ ອັນແທ້ຈີງ ຂອງຣັຖບານ ສປປ.ລາວ ຕໍ່ຄົນລາວນອກ ປະເທດນັ້ນ ມັນສອດຄ່ອງ ຫຼືເປັນຢ່າງໃດ ທ ີ່ຈະເຮັດໃຫ ້ມີການເຊື່ອຖືໄດ້ ຮັບປະກັນ ຄວາມປອດພັຍໄດ້. ທີ່ຜ່ານມາ ມີຄົນລາວນອກ ບາງທ່ານ ໄດ້ກັບຄືນໄປ ຢາມບ້ານ ກໍ່ຍັງໄດ້ຮັບ ຄວາມຫຍຸ້ງຍາກ ນານາປະການ, ຫຼາຍທ່ານ ກໍເຖິງຈຸດຈົບ ຂອງຊີວິດ, ຂ້າພະເຈົ້າຄິດວ່າ ທ່ານ ຄົງຈະຮູ້ດີ ກ່ຽວກັບເຣື່ອງນີ້. ຫຼື ທ່ານ ອາດບໍ່ຮູ້ຄວາມຈິງ ກໍເປັນໄດ້ ເພາະຣັຖບານ ສປປ.ລາວ ແມ່ນ ປິດຫູປັງຕາ ພວກທ່ານ, ພວກທ່ານບໍ່ມີອິສຣະພາບ ທາງດ້ານຂ່າວສານ ທີ່ຜ່ານມາ ຫຼື ຖ້າທ່ານຕິດຕາມ ຂ່າວຈາກ RFA ເປັນປະຈຳ ດັ່ງທີ່ທ່ານ ກ່າວມານັ້ນ ທ່ານຄົງຈະໄດ້ຍິນ ແລະ ຮູ້ແລ້ວ ແລະ ຂໍໃຫ້ຈົ່ງ ເຊື່ອຖືໄດ້ສຳລັບຂ່າວ ຂອງ RFA ນັ້ນ. ຢ່າຫາວ່າ ລາວນອກ ມີແຕ່ໂຈມຕີຣັຖບານ ສປປ.ລາວ ຕລອດມາ ທີ່ແທ້ຄວາມຈີງ ກໍເປັນຢ່າງນັ້ນ ແຫຼະທ່ານເອີ໊ຽ. ທ້າຍສຸດນີ້ ຂ້າພະເຈົ້າ ຂໍໃຫ້ທ່ານ ຈົ່ງພິຈາຣະນາ ຫຼື ສຶກສາ ຫາຄວາມຈິງ ທຸກຢ່າງ ກ່ອນທີ່ຈະກ່າວຮ້າຍ ຄົນລາວນອກ.”

ທີ່ກ່າວມານີ້ກໍຄື ເນື້ອໃນໃຈຄວາມໃນຈົດໝາຍ ຂອງທ່ານ “ວິໂນຈິດ ສຣິສຸຣາຊ.” Maysoly ຂໍຂອບໃຈ ທີ່ທ່ານ ໄດ້ໃຫ້ຄວາມສົນໃຈ ແລະ ອະທິບາຍເງື່ອນໄຂ ໃຫ້ຄົນລາວ ຫຼາຍໆ ທ່ານໄດ້ ເຂົ້າໃຈນຳກັນ.

ຈົດໝາຍ ສະບັບຕໍ່ໄປ ກໍຄືບົດຂຽນຂອງ ຄົນລາວ USA ທ່ານນຶ່ງ ຊຶ່ງໃສ່ຫົວຂໍ້ວ່າ “ບໍ່ມີແຫ່ງໃດ ຈະປຽບເໝືອນ ບ້ານເຮົາ” ບົດຂຽນທີ່ວ່ານີ້ ຖຶກສົ່ງຜ່ານທາງ Website ຂອງ RFA Maysoly ຂໍຂອບໃຈ ນຳທ່ານ ຜູ້ທີ່ສົ່ງເຣື່ອງນີ້ ມາໃຫ້ ແລະ ກໍຍິນດີ ຈະນຳມາອ່ານ ສູ່ທ່ານຟັງ ແຕ່ກໍຕ້ອງຂໍອະພັຍ ນຳຫຼາຍໆ ເນື່ອງຈາກ Maysoly ຕ້ອງໄດ້ຄັດເລືອກ ເອົາບາງຕອນ ໃນເນື້ອໃນຈມ. ເທົ່ານັ້ນ ເນື່ອງຈາກວ່າ ເວລາ ຂອງພວກເຮົາ ມີຈຳກັດ ໃນຈມ.ເພີ່ນຂຽນມາດັ່ງນີ້:

