ສະບາຍດ ີທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ລາຍການ ຕອບ ຈມ. ກໍ່ໄດ້ກັບມາພົບ ກັບທ່ານຜູ້ຟັງອີກ ເທື່ອນຶ່ງ ຄິດວ່າ ລາຍການນີ້ ຄົງຈະໄດ້ຮັບ ກຳລັງໃຈ ຈາກທ່ານຜູ້ຟັງ ໄປເລື້ອຍໆ ອີກປະການນຶ່ງ ເມື່ອຟັງ ລາຍການ ຂອງພວກເຮົາແລ້ວ ມີຄວາມຄິດ ຄວາມເຫັນແນວໃດ ກ່ຽວກັບ ລາຍການຕ່າງໆ ຂອງ ພວກເຮົາ ຂໍເຊີນຂຽນ ຈົດໝາຍຕິຊົມ ຫຼື E-mail ເຖິງ RFA ໄດ້ທຸກເວລາ ຂໍຂອບໃຈ ລ່ວງໜ້າ. ບັດນີ້ ຂໍເຊີນທ່ານ ເຂົ້າສູ່ລາຍການເລີຽ.
ຈົດໝາຍ ສະບັບທຳອິດ ທີ່ Maysoly ຈະນຳມາ ອ່ານສູ່ທ່ານຜູ້ຟັງ ໃນມື້ນີ້ ກໍ່ຄືຂອງ ແຟນລາຍ ການ ທ່ານນຶ່ງ ຂຽນ ຈາກເມືອງ Des Moines ຣັດ IA ໃນຈມ. ເພີ່ນຂຽນມາ ດັ່ງນີ້:
“ສະບາຍດີ ພວກອ້າຍເອື້ອຍ ນັກຂ່າວ ໝົດທຸກຄົນ ນ້ອງເອງ ຫວັງວ່າ ທຸກຄົນ ຄົງສະບາຍດີ ນ້ອງມີ ເຣື່ອງນ້ອຍນຶ່ງ ຢາກຈະເລົ່າ ສູ່ກັນຟັງ ເຣື່ອງຂອງເຣື່ອງ ກໍ່ມີຢູ່ວ່າ ປັດຈຸບັນນີ້ ປະຊາຊົນລາວ ທີ່ດຳຣົງຊີວິດ ເປັນແມ່ຄ້າ ຊາວຂາຍ ຢູ່ທາງເຂດ ພາກເໜືອຂອງລາວ ເຊັ່ນວ່າ ໃນເຂດຫ້ວຍຊາຍ ບໍ່ແກ້ວ ພາກັນຈົ່ມວ່າ ທາງ ພາກຣັດເພີ່ນ ເກັບພາສີ ຫຼາຍໂພດ ຖ້າຈະສເລັ່ຽໃສ່ ລາຍໄດ ້ຂອງພວກແມ່ຄ້າ ຊາວຂາຍ ຜູ້ຫາເຊົ້າ ກິນຄ່ຳ ແລະ ອີກຢ່າງນຶ່ງ ນອກຈາກ ພາສີນີ້ແລ້ວ ພາສີ ການນຳເຂົ້າ ຕົວຢ່າງວ່າ ເຣື່ອງຣົດ ເຣື່ອງຣາ ຈັ່ງຊີ້ ເພີ່ນກະເກັບເກືອບ 100% ເຕັມ ທີ່ຂຽນຈມ. ມາໃນມື້ນີ້ ພຽງແຕ່ ຢາກຂໍຮ້ອງໃຫ້ ທາງພາກຣັດ ຄິດເຫັນໃຈ ປະຊາຊົນ ຜູ້ມີລາຍໄດ້ ໜ້ອຍແດ່.” ວ່າຊັ້ນ