"ຢູ່ອະເມຣິກາ ພວກເຮົາກໍມີຄວາມສຸກ ແຕ່ກໍຍັງຮູ້ສຶກວ່າ ມີສິ່ງໃດສິ່ງນຶ່ງ ທີ່ສຳຄັນ ຂາດໄປ ໃນຊີວິດ ຊຶ່ງສິ່ງນັ້ນກໍຄື "ແຜ່ນດິນລາວ" ຍິ່ງເຮົາຢູ່ຫ່າງໄກ ແລະ ຈາກປະເທດຊາດ ມາດົນນານ ເທົ່າໃດ ກໍຍິ່ງເຮັດໃຫ້ ເຮົາເກີດ ຄວາມຮັກ ແລະ ຄິດເຖິງປະເທດ ຊາດ ຂອງພວກເຮົາ ຫຼາຍຂຶ້ນ ເຮົາຄິດຮອດ-ຄິດເຖິງ ສາຣະພັດສີ່ງ ບົນແຜ່ນດິນລາວ ນັບຈາກຫຍ້າຕົ້ນນຶ່ງ-ໄປເຖິງທ້ອງຟ້າ ອັນສວຍງາມ ຂອງເມືອງລາວ ຄວາມຢູ່ຫ່າງໄກ ແລະ ເວລາທີ່ຈາກບ້ານ ມາຍາວນານ ບາງຄັ້ງ ກໍ່ເຮັດໃຫ້ຮູ້ສຶກວ່າ ພາບ ແຫ່ງ ຄວາມຊົງຈຳ ໃນສີ່ງຕ່າງໆ ຢູ່ໃນບ້ານເກີດ ເຖິງແມ່ນໄດ້ເກັບໄວ ້ຢູ່ໃນສ່ວນເລິກ ຂອງຫົວໃຈ ຕລອດມາ ດຽວນີ້ ຮູ້ສຶກວ່າ ໄດ້ເຫັນ ຮູບພາບກ່ຽວກັບ ສີ່ງເຫຼົ່ານັ້ນ ເປັນພໍມົວໆ ຄ້າຍດັ່ງຄວາມຝັນ ໃນຍາມນອນ. ຢ່າງໃດກໍຕາມ ອາການຄຶດຮອດ ບ້ານຂອງຄົນລາວ ພາກຖິ່ນ ໃນທີ່ສຸດ ກໍພໍມີກຳລັງໃຈ ສູ້ທົນກັບຊີວິດ ຢູ່ໃນຕ່າງແດນນີ້ ຕໍ່ໄປໄດ້ ເມື່ອມາຄຶດ ສຳນຶກໄດ້ວ່າ ໂອ້! ເຖີງແມ່ນວ່າ ພວກເຮົາ ເປັນຊົນກຸ່ມນ້ອຍ ເປັນ ປະຊາຊົນ ຊັ້ນສອງ ໃນຕ່າງແດນ ທີ່ແຕກຕ່າງ ກໍຕາມ ແຕ່ແທ້ຈີງ ເຮົາກໍຄືຄົນລາວ ທີ່ສູງກຽດ ມີເຊື້ອຊາດ, ມີບັນພະບູຣຸດ, ມີພາສາ, ມີປະເພນີ -ວັທນະທັມ ອັນຈົບງາມ ແລະ ກໍຍັງມີຜືນແຜ່ນດິນ ອັນຄົບຖ້ວນ ຢູ່ເບື້ອງຫັຼງ ຊຶ່ງ ເປັນທີ່ມາ ຂອງເຮົາ ແລະ ຍິ່ງໄປກວ່ານີ້ ກໍຍັງມີພະລັງໃຈ ເພີ້ມຂຶ້ນ ເມື່ອໄດ້ຍິນ ສຽງທວງ ທາວຮຽກເອີ້ນ ຈາກ ພໍ່-ແມ່- ລຸງ-ປ້າ- ອ້າຍ-ເອື້ອຍ -ນ້ອງ ຄົນລາວ ທີ່ຢູໃນປະເທດ ທີ່ຍັງຮັບຮູ້ ຍັງຮັກແລະ ຄິດເຖີງກັນ ແລະ ໃຫ້ທວນກັບຄືນ ໄປເບີ່ງ-ໄປຢ້ຽມຢາມ ແລະ ໄປຮ່ວມສ້າງສາ ບ້ານເມືອງຊ່ວຍກັນ. ຂ້າພະເຈົ້າຄຶດຕື່ມ ອີກວ່າ ຫາກ ແຜ່ນດິນ ເກີດຂອງເຮົາ ແຫ່ງນັ້ນ ສີ້ນຄົນລາວ ສີ້ນຄວາມເປັນລາວ ຢູ່ໃນໃຈ ແລະ ສີ້ນຄວາມຮັກ ແລະ ຄິດເຖີງກັນແລ້ວ ເຮົາຄົງຈະບໍ່ມີວັນ ທີ່ຈະໄດ້ພົບພໍ້ ສຽງທວງ ທາວ-ຮຽກເອີ້ນ ອັນອົບອຸ່ນເຊັ່ນນີ້.”

ນັ້ນກໍຄືເນື້ອ ໃນໃຈຄວາມບາງຕອນ ໃນບົດຂຽນທີ່ມີຊື່ວ່າ “ບໍ່ມີແຫ່ງໃດຈະປຽບເໝືອນບ້ານເຮົາ” Maysoly ຂໍຍ້ອງວ່າ ທ່ານ ຜູ້ນີ້ເພີ່ນຂຽນ ເກັ່ງຫຼາຍ ອ່ານແລ້ວຊື້ງໃຈຫຼາຍ ແຕ່ຄວາມຈີງ ຈະເໝືອນ ຄວາມຝັນບໍ່ນໍ. ເຖິງຢ່າງໃດ ກໍຕາມ, ໂອກາດໜ້າ ຖ້າທ່ານ ມີເຣື່ອງດີໆ ກໍຢ່າລືມ ສົ່ງຜ່ານທາງ ວິທຍຸເອເຊັຽເສຣີແດ່ ເພື່ອຈະໄດ້ນຳ ມາອ່ານ ໃຫ້ຜູ້ຟັງໄດ້ຟັງນຳ ຂໍຂອບໃຈລ່ວງໜ້າ.

ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖີງ ຕອນນີ້ ເພື່ອປ່ຽນ ບັນຍາກາດ Maysoly ຂໍເຊີນ ທ່ານ ຟັງເພັງລາວ ສມັຍ ທີ່ມີຊື່ວ່າ “ສະບາຍດີເພື່ອນລາວ” ຈາກສຽງຮ້ອງຂອງ “ບຸນສອນ ແລະ ຈັນທະຣາ” ເພັງນີ້ ຂໍຈັດເປັນກຽດ ໃກ້ແກ່ທຸກໆ ທ່ານ ທີ່ກຳລັງຕິດຕາມ ຮັບຟັງ ລາຍການ ຕອບຈມ.ໃນຂນະນີ້ ໂດຍ ສະເພາະ ຄື”ພີ່ນ້ອງລາວ ນອກ-ລາວ ໃນ” ທຸກຖ້ວນໜ້າ ເຊີນຮັບ ຟັງໄດ້.