Maysoly ຂໍຂອບໃຈ ທີ່ທ່ານໄດ້ ຂຽນຈມ. ເຖິງພວກເຮົາ ເຖິງແມ່ນວ່າ ພວກເຮົາ ຈະບໍ່ສາມາດ ຕອບ ຂໍ້ຂ້ອງໃຈ ຂອງນ້ອງ ແຕ່ຢ່າງໜ້ອຍ ຄິດວ່າ ຄົງຈະຊ່ວຍ ລະບາຍຄວາມ ຄັບແຄ້ນແໜ້ນໃຈ ຂອງນ້ອງ ໄດ້ແດ່ ບໍ່ຫຼາຍ ກໍໜ້ອຍ ພໍເວົ້າມາເຖິງ ເຣື່ອງຄ່າພາສີ ຣົດ ທີ່ວ່າເກືອບ 100% ນັ້ນ ທີ່ຜ່ານມາ ມີຄົນລາວ ອະເມຣິກັນ ທ່ານນຶ່ງ ຢູ່ຣັດ South Dakata ເພີ່ນເຄີຍ ເລົ່າສູ່ຟັງວ່າ ເມື່ອປີ 1992 ເພີ່ນເປັນຄົນລາວ ຜູ້ທຳອິດ ທີ່ສົ່ງຣົດ ມືທີ່ສອງ ຈາກອະເມຣິກາ ເຂົ້າໄປຂາຍຢູ່ລາວ ແລະ ທຸກສິ່ງ ທຸກຢ່າງ ແມ່ນດຳເນີນໄປ ຢ່າງຖຶກຕ້ອງ ຕາມລະບຽບ ເພີ່ນຍັງໄດ້ເລົ່າສູ່ ຟັງອີກວ່າ ປີທຳອິດນັ້ນ ດຳເນີນໄປດ້ວຍດີ ມີຜົນກຳໄລ ຢ່າງໜ້າພໍໃຈ ແຕ່ບໍ່ພໍທໍ່ໃດ ທຸຣະກິດ ທີ່ວ່ານີ້ ກໍຕ້ອງຢຸດຊງັກ ເຈົ້າໜ້າທີ່ ຂອງຣັຖບານລາວ ເວົ້າວ່າ ປັດຈຸບັນ ມີຄົນລາວ ຫຼາຍຄົນ ສົນໃຈ ມາເຮັດ ທຸຣະກິດອັນນີ້ ສະນັ້ນ ເພີ່ນຈຶ່ງຕ້ອງ ເກັບພາສີເພີ່ມຂຶ້ນ ຢ່າງໃດ ກໍຕາມ ທ່ານຄົນລາວ ທ່ານນີ້ ບອກວ່າ ຫຼັງຈາກ ເຮັດທຸຣະກິດ ເຣື່ອງສົ່ງຣົດໄປ ຂາຍຢູ່ປະເທດລາວ ໄປບໍ່ໄດ້ແລ້ວ ເພີ່ນ ກໍປ່ຽນມາເຮັດ ທຸຣະກິດໃໝ່ ຄືໄປສ້າງໂຮງງານ ຜລິດກະປອງ ສຳເຣັດຮູບ ເພື່ອສົ່ງໄປຂາຍ ຕ່າງປະເທດ ບໍຣິສັດ ທີ່ວ່ານີ້ ຕັ້ງຂຶ້ນມາ ເກືອບສຳເຣັດ ແຕ່ໃນທີ່ສຸ ດກໍຕ້ອງລົ່ມຈົມ ກໍໜ້າເຫັນໃຈເ ນາະ ທ່ານຜູ້ຟັງ ທີ່ເຄົາຣົບ ບຸນປີໃໝ່ລາວ ກໍໃກ້ເຂົ້າມາ ທຸກລະຍະແລ້ວ ຄືວັນທີ່ 14 - 15 ເມສານີ້ ພວກເຮົາ ຄນະ ຈັດທຳລາຍການ ຂອງ RFA ຈຶ່ງຂໍມອບບົດກອນ ລາວຕິດຕາມ ໄປດ້ວຍເພັງປີໃໝ່ລາວ ໃຫ້ແກ່ ທ່ານຜູ້ຟັງທຸກໆ ທ່ານ ທີ່ກຳລັງຕິດຕາມ ຮັບຟັງ ຢູ່ໃນຂນະນີ້:
ປີໃໝ່ມາຮອດແລ້ວ
;
ໃຫ້ແຊວຊື່ນຊົມຫົວ ທ່ານເອີຽ
ກົ້ວກ
ີ່ນຄັນທາຫອມ
;
ຫ່ວຍ
ເຂົ້າດັງຊຸມເຈົ້າ
ຕື່ງຕັງ
ເຕະປິດຮ້າງ