---- (ເພັງ) ----

ທ່ານ ຜູ້ຟັງທີ່ເຄົາຣົບ ເປັນຈັ່ງໃດເພັງທີ່ຈົບໄປນັ້ນ ພໍຈະໃຫ້ ຄວາມບັນເທີງໃຫ້ແກ່ທ່ານ ແດ່ບໍ່ ຈົດໝາຍ ມ້ວນທ້າຍ ສຳລັບມື້ນີ້ Maysoly ຂໍລາທ່ານ ໄປດ້ວຍບົດກອນລາວ ທີ່ມີຊື່ວ່າ “ລາວໃນ-ລາວນອກ” ດັ່ງນີ້:

  ;   ;   ; ລາວໃນ-ລາວນອກ   ;   ;   ;   ;   ;   ;   ;   ;   ; ລາວນອກຫຼາຍຄົນ, ຄິດຢາກສ້າງ   ;   ;   ; ຊົດຊ່ວຍທາງເມືອງລາວ   ;   ;   ; ເພາະຄິດເຫັນຄາວຄວາມຫຼັງ   ;   ;   ; ເຊື້ອບ່ອນມາແຕ່ຄາວກີ້   ;   ;   ; ເກີດຮັ່ງມີ, ເປັນດີມີຄວາມຮູ້   ;   ;   ; ຢາກຍໍແຍງສ້າງບ້ານເກົ່າ   ;   ;   ; ແຕ່ທາງເມືອງລາວ, ບໍ່ໄຂປະຕູໃຫ້ເຂົ້າ   ;   ;   ; ກໍເລີຽເອົ້າອັ່ງມະໂນ ວ່າເດ.   ;   ;   ; ລາວຢູ່ໃນພື້ນບ້ານ   ;   ;   ; ຖາມຖີ່ນທາງເມືອງລາວ   ;   ;   ; ບໍ່ນຶກວ່າລາວໃນຕ່າງແດນ   ;   ;   ; ແກ່ນໃສສາຍເຊື້ອ   ;   ;   ; ທັມມະນູນເຄືອຄຸມປ້ອງ   ;   ;   ; ຜັກດັນດວງມາດຕານຶ່ງ   ;   ;   ; ວ່າດ້ວຍພົລເມືອງບອກແຈ້ງ   ;   ;   ; ວ່າເຮົາໜີ້ແຕກຕ່າງກັນ.   ;   ;   ; ອັນສອງ ປອງບອກໄດ້   ;   ;   ; ໃນເມື່ອກັບຫຼັງຫັນ   ;   ;   ; ຢ້ຽມເຢືອນລາວມາຕຸພູມ   ;   ;   ; ຖິ່ນເດີມຕອນຄາວກີ້   ;   ;   ; ຜັກດັນມີມວນໄວ້   ;   ;   ; ວິຊາການຕ້ອງຊີ້ບົ່ງ   ;   ;   ; ປັບໃໝບົ່ງບອກແຈ້ງ   ;   ;   ; ຍາມໝົດບັ້ນຂອບໄຂ.   ;   ;   ; ບາງຄົນໄປບໍ່ໄດ້   ;   ;   ; ຫາເຣື່ອງໃສ່ວ່າເຂັດຂວາງ   ;   ;   ; ບັນຊີລວງສີດຳ   ;   ;   ; ນັບບໍ່ທົນທານໄດ້   ;   ;   ; ຜູ້ທີ່ໄປມາແລ້ວ   ;   ;   ; ຍັງເຫຼືອໂຂແລະກັບກອກ   ;   ;   ; ເພາະວ່າເພີ່ນບອກໄວ້   ;   ;   ; ເທທານໃຫ້ຜູ້ຫອດຫິວ.   ;   ;   ; ສາຍເຫຕນີ້, ເກີດວຸ້ນ   ;   ;   ; ກັງຂາຊາຕຄວາມສົງສັຍ   ;   ;   ; ລາວໃນເຮັດກັບລາວຕ່າງແດນ   ;   ;   ; ຢາກສ້າງສາພັທນາບ້ານ   ;   ;   ; ໃຜຊຳນານໃນທາງແກ້   ;   ;   ; ຂໍກະແຈບອກຂ້ອຍແດ່   ;   ;   ; ຢາກໃຫ້ລາວສອງຝ່າຍຂ້າງ   ;   ;   ; ພາກັນສ້າງປະເທສຕົນ ເດນໍ.

ທ່ານ ຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ເວລາແຫ່ງລາຍການ ຕອບຈົດໝາຍໃນມື້ນີ້ ກໍໄດ້ໝົດລົງພຽງ ເທົ່ານີ້ ຂໍເຊີນ ທີ່ສົນໃຈ ພົບກັບລາຍການ ນີ້ອີກໃນວັນພະຫັດໜ້າ ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.