;
ໃຫ້ດັງປັ້ງຢູ່ດັ່ງເດີມ ແທ້ເດີ
;
;
;
ຖ້າຫາກປະຖີ້ມໄດ້
;
ແນວຊົ່ວສາຣະພັດ
ປັດ
ເປົ່າເອົາຈອງຫອງ
;
ອອກ
ໃຫ້ໄກໃຈເຈົ້າ
ອິສາຣິສຍ
າພ້ອມ
;
ໃຫ້ຍອມໄລລາປ່ອຍ
ໂທສໃຫຍ່ທັງໂທສນ້ອຍ
;
ໃຫ້ພອຍພົ້ນຜ່ານກາຍວ່ານາ…
;
;
;
ປີໃໝ່ໃສກວ່າແກ້ວ
;
ມະນ
ີໂຄດມໍຣະກົດ
ປົດ
ຖີ້ມຄວາມມົວໝອງ
;
ຄຽດ
ຊັງຊີງເພື່ອນ
ຮັກ
ຫໍ່ເໝືອນມວນນ້ອງ
;
ອຸທອນ
ດຽວທ້ອງອີ່ແມ່
ເຫັນແກ່ພົງເຜົ່າເຊື້ອ
;
ເໜືອໃຕ້ກໍ່ແມ່ນລາວເຮົານາ…
;
;
;
ຄິດຊົ່ວ
ແນວເປື່ອຍເປື້ອນ
;
ແສນສນຽດສັນດານ
ພົ້ນຜ່ານ
ປີ ຄສ.
;
ໃໝ່ເຂົ້າມາເຖິງແລ້ວ
ແນວວ່າໂພຍພັຍຮ້າຍ
;
ໃຫ້ໜີກາຍຢ່າມາໝ່າຍ
ໝາຍ
ສິ່ງໃດກໍ່ໄດ້
;
ໃຫ້ສົມມຸ່ງປາຖນາແທ້ເດີ…
ປີໃໝ່ເອີ້ນບອກເຈົ້າ
;
ເຕືອນໝູ່ມວນມິດ
ມາຄິດໂຮມແຮງກັນ
;
ສ້າງ
ສັງຄົມນີ້
ສາມັກຄ
ີກັນແໜ້ນ
;
ຢ່າເຄືອງແຄ້ນຄຽດດ່າ
ພາຣະຢ
ູ່ຂ້າງໜ້າ
;
ໃຫ້ມາສ້າງຊ່ວຍກັນທ່ານເອີຍ…
;
;
;
;
;
ແຕ່ງໂດຍ ໂມທນາ.
;
(ເພັງ)
ທີ່ຈົບລົງໄປນັ້ນ ຄືເພັງ”ປີໃໝ່ລາວ” ຂອງ” ຄນະມິຕພາບ” ທີ່ປະເທດ ຝຣັ່ງເສດ ທ່ານຜູ້ຟັງທີ່ເຄົາຣົບ ກ່ອນຈາກກັນ ໃນມື້ນີ້ Maysoly ຂໍເຊີນທຸກທ່ານ ມາຮ່ວມຣຳວົງນຳກັນ ດ້ວຍສຽງເພັງ ທີ່ມີຊື່ວ່າ “ສວັສດີປີໃໝ່” ຈາກສຽງຂັບຮ້ອງ ຂອງທ່ານ “ພົມມະ ພິມມະສອນ” ແລະ “ພອນ ພູມິທອນ” ເຊີນຮັບຟັງໄດ້.
(ເພັງ)
ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າລາຍການ ຕອບຈມ. ປະຈຳສັປດານີ້ ເວລາ ກໍໝົດລົງ ພຽງເທົ່ານີ້ ຂໍເຊີນທ່ານ ພົບກັບລາຍການ ນີ້ໄດ້ໃໝ່ ໃນວັນພະຫັດໜ້າ ສຳລັບມື້ນີ້ maysoly ຂໍກ່າວຄຳວ່າ ໂຊກດີປີໃໝ່ ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